Breaking News

Kuanjaitaem Kuanjai page

ຊົມເຊີຍ!! ອອນອານົງ Miss Universe Laos 2018 ຜູ້ຄວ້າຊຸດຈໍາປະຈໍາຊາດດີເດັ່ນຈາກເວທີສາກົນ ສູ່ນັກຊຸກຍູ້ການທ່ອງທ່ຽວແບບຍືນຍົງ…

ຖ້າເວົ້າເຖິງຊື່ ອອນອານົງ ຫອມສົມບັດ ຫຼາຍຄົນອາດຈະເຄີຍຄຸ້ນຫູກັນຢູ່ແມ່ນບໍ່ ຫຼືບາງຄົນອາດຈະຮູ້ຈັກເປັນຢ່າງດີໃນນາມ Miss Universe Laos 2018 ທີ່ສາມາດໄປຄວ້າລາງວັນຊຸດປະຈໍາຊາດຈາກເວທີນາງງາມລະດັບໂລກຄື Miss Universe 2018 ທີ່ຈັດຂຶ້ນຢູ່ທີ່ປະເທດໄທ ໃນປີ 2018 ທີ່ຜ່ານມາ… ແຕ່ຫຼັງຈາກທີ່ໄດ້ສິ້ນສຸດວາລະການເປັນ Miss Universe Laos ແລ້ວ ສາວອອນຂອງເຮົາກໍໄດ້ຫາຍໜ້າຫາຍຕາໄປຈາກວົງການນາງງາມ ແລະ ວົງການບັນເທີງ ຈົນເກືອບວ່າບໍ່ມີສື່ໃດອອກຂ່າວຄາວກ່ຽວກັບສາວອອນເລີຍ!!! ຈົນຫຼ້າສຸດ ແອັດມິ້ນ ກໍເປັນຄົນໜຶ່ງທີ່ເຄີຍສໍາພາດສາວອອນ (ສະໄໝຍັງບໍ່ໄດ້ຕໍາແໜ່ງ) ດ້ວຍມັກໃນຄວາມຄິດຂອງນາງ (ໃນນາມ FC) ຈຶ່ງໄດ້ໄປສ່ອງ F.B ສ່ວນຕົວຂອງສາວອອນເພື່ອເບິ່ງການເຄື່ອນໄຫວຕ່າງ… ກໍໄດ້ຮູ້ວ່າສາເຫດທີ່ສາວອອນຫ່າງຫາຍຈາກວົງການບັນເທີງນັ້ນ ເປັນຍ້ອນວ່າ ນາງໄດ້ຫັນໄປທຸ່ມເທເອົາໃຈໃສ່ກັບວຽກສັງຄົມຢ່າງຈິງຈັງ ນາງເຮັດໜ້າທີ່ເປັນ Public figure ໃນຖານະນາງງາມ; ເປັນພະນັກງານດ້ານການສື່ສານໃຫ້ກັບອົງກອນ NGO ແຫ່ງໜຶ່ງ ຍ້ອນຄວາມມຸ່ງມັ້ນທີ່ຈະເຊື່ອມຕໍ່ໃຫ້ຄົນໃກ້ກັນຫຼາຍຂຶ້ນຜ່ານທຸລະກິດການທ່ອງທ່ຽວນັ້ນເອງ… ວ້າວ… ຮູ້ແບບນີ້ແລ້ວບອກໄດ້ຄໍາດຽວວ່າ ສຸດຍອດຫຼາຍ ເປັນນາງງາມທີ່ງາມທັງໜ້າຕາ ແລະ …

Read More »

ນາທີປະທະເດືອດ!! ນັກການເມືອງຊື່ດັງ (ປະເທດໄທ) ເອ໋ ປາຣີນາ VS ນັກສະແດງຊື່ດັງ ບຸ໋ມ ປະນັດາ ໃນລາຍການ “ແສ” ປະເດັນຮ້ອນດາລາຫຼາຍຜົວ

