Breaking News

Kuanjaitaem Kuanjai page

ຕິກ ອະດີດເມຍສອນລາມ ຂາຍເຄື່ອງອອນລາຍເພື່ອຫາເງິນໃຊ້ເອງ

ການຢ່າຮ້າງຂອງທັງຄູ່ເປັນປະເດັນຮ້ອນໃນສັງຄົມ ເນື່ອງຈາກ ຕິກ ພັນສະຍາຂອງໜຸ່ມສອນລາມ ພະເອກດັງຂອງໄທ ໄດ້ຕິດການພະນັນຈົນເປັນກະແສວ່າໜຸ່ມສອນລາມໃຊ້ໜີ້ຊ່ວຍບໍ່ໄຫວແລ້ວ ເລີຍຈົບກັນທີ່ການຢ່າຮ້າງ. ຫຼ້າສຸດ ຕິກ ເອງກໍໄດ້ໄລ​ສົດ​ຂາຍ​ເຄື່ອງ​ຫາ​ເງິນ​ເອງຜ່ານ IG ຂອງຕົນເອງ ເປັນພະຍາຍາມເພິ່ງຕົນເອງຫຼາຍຂຶ້ນ. ພ້ອມກັນນັ້ນ, ຕິກ ຍັງໂພ​ສວ່າ:” ບໍ່​ຢາກ​ເຊື່ອ​ວ່າ​ຈະ​ມີ​ກຳ​ລັງ​ໃຈຫຼາຍ​ຂະ​ໜາດ​ນີ້ ເປັນ​ຫຍັງ​ຕ້ອງ​ໜີ​ໂຊ​ຊຽວ ເຮົາ​ຕ້ອງ​ກ້າ​ຍອມ​ຮັບ ເຮົາ​ຜິດ ເຮົາ​ຕົວະ ເຮົາ​ຮຽນ​ຮູ້​ແລ້ວ ສັງ​ຄົມ​ດ່າ​ເຮົາ​ແລ້ວ ຕໍ່​ຈາກ​ນີ້​ຢາກ​ຈະ​ເຮັດ​ຫຍັງ ຢາກ​ໄດ້​ຫຍັງ ຈະ​ບໍ່​ຮ້ອງ​ໄຫ້​ອີກ ຕິກ​ຟໍ​ໂລ 2 ຄົນ​ເທົ່າ​ນັ້ນ​ຢູ່​ໃນ ໄອ​ຈີ ເພາະ​ເຂົາ​ສຳ​ຄັນ​ທີ່​ສຸດ  ໜີ້​ສິນ ແລະ ນິ​ໄສ ນອກ​ຈາກ​ນີ້ ຕິກ​ຈະ​ລຸກ​ຂຶ້ນ​ສູ້ ລີ​ວິວ​ສິນ​ຄ້າ ຫຼັງ​ຈາກ​ຜູ້​ໃຫຍ່​ໃຈ​ດີ ຢາກ​ຊ່ວຍ​ເຫຼືອ ໃຫ້​ຕິກ​ມີ​ລາຍ​ໄດ້ ສ​້າງ​ອາ​ຊີບ​ໃຫ້​ຕົນ​ເອງ ຊາວ​ເນັດ​ກໍ​ໃຫ້​ກຳ​ລັງ​ໃຈ ບອກວ່າ ຊີ​ວິດ​ຄົນ​ເຮົາ​ບໍ່​ເຄີຍ​ມີ​ໃຜ​ບໍ່​ຜິດ​ພາດ” ແອັດມິນຂໍເປັນກຳລັງໃຈໃຫ້ແມ່ວີຈີ (ຕິກ) ຜ່ານບັນຫາຄັ້ງນີ້ໄປໄວໆເດີ! ຮູບພາບຈາກ:​ Mama Veeji …

Read More »

