Breaking News

Kuanjaitaem Kuanjai page

ຂໍເປັນກໍາລັງໃຈໃຫ້!!! ເມຍ ກິດາວເພັດ ໂພສສຸດທໍລະມານໃຈ ສາມີເສຍຍັງທໍາໃຈບໍ່ໄດ້ ລູກຊາຍ (ນ້ອງບອຍ) ມາປ່ວຍອີກຄົນຈົນຕ້ອງຜ່າຕັດ…

ຂ່າວຄາວການສູນເສຍນັກຮ້ອງລູກທົ່ງຊື່ດັງ ອາຈານ ກິດາວເພັດ ໜູຫ່ວງ ຍັງບໍ່ຊາ ຄອບຄົວກໍຍັງທໍາໃຈບໍ່ໄດ້ ໂດຍສະເພະຜູ້ເປັນເມຍ ຄືເອຶ້ອຍ ຄໍາພຸດ ໜູຫ່ວງ ທີ່ແອັດຫາກໍນໍາສະເໜີໄປວ່າງອາທິດແລ້ວນີ້ ກ່ຽວກັບສະພາບຈິດໃຈແມ່ນ ຍັງໜັກໜ່ວງພໍສົມຄວນ… ແຕ່ຫຼ້າສຸດມື້ວານນີ້ກໍເຫັນມີການໂພສເສົ້າອີກຮອບ ຫຼັງຈາກນ້ອງ ບອຍ ສິນາວຸດ ໜູຫ່ວງ ລູກຊາຍກົກປ່ວຍກະທັບຫັນ (ຍັງບໍ່ແນ່ໃຈອາການປ່ວຍ) ຈົນຕ້ອງໄດ້ເຂົ້າຮັບການຜ່າຕັດ ເຊິ່ງຫຼັງຈາກໂພສດັ່ງກ່າວເຜີຍແຜ່ອອກມາ ແຟນເພງ ແລະ ຊາວເນັດກໍໄດ້ເຂົ້າໄປຄອມເມັ້ນໃຫ້ກໍາລັງເປັນຈໍານວນຫຼວງຫຼາຍ ລວມທັງແອັດມິ້ນເອງທີ່ອ່ານ ຂໍ້ຄວາມຂອງເອຶ້ອຍເພິ່ນແລ້ວ ທັງຮູ້ສຶກເສົ້າໂສກ ສົງສານ ແບບບອກບໍ່ຖືກ ເຂົ້າໃຈເຖິງຫົວອົກຄວາມເປັນເມຍທີ່ຫາກໍສູນເສຍສາມີອັນເປັນທີ່ຮັກໄປບໍ່ດົນ ຫົວອົກຄວາມເປັນແມ່ທີ່ເປັນຫ່ວງລູກສຸດຫົວໃຈ… ຈັ່ງໃດ ຂວັນໃຈ ກໍຂໍເປັນອີກໜຶ່ງກໍາລັງໃຈສົ່ງໄປໃຫ້ເອຶ້ອຍຈົ່ງເຂັ້ມແຂງຕໍ່ສູ້ກັບອຸປະສັກຕ່າງໆ ເປັນກໍາລັງໃຈໃຫ້ ນ້ອງບອຍ ເຊົາໄວໆກັບມາເປັນກໍາລັງໃຈໃຫ້ແມ່ເດີ້!!! ໂພສເສົ້າ… ຂໍໃຫ້ປອດໄພ ກັບມາເປັນກໍາລັງໃຈໃຫ້ແມ່ເດີ້ນ້ອງບອຍ ຮູບພາບຈາກ: Boyz Sinavoth Nouhuang

Read More »

ສະແດງຄວາມຍິນດີນໍາ!! ນ້ອງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ຈະໄດ້ມາຮັບຕໍາແໜ່ງ Miss Teen Laos 2020…

ເນື່ອງຈາກເຫດການ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້ ດັ່ງນັ້ນ ຈຶ່ງໄດ້ອອກມາແຈ້ງການຢ່າງເປັນທາງການວ່າ ທາງກອງປະກວດ ຈະແຕ່ງຕັ້ງໃຫ້ ນາງ ມະຍຸລີ ຊູຕັນນຸວົງ ຮອງອັນດັບ 1 Miss Teen Laos 2019 ເປັນ Miss Teen Laos 2020 ແທນ ໂດຍມີລາຍລະອຽດດັ່ງນີ້: ຮູບພາບຈາກ: Angie Soutannouvong Angie Soutannouvong

Read More »

ໃກ້ຈະສິ້ນສຸດໜ້າທີ່!! ໂສລະຍາ Miss Teen Laos 2019 ໂພສຂອບໃຈກອງປະກວດ ພ້ອມຝາກເຖິງນ້ອງໆທີ່ຈະມາເປັນ Miss Teen ຄົນຕໍ່ໄປ…

ລະດູການ ນາງງາມ ກໍາລັງເລີ່ມຕົ້ນ… ທຸກໆປີຈະມີລະດູການ ນາງງາມ (ແອັດຕັ້ງເອງ 555+) ເພາະຫຼາຍເວທີຈະເລີ່ມເປີດຮັບສະໝັກໃຫ້ນ້ອງໆທີ່ມີຄວາມງາມ ແລະ ຄວາມສາມາດໄດ້ເຂົ້າຮ່ວມແຂ່ງຂັນ ລວມໄປເຖິງເວທີ Miss Teen Laos ທີ່ຈັດຂຶ້ນເປັນປີທໍາອິດໃນປີ 2019 ເຊິ່ງຜູ້ທີ່ໄດ້ຮັບຕໍາແໜ່ງເປັນ Miss Teen Laos ນັ້ນກໍຄື ນ້ອງ ໂສລະຍາ ຄອນດີ ພ້ອມທັງເປັນ​ສາວງາມຄົນ​ທຳ​ອິດ​ຂອງ​ປະ​ເທດ​ລາວ ທີ່ໄດ້ໄປປະກວດເວ​ທີນາງງາມລະດັບສາກົນຄື Miss Teen International 2019 ທີ່ປະເທດ ອິນເດຍ ໃນເດືອນ ທັນວາ 2019. ແລະ ກໍຕິດ​ທ໋ອບ Top 7 Miss Teen International 2019 ​ພ້ອມທັງໄດ້ຮັບລາງວັນ ​ຂວັນ​ໃຈ​ຊ່າງ​ພາບ​ ມາຄອງ ເປັນໜ້າຕາໃຫ້ກັບປະເທດລາວນັ້ນເອງ… ປັດ​ຈຸ​ບັນ ໂສລະຍາ ກໍ​ໄດ້​ຮັບບົດບາດຫຼາກຫຼາຍໃນວົງການບັນເທີງລາວ ທັງເປັນ​ນັກ​ສະ​ແດງ, ນາງ​ແບບ …

Read More »

ຄວນຮູ້!! ສິ່ງທີ່ບໍ່ຄວນເຮັດເວລາຖືກສໍາພາດເຂົ້າເຮັດວຽກ… ຖ້າບໍ່ຢາກພາດໂອກາດດີໆໄດ້ວຽກທີ່ມັກ

ສາວໆ ການໄປສະໝັກວຽກໃໝ່ນັ້ນເປັນສິ່ງທ້າທາຍຫຼາຍ ໂດຍສະເພາະຂັ້ນຕອນການຖືກສໍາພາດ (ເຄີຍຜ່ານຈຸດນັ້ນມາ) ເພາະເຖິງວ່າເຈົ້າຈະມີຄວາມສາມາດຫຼາຍປານໃດ ແຕ່ຖ້າຕອບບໍ່ໄດ້ຕາມປະເດັນທີ່ ບໍລິສັດ ຫຼືອົງກອນຕ້ອງການ ເຈົ້າກໍອາດຈະພາດໂອກາດດີໆ ໄດ້ນັ້ນເອງ… ແຕ່ຖ້າຫາກເຈົ້າຢາກໄດ້ວຽກທີ່ມັກ ມື້ນີ້ ຂວັນໃຈ ມີທຣິກດີໆມາແນະນໍາ!! 1 ບໍ່ຄວນນັດສຳພາດຫຼາຍບໍລິສັດໃນມື້ດຽວກັນ ຄວນນັດຕອນເຊົ້າ 1 ບໍລິສັດ ແລະ ຕອນບ່າຍ 1 ບໍລິສັດກໍພຽງພໍແລ້ວ 2 ບໍ່ຄວນຍາດເວົ້າ ຫຼື ຖາມຄຳຖາມກັບຜູ້ສຳພາດຫຼາຍເກີນໄປ 3 ບໍ່ຄວນຖາມກ່ຽວກັບມື້ພັກ, ການມາວຽກສວາຍ ຫຼື ການກັບກ່ອນ ເພາະເປັນການສ້າງພາບ ວ່າທ່ານອາດຈະບໍ່ມັກເຮັດວຽກຫຼາຍ 4 ບໍ່ຄວນຕື່ນເຕັ້ນຈົນເກີນໄປ ຫຼື ເຂົ້າໄປຕັ້ງຫຼັກຢູ່ຫ້ອງນ້ຳກ່ອນອອກມາໃຫ້ສຳພາດ 5 ບໍ່ຄວນເວົ້າສິ່ງທີ່ບໍ່ແມ່ນຄວາມຈິງ ຖ້າສິ່ງໃດບໍ່ໝັ້ນໃຈກໍບໍ່ຄວນເວົ້າຕໍ່ ເພາະຈະເຮັດໃຫ້ຂາດຄວາມໜ້າເຊື່ອຖື 6 ບໍ່ຄວນເວົ້າວ່າ ບໍ່ຮູ້ ! ຖ້າໝົດຫົນທາງທີ່ຈະຕອບແທ້ໆ ຄວນຕອບວ່າແລ້ວນ້ອງຈະໄປສຶກສາໃຫ້ລະອຽດຕື່ມ 7 ບໍ່ຄວນຖາມເລື່ອງເງິນ …

Read More »

ນາງແບບຂ້າມເພດເຜີຍ!! ຄວາມປະທັບໃຈທີ່ສາມີ (ທອມ) ຍອມຖືພາລູກ… ຕອນນີ້ລູກໃນທ້ອງໄດ້ 8 ເດືອນແລ້ວ!!

ເປັນພາບທີ່ປະທັບໃຈຫຼາຍ ເຫັນແລ້ວເຮັດໃຫ້ຮູ້ສຶກໄດ້ເຖິງ ຄວາມສວຍງາມຂອງຄວາມຮັກ ກັບພາບທີ່ Danna Sultana ນາງແບບຂ້າມເພດຊາວ ໂຄລັມເບຍ ທີ່ກົ້ມລົງຈູມພິດທ້ອງຂອງສາມີ (ເປັນທອມ) ທີ່ກໍາລັງຖືພາໄດ້ 8 ເດືອນພ້ອມຂໍ້ຄວາມປະທັບໃຈ ທີ່ສາມີຍອມຖືພາລູກຊາຍຂອງທັງສອງ. ສໍາລັບ Danna Sultana ແມ່ນເກີດມາດ້ວຍສະພາບຮ່າງກາຍເພດຊາຍ ແຕ່ແລ້ວກໍໄດ້ປັບປ່ຽນໃຫ້ກາຍເປັນເພດຍິງໃນພາຍຫຼັງ ໄດ້ພົບຮັກກັບ Esteban Landrau Danna Sultana ຜູ້ທີ່ເກີດມາໃນຮ່າງກາຍເພດຍິງ ແລະ ໄດ້ປັບປ່ຽນເປັນເພດຊາຍ… ປັດຈຸບັນໄດ້ໃຊ້ຊີວິດຄູ່ຮ່ວມກັນ ພ້ອມທັງກໍາລັງຈະໃຫ້ກໍາເນີດລູກຊາຍທີ່ໜ້າຮັກໃນອີກບໍ່ຮອດເດືອນຕໍ່ໜ້ານີ້… ແລະ Esteban ຍັງບອກອີກວ່າ ມົດລູກເລີ່ມມີການຮັດຕົວຫຼາຍຂຶ້ນ ອາດຈະເຮັດໃຫ້ລູກຂອງພວກເຂົາເກີດກ່ອນກໍານົດທີ່ນັດໝໍໄວ້. ແຫຼ່ງຂ່າວຈາກສື່ທ້ອງຖິ່ນລາຍງານວ່າ ທັງສອງຄົນນັ້ນມີລູກນໍາກັນຕາມວິທີທໍາມະຊາດ ເພາະທັງ Danna ແລະ Esteban ຍັງຄົງມີອະໄວຍະວະເພດສະພາບເດີມຢູ່ ໂດຍກ່ອນໜ້ານີ້ທັງສອງໄດ້ປະກາດວ່າ ຖືພາໃນເດືອນ ກຸມພາທີ່ຜ່ານມາ ທ່າມກາງຄວາມຕື່ນເຕັ້ນ ແລະ ຮອຍຍິ້ມຫຼັງຮູ້ຜົນກວດ ທຸກຢ່າງມັນເປັນຄືຄວາມຝັນທີ່ເປັນຈິງ ແລະ ທັງສອງມີແຜນຈະຕັງຊື່ລູກຊາຍວ່າ Ariel…. ຈາກເລື່ອງລາວຂ້າງເທິງເຮັດຮູ້ວ່ານີ້ແຫຼະ ຄວາມຮັກ… ຄວາມຮັກ ມັນບໍ່ທໍາຮ້າຍໃຜ ມີແຕ່ຄົນທີ່ທໍາຮ້າຍກັນເອງ ຄວາມຮັກ ເປັນສິ່ງທີ່ສວຍງາມ ຄວາມຮັກ ເກີດຂຶ້ນໄດ້ກັບທຸກເພດທຸກໄວ… ທີ່ມາ: @dannasultana, dailymail, unilad

Read More »