ກໍາລັງເປັນກະແສດຸເດືອດຫຼາຍໃນໂລກ Online ປະເທດໄທ ແລະ ຊາວເນັດໃຫ້ຄວາມສົນໃຈຫຼາຍພໍສົມຄວນ ສໍາລັບປະເດັນຮ້ອນ ລະຫວ່າງ ບຸ໋ມ ປະນັດດາ ວົງຜູ້ດີ ກັບ ເອ໋ ປາຣີນາ ໄກຄຸປ ທີ່ເກີດການຖົກຖຽງກັນຜ່ານທາງ Social ຫຼັງມີປະເດັນກ່ຽວກັບກົດໝາຍ (ໄທ) ຈົນນໍາມາເຊິ່ງການພິພາກວິຈານເຖິງເລື່ອງສ່ວນຕົວ ແລະ ອາຊີບ ໂຕ້ຕອບກັນໄປກັນມາ ຈົນເຖິງຂັ້ນເກີດການຟ້ອງຮ້ອງກັນເລີຍ… ຫຼ້າສຸດ ເມື່ອວັນທີ 10 ມີຖຸນາ 2020 ທີ່ຜ່ານມາ ໃນລານການ “ແສ” ທາງຊ່ອງ GMM25 ໂດຍມີພິທີກອນປາກກ້າຄື ມົດດໍາ… ທີ່ນໍາເອົາຄູ່ກໍລະນີທັງສອງມາໂອ້ລົມກັນແບບຕໍ່ໜ້າກັນກາງລາຍການ ເພື່ອເຄຣຍປະເດັນທີ່ເກີດຂຶ້ນ. ເຊິ່ງງານນີ້ ກໍມີຊາວເນັດຈໍານວນຫຼາຍທີ່ຈັບຕາເບິ່ງການປະທະກັນຄັ້ງນີ້ ແລະ ຄັດເອົາຊ໊ອດເດັດໃນລາຍການມາສົ່ງຕໍ່ໆກັນເພື່ອໃຫ້ສະແດງຄວາມຄິດເຫັນ ເຖິງກໍລະນີດັ່ງກ່າວ ເຊິ່ງກໍເປັນການໄຂຂໍ້ຂ້ອງໃຈຂອງປະຊາຊົນໄທໃນຫຼາຍໆເລື່ອງ ເຊັ່ນ ເລື່ອງໂພລຈາກປະຊາຊົນວ່າ ຢູ່ຝັ່ງໃດ ແລ້ວຮູ້ສຶກແນວໃດ?? ລອງໄປເບິ່ງບາງຕອນລອງລາຍການດັ່ງກ່າວ… [LIVE] แฉ วันพุธที่ 10 …

Read More »

ສິ່ງທີ່ຄວນຮູ້!!! ເງື່ອນໄຂ ແລະ ຂອບເຂດ ຂອງການເຮັດວຽກເພີ່ມໂມງ ຫຼື OT…

ພະນັກງານ Office ທັງຫຼາຍເອີຍ! ການເຮັດວຽກເພີ່ມໂມງ ຫຼື Overtime (OT) ເປັນສິ່ງທີ່ເກີດຂຶ້ນໄດ້ໃນທຸກໆບໍລິສັດ ແລະອົງການຈັດຕັ້ງ ສະນັ້ນ  ເງື່ອນໄຂ ແລະຂອບເຂດຂອງການເຮັດວຽກເພີ່ມໂມງ ທີ່ຖືກຕ້ອງຕາມ ກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ (2014) ຂອງບ້ານເຮົາ ຈຶ່ງເປັນສິ່ງທີ່ເຮົາຄວນຮູ້ ແລະ ເຂົ້າໃຈໄວ້ ເພື່ອປ້ອງກັນການຖືກເອົາປຽບ ຫຼືຖືກໃຊ້ເຮັດວຽກເກີນຂອບເຂດທີ່ກົດໝາຍເພິ່ນກຳນົດໄວ້ ລາຍລະອຽດຈະມີແນວໃດ ໄປເບິ່ງພ້ອມກັນເລີຍ:   ມາດຕາ 53. ການເຮັດວຽກເພີ່ມໂມງ: ໃນກໍລະນີ ມີຄວາມຈຳເປັນ ຜູ້ໃຊ້ແຮງງານ ສາມາດຮຽກຮ້ອງໃຫ້ຜູ້ອອກແຮງງານ ເຮັດວຽກເພີ່ມໂມງ ແຕ່ຕ້ອງໄດ້ຮັບຄວາມເຫັນດີຈາກໜ່ວຍກຳມະບານ ຫຼືຜູ້ຕາງໜ້າຜູ້ອອກແຮງງານ ຫຼືຜູ້ອອກແຮງງານສ່ວນຫຼາຍເສຍກ່ອນ. ຊົ່ວໂມງເຮັດວຽກເພີ່ມ ໃນເດືອນໜຶ່ງ ບໍ່ໃຫ້ເກີນ 45 ຊົ່ວໂມງ ຫຼື ວັນໜຶ່ງ ບໍ່ໃຫ້ເກີນ 3 ຊົ່ວໂມງ, ແຕ່ບໍ່ໃຫ້ເຮັດວຽກເພີ່ມໂມງເກີນ 4 ວັນ ຕິດຕໍ່ກັນ ເວັ້ນເສຍແຕ່ ໃນກໍລະນີທີ່ມີເຫດສຸກເສີນເກີດຂຶ້ນ ເຊັ່ນ: ໄພພິບັດ ຫຼື …

Read More »

5 ພະຍາດຈະຖາມຫາ ຖ້າບໍ່ກິນເຂົ້າເຊົ້າ

ອາຫານເຊົ້າເປັນອາຫານທີ່ຄົນສ່ວນຫຼາຍບໍ່ມັກໃສ່ໃຈຈົນຕິດເປັນນິໃສ ເພາະອາດຟ້າວໄປເຮັດວຽກ ຫຼືອາດນອນຕື່ນສວາຍ ຖ້າໃຜຮູ້ໂຕວ່າກຳລັງເປັນໜື່ງໃນຈຳນວນທີ່ກ່າວມານັ້ນ ຂໍໃຫ້ທ່ານຈົ່ງຮີບປັບປ່ຽນພຶດຕິກຳດັ່ງກ່າວໂດຍດ່ວນ ເພາະມີຄວາມສ່ຽງທີ່ຈະເປັນພະຍາດຮ້າຍເຊິ່ງແຕ່ລະພະຍາດທີ່ຈະກ່າວມານີ້ບອກເລີຍວ່າເປັນຕາຍ້ານຫຼາຍ: ພະຍາດອ້ວນ ບາງທ່ານເຂົ້າໃຈຜິດມາໂດຍຕະຫຼອດວ່າການອົດອາຫານເຊົ້າຕ້ອງຈ່ອຍຈະຕຸ້ຍໄດ້ຢ່າງໃດ? ແນ່ນອນທີ່ສຸດວ່າຕ້ອງຕຸ້ຍຂຶ້ນແນ່ນອນ ເພາະວ່າຖ້າທ່ານບໍ່ກິນອາຫານເຊົ້າລະບົບເຜົາຜານໃນຮ່າງກາຍຈະເຮັດວຽກຊ້າລົງເຮັດຮູ້ສຶກຢາກອາຫານເລື້ອຍໆ ແລະ ເຮັດໃຫ້ກິນຫຼາຍກວ່າທີ່ຮ່າງກາຍຕ້ອງການ. ພະຍາດເບົາຫວານ ອາຫານເຊົ້າເປັນສິ່ງທີ່ສຳຄັນທີ່ສຸດໃນບັນດາຄາບທັງ 3 ຄາບເພາະຮ່າງກາຍຕ້ອງການພະລັງ ງານ ແລະ ສານອາຫານເຂົ້າໄປກະຕຸ້ນລະບົບເຜົາຜານ ລວມເຖິງສາມາດຊ່ວຍຫຼຸດພາວະ ປົກກະຕິຂອງຮໍໂມນ ອິນຊູລິນ (Insulin) ເຊິ່ງຖືເປັນສາເຫດຂອງການເກີດພະຍາດເບົາ ຫວານກວ່າ 40-50% ດັ່ງນັ້ນບໍ່ແມ່ນພຽງແຕ່ໄວສູງອາຍຸທີ່ສາມາດເປັນພະຍາດເບົາຫວານ ໄດ້ແຕ່ຄົນທີ່ມັກບໍ່ກິນອາຫານເຊົ້າກໍ່ສາມາດເປັນເບົາຫວານໄດ້ທຸກເພດທຸກໄວເຊັ່ນກັນ. ກະເພາະລຳໃສ້ ກະເພາະອາຫານຂອງຄົນເຮົາເມື່ອເຖິງເວລາ ມັນກໍ່ຈະຫຼັ່ງນ້ຳຢ່ອຍອອກມາເພື່ອຍ່ອຍອາຫານເປັນເວລາປົກກະຕິ ແຕ່ເຮົາເອງກັບອົດອາຫານບໍ່ຍອມກິນ ນ້ຳຍ່ອຍເຫຼົ່ານີ້ກໍ່ຈະບໍ່ຖືກໃຊ້ງານ ແລະ ຖືກຂັງຢູ່ໃນຮ່າງກາຍຂອງຄົນເຮົາເຮັດໃຫ້ຫຼອດອາຫານ ແລະ ເຫຍື່ອບຸໂພງອາຫານເກີດການລະຄາຍເຄືອງ ແລະ ຖ້າເຮົາປ່ອຍໃຫ້ເປັນແບບນີ້ຕໍ່ໄປດົນໆຈະເຮັດໃຫ້ກົດນ້ຳຍ່ອຍເຫຼົ່ານີ້ຍ້ອນກັບຈາກຫຼອດອາກຫານຂຶ້ນໄປເທິງຄໍຫອຍ ເຊິ່ງເປັນອັນຕະລາຍຕໍ່ສຸຂະພາບຢ່າງຍິ່ງ. ຄວາມຈຳເຊື່ອມ (Alzheimer) ພະຍາດດັ່ງກ່າວກ່ຽວກັນໂດຍກົງກັບຄົນທີ່ບໍ່ກິນອາຫານເຊົ້າ ກໍ່ເພາະວ່າອາຫານເປັນສິ່ງສຳຄັນທີ່ສຸດສຳຫຼັບສະໝອງ ໃນເວລາກາງຄືນທີ່ເຮົານອນຫຼັບຮ່າງກາຍຂອງຄົນເຮົາຈະບໍ່ໄດ້ຮັບສານອາຫານດົນກວ່າ 8-10 ຊົ່ວໂມງ ຖ້າເຮົາບໍ່ກິນອາຫານເຊົ້າອີກຈະເຮັດໃຫ້ນ້ຳຕານໃນເລືອດຕໍ່າລົງເຮັດໃຫ້ນ້ຳຕານໄປລ້ຽງສະໝອງໜ້ອຍ ສົ່ງຜົນໃຫ້ສະໝອງສ່ວນຄວາມຈື່ຈຳເຮັດວຽກໄດ້ບໍ່ເຕັມທີ່ ແລະ …

Read More »

“ມະຍຸລີ ຊູຕັນນຸວົງ” ອອກມາສະແດງຄໍາຂອບໃຈ ຫຼັງໄດ້ຮັບແຕ່ງຕັ້ງເປັນ Miss Teen Laos 2020…

ເນື່ອງຈາກ ການລະບາດພະຍາດໂຄວິດ-19 ເຮັດໃຫ້ຫຼາຍໆຢ່າງມີການປ່ຽນແປງໄປ ບໍ່ສາມາດດໍາເນີນການໄດ້ເປັນປົກກະຕິ ລວມໄປເຖິງວົງການ ນາງງາມ ເອງກໍໄດ້ຮັບຜົນກະທົບ ຫຼາຍໆເວທີທັງລະດັບສາກົນ ແລະ ພາກພື້ນຕ້ອງຍຸຕິການປະກວດລົງ ແລ້ວລົງນາມກັນແຕ່ງຕັ້ງສາວງາມຂຶ້ນມາຮັບຕໍາແໜ່ງ ບາງເວທີກໍໃຫ້ຜູ້ເກົ່າຮັບຕໍາແໜ່ງໄປແບບ 2 ປີຊ້ອນກັນເລີຍ… ຫຼ້າສຸດ ເວທີນາງງາມລາວທີ່ຫາກໍຈັດຂຶ້ນເປັນປີທໍາອິດໃນປີກາຍຄື ເວທີ Miss Teen Laos ມີສທີນລາວ ກໍໄດ້ອອກມາແຈ້ງຢ່າງເປັນທາງການແລ້ວວ່າ ບໍ່ສາມາດຈັດການປະກວດໃນປີ 2020 ນີ້ໄດ້.  ດັ່ງນັ້ນ,  ເມື່ອວັນທີ8 ມິຖຸນາ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈໍາກັດ ໃນນາມເຈົ້າຂອງລິຂະສິດ ແລະ ເປັນຜູ້ຈັດການປະກວດ Miss Teen Laos ໄດ້ແຕ່ງຕັ້ງ ຮອງອັນດັບ 1 Miss Teen Laos 2019 ນາງ ມະຍຸລີ ຊູຕັນນຸວົງ ຂຶ້ນຮັບຕຳແໜ່ງ ແລະ ປະຕິບັດໜ້າທີ່ເປັນ Miss Teen Laos …

Read More »