Breaking News

Kuanjaitaem Kuanjai page

ເພງລາວທີ່ມາແຮງທີ່ສຸດຕອນນີ້!!! ຢາກເປັນລູກເຂີຍ ຂອງ You tuber ຄົນດັງ ປ່ອຍມາ 2 ອາທິດ ຍອດວິວທະລຸ 12 ລ້ານວິວ…

ຟັງເພງລາວ ສົ່ງເສີມຄົນລາວ… ໃຜໄດ້ຟັງແດ່ແລ້ວເພງ ຢາກເປັນລູກເຂີຍ ຈາກເນັດໄອດອລຊື່ດັງ: ບິກໃຫຍ່ ຫຼືທີ່ຮູ້ຈັກກັນໃນນາມ You tuber ຄົນດັງເຈົ້າຂອງຊ່ອງ ແບກຶ ຖ້າໃຜຍັງບໍ່ຟັງແອັດມີລິ້ງມາໃຫ້ຟັງພ້ອມ!! ຂໍບອກໄວ້ກ່ອນວ່າເພງເພິ່ນແມ່ນຫາກໍປ່ອຍມາໄດ້ 2 ອາທິດປາຍເທົ່ານັ້ນ ແຕ່ມີຍອດວິວເຖິງ 12 ລ້ານວິວແລ້ວ… ວ້າວໆໆໆ ຈະມ່ວນຂະໜາດໃດມາຟັງເບິ່ງເລີຍຈ່າ…  

Read More »

ໃຜຢູ່ຂ້າງໃຜ!! ບັນດາຄົນດັງຮ່ວມສະຫຼອງຄວາມສໍາຄັນຂອງ Barack Obama ທາງ Twitter ພ້ອມອວຍພອນວັນເກີດຂອງ Donald Trump…

ເຖີງວ່າໃນວັນທີ 14 ມີຖຸນາ ທີ່ຜ່ານມາຈະກົງກັບວັນເກີດຂອງປະທານາທິບໍດີ ໂດຮັລ ທຣັ້ມ ແຕ່ບັນດາຄົນດັງ ແລະ ຜູ້ຄົນຈໍານວນຫຼາຍທີ່ອາໃສຢູ່ໃນ ສ.ອາເມລິກາ ໄດ້ໂພສຂໍ້ຄວາມຜ່ານ Twitter ໂດຍໃຊ້ວັນດັ່ງກ່າວເພື່ອສະເຫຼີມສະຫຼອງຄວາມສໍາເລັດ ແລະ ຍົກຍ່ອງ ອະດີດປະທານາທິບໍດີ ບາຣັກ ໂອບາມ່າ ແທນໂດຍໃຊ້ແຮັດແທັກ #Obama Day June 14th, #Obama Appreciation Day, #Obama Day USA ແລະ #All Birthdays Matter ເປັນຕົ້ນ. ສໍາລັບ #ObamaAppreciationDay  ສາມາດຂຶ້ນອັນດັບ 1 ດ້ວຍຍອກ Twit ຫຼາຍກວ່າ 250,000 ครั้ง ສ່ວນ #HappyBirthdayDonaldTrump ຕິດຢູ່ທີ່ອັນດັບທີ 24. ສໍາລັບຄົນດັງທີ່ໄດ້ອອກມາສະຫຼອງໃຫ້ກັບ ທ່ານ ໂອບາມ່າ ມີທັງຜູ້ກໍາກັບ Ava DuVernay, Mariah …

Read More »

ຂ່າວແທ້ ຫຼືຂ່າວລື!! ເວທີນາງລະດັບໂລກ Miss Universe ອາດຈະບໍ່ໄດ້ຈັດການປະກວດ “ຕຸ່ນສີ” ອາດຈະໄດ້ຮັບຕໍາແໜ່ງ 2 ປີຊ້ອນ…

ຖ້າເວົ້າເຖິງເວທີນາງງາມລະດັບໂລກຄື Miss Universe ຄົງບໍ່ມີໃຜທີ່ບໍ່ຮູ້ຈັກ ແລະ ຖ້າເວົ້າຊື່ນີ້ມາເຊື່ອຫຼາຍຄົນຕ້ອງນຶກເຫັນພາບນາງງາມຈັກກະວານຄົນຫຼ້າສຸດຄື Zozibini Tunzi ສາວໄວ 26 ປີ ນາງງາມຕົວແທນຈາກ ອາຟຣິກາໃຕ້. ໂດຍສະເພາະໃນໄລຍະທີ່ໄດ້ຮັບຕໍາແໜ່ງໃໝ່ໆໃນປີ 2019 ຊື່ສຽງຂອງສາວຜິວສີຄົນນີ້ໄດ້ໂດ່ງດັງພໍສົມຄວນ ຈາກຄວາມຄິດ ແລະ ທັດສະນະຄະຕິຕະຫຼອດການປະກວດ ແລະ ການຕອບຄໍາຖາມໃນຄໍ່າຄືນມື້ຕັດສິນ ເຊິ່ງຄົນທົ່ວໂລກຕ່າງເວົ້າອອກມາເປັນສຽງດຽວກັນວ່າ ຕູ່ນສີ ເໝາະສົມກັບຕໍາແໜ່ງ ນາງງາມຈັກກະວານຄົນທີ 68 ຂອງໂລກທີ່ສຸດແລ້ວ. ໂດຍປະໂຫຍກທີ່ໝາຍເຖິງຄວາມຄິດ ທັດສະນະຄະຕິຂອງນາງທີ່ເປັນສິ່ງທີ່ເຮັດໃຫ້ນາງໄດ້ຮັບຄະແນນ ແລະ ຕໍາແໜ່ງຄົງຈະແມ່ນການຕອບຄໍາຖາມວ່າ “ຂ້ອຍເຕີບໃຫຍ່ໃນສັຄົມທີ່ສີຜິວຄືຂ້ອຍ ຖືກເບິ່ງວ່າບໍ່ງາມເລີຍ ແຕ່ຂ້ອຍຢາກຈະຢຸດຄວາມຄິດນີ້ ແລະ ຢາກໃຫ້ທຸກຄົນເບິ່ງວ່າຂ້ອຍ ເບິ່ງໜ້າຂ້ອຍ ແລະ ໄດ້ເຫັນທຸກຄົນທີ່ຄືຂ້ອຍ ໃຫ້ສະທ້ອນຕົວຕົນທຸກຄົນເມື່ອໄດ້ເບິ່ງຂ້ອຍ” ແລະ ກາຍເປັນວະລີເດັດທີ່ເພຈດັງທົ່ວໂລກນໍາໄປໂພສ!!! ນອກຈາກນາງຈະໄດ້ຄອບຄອງຕໍາແໜ່ງ Miss Universe 2019 ແລ້ວ ນາງຍັງໄດ້ຮັບມົງກຸດອັນລໍ້າຄ່າ The Power of Unity ທີ່ໃຊ້ປີນີ້ເປັນປີທໍາອິດ …

Read More »

ເປັນກໍາລັງໃຈໃຫ້!! Daniella Álvarez Miss Colombia 2011-2012 ຕ້ອງຕັດຂາເບື້ອງໜຶ່ງຍ້ອນເນື້ອງອກ… “ຂ້ອຍຮັກຮ່າງກາຍຂອງຂ້ອຍຄືເກົ່າ ແລະ ຂ້ອຍມີຄວາມສຸກທີ່ໄດ້ຢູ່ໃນໂລກນີ້ ເພື່ອທ້າທາຍສິ່ງທີ່ຜ່ານເຂົ້າມາໃນຊີວິດໃໝ່ຂອງຂ້ອຍ” 