8 ໂທນແຕ່ງຫນ້າຫວານໆ ສຳຫຼັບສາວໆ

ການແຕ່ງໜ້າຖືເປັນສິ່ງສຳຄັນຂອງສາວໆຫຼາຍຄົນ ເພາະໄກ່ງາມຍ້ອນຂົນຄົນງາມຍ້ອນແຕ່ງ ເຊິ່ງມື້ນີ້ແອັດເອົາໂທນແຕ່ງໜ້າຫວານໆ ມາໃຫ້ທຸກຄົນໄດ້ແຕ່ງຕາມ ມີໂທນໃດແດ່ມາເບິ່ງນຳກັນເລີຍ. 1 ຫວານແບບເບລລ່າ ແຕ່ງອອກງານໄດ້ທຸກງານ 2 ຫວານແບບມຸກດາ ຫວານຄົມໆ 3 ຫວານແບບແພງໆ ກໍໄດ້ເດີ 4 ຫວານແບບຟຸ້ງຟິ້ງ 5 ຫວານແບບລະມຸນ 6 ຫວານແບບໜ້າຮັກໄປເລີຍ 7 ແຕ່ງແບບຫວານເຕັມໆ ຈັດໄປຂົນຕາ-ຄອນແທັກເລນ 8 ຫວານແບບເບົາໆ ແຕ່ງອ່ອນໆ ຮູບພາບຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ປຸ້ຍ ເກດມະນີ ວົງປະເສີດ ຮ່ວມເປັນກຳມະການໃນລາຍການ The Survival Laos

ເກດມະນີ ວົງປະເສີດ (ປຸ້ຍ) ນາງສາວນະຄອນຫຼວງວຽງຈັນ 2019 ທີ່ມີຄວາມສາມາດຫຼາກຫຼາຍທັງດ້ານບັນເທີງ ແລະ ການສຶກສາ, ປີຜ່ານມາ ປຸ້ຍໄດ້ຈົບການສຶກສາປະລິນຍາຕີ ແລະ ໄດ້ຮັບໃບປະກາດກຽດນິຍົມ (ໃບປະກາດແດງ) ເຊິ່ງເຮັດໃຫ້ຫຼາຍຄົນເວົ້າເປັນສຽງດຽວກັນວ່າ: “ທັງງາມທັງເກັ່ງ”. ປັດຈຸບັນ,​ ປຸ້ຍ ໄດ້ຮັບໜ້າທີ່ໃໝ່ທີ່ທ້າທາຍ ຄືການເປັນກຳມະການຮ່ວມ ໃນລາຍການ The Survival Laos ເຊິ່ງເປັນທີ່ແປກຕາຫຼາຍຄົນ ເພາະຜ່ານມາສາວປຸ້ຍເປັນສາວງາມວັດທະນະທຳໃນເວທີການປະກວດນາງສາວນະຄອນຫຼວງ ເຊິ່ງມື້ນີ້ໄດ້ມາໃນແບບສາວໝັ້ນ ແຕ່ປຸ້ຍກໍເຮັດອອກມາໄດ້ດີຫຼາຍ ທັງການວາງໂຕ ແລະ ຕັດສິນໃຈ ມີຄວາມງາມແບບສຸດຂຸມ,​ ມີສະເໜ່ສຸດໆ. ພ້ອມກັນນັ້ນ, ປຸ້ຍ ກໍໄດ້ໂພສໃນເຟສບຸກວ່າ: “ຝາກທຸກຄົນຕິດຕາມປຸ້ຍ ພ້ອມທັງໃຫ້ກຳລັງໃຈລີດເດີ້ ແລະ ນ້ອງໆ ໃນລາຍການ The Survival Laos EP ສຸດທ້າຍແດ່ເດີ, ຂອບໃຈທີ່ໃຫ້ປຸ້ຍເປັນສ່ວນໜຶ່ງ”. ຮູບພາບຈາກ: Bossdercup Woraphon ສົນໃຈລົງໂຄສະນາ …

Read More »

ຂໍສະແດງຄວາມເສຍໃຈ ກັບການຈາກໄປ ຂອງອາຈານ ແອນ້ອຍ ນິພົນ

ອາຈານ ແອນ້ອຍ ນິພົນ ສິລະປິນລາວ ຜູ້ສ້າງຜົນງານເພງທີ່ຫຼາຍຄົນຮູ້ຈັກ ເຊັ່ນເພງ:​ “ໜຸ່ມໂສ້ງຂາດເຂົ່າ”. ຫຼ້າສຸດ ອາຈານ ແອນ້ອຍ ນິພົນ ໄດ້ເຖິງແກ່ມໍລະນະກຳແລ້ວ ດ້ວຍພະຍາດມະເຮັງຕ່ອມນໍ້າບີ ໃນວັນທີ 16 ກັນຍາ 2020 ເຊິ່ງເປັນເລື່ອງເສົ້າໃນວົງການບັນເທິງລາວ ເປັນການສູນເສຍສິລະປິນລາວຜູ້ທີ່ມີຄວາມສາມາດ. ທາງຂວັນໃຈ ຂໍສະແດງຄວາມເສຍໃຈກັບການຈາກໄປຂອງ ອາຈານ ແອນ້ອຍ ພິພົນ ຂໍໃຫ້ສົ່ງໄປສູ່ສຸຂະຕິດ້ວຍເທີ້ນ! ຮູບພາບ: https://www.facebook.com ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຍິນດີນຳ ແນັດ ນັດຊາ ເປັນແມ່ຄົນແລ້ວ!!!

ແນັດ ນັດຊາ ອາຊີບ ດາລາ-ນັກສະແດງ ຂອງໄທ ເຊິ່ງເປັນທີ່ຮູ້ຈັກກັນດີຂອງຄົນສ່ວນຫຼາຍ ແນັດເຄີຍມີຜົນງານຮູບເງົາດັງເຊັ່ນ: “Sukseed ຫ່ວຍຂັ້ນເທບ” ທີ່ຮັບບົດເປັນນາງເອກຊື່: “ເອີນ” ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍໃນຕອນນັ້ນ ຈົນເຮັດໃຫ້ແນັດມີແຟນຄຣັບຫຼາຍຂຶ້ນ. ນອກຈາກນັ້ນ, ແນັດຍັງມີຜົນງານຫຼາກຫຼາຍໃນວົງການບັນເທີງທັງລະຄອນ ແລະ ຮູບເງົາ, ຕໍ່ມາສາວແນັດ ກໍໄດ້ແຕ່ງງານກັບໜຸ່ມເປ໊ກ. ຫຼ້າສຸດ ແອັດຕ້ອງຂໍສະແດງຄວາມຍິນດີກັບ ເປ໊ກ ຣັດທະພູມ ໄຂ່ນາດ ແລະ ແນັດ ນັດຊາ ນວນແຈ່ມ ທີ່ເປັນພໍ່-ແມ່ຄົນແລ້ວ ເນື່ອງຈາກສາວແນັດ ໄດ້ໃຫ້ກຳເນີດລູກ ໃນວັນທີ 16 ກັນຍາ 2020 (ດ້ວຍວິທີການຜ່າຕັດ) ຢູ່ທີ່ໂຮງໝໍບີເອັນເອັສ ເຊິ່ງໄດ້ລູກຊາຍຊື້ວ່າ: ນ້ອງ ເຣມາ, ມີນໍ້າໜັກ 2,218 ກຣາມ ເຊິ່ງໜຸ່ມເປ໊ກຜູ້ເປັນສາມີໃຫ້ກຳລັງໃຈຢູ່ບໍ່ຫ່າງ. ເຣມາ ມີຊື້ແທ້ວ່າ ທ້າວ ຣັດຊາ ນວນແຈ່ມ ໂດຍ …

Read More »