ມື້ນີ້ຄະນະສະເພາະກິດຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 1 ຄົນ ເປັນເພດຊາຍ ອາຍຸ 29 ປີ, ສັນຊາດລາວ, ອາຊີບ ນັກກິລາກອງທັບ ເຊີ່ງກ່ອນໜ້າຜູ້ກ່ຽວໄດ້ເດີນທາງໄປ ສ ຣັດເຊຍ. ກວດພົບຢູ່ສູນກັກກັນແຮງງານຫຼັກ 27. ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈໍາວັນສຸກ ວັນທີ 11 ກັນຍາ ປີ 2020ວ່າ:ໃນວັນທີ 10 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 418 ຄົນ, ໃນນັ້ນມີ ແຮງງານລາວມາແຕ່ໄທ 394 ຕົວຢ່າງ, ແຮງງານລາວມາແຕ່ຫວຽດນາມ 06 ຕົວຢ່າງ, ແຮງງານລາວມາແຕ່ຈີນ 03 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 07 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ …
Read More »Kuanjaitaem Kuanjai page
ອໍ້າ ພັດຊະລາພາ ເປີດບ້ານສຸດອະລັງການ
ອໍ້າ ພັດຊະລາພາ ດາລາ-ນັກສະແດງໄທ ທີ່ມີຊື່ສຽງໃນວົງການບັນເທີງ ໄດ້ເປີດບ້ານສອອະລັງການ ເຊິ່ງເປັນແມ່ງານ ແລະ ໄດ້ຊວນເພື່ອນຮ່ວມງານໃນວົງການບັນເທີງຮ່ວມໄຫວ້ພະລາຫູຍ້າຍລາສີ ສະຫຼອມສະຫຼອງຄວາມມຸງຄຸນໃຫ້ຊີວິດ. ເປັນປະຈຳທຸກປີທີ່ນາງເອກສາວຄົນດັງ ອໍ້າ ພັດຊະລາພາ ໄຊເຊື້ອ ຈະເປີດບ້ານສຸດອະລັງການ ໂດຍຄັ້ງນີ້ມີການຮວມໂຕຄົນຮັກ ແລະ ໝູ່ເພື່ອນ ມາໄຫວ້ພິທີບວງສວງດາວຣາຫູຍ້າຍປີ 2563 ຖືໄດ້ວ່າອີ່ມບຸນກັນຖ້ວນໜ້າ ພ້ອມກັບຍັງໄດ້ພົບປະໂອ້ລົມກັນຢ່າງມ່ວນຊື່ນຕະຫຼອດຄືນ. ໂດຍສາວ ອໍ້າ ຟ້າວຖ່າຍລະຄອນກັບມາບ້ານ ເພື່ອຮ່ວມພິທີເປັນສິຣິມຸງຄຸນກັບຊີວິດ, ໂດຍການບວງສວງຈັດເຕັມທັງ ໝໍຊ້າງ ໝໍດູດວງຊື່ດັງເປັນຜູ້ນຳພິທີ ແລະ ນຳສວດ ທ່າມກາງໝູເພື່ອນໃນວົງການບັນເທີງມີທັງ ເມ ເຟື່ອງອາຣົມ, ໜິງ ປະນິຕາ, ຕອງ ພັດຣະໄມ, ເກ໋ ຊົນລະດາ, ເອ ສຸກະໄຊ, ມິກ ທອງລະຢ້າ, ໄດ໋ ໄດອານ່າ ແລະ ນາຕາລີ… ຂໍ້ມູນ: https://www.posttoday.com/ent/news/632630 ສົນໃຈລົງໂຄສະນາ …
