Breaking News

Kuanjaitaem Kuanjai page

ຮູ້ແລ້ວວ່າໝໍແນ່ງງາມ-ເກັ່ງໄດ້ໃຜ? ພາສ່ອງ!! ແມ່ຂອງໝໍແນ່ງ ຈັນດາລີ ງາມ-ເກັ່ງບໍ່ແພ້ລູກສາວ ດີກຣີລາງວັນນັກຂຽນນາກຄໍາກາລັນຕີ…

ເປັນອີກດາຣາສາວທີ່ງາມຕະຫຼອດການ ແລະ ຊົງອິດທິພົນທີ່ສຸດໃນວົງການບັນເທີງລາວ ສໍາລັບໝໍແນ່ງ ຈັນດາລີ ສິດພະໄຊ ທີ່ບໍ່ວ່າຈະເຮັດຫຍັງ ເໜັງຕິງໜ້ອຍໜຶ່ງກໍເປັນກະແສໄປໝົດດດ ແມ່ນແຕ່ຍ່າງຍັງເປັນກະແສແລ້ວ ກໍປແບບນີ້ແຫຼະ ຄົນມັນດັງຈັກຊິເຮັດແນວໃດໄດ້ 555+++ ແຕ່ມື້ນີ້ ແອັດຂໍຢຸດເລື່ອງໝໍແນ່ງໄວ້ກ່ອນ ແຕ່ຈະພາໄປສ່ອງແມ່ຂອງກັນ ບໍ່ຮູ້ວ່າແອັດຕົກຂ່າວ ຫຼືແນວໃດ ແຕ່ຫາກໍຮູ້ວ່າ ນັກຂຽນທີ່ແອັດປື້ມຄົນນີ້ ຄືແມ່ຂອງສາວ ໝໍແນ່ງ… ເຊິ່ງແມ່ຂອງໝໍແນ່ງ ກໍຄື ແມ່ ດາລີວັນ ສິດພະໄຊ ເຊິ່ງເປັນນັກປະພັນທີ່ແອັດປື້້ມແຮງມາແຕ່ດົນແລ້ວ ເພາະບົດປະພັນຂອງເພິ່ນນັ້ນມີຫຼາກຫຼາຍ ບໍ່ວ່າເປັນເລື່ອງສັ້ນ ເລື່ອງຍາວ ແລະ ເປັນບົດທີ່ນໍາມາສະແດງເປັນຮູບເງົາກໍມີ… ຈົນໄດ້ຮັບລາງວັນ ນັກຂຽນນາກຄໍາ ແຫ່ງລຸ່ມແມ່ນໍ້າຂອງ ປະຈໍາປີ 2019… ແຕ່ສິ່ງທີ່ເຮັດໃຫ້ແອັດປື້ມໃນຕົວ ແມ່ດາລີວັນ ກໍຄືຄວາມເປັນແມ່ຍິງລາວທີ່ສະຫງຽ່ມຄ່ຽມຄົມຂອງເພິ່ນ (ຕົວເອງເຮັດບໍ່ໄດ້ 555) ຮອຍຍິ້ມອັນແສນຫວານ ຈົນຢາກເຫັນພາບຕອນຍັງສາວໆ ຄໍາເວົ້າທີ່ມ່ວນອອນຊອນ (ສຽງເບົາ) ທີ່ໃຜເຫັນກໍຕ້ອງຮູ້ສຶກຄືແອັດ!! ບໍ່ເຊື່ອກໍລອງໄປເບິ່ງນໍາກັນ… ແມ່ ແລະ …

Read More »

4 ຂໍ້ຄິດດີໆ ທີ່ໄດ້ຈາກການຄິດບວກ ສ້າງແຮງບັນດານໃຈໃຫ້ກັບຄົນເຮັດວຽກໄດ້ດີທີ່ສຸດ!!!

ການຄິດບວດ ຄືຄວາມຄິດ ຈິດໃຈ ອາລົມຄວາມຮູ້ສຶກ ແລະ ທັດສະນະຄະຕິໃນດ້ານດີທັງຕໍ່ຕົວເອງ ສິ່ງຂອງ ເຫດການ ແລະ ເພື່ອນຮ່ວມງານອ້ອມຂ້ງ… ເນື່ອງຈາກວ່າການຄິກບວດ ເຮັດໃຫ້ຮ່າງການຈະຫຼັງຮໍໂມນຄວາມສຸກອອກສູ່ກະແສເລືອດ ຫົວໃຈຈະເຕັ້ນຊ້າລົງ ຫາຍໃຈຊ້າລົງ ຄວາມດັນເລືອດຫຼຸດລົງ ພູມຕ້ານທານເພີ່ມຂຶ້ນ ອາລົມສົດໄສ ປອດໂປ່ງ ມີອາລົມເຮຮາ ຄວາມຄິດລື່ນໄຫຼ ຮູ້ສຶກຕົວ ແລະ ກະຕືລືລົ້ນ ໄຝ່ຮູ້ ມີຄວາມຫວັງ ເບິ່ງເຫັນໂອກາດ ສົ່ງຜົນໃຫ້ເຂົ້າກັບເພື່ອນຮ່ວມງານໄດ້ດີ ແກ້ບັນຫາໄດ້ຢ່າງສົມເຫດສົມຜົນ ຄວາມກ້າວໜ້ໃນໜ້າທີ່ການງານກໍຕາມມາ ໂດຍຜ່ານເຄັດລັບຄິດບວກ 4 ດີ ສ້ງຄວາມສຸກໃນການເຮັດວຽກຕໍ່ໄປນີ້… ເບິ່ງຕົວເອງວ່າດີ ແລະ ມີຄຸນຄ່າໃນທຸກໆມື້ ໂດຍໃຫ້ຄໍານຶງເຖິງຄວາມດີ ຄວາມໂຊກດີຂອງຕົວເອງ ເລີ່ມຕັ້ງແຕ່ຕື່ນນອນ ໃຫ້ຍິ້ມໃຫ້ກັບຕົວເອງ ແລ້ວຄິດວ່າໂຊກດີທີ່ຕົນເອງຕື່ນມາແລ້ວຍັງມີລົມຫາຍໃຈ ແລະ ຮ່າງກາຍຢູ່ ໃຫ້ຄິດເຖິງຄວາມດີທີ່ຕົນເອງເຮັດໃນມື້ວານ ຫຼືໃນອະດີດທີ່ຄິດອອກ ເຮັດຕະຫຼອດ ຊໍ້າໆ ຈົນເຊື່ອວ່າຕົວເອງເປັນຄົນດີ ມີນໍ້າໃຈ ມີຄວາມສາມາດເຮັດວຽກໄດ້ …

Read More »

ແຟນຄຣັບວ່າແນວໃດ??? ສາວພອນໃນລຸກສາວກຶມມຸ ຄະແນນເຕັມ 10 ໃຫ້ເທົ່າໃດ??

ເປັນອີກເນັດໄອດອລບ້ານໆ ທີ່ໄດ້ຮັບຄວາມສົນໃຈມາໄດ້ໄລຍະໜຶ່ງແລ້ວສໍາລັບສາວພອນ (ເໝາະສໍາລັບຄົນທີ່ຕ້ອງການຄວາມບັນເທີງເທົ່ານັ້ນ) ທີ່ເລີ່ມເປັນທີ່ຮູ້ຈັກໃນວົງການດ້ວຍເພງກະແສ ນັ່ງກອດກົກເບົ້າ ຈົນມີເອເຈນຊີ່ຫຼາຍບ່ອນດຶງຕົວໄປຖ່າຍໂຄສະນາ… ແລະ ຫຼ້າສຸດສາວພອນກໍໄດ້ອອກມາໂພສຮູູບຕົວເອງໃນລຸກ ສາວກຶມມຸ ເຊິ່ງງານນີ້ກໍມີແຟນຄຣັບເຂົ້າໄດ້ເທຄະແນນໃຫ້ຢ່າງຫຼວງຫຼາຍ!!! ແຕ່ຈະວ່າໄປ ສາວພອນ ກໍບໍ່ແມ່ນຄົນຂີ້ຮ້າຍທ້າຍເປເລີຍ ພຽງແຕ່ແຕ່ງຕົວແຕ່ງໜ້າເລັກໜ້ອຍ ກໍເພີ່ມຄວາມໜ້າຮັກ ສົດໃສ ສະຕາຍ ສາວບ້ານໆ ໄດ້ແລ້ວ!!! ແລ້ວແຟນຄຣັບເຮົາເດວ່າແນວໃດກັບລຸກນີ້ຂອງສາວພອນ ຖ້າໃຫ້ຄະແນນເຕັມ 10 ໃຫ້ເທົ່າໃດ?? ຖ້າຄິດຄືກັນຄອມເມັ້ນບອກກັນແດ່!!! ກ່ອນເປັນເນັດໄອດອລ ຫຼັງເປັນເນັດໄອດອລ ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: ພອນພອນ ພິລາໃວ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ມາເບິ່ງ!! 5 ຂໍ້ຄິດທີ່ໄດ້ຈາກສະຖານະການລະບາດໂຄວິດ-19 ໃນແງ່ຂອງການເຮັດວຽກ…

ແນ່ນອນວ່າໃນໄລຍະທີ່ຜ່ານມາ ທີ່ມີການລະບາດຂອງພະຍາດໂຄວິດ-19 ທີ່ປະເທດລາວເຮົາກໍໄດ້ຮັບຜົນກະທົບ ຈົນມາຮອດປັດຈຸບັນກໍຍັງມີຜູ້ຕິດເຊື້ອຢູ່ ແຕ່ກໍຮັບມືໃຫ້ສະຖານະການຢູ່ຕົວໄດ້ແລ້ວ ແຕ່ໃນຊ່ວງຜ່ານມາກໍໄດ້ຮັບຜົນກະທົບບໍ່ໜ້ອຍ ຄົນເຮັດວຽກຫຼາຍຄົນກໍຈະເຮັດວຽກແບບ Work from Home ແລະ ເບິ່ງເຫັນປະໂຫຍດຂອງການເຮັດວຽກຢູ່ເຮືອນກັນຫຼາຍພໍສົມຄວນ ເພາະເຮົາຈະບໍ່ຕ້ອງເມື່ອຍກັບການເດີນທາງ ສາມາດຕື່ນມາແລ້ວເຮັດວຽກໄດ້ເລີຍ ແຕ່ບາງອາຊີບນັ້ນ ການເຮັດວຽກຢູ່ເຮືອນກໍບໍ່ສະດວກປານໃດ… ແຕ່ມັນກໍເຮັດໃຫ້ເຮົາໄດ້ຮຽນຮູ້ຫຍັງຫຼາຍໆ ຢ່າງ ຫຼາຍຄົນກໍອາດຈະເບິ່ງເຫັນຄວາມສໍາຄັນຂອງອາຊີບທີ່ເຮັດຢູ່ຫຼາຍຂຶ້ນ ເພາະການມີວຽກເຮັດຖືວ່າເປັນເລື່ອງທີ່ສໍາຄັນຫຼາຍ ເພາະຖ້າຕົກງານຊ່ວງນີ້ ຄົງຈະຊອກວຽກບໍ່ໄດ້ງ່າຍໆ ແນ່ນອນ… ສໍາລັບສະຖານະການທີ່ໄວຣັສໂຄວິດ-19 ກໍາລັງແຜ່ລະບາດນັ້ນ ເຮົາຈະມາແບ່ງປັນຂໍ້ຊວນຄິດສັ້ນໆ ກ່ຽວກັບການເຮັດວຽກ ເຊິ່ງຈະຊ່ວຍໃຫ້ເເຮົາຜ່ານພົ້ນວິກິດຄັ້ງນີ້ໄດ້ ລວມເຖິງສ້ງຄວາມໝັ້ນຄົງໃນຊີວິດການເຮັດວຽກຂອງເຮົາອີກດ້ວຍ ໄປເບິ່ງກັນວ່າມີຫຍັງແດ່??? ເຮັດວຽກໃຫ້ສົມກັບຄວາມເຊື່ອໝັ້ນທີ່ບໍລິສັດມີໃຫ້ ໃນຊ່ວງທີ່ບໍລິສັດໄວ້ໃຈພະນັກງານທີ່ສຸດກໍຄືຊ່ວງທີ່ເຮັດວຽກຢູ່ເຮືອນນັ້ນແຫຼະ ເຮົາຄວນຈະປະຕິບັດຕົນໃຫ້ສົມກັບໄວ້ວາງໃຈຂອງບໍລິສັດ ດ້ວຍການຕັ້ງໃຈເຮັດວຽກໃຫ້ເຕັມທີ່ ໃຫ້ທຽບເທົ່າ ຫຼືດີກວ່າເຮັດວຽກຢູ່ຫ້ອງການ ເພື່ອໃຫ້ທຸກພາກສ່ວນພາຍໃນບໍລິສັດເດີນໜ້າໄປໄດ້ໃນຊ່ວງເວລາແບບນັ້ນ ແລະ ເປັນການສ້າງຄວາມໝັ້ນໃຈໃຫ້ກັບຫົວໜ້າ ຫຼືເຈົ້າຂອງບໍລິສັດອີກດ້ວຍ. ຈ່າຍເງິນສະເພາະເລື່ອງທີ່ຈໍາເປັນ ແລະ ທ້ອນເງິນໃຫ້ເປັນນິໄສ ໃນຊ່ວງທີ່ສະພາວະເສດຖະກິດຝືດເຄືອງ ເຮົາກໍຄວນທີ່ຈະງົດໃຊ້ຈ່າຍຟຸມເຟືອຍ ໃຊ້ຈ່າຍແຕ່ສະເພາະສິ່ງທີ່ຈໍາເປັນຕໍ່ຊີວິດເທົ່ານັ້ນ ເພື່ອໃຫ້ເຮົາສາມາດໃຊ້ເງິນໄດ້ດົນຂຶ້ນ ຫຼືເພື່ອໃຫ້ເຫຼືອໃຊ້ ແລະ ຄວນທ້ອນເງິນໄວ້ແດ່ …

Read More »

ແຟນຄຣັບລຸ້ນ!! ພີເຈ ນຸຖາ ຫວນຄືນສູ່ວົງານອີກຄັ້ງ ຫຼັງຫ່າງຫາຍໄປດົນເປັນປີ…

ໃນວົງການ MC ພິທີກອນ ຄົງບໍ່ມີໃຜບໍ່ຮູ້ຈັກ PJ ນຸຖາ ພິທີກອນສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ຢູ່ຄູ່ວົງການບັນເທີງລາວມາດົນ!! ແຕ່ຊ່ວງ 2 ປີກ່ອນ ສາວນຸຖາ ໄດ້ອອກມາປະກາດວ່າ ຕົນໄດ້ຜັນຕົວເອງອອກຈາກວົງການບັນເທີງແລ້ວ ພ້ອມມາກັບກະແສດຣາມ່າທີ່ຄ້ອນຂ້າງເປັນກະແສ ເຊິ່ງເປັນທີ່ເວົ້າເຖິງຫຼາຍທີ່ສຸດໃນຊ່ວງນັ້ນ ພ້ອມທັງຫາຍໜ້າຫາຍຕາໄປຈາກວົງການໄປ… ແຕ່ເມື່ອບໍ່ດົນມານີ້ ນຸຖາ ກໍໄດ້ອອກມາເຄື່ອນໄຫວໃນເຟສບຸກອີກຄັ້ງ ຈົນແຟນຄຣັບຫຼາຍຄົນລຸ້ນວ່າ ພິທີກອນສາວຄົນນີ້ຈະຫວນຄືນມາສູ່ວົງການອີກຄັ້ງ ຫຼືບໍ່? ແນວໃດກໍລຸ້ນກັນຕໍ່ໄປເນາະ!!! ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Pj Nutha ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »