Breaking News

Kuanjaitaem Kuanjai page

ແພງເດ! ໄບຣອັ້ນຜູ້ບ່າວລາວ

ນ້ອງໄບຣອັ້ນ ຊື້ແທ້ແມ່ນ ພອນສັກສິດ ເພັງສະຫວັນ ເກີດວັນທີ 18 ພະຈິກ 2015 ປັດຈຸບັນ ອາຍຸ 5 ປີ,​ເປັນລູກເຄິ່ງລາວ-ໄທ, ແມ່ເປັນຄົນລາວ ແລະ ພໍ່ເປັນຄົນໄທ. ໄບຣອັ້ນ ເປັນເດັກນ້ອຍລາວທີ່ໜ້າຕາເຈົ້າຊູ້ປານພະເອກເກົາຫຼີຕອນຍັງນ້ອຍ, ເຊິ່ງນ້ອງໄບຣອັ້ນ ມີຜູ້ຕິດຕາມໃນເຟສບຸກເຖິງ 7,550 ຄົນ.​ ລໍ່ ແລະ ເປັນຕາແພງແບບນີ້ ແອັດມິນເຫັນຄົນດຽວບໍ່ໄດ້ແລ້ວ ມາເບິ່ງນຳແອັດແດ່ ອິອິ!!! ຮູບພາບຈາກເຟສບຸກ: BriAn Phonesacksith Phengsavanh ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ແຕ່ງໂຕແນວໃດ? ໃຫ້ Smart & Chic

ມາເບິ່ງການແຕ່ງໂຕແບບ Smart & Chic ທີ່ງ່າຍໆ, ແຕ່ງໄດ້ທຸກມື້ບໍ່ມີເບື່ອ ມີແບບໃດແດ່ມາເບິ່ງນຳກັນເລີຍ!!! 1 ໂສ້ງຂາຍາວເກ໋ກັບເສື້ອຢືດ ແລະ ກະເປົາຄາດແອວ ເທ່ສຸດໆ 2 ໃສ່ເປັນຊຸດອ້ຽງ ຫຼືໂສ້ງແພບາງ, ເກີບໜັງ, ແລະ ຖົງຕີນຍາວສີລາຍ ກໍກິນຂາດແລ້ວ! 3 ໂສ້ງຢີນຂາບານ ແລະ ເສື້ອກ້າມເຄິ່ງໂຕ ເອົາຢູ່ທຸກສະຖານະການ 4 ເສື້ອຢືດ Oversize ກັບໂສ້ງຂາບານ, ແວ່ນ ແລະ ໝວກ ເທ່ແບບຫ້າວໆ 5 ແຈັກເກັດທີ່ບໍ່ເຄີຍຕົກຍຸກ, ໂສ້ງຂາຍາວ ບວກກັບກະເປົາພາຍ ແລະ ເກີບຜ້າ ເບິ່ງແນວໃດກໍເທ່ 6 ເທ່ແບບວິນເທຈ ກັບເສື້ອຢືດ Oversize ແລະ ໂສ້ງຂາບານ ເທ່ແບບສະບາຍໆ 7 ເສື້ອເຊີດເກ໋ໆ ແລະ ໂສ້ງຂາຍາວສີດຳ …

Read More »

ແອນ ທອງປະສົມ ເຈົ້າຫຍິງແຫ່ງວົງການບັນເທີງ

ແອນ ທອງປະສົມ ນັກສະແດງ ແລະ ນາງແບບ ຂອງປະເທດໄທ ເປັນນັກສະແດງຊ່ອງ 3 ທີ່ຫຼາຍຄົນຮູ້ຈັກ. ນອກຈາກນັ້ນ, ​ແອນ ທອງປະສົມ ຍັງມີໜ້າທີ່ເປັນຜູ້ກຳກັບລະຄອນອີກດ້ວຍ, ແອນ ທອງປຣະສົມ ເປັນແມ່ຍິງຄົນທຳອິດທີ່ໄດ້ຮັບລາງວັນນັກສະແດງຍິງດີທີ່ສຸດ (รางวัลนักแสดงหญิงยอดเยี่ยม) ຈາກທຸກສະຖາບັນຢ່າງເປັນເອກະສັນຈາກຮູບເງົາເລື່ອງດຽວກັນ. ແອນ ທອງປະສົມ ເປັນນາງເອກ ທີ່ເປັນຕຳນານໃນວົງການບັນເທີງ ແລະ ປະພຶດຕົນດີຕະຫຼອດມາ, ຈົນຫຼາຍໆສື່ຍົກໃຫ້ນາງເປັນ “ເຈົ້າຫຍິງແຫ່ງວົງການບັນເທີງ” ເພາະທັງຄວາມສາມາດ,​ ກິລິຍາ ມາລະຍາດ ແລະ ການວາງໂຕ ເປັນນາງເອກທັງໃນຈໍ ແລະ ນອກຈໍ. ແອນ ທອງປະສົມ ໄດ້ເວົ້າໃນຕອນສຳພາດລາຍການໜຶ່ງວ່າ:​ “ຊື່ສຽງແອນໃນວົງການບັນເທີງບໍ່ໄດ້ມາແຕ່ເກີດ ແຕ່ແອນສ້າງຂຶ້ນມາດ້ວຍຄວາມມັກ” ແລະ ແອນຍັງເວົ້າອີກວ່າ: “ຈົ່ງສ້າງຄຸນຄ່າຂອງຕົນເອງໃຫ້ຄົນຮູ້ວ່າເຮົາເຮັດຫຍັງໄດ້ແດ່?” ສຳຫຼັບຄວາມສຳເລັດໃນວົງການບັນເທີງ, ນອກຈາກລາງວັນທາງການສະແດງທີ່ໄດ້ຮັບມາຫຼາຍປີຕິດຕໍ່ກັນ ລວມເຖິງລາງວັນ Popular Vote ທີ່ຈັດຂຶ້ນໂດຍອົງກອນ ແລະ ວາລະສານບັນເທີງຕ່າງໆອີກຫຼວງຫຼາຍ …

Read More »

ແມັດ ພິລານີ ໂພສ ຫຼືວ່າຈະເປັນແຟນໃໝ່ ເຕີ້ຍ ຈະລິນພອນ…

ເມື່ອແກ໊ງເຟີບີ້ ລວມໂຕກັນຕ້ອງມີຄວາມໜ້າຮັກສົດໃສມາແຈກຕະຫຼອດ. ແກ໊ງເຟີບີ້່ ເປັນແກ໊ງທີ່ມີດາລາດັງແຖວໜ້າຂອງຊ່ອງ 3 ເຊິ່ງມີ: ແຕ້ວ ນະທະພອນ, ເຕີ້ຍ ຈະລິນພອນ, ມິ້ນ ຊາລິດາ,​ ມິວ ນິດຖາ ແລະ ແມັດ ພິລານີ ໂດຍເທື່ອນີ້ສາວໆເຟບີ້ ພາກັນໄປທ່ຽວທະເລພູເກັດ ໂດຍທັງໝົດກໍເອົາຫວານໃຈໄຮໂຊໄປນໍາ ມີພຽງສາວເຕີ້ຍເທົ່ານັ້ນທີ່ໂສດ. ເຊິ່ງການໄປທ່ຽວຄັ້ງນີ້: ສາວໆຕ່າງໂພສພາບຄວາມສົດໃສໃນຊຸດລອຍນໍ້າ ແລະ ກິດຈະກຳ ອອກມາຜ່ານໃນ IG Story ເຊິ່ງໃນນັ້ນ ແມັດ ພິລານີ ກໍໄດ້ປ່ອຍຄຣິບທີ່ຫຼາຍຄົນກຳລັງສົນໃຈວ່າສາວເຕີ້ຍ ຈະມີແຟນເປັນໄຮໂຊນຳໝູ່ໃນແກ໊ງ ຫຼືບໍ່? ໂດຍໃນຄຣິບ ສາວແມັດ ກຳລັງກວນວ່າ ໄຮໂຊອູ໋ ເປັນເດັກໃໝ່ຂອງ ເຕີ້ຍ ຈະລິນພອນ. ເຊິ່ງກໍເອີ້ນໄດ້ວ່າເລື່ອງນີີ້ສາວແມັດ ກໍຈະກວນຫຼິ້ນໆ ເພາະ ໄຮໂຊອູ໋ ກໍຄື ອູ໋ ສະມິດທິ ລິຂິດມາດກຸນ ໝູ່ຄົນສະໜິດຂອງສາວເຟີບີ່ທີ່ຢູ່ຮ່ວມກັບສາວໆມາດົນແລ້ວ. …

Read More »

