Breaking News

Kuanjaitaem Kuanjai page

ຂໍຍອມ!!! ໃນຄວາມແຊ໋ບ… ແຖມ Strong ບໍ່ສົນດຣາມ່າ “ບວດສ້າງກະແສ” ຢຸ້ຍ ສັນທະນີ Miss Supranational Laos 2018 

ຂໍຍອມ!!! ໃນຄວາມແຊ໋ບ… ແຖມ Strong ບໍ່ສົນດຣາມ່າ “ບວດສ້າງກະແສ” ຢຸ້ຍ ສັນທະນີ Miss Supranational Laos 2018  ກັບມາທວງຄວາມແຊ໋ບແຫ່ງວົງການອີກຄັ້ງສໍາລັບ ອາດີດແມ່ຊີ ຢຸ້ຍ ຫຼື ຢຸ້ຍ ສັນທະນີ Miss Supranational Laos 2018 ທີ່ໄດ້ຕັດທາງໂລກເຂົ້າສູ່ທໍາມະເປັນເວລາເດືອນປາຍ, ປັດຈຸບັນສາວຢຸ້ຍກໍໄດ້ສຶກອອກມາເປັນທີ່ຮຽບຮ້ອຍແລ້ວ ພ້ອມກັບຄວາມແຊ໋ບທີ່ແຟນໆຕ້ອງຂໍຍອມ. ກັບລຸກນາງງາມຜົມສັ້ນແບບແຊ໋ບເວີ່! ແຕ່ການກັບມາຂອງແມ່ຊີຢຸ້ຍໃນຄັ້ງ ກໍມີດຣ່າມ່າເລັກໜ້ອຍວ່າ “ສາວຢຸ້ຍບວດເພື່ອສ້າງກະແສຫຼືບໍ່? ຫຼືບວດຍ້ອນເຫດຜົນນຸ່ນນີ່ນັ້ນຕ່າງໆນາໆ” ແຕ່ຕ້ອງບອກກ່ອນວ່າ ຄໍາເວົ້າຂອງນັກເລງຄີບອດພວກນັ້ນບໍ່ສະເທືອນເຖິງຄວາມ Strong ຂອງນາງເລີຍແມ່ນແຕ່ໜ້ອຍດຽວ, ໂດຍສາວຢຸ້ຍບໍ່ໄດ້ຕອບໂຕ້ແຕ່ຢ່າງໃດ ແຖມຍັງໃຊ້ຊີວິດແບບສວຍໆ ແຊ໋ບໆ ປະຕິບັດໜ້າທີ່ຕົວເອງຢ່າງດີທີ່ສຸດ ໂດຍ ໂນສົນໂນແຄຈ່າ… ມາເບິ່ງລຸກແຊ໋ບຂອງອາດີດແມ່ຊີຄົນນີ້ດີກວ່າ… ຮູບພາບຈາກ: FB: Yui Santhany  

Read More »

ຢາກໃຫ້ອ່ານ!!! 5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ…

5 ວິທີປ່ຽນທັດສະນະຄະຕິໃຫ້ເປັນ “ບວກ” ໃນເວລາທີ່ພົບມໍລະສຸມຊີວິດ ສາວໆແນ່ນອນແລ້ວວ່າຄົນເຮົາທຸກຄົນຕ່າງກໍເຄີຍຜ່ານເລຶ່ອງທີ່ບໍ່ດີມາກັນທຸກຄົນ ເພາະບໍ່ມີໃຜເລຶກໂຊກສະຕາໃຫ້ກັບຕົວເອງໄດ້ ແຕ່ເຖິງວ່າເຮົາຈະຄວບຄຸມໂຊກຊະຕາຕົນເອງບໍ່ໄດ້ ແຕ່ເຮົາກໍເລຶອກໄດ້ທີ່ຈະບໍ່ເປັນເຫຍື່ອຂອງໂຊກຊະຕາ ຖ້າເຮົາເບິ່ງໂລກໃນແງ່ບວກ ແລະ ມີຂັ້ນຕອນໃນການແກ້ໄຂບັນຫາທີ່ດີ ເຮົາຍ່ອມຜ່ານພົ້ນມໍລະສຸມຊີວິດນ້ອຍໃຫຍ່ໄປໄດ້ຢ່າງແນ່ນອນ… ແລະ ນີ້ກໍຄື 5 ວິທີປ່ຽນທັດສະນະຄະຕິຂອງສາວໆໃຫ້ກັບມາເປັນບວກເມື່ອທຸກຢ່າງບໍ່ເປັນໄປຢ່າງທີ່ຫວັງ ຂຽນແຜນການ ຫຼາຍເທື່ອທີ່ເຮົາມັກຈະຮູ້ສຶກທໍ້ ຈົນເຮັດໃຫ້ມື້ດີໆຂອງເຮົາພັງເພໄປແບບບໍ່ເປັນທ່າ ໂດຍບໍ່ຮູ້ສາເຫດຕົ້ນຕໍຂອງຄວາມຮູ້ສຶກນັ້ນຊໍ້າ ດັ່ງນັ້ນ ເຮົາຈຶ່ງຄວນຊອກຫາມັນໃຫ້ພົບ ແລະ ເລີ່ມຂຽນແຜນການຊອກວິທີວ່າຈະຮັບມືກັບມັນແນວໃດ ແລ້ວອາລົມກໍຈະດີຂຶ້ນແນ່ນອນ ລົມກັບຄົນເກັ່ງໆ ແລະ ຄິດບວກ ເຮົາມັກມີຄວາມເປັນໄປໄດ້ທີ່ຈະຄິດຄືກັນກັບຄົນທີ່ຢູ່ອ້ອມຕົວເຮົາ ສາວໆເຄີຍສັງເກດບໍ່ວ່າ ຄົນທີ່ເຮົາພົບປະນໍາທຸກໆມື້ນີ້ເປັນຄົນແບບໃດ ເວົ້າເຖິງແຕ່ບັນຫາ ຫຼືເວົ້າເຖິງໂອກາດ ຊວນເຮົາຄິດໄປໃນທາງລົບ ຫຼືຊີ້ໃຫ້ເຮົາເຫັນຂໍ້ດີຂອງສິ່ງຕ່າງໆ ເຊັ່ນ: ໝູ່ທີ່ມັກເວົ້າມັກຈົ່ມເລຶ່ອງຄ່ານໍ້າມັນເພີ່ມຂຶ້ນ ເງິນບໍ່ພໍໃຊ້ຈັກເທື່ອ ຫຼື ຄົນທີ່ເວົ້າເລື່ອງໂອກາດພັດທະນາຄວາມສາມາດ ໂອກາດທາງທຸລະກິດ ຫຼື ໂອກາດທີ່ຈະໄດ້ເງິນເຂົ້າຖົງຕື່ມ  ເຫັນບໍ່ສາວໆວ່າ ຄົນແຕ່ລະກຸ່ມມີທັດສະນະຄະຕິທີ່ແຕກຕ່າງກັນ ສິ່ງສໍາຄັນຄືເຮົາຄວນຈະຢູ່ໃກ້ຄົນຄິດບວກໄວ້ ແລ້ວເຮົາຈະເຫັນວ່າເຂົາປະສົບຜົນສໍາເລັດໄດ້ແນວໃດ ແລະມີວິທີໃດແດ່ ເວົ້າຈາໃນແງ່ບວກ ນອກຈາກຈະຊອກຢູ່ທ່າມກາງຄົນຄິດບວກແລ້ວ ເຮົາເອງກໍຕ້ອງຄິດ …

Read More »

ຮູ້ຈັກກັບ! ເມ ເນລະມິດ ໄຊປັນຍາ MISS WORLD LAOS 2019 ຫຼາຍຂຶ້ນ… ແລ້ວຈະຮູ້ວ່າ ເມ ເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ!!!

ຮູ້ຈັກກັບ! ເມ ເນລະມິດ ໄຊປັນຍາ MISS WORLD LAOS 2019 ຫຼາຍຂຶ້ນ… ແລ້ວຈະຮູ້ວ່າ ເມ ເໝາະສົມກັບຕໍາແໜ່ງນີ້ທີ່ສຸດແລ້ວ!!! ຮັບຮູ້ກັນໄປແລ້ວສໍາລັບຜົນການຕັດສິນ Miss World Lao 2019 ທີ່ໄດ້ຕັດສິນໄປໃນຄໍ່າຄືນຂອງວັນທີ 19 ກັນຍາ 2019 ຢູ່ທີ່ໂຮງແຮມແລນມາກ ກໍຮັບຮູ້ແລ້ວວ່າສາວງາມຜູ້ທີ່ຄວ້າມຸງກຸດອັນຊົງກຽດ ມູນຄ່າ 100 ລ້ານກີບ ພ້ອມລາງວັນຕ່າງໆຈາກຜູ້ສະໜັບສະໜູນແລ້ວ ຍັງຈະເປັນສາວງາມທີ່ຈະໄປເປັນຕົວແທນ ໃນການເຜີຍແຜ່ຄວາມເປັນລາວໃຫ້ກັບຕ່າງຊາດໄດ້ຮັບຮູ້ໃນເວທີລະດັບໂລກກໍຄື ການປະກວດ Miss World ຢູ່ທີ່ ລອນດອນ ປະເທດອັງກິດນັ້ນ ກໍຄື ນ້ອງເມ ເນລະມິດ ໄຊປັນຍາ ຜູ້ເຂົ້າປະກວດໝາຍເລກ MWL 01 ສາວນ້ອຍອາຍຸ 20 ປີ ທີ່ມາພ້ອມຄວາມງາມ, ຄວາມຮູ້ຄວາມສາມາດ ແລະ ໄຫວພິບໃນການຕອບຄໍາຖາມທີ່ຊະນະທັງໃຈຜູ້ຊົມທີ່ຢູ່ໃນງານ ແລະ …

Read More »

ບົວໄລ!!! ພຣີເຊັນເຕີ້ “ອິຊິຕັນ” ຄົນທຳອິດໃນລາວ ຕັ້ງເປົ້າຍອດຂາຍເພີ່ມ 50% ໃນປີ 2020 ຢ່າງແນ່ນອນ.

ສີໄຄ ການຄ້າ ຮ່ວມກັບ ເຄື່ອງດື່ມອິຊິຕັນ ເປີດຕົວ ບົວໄລ ເນັດໄອດໍ ຊື່ດັງຂອງລາວ ທີ່ມີຜູ້ຄົນຕິດຕາມທາງເຟສບຸກເຖິງ 1 ລ້ານກວ່າຄົນ ແລະ ມີຍອດຕິດຕາມ youtube ເຖິງ 5 ແສນກວ່າຄົນ ໄດ້ມາເປັນພຣີເຊັນເຕີ້ຄົນທຳອິດໃນລາວ ໃຫ້ກັບເຄື່ອງດື່ມ ອິຊິຕັນ ຢ່າງເປັນທາງການ ໃນວັນທີ 19 ກັນຍາ 2019 ທີ່ໂຮງແຮງລັດສະໝີ. ຍອດຂາຍອິຊິຕັນໃນລາວເຕີບໂຕຂຶ້ນທຸກປີ ໂດຍໃນປີ 2019 ຄາດວ່າຈະມີຍອດຈຳໜ່າຍທັງໝົດ 3. 000. 000 ຕຸກ ຖືວ່າເປັນການຕອບຮັບທີ່ດີຫຼາຍສໍາລັບຕະຫຼາດໃນປະເທດລາວ ແລະ ປີໜ້າ 2020 ອິຊິຕັນຄາດວ່າຈະມີຍອດຈຳໜ່າຍເພີ່ມຂຶ້ນ 50% ຫຼື ປະມານ 4,500,000 ຕຸກນັ້ນເອງ,  ໂດຍສະເພາະເຄື່ອງດື່ມ “ເຢັນ ເຢັນ” ເຊິ່ງເປັນນໍ້າສະໝຸນໄພ ມີປະໂຫຍດຕໍ່ຮ່າງກາຍ. ເປັນຫຍັງ …

Read More »

ຄົນມັນງາມໃສ່ຊຸດໃດກະເກີດ!!! ເມ ວິຈິດຕາ ໂດດເດັ່ນໃນງານ Lao Fashion Week 2019…

ບໍ່ວ່າຈະເຮັດຫຍັງກໍເປັນທີ່ຈັບຕາເບິ່ງຫຼາຍສໍາລັບສາວງາມຄົນນີ້ ເມ ວິຈິດຕາ ພອນວິໄລ Miss Universe Laos 2019 ທີ່ຫາກໍຮັບຕໍາແໜ່ງໄປເມື່ອເດືອນທີ່ຜ່ານມານີ້!!! ຫຼັງຈາກໄດ້ຮັບຕໍາແໜ່ງແລ້ວກໍສັງເກດເຫັນວ່າ ສາວເມ ຄ້ອນຂ້າງຈະມີວຽກເຂົ້າມາຕະຫຼອດ ທັງຖ່າຍແບບ, ເດີນແບບ, ເຂົ້າຮ່ວມງານການກຸສົນຕ່າງໆ ແລະ ຫຼ້າສຸດ ກໍໄດ້ເຫັນສາວເມໄປຮ່ວມງານເດີນແບບເທິງເວທີ Lao Fashion Week 2019 ທີ່ຈັດຂຶ້ນໃນວັນທີ 10-13 ກັນຍາ 2019 ທີ່ຜ່ານມານີ້. ເຊິ່ງແຕ່ລະຊຸດທີ່ນາງໃສ່ຂໍບອກໄດ້ເລີຍວ່າເລີດແຮງ, ເກີດທຸກຊຸດ ມື້ນີ້ແອັດກໍເລີຍຢາກເອົາມາໃຫ້ແຟນໆຂວັນໃຈເຮົາໄດ້ເບິ່ງນໍາກັນ ຈະເລີ໋ດສົມກັບແອັດເວົ້າບໍ່ນັ້ນເຮົາມາເບິ່ງ ແລະ ຕັດສິນໄປນໍາກັນເລີຍ…. ມື້ຮັບຕໍາແໜ່ງ Miss Universe Laos #ກຽມຕົວ #ສີແດງສົດງາມແຮງເດີ່! #ໂດດເດັ່ນໃນຊຸດຟ້າຕັດດໍາ #ຊຸດນີ້ເລີ໋ດແຮງເດີ່!   

Read More »