Breaking News

Kuanjaitaem Kuanjai page

ຄົນອາຍຸ 25 ປີທ່ອງໄວ້ເລີຍ 8 ຂໍ້ທີ່ຈະພາກ້າວເຂົ້າສູ່ຄວາມເປັນຜູ້ໃຫ່ຍແບບມີປະສິດທິພາບ!!!

ອາຍຸ 25 ປີ ເປັນຊ່ວງອາຍຸທີ່ໜ້າອັດສະຈັນ ເປັນຊ່ວງໄວທີ່ກຳລັງມ່ວນ ແລະ ກຳລັງພາເຮົາກ້າວເຂົ້າສູ່ການເປັນຜູ້ໃຫ່ຍ ເປັນຊ່ວງໄວທີ່ກຳລັງເຕັມໄປດ້ວຍຄວາມຝັນ ໄອເດຍຕ່າງໆ ແລະ ກຳລັງເປັນຊ່ວງທີ່ຕ້ອງຄົ້ນຫາຕົວເອງໃຫ້ເຈິວ່າເຮົາຈະກ້າວໄປເປັນຜູ້ໃຫ່ຍໃນແບບໃດ?   8 ຂໍ້ສຳຄັນທີ່ຄວນທ່ອງໃຫ້ຂຶ້ນໃຈກ່ອນຈະກ້າວໄປສູ່ອາຍຸ 30 ປີ ແບບມີປະສິດທິພາບ: ຢ່າຢູ່ກັບສິ່ງທີ່ບໍ່ແມ່ນ ໝາຍເຖິງວຽກທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກ ຄວາມສຳພັນທີ່ເຮັດໃຫ້ເຮົາຕົກຕໍ່າ ຢ່າປ່ອຍໃຫ້ຕົວເອງຕ້ອງເຈິກັບສິ່ງທີ່ເຮັດໃຫ້ເຮົາບໍ່ມີຄວາມສຸກໄດ້ແລ້ວ ເພາະເຮົາກໍມີດີຄືກັບຄົນອື່ນ ດັ່ງນັ້ນຢ່າກັກຕົວເອງໃຫ້ຢູ່ແຕ່ບ່ອນເກົ່າ ຈົ່ງຄົ້ນຫາແລະຄວ້າໂອກາດໃໝ່ໆ ທີ່ດີກວ່າເກົ່າ 2. ຖິ້ມຄວາມສຳພັນທີ່ເຮັດໃຫ້ເຈົ້າບໍ່ມີຄວາມສຸກ ທຸກໆຄົນລ້ວນມີຄວາມຮັກ ມີຄວາມສຳພັນໄດ້ ແຕ່ພໍອາຍຸ 25 ປີໄປແລ້ວ ເຮົາຕ້ອງເບິ່ງຄືນແດ່ວ່າ ຄວາມສຳພັນນີ້ເຮັດໃຫ້ມີຄວາມສຸກໄດ້ແທ້ຫຼືບໍ່ ຄົນຮັກມີຄວາມຝັນ ທິດທາງໃນດ້ານດຽວກັບເຮົາຫຼືບໍ່ ຫຼື ໃຊ້ຊີວິດໄປເລື່ອຍໆໂດຍທີ່ບໍ່ມີຈຸດໝາຍຫຍັງ ເພາະນອກຈາກຄວາມຮັກແລ້ວ ເປົ້າໝາຍໃນການໃຊ້ຊີວິດຕ້ອງໄປໃນທາງດຽວກັນ 3. ພັດທະນາຕົວເອງສະເໜີ ແມ່ຍິງສ່ວນຫຼາຍມັກຈະເບິ່ງຄົນອື່ນສຳຄັນສະເໝີ ເພື່ອບໍ່ໃຫ້ໂຕເອງເບິ່ງເປັນຄົນເຫັນແກ່ຕົວ ແຕ່ສິ່ງເຫຼົ່ງນີ້ເຮັດໃຫ້ກາຍເປັນຄົນທີ່ບໍ່ພັດທະນາຕົວເອງ ບໍ່ກ້າເຮັດຫຍັງໃໝ່ໆ ທັງທີ່ຕົວເຮົາເອງຄວນທີ່ຈະຫ່ວງແລະໃສ່ໃຈຕົວເອງທີ່ສຸດ ດັ່ງນັ້ນມີຝັນຫຍັງຈົ່ງເດີນໜ້າເຮັດໃຫ້ສຳເລັດ 4. ກ້າທີ່ຈະພົບເຈີສິ່ງໃໝ່ໆ  ເມື່ອໄດ້ຮັບວຽກທີ່ສຳຄັນກັບຊີວິດ ມີຄວາມຍາກ ມີອຸປະສັກ …

Read More »

ເປັນປະຫວັດສາດຂອງເວທີ!! ບິ້ນ ສິຣິທອນ ລີອະຣາມວັດ Miss International 2019 ຈະຕ້ອງຄອງຕໍາແໜ່ງ 2 ປີຊ້ອນຍ້ອນ…

ຖືວ່າເປັນຄັ້ງປະຫວັດສາດຂອງເວທີນາງງາມລະດັບໂລກຄືເວທີ  Miss International ທີ່ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ໃນປີ 2020 ນີ້ ຈະບໍ່ສາມາດຈັດການປະກວດໄດ້ຕາມແຜນທີ່ວາງໄວ້ ໂດຍຕາມແຜນແມ່ນ ໃນປີ 2020 ຈະຈັດການປະກວດຂຶ້ນຢູ່ທີ່ ປະເທດ ຍີ່ປຸ່ນ ແຕ່ເນື່ອງຈາກສະພາບການ ການແຜ່ລະບາດພະຍາດໂຄວິດ-19 ໃນທົ່ວໂລກ ແລະ ລວມທັງປະເທດຍີ່ປຸ່ນ ຈຶ່ງໄດ້ຍຸຕິການປະກວດ ພ້ອມທັງປະກາດໃຫ້ ບິ້ນ ສິຣິທອນ ລີອະຣາມວັດ  Miss International 2019 ສາວງາມຈາກປະເທດໄທຜູ້ຄອງຕໍາແໜ່ງໃນປີກາຍ ຮັບໜ້າທີ່ເປັນ  Miss International 2020 ອີກປີໜຶ່ງ… ແນວໃດກໍຂໍສະແດງຄວາມເຄົາລົບໃນການຕັດສິນໃຈຂອງທາງກອງປະກວດ ພ້ອມທັງສະແດງຄວາມຍິນດີກັບ ສາວບິ້ນ Miss International 2020 ອີກຮອບ1 ເດີ້!!        ບົດຄວາມ: Kuanjai ຮູບພາບຈາກ:  Miss International 2019

Read More »

ຊົມເຊີຍ!! ພະລັງໃນການຊ່ວຍເຫຼືອສັງຄົມຂອງທຸກຄົນ… ສະຫຼຸບຍອດບໍລິຈາກຊ່ວຍເຫຼືອໂຄວິດ-19 2 ເດືອນປາຍ ໄດ້ 11 ຕື້ກວ່າກີບ.

ພະລັງຂອງສັງຄົມນັ້ນສໍາຄັນຫຼາຍ!!! ທ່ານ ບຸນໂຈມ ອຸບົນປະເສີດ, ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໜ່ວຍງານງົບປະມານ ແລະ ພາລາທິການ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 1 ມິຖຸນາ 2020 ຜ່ານມາວ່າ: ຈຳນວນເງິນທີ່ໄດ້ຮັບຈາກການຊ່ວຍເຫຼືອຂອງອົງການຈັດຕັ້ງລັດ ແລະ ພາກສ່ວນຕ່າງໆຂອງສັງຄົມ ແຕ່ວັນທີ 19 ກຸມພາ ຫາ 31 ພຶດສະພາ 2020​ ລວມທັງໝົດເປັນສະກຸນເງິນກີບ 11.791.340.998 ກີບ ສະກຸນເງິນໂດລາສະຫະລັດ 497.892 ໂດລາ ແລະ ສະກຸນເງິນບາດໄທ 4.581.500 ບາດ ແລະ ໄດ້ຮັບຊ່ວຍເຫຼືອເປັນວັດຖຸ ແລະ ອຸປະກອນຕ່າງໆລວມ 116 ຄັ້ງ ຈາກ 99 ພາກສ່ວນ ລວມມູນຄ່າການຊ່ວຍເຫຼືອເປັນເງິນກີບ 38,95 ຕື້ກີບ, ເປັນເງິນໂດລາ …

Read More »

ມາເບິ່ງ!! ຄວາມເປັນກັນເອງຂອງທ່ານນາຍົກ ທອງລຸນ ສີສຸລິດ ກັບເດັກນ້ອຍ-ຊາວໜຸ່ມໃນວັນເດັກນ້ອຍສາກົນ…

ຄືທີ່ພວກເຮົາຮູ້ກັນແລ້ວວ່າ ວັນທີ 1 ມີຖຸນາ ຂອງທຸກໆປີນັ້ນ ແມ່ນຖືກແຕ່ງຕັ້ງໃຫ້ເປັນວັນປູກຕົ້ນໄມ້ແຫ່ງຊາດ ພ້ອມທັງເປັນວັນເດັກນ້ອຍສາກົນນໍາ… ປະຊາຊົນລາວຕ່າງກໍໃຫ້ຄວາມສໍາຄັນກັບວັນດັ່ງກ່າວ ແລະ ພ້ອມພຽງກັນອອກມາປູກຕົ້ນໄມ້ຄົນລະຕົ້ນເພື່ອເພີ່ມພື້ນທີ່ປ່າໃນປະເທດລາວ ແລະ ທີ່ສໍາຄັນກໍແມ່ນທາງການນໍາພັກ-ລັດຖະບານກໍໄດ້ໃຫ້ຄວາມສໍາຄັນກັບວັນດັ່ງກ່າວນີ້ຫຼາຍພໍສົມຄວນ ໂດຍສະເພາະ ທ່ານນາຍົກ ຂວັນໃຈປະຊາຊົນຄື ລຸງທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ກໍໄດ້ໃຫ້ຄວາມສໍາຄັນຫຼາຍ ແລະ ໄດ້ລົງຮ່ວມກິດຈະກໍາປູກຕົ້ນໄມ້ກັບເດັກນ້ອຍຢູ່ທີ່ ສູນຊາວໜຸ່ມ-ເຍົາວະຊົນ, ບ້ານ ດົງໝາກຄາຍ, ນະຄອນຫຼວງ ດ້ວຍຕົນເອງ ເຊິ່ງບັນຍາກາດນັ້ນ ເຕັມໄປດ້ວຍຄວາມອົບອຸ່ນ ເປັນກັນເອງ… ລົງມືຂຸດດິນປູກຕົ້ນໄມ້ໃຫ້ເດັກນ້ອຍເບິ່ງເປັນຕົວຢ່າງ ໃນມື້ນັ້ນ ທ່ານຍັງໄດ້ໃຫ້ໂອວາດແກ່ເດັກນ້ອຍ-ເຍົາວະຊົນເພື່ອເປັນແນວທາງໃນອະນາຄົດອີກດ້ວຍ… ບົດຄວາມ: Kuanjai