ການປັບໂຕໃຫ້ເຂົ້າກັບບ່ອນເຮັດວຽກໃໝ່

ການເຮັດວຽກໃໝ່ ເປັນສິ່ງທີ່ທ້າທາຍສຳຫຼັບຫຼາຍໆຄົນ ເພາະເຮົາບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນແດ່ ຈະສະດວກສະບາຍເປັນຄືທີ່ເຮົາຄິດໄວ້ບໍ, ແຕ່ເຮົາຈະຢ້ານຫຼາຍກໍບໍ່ມີປະໂຫຍດຫຍັງ.​ ມາຮູ້ 7 ວິທີ ທຳອິດທີ່ຈະເຮັດໃຫ້ເຮົາສາມາດປັບໂຕເຂົ້າກັບບ່ອນເຮັດວຽກໃໝ່ໄດ້ແບບຖືກຕ້ອງ. 1 ມິດຕະພາບສຳຄັນ ການຍ້າຍສະຖານທີ່ເຮັດວຽກໃໝ່ ຖືໄດ້ວ່າເຮົາເປັນສະມາຊິກໃໝ່ ທຳອິດເລີຍເຮົາຕ້ອງເປັນມິດ. ດັ່ງນັ້ນ, ໃຜຈະເປັນມິດກັບເຮົາ ຫຼືບໍ່ໍ? ເຮົາກໍຍັງບໍ່ຮູ້, ແຕ່ເຮົາຕ້ອງເປັນມິດກັບທຸກຄົນໄວ້ກ່ອນກໍບໍ່ເສຍຫາຍ. ເຂົ້າໄປມື້ທຳອິດຢ່າລືມຍີ້ມທັກທາຍ, ພຽງເທົ່ານີ້ຄວາມກົດດັນຂອງການບໍ່ຮູ້ຈັກໃຜກໍບັນເທົາໄປຫຼາຍແລ້ວ, ການວາງໂຕເປັນມິດກັບທຸກຄົນ ດ້ວຍການສົນທະນາເລື່ອງທົ່ວໄປ ຫຼືແນະນຳຕົນເອງວ່າເປັນໃຜ? ມາຈາກໃສ? ພ້ອມທັງຝາກເນື້ອຝາກໂຕກັບເພື່ອນຮ່ວມງານໄວ້ກ່ອນເລີຍ. 2 ສຸພາບອ່ອນໂຍນ ບໍ່ມີໃຜບໍ່ມັກຄວາມສຸພາບນຸ່ມນວນ ຈຶ່ງເປັນການດີ ທີ່ເຮົາຈະໃຊ້ຄວາມສຸພາບເພື່ອສະແດງອອກເຖິງຄວາມຈິງໃຈກັບຄົນໃນຫ້ອງການໃໝ່ ຫາກເຮົາສຸພາບກັບເພື່ອນຮ່ວມງານຕັ້ງແຕ່ຕົ້ນ ເຮົາກໍຈະໄດ້ຮັບການຕອບຮັບຢ່າງສຸພາບກັບຄືນມາເຊ່ັ່ນກັນ.​ ການເຮັດວຽກ ກໍເຮັດຢ່າງສຸພາບ ເພື່ອໃຫ້ທຸກຄົນເຫັນວ່າເຮົາໃຫ້ກຽດ ແລະ ຈິງໃຈກັບວຽກ ບໍ່ແມ່ນວ່າເຫັນຫຍັງຜິດໄປຈາກທີ່ຄິດກໍຊັກສີໜ້າສີຕາ, ຈົ່ມພຶມພຳ ຫຼືສະແດງຄວາມບໍ່ພໍໃຈເກີນໄປ ແບບນີ້ບໍ່ມີຢາກເຂົ້າໃກ້ນ້ອງໃໝ່ຄືເຮົາແນ່ນອນ. 3 ໝັ່ນຮຽນຮູ້ ແມ່ນຢູ່ວ່າເຮົາອາດຈະມີປະສົບການການເຮັດວຽກມາແລ້ວຫຼາຍປີ ແຕ່ການໄປເຮັດວຽກບ່ອນໃໝ່ກໍຄືກັບການເລີ່ມນັບໜຶ່ງໃໝ່ ເພາະວັດທະນະທຳຂອງອົງກອນໃນແຕ່ລະບ່ອນນັ້ນບໍ່ຄືກັນ. ດັ່ງນັ້ນ, ບໍ່ວ່າເຮົາຈະມີປະສົບການຫຼາຍພຽງໃດ ຫຼືມີປະສົບການມາແຕ່ໃສ …

Read More »