Read More »10 ນິໄສ ທີ່ແມ່ຍິງຍຸກໃໝ່ຄວນມີ ແລະ ເຮັດໃຫ້ປະສົບຜົນສຳເລັດໃນຊີວິດ
1 ເລືອກພັດທະນາຈຸດແຂງທີ່ມີຢູ່ ແມ່ຍິງທີ່ປະສົບຜົນສຳເລັດນັ້ນ ມັກຈະເລືອກເສັ້ນທາງວຽກງານ ໂດຍຄຳນຶງເຖິງສິ່ງທີ່ພວກເຂົາເຮັັດໄດ້ດີເປັນອັນດັບທຳອິດ ແລະ ຮອງລົງມາຈຶ່ງເຮັດສິ່ງທີ່ພວກເຂົາຮັກ. 2 ມີຄວາມທະເຍີທະຍານສູງ ແມ່ຍິງທີ່ປະສົບຜົນສຳເລັດບໍ່ໄດ້ຝັນຈະເປັນພຽງແຕ່ທີ່ສຸດຂອງແຜນການ ຫຼືໜ່ວຍງານ ແຕ່ພວກເຂົາຕັ້ງເປົ້າໝາຍທີ່ຈະເປັນທີ່ສຸດຂອງອົງກອນລະດັບປະເທດ. 3 ເບິ່ງໂລກໃນແງ່ດີ ແມ່ຍິງທີ່ຈະປະສົບຄວາມສຳເລັດຈະຮູ້ວ່າຈະຮັບມືກັບຄວາມຜິດຫວັງໄດ້ແນວໃດ ເພື່ອບໍ່ໃຫ້ຮູ້ສຶກເສົ້າ ຫຼືຫົດຫູ່ ພວກເຂົາເຊື່ອວ່າອະນາຄົດຕ້ອງດີກ່ອນນີ້ສະເໝີ. 4 ເປັນນັກຈັດການທີ່ດີ ແມ່ຍິງທີ່ປະສົບຜົນສຳເລັດສ່ວນໃຫຍ່ ຈະຈັດການປະຕິທິນຂອງຕົົນເອງ ເລື່ອງວັນເວລາຕ່າງໆ ໂດຍສິ່ງທີ່ພວກເຂົາຕັດສິນໃຈເຮັດແຕ່ລະຢ່າງນັ້ນ ພວກເຂົາຈະເຮັດຕາມລຳດັບຂັ້ນຕອນ. 5 ຮຽນຮູ້ຢູ່ສະເໝີ ແມ່ຍິງເຫຼົ່ານີ້ ມັກຈະພັດທະນາຕົນເອງຢູ່ສະເໝີ ພ້ອມທັງຍັງມີທີ່ປຶກສາ ຫຼືຜູ້ຊ່ວຍເພື່ອເລັ່ງການພັດທະນາຂອງພວກເຂົາໃຫ້ດີຂຶ້ນອີກດ້ວຍ. 6 ມີຄູ່ຄິດທີ່ດີ ສ່ວນຫຼາຍແມ່ຍິງທີ່ຈະປະສົບຜົນສຳເລັດ ມັກມີຄູ່ຄິດ ຫຼືສະມາຊິກໃນຄອບຄົວທີ່ຊ່ວຍສະໜັບສະໜູນສິ່ງທີ່ພວກເຂົາເຮັດຢູ່. 7 ຮູ້ວ່າຄວາມລົ້ມເຫຼວ ແລະ ຄວາມສຳເລັດ ເປັນເລື່ອງຄູ່ກັນ ທຸກໆຄົນ ລ້ວນແຕ່ເຄີຍພົບກັບຄວາມລົ້ມເຫຼວ ກ່ອນທີ່ຈະກ້າວໄປເຖິງເປົ້າໝາຍ ຫຼືຄວາມສຳເລັດທັງນັ້ນ. ສະນັ້້ນ, ໃຫ້ຮູ້ຢູ່ສະເໝີວ່າ ມີສຳເລັດກໍຕ້ອງມີລົ້ມເຫຼວ, ມີລົ້ມເຫຼວກຕ້ອງມີສຳເລັດ. 8 …
Read More »ເອເລັນ ຈອນສັນ ເຊີລິຟ (Ellen Johnson-Sirleaf)
ເອເລັນ ຈອນສັນ ເຊີລິຟ (Ellen Johnson-Sirleaf) ໜຶ່ງໃນແມ່ຍິິງປະຫວັດສາດທີ່ປ່ຽນໂລກດ້ວຍຄວາມສາມາດຕົນເອງ, ລາວເປັນຄົນທຳອິດທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະມຸກແຫ່ງລັດໃນ ອາຟຣິກາ ເມື່ອລາວໄດ້ເຂົ້າຮັບຕຳແໜ່ງປະທານາທິບໍດີໄລບີເລຍ ໃນເດືອນ ມັງກອນ 2006 ລາວໄດ້ລົງນາມເສລີພາບການຮຽກເກັບເງິນ (ເປັນຄັ້ງທຳອິດໃນອາຟຣິກາ) ແລະ ລົດລະດັບຊາດ. Secretary of Defense Ash Carter hosts an honor cordon for Liberian President Ellen Johnson Sirleaf at the Pentagon Feb. 25, 2015. (DoD photo by Petty Officer 2nd Class Sean Hurt/Released) ໜີ້ເປັນຮາກຖານທີ່ສຳຄັນຂອງຕຳແໜ່ງປະທານນາທິບໍດີຂອງລາວ ໃນການສືບສວນຄະດີອາດຊະຍາກຳລະຫວ່າງສົງຄາມກາງເມືອງໃນໄລບີເລຍ, ລາວໄດ້ຈັດຕັ້ງຄະນະກຳມະການສືບສວນຄວາມຈິງ ແລະ …
Read More »ຊິບປີ້ ສິຣິນທອນ ຖືກບູລີ່ໜັກ!!!
ຖືກບູລີ່ໜັກ ສຳຫຼັບ ສາວ ຊິບປີ້ ສິຣິນທອນ ນັກສະແດງ-ດາລາ ໄທ ທີ່ເຄີຍມີຜົນງານສະແດງລະຄອນຫຼາຍເລື່ອງ ໂດຍຊິບປີ້ ໄດ້ຮັບບົດເປັນນາງເອກອອກອາກາດທາງໂທລະພາບຊ່ອງ 3. ຫຼ້າສຸດ ຊິບປີ້ ໄດ້ອອກລາຍການຕີທ້າຍຄົວ ທີ່ເປັນລາຍການໃຫ້ແຟນຄຣັບໄດ້ສ່ອງເບິ່ງເຮືອນຂອງດາລາທຸກມຸມ, ກໍເຮັດໃຫ້ຫຼາຍຄົນຕົກໃຈເມື່ອເຫັນວ່ານັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນ ແລະ ພາກັນຄອມເມັ້ນວ່າ ຕຸ້ຍຂຶ້ນບໍ?, ເບິ່ງມີນໍ້າມີນວນຂຶ້ນ, ບາງຄົນກໍເວົ້າແຮງວ່າຄືຄົນກຳລັງຖືພາ. ແຕ່ກໍມີແຟນຄຣັບອີກກຸ່ມມາຕອບກັບດ້ວຍຄຳເວົ້າປະມານວ່າ: ບໍ່ຄວນບູລີ່ຫຸ່ນ, ຮູບຮ່າງ ແລະ ໜ້າຕາ ຂອງຄົນອື່ນ ບໍ່ວ່າເຂົາຈະເປັນໃຜກໍຕາມ ແລະ ກໍມີຄົນທີ່ເປີິດເຜີຍອີກວ່າ ການທີ່ນັກສະແດງສາວມີຮູບຮ່າງຕຸ້ຍຂຶ້ນນັ້ນ ອາດຈະເປັນຍ້ອນຜົນຈາກການກິນຢາໂຣກຊຶມເສົ້າ ທີ່ເຈົ້າໂຕກຳລັງເປັນຢູ່ໃນຕອນນີ້. ຂໍ້ມູນ: https://www.posttoday.com/ent/news/632551 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »