Breaking News

Kuanjaitaem Kuanjai page

ດັງຊົ່ວຂ້າມຄືນ!! ສາວໂພສຂອບໃຈໂຄວິດທີ່ເຮັດໃຫ້ພົບຮັກແທ້… “ຮັກແທ້ເກີດໄດ້ທຸກທີ່ທຸກເວລາ ຖ້າບໍ່ມີໂຄວີດໃນມື້ນັ້ນ ກໍບໍ່ມີງານແຕ່ງໃນມື້ນີ້”

ກາຍເປັນກະແສ ດັງຊົ່ວຂ້າມຄືນ ເມື່ອສາວເຈົ້າຂອງ Facebook ຊື່: ນີນ່າ ນີນ່າ ໂພສຮູບງານແຕ່ງແບບລຽບງ່າຍ ພ້ອມໃສ່ແຄັບຊັ່ນວ່າ “#ຖ້າບໍ່ແມ່ນຍອ້ນໂຄວິດໃນມື້ນັ້ນ​ ເຮົາຄືຊີບໍ່ໄດ້ເປັນຜົວເມຍກັນໃນມື້ນີ້ຂອບໃຈຫລາຍໆເດີໂຄວິດ?❤️? #ໃຜຊີໄປຄິດວ່າຄົບກັນແຕ່ສອງເດືອນກັບສອງມື້ຊີໄດ້ແຕ່ງງານກັນເຄິຍເຫັນແຕ່ໃນເຟດບາດມາເຈີກັບໂຕເອງຄິດວ່າຝັນແຕ່ພໍນອນຕື່ນມາຜົວນອນຢູ່ຂາ້ງໆ​ ແຖມຝາ້ຍມັດແຂນເຕັມໂອຍມັນຄືຄວາມຈີງ?? 3.29.2020ຄົບ? 5.31.2020ແຕ່ງ?‍❤️‍??” ເຊິ່ງຕາມແຫຼ່ງຂ່າວລະບຸວ່າ ທັງສອງແມ່ນຕົກຢູ່ໃນກຸ່ມສ່ຽງໃນໂລຍະ ໂຄວິດ-19 ລະບາດໜັກຢູ່ລາວ ແລະ ໄດ້ຖືກນໍາໄປກັກຕົວລວມກັນ ຈຶ່ງເປັນຈຸດເລີ່ມຕົ້ນກໍ່ໃຫ້ເກີດຄວາມຮັກມັກກັນ ຫຼັງຈາກສິ້ນສຸດໄລຍະກັກຕົວ ທັງສອງກໍໄດ້ຕົກລົງສຶກສາເບິ່ງໃຈ (ເປັນແຟນກັນ) ໄດ້ບໍ່ດົນ ຈຶ່ງຕັດສິນໃຈແຕ່ງງານກັນໃນທີ່ສຸດ ເຊິ່ງເປັນງານແບບລຽບງ່າຍ ມີຍາດພີ່ນ້ອງ 2 ຝ່າຍ ແລະ ໝູ່ເພື່ອນທີ່ຮັກແພງໄປຮ່ວມງານ… ແນວໃດ ຂວັນໃຈ ກໍຂໍສະແດງຄວາມຍິນດີນໍາເຈົ້າບ່າວ-ເຈົ້າສາວຫຼາຍໆເດີ້ ຂໍໃຫ້ຮັກກັນໝັ້ນແກ່ນຊົ່ວຝ້າດິນສະຫຼາຍເດີ້!!! ນີ້ແຫຼະທີ່ເພິ່ນວ່າ “ຮັກແທ້ເກີດຂຶ້ນໄດ້ທຸກທີ່ທຸກເວລາ” ບໍ່ຈໍາເປັນຕ້ອງແລ່ນນໍາຫາ ຮອດເວລາມັນຫາກມາເອງ!! ຂອບໃຈຮູບພາບຈາກ: ນີນ່າ ນີນ່າ

Read More »

ສາວໆຄວນຮູ້!! ວິທີເພີ່ມສະເໜ່ໃຫ້ຕົວເອງ ດ້ວຍການເປັນຄົນມີ Passion… ແລ້ວ Passion ແມ່ນຫຍັງ??

Hello ເຫຼົ່າສາວທັນສະໄໝທັງຫຼາຍ ມື້ນີ້ເຮົາຈະມາວ່າກັນດ້ວຍເລື່ອງຂອງ Passion ຫຼືສິ່ງທີ່ເຮົາມັກຮັກ ຈົນເຖິງຂັ້ນຫຼົງໃຫຼນັ້ນເອງ ນະຈຸດນີ້ ຈຸດທີ່ສາວໆຕ້ອງຢູ່ໃນສັງຄົມທີ່ທຸກຢ່າງປ່ຽນແປງໄວ ເຮັດໃຫ້ຊີວິດເຮົາຕ້ອງແປປວນໄປນໍາ! ສະນັ້ນ ການຮັບມືກັບສະຖານະການແບບນີ້ ເຮົາຈຳເປັນຕ້ອງມີຈຸດຢືນ ເປັນຕົວຂອງຕົນເອງ ໂດຍອາໄສ Passion ປະຈຳຕົວໃຜມັນນັ້ນເອງ .. ສໍາລັບໃຜທີ່ກໍາລັງສົງໄສວ່າ Passion ແມ່ນຫຍັງ? ຂໍບອກວ່າ ມັນຄືສິ່ງທີ່ເຮັດໃຫ້ເຮົາສາມາດຈົມຢູ່ໄດ້ໝົດມື້ໂດຍບໍ່ເບື່ອ! ຕ່າງກັບງານອະດິເລກບ່ອນວ່າ ການເຮັດງານອະດິເລກເຮົາເຮັດແກ້ເຫງົາ ຫຼືເຮັດໃນຕອນທີ່ວ່າງ ແຕ່ Passion ຄືສິ່ງທີ່ເຮົາຮັກ ແລະ ສາມາດມີຄວາມສຸກກັບມັນຢ່າງແທ້ຈິງໄດ້ແນວໃດລະສາວໆ ນີ້ແຫຼະຄືສິ່ງທີ່ຈະເຮັດໃຫ້ສາວໆໂດດເດັ່ນ ໃຊ້ຊີວິດຢ່າງໝັ້ນໃຈ ແລະມີສະເໜ່ສຸດໆໃນຍຸກນີ້! ແຕ່ສໍາລັບໃຜທີ່ຍັງຊອກ Passion ຂອງຕົວເອງບໍ່ພົບ ກໍຢ່າຟ້າວກັງວົນໄປ ເພາະມື້ນີ້ ຂວັນໃຈ ກໍໄດ້ສັນຫາມາຕ້ອນແລ້ວເດີ້ ໄປເບິ່ງພ້ອມກັນເລີຍ! ຮູ້ກ່ອນມີສະເໜ່ກ່ອນເດີ້ສາວໆ!! ໃຫ້ຄວາມຮູ້ສຶກຊ່ວຍບອກ: ນະຈຸດໆນີ້ ຄວາມຮູ້ສຶກຂອງເຮົາເທົ່ານັ້ນ ທີ່ຈະຊ່ວຍບອກທຸກຢ່າງວ່າມັກຫຍັງ ຫຼືບໍ່ມັກຫຍັງ ເພາະຄວາມຮູ້ສຶກມັນບໍ່ເຄີຍຕົວະ ລອງສັງເກດ ແລະ ຖາມໃຈຕົວເອງເບິ່ງວ່າ …

Read More »

ພິກວິກິດໃຫ້ເປັນໂອກາດ!! ໂຣນັລໂດ້ ນັກເຕະບານລະດັບໂລກ ສ້າງສະຖິຕິຫາເງິນຈາກ IG ໄດ້ຫຼາຍທີ່ສຸດໃນໄລຍະໂຄວິດ-19…

ເຖິງວ່າໂຄວິດ-19 ຈະສົ່ງຜົນກະທົບຫຼາຍຢ່າງ ໂດຍສະເພາະນັກເຕະບໍ່ໄດ້ລົງແຂ່ງຂັນເຮັດໃຫ້ລາຍຮັບຫຼຸດລົງຢ່າງໜ້າຕົກໃຈ, ແຕ່ບໍ່ແມ່ນກັບ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຢູເວນຕຸສ ສາມາດກວາດລາຍໄດ້ຫຼາຍທີ່ສຸດໃນສະຖານະການທີ່ຜ່ານມາ… ໂຣນັລໂດ ລວມເຖິງນັກເຕະຄົນອື່ນໆຕ່າງກໍພາກັນກັກຕົວຢູ່ເຮືອນ ໃນໄລຍະການລະບາດຂອງ ໂຄວິດ-19 ເຮັດໃຫ້ທຸກຄົນທີ່ເຮັດອັບເດດຄວາມເຄື່ອນໄຫວຂອງຕົວເອງຜ່ານທາງສື່ອອນລາຍ ລວມເຖິງການຮັບງານຈາກຜູ້ສະໜັບສະໜູນຕ່າງໆບໍ່ໃຫ້ຂາດ. ຫຼ້າສຸດ ແອດເທນ ສື່ຕ່າງປະເທດໄດ້ສໍາຫຼວດທາງ ສື່ອອນລາຍ ຂອງບັນດານັກເຕະວ່າ: ຕະຫຼອດ 2 ເດືອນທີ່ຜ່ານມາ ນັບຕັ້ງແຕ່ວັນທີ 12 ມີນາ – 14 ພຶດສະພາ 2020 ມີຍອດຜູ້ຕິດຕາມ ແລະ ໂພສຂາຍເຄື່ອງຈາກຜູ້ສະໜັບສະໜູນໄດ້ຫຼາຍທໍ່ໃດ ໂດຍນັບຄ່າສະເລ່ຍທີ 1 ລ້ານຜູ້ຕິດຕາມໂພສໜຶ່ງ ເທົ່າກັບ 3.130 ປອນ. ປາກົດວ່າ: ໂຣນັລໂດ ສາມາດເກັບລາຍໄດ້ສູງສຸດເຖິງ 1,8 ລ້ານປອນ ຈາກຍອດລວມຜູ້ຕິດຕາມທັງໝົດ 219 ລ້ານຄົນ ໃນອິນສະຕາແກຣມ ( ໄອຈີ ) …

Read More »

ອັບເດດ!! ພັດທະນາການຄວາມໜ້າຮັກຂອງ ນ້ອງຈູນີ່ ລູກສາວ ພໍ່ຟຣຸກ-ແມ່ແອັບເປິ່ນ… ມີແຂ້ວຂຶ້ນ 2 ເຫຼັ້ມແລ້ວ!!!

ໜ້າຮັກຂຶ້ນທຸກມື້ ຈົນອົດຫຼົງຮັກບໍ່ໄດ້ ສໍາລັບລູກສາວສຸດທີ່ຮັກຂອງ ພໍ່ຟຣຸກ-ແມ່ແອັບເປິ່ນ ຄື ນ້ອງຈູນີ່ ທີ່ປັດຈຸບັນມີແຟນຄຣັບລໍ້າໜ້າພໍ່-ແມ່ໄປແລ້ວ… ຍ້ອນຄວາມໜ້າຮັກສົດໄສ ຍິ້ມເກັ່ງ ເຮັດໃຫ້ບັນດາປ້າໆນ້າໆ ທັງໄທ-ລາວ ຄັ່ງໄຄ້ຫຼົງໄຫຼກັນແບບສຸດໆ ແລະ ພໍ່ຟຣຸກ-ແມ່ເປິ່ນ ກໍ່ແສນຈະໜ້າຮັກ ຄອຍອັບເດດພັດທະນາການຂອງນ້ອງ ໃຫ້ໄດ້ເຫັນກັນເປັນປະຈໍາໃນທຸກໆມື້ ເພື່ອແຈກຮອຍຍິ້ມໃຫ້ກັບແຟນຄຣັບທັງຫຼາຍ… ມື້ນີ້ ຂວັນໃຈ ກໍຈະພາມາອັບເດດພັດທະນາການຂອງ ນ້ອງຈູນີ່ ວ່າໜ້າຮັກຂະໜາດໃດແລ້ວ (ຕາມທີ່ແອັດມິ້ນໄປສ່ອງມານີ້ ເຂົ້າໃຈແຟນຄຣັບເລີຍວ່າ ບໍ່ໃຫ້ຫຼົງຊິໄປໃສ) ເຊິ່ງຕອນນີ້ຍິ່ງກໍາລັງໜ້າຮັກ-ໜ້າຊັງ ເພາະເລີ່ມມີແຂ້ວຂຶ້ນມາ 2 ເຫຼັ້ມແລ້ວ!! ເຊິ່ງວ່າ ນ້ອງຈູນີ່ ຈະໜ້າຮັກຂະໜາດໃດນັ້ນ ມາເບິ່ງພ້ອມກັນເລີຍ… ຮອຍຍິ້ມອັນສົດໄສ ພໍ່ແມ່ລູກ ຍິ້ມຫວານນນນ ໜ້າຮັກທັງຄອບຄົວ ຕາ… ລູກກກກ ເຢັນສະບາຍ… party Family ແລບລີ້ນໂຊເລີຍ ທີ່ສວນຫຼັງບ້ານຂອງຈູນີ່ເອງ ຈູນີ່ເປັນສາວແດນຈໍາປາເດີ້!! ຍິ້ມເຫັນແຂ້ວວວ ແຂ້ວຂຶ້ນແລ້ວ ໂຊຕະຫຼອດ… ຮູບພາບຈາກ: Appleple …

Read More »

ສຸດເສົ້າ!! ເມຍ ກິດາວເພັດ ໜູຫ່ວງ ໂພສຂໍ້ຄວາມທີ່ຂຽນທັງນໍ້າຕາເຖິງສາມີທີ່ຈາກໄປຢ່າງບໍ່ຫວນກັບ ຖິ້ມໄວ້ແຕ່ຄວາມດີໃຫ້ຄິດຮອດ…

ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງວົງການເພງລູກທົ່ງບ້ານນາ ກັບການຈາກໄປຢ່າງບໍ່ຫວນກັບມາຂອງ ອາຈານ ກິດາວເພັດ ໜູຫ່ວງ ລາຊາເພງອໍາມະຕະຂອງວົງ ໜຸ່ມໂກສິນ ໃນເດືອນທີ່ຜ່ານມາ. ແຟນເພງທົ່ວປະເທດກໍຮ່ວມສະແດງຄວາມໄວ້ອາໄລກັບການສູນເສຍ ນັກຮ້ອງທີ່ມີຄຸນນະພາບທີ່ສຸດຂອງລາວໃນຄັ້ງນີ້ ແລະ ຈະຂໍຈົດຈໍາຄຸນງາມຄວາມດີຂອງ ອາຈານ ກິດາວເພັດ ຕະຫຼອດໄປ… ນອກຈາກແຟນເພງທົ່ວປະເທດທີ່ເສຍໃຈກັບການຈາກໄປຂອງທ່ານແລ້ວ ທີ່ເສົ້າທີ່ສຸດກໍຄົງຈະເປັນຄອບຄົວທີ່ແສນຮັກຄື ຜູ້ເປັນເມຍ ແລະ ລູກ ທີ່ບໍ່ວ່າເວລາຈະຜ່ານໄປດົນປານໃດ ແຕ່ກໍບໍ່ສາມາດລົບເລື່ອນຄວາມໂສກເສົ້າ-ຄວາມຄິດຮອດບຸກຄົນອັນເປັນທີ່ຮັກ ທັງເປັນເສົາຫຼັກຂອງຄອບຄົວໄປໄດ້. ໂດຍຫຼ້າສຸດ ໄດ້ໄປສ່ອງ Facebook: Khamphoud Nouhouang ເມຍຂອງ ກິດາວເພັດ ໜູຫ່ວງ ກໍພົບເຫັນແຕ່ຂໍ້ຄວາມສຸດເສົ້າ ຍ້ອນຄິດຮອດສາມີຜູ້ຈາກໄປ ຍິ່ງໃນວັນເດັກນ້ອຍທີ່ຜ່ານມາ ທີ່ທຸກປີຄອບຄົວຈະມີການສະເຫຼີມສະຫຼອງແບບພ້ອມໜ້າພ້ອມຕາ ແຕ່ມາປີນີ້ບໍ່ມີຮອດເງົາຜູ້ເປັນພໍ່ ເຊິ່ງອ່ານແລ້ວກໍຮູ້ສຶກເສົາ ແລະ ນໍ້າຕາຈະໄຫຼໄປຕາມເອຶ້ອຍເພິ່ນ!! ແນວໃດ ຂວັນໃຈ ກໍຂໍເປັນກໍາລັງໃຈໃຫ້ຄອບຄົວ ໜູຫ່ວງ ໃຫ້ເຂັ້ມແຂງ ພ່ານຜ່າຄວາມທຸກນີ້ໄປໃນໄດ້ໂດຍໄວ…

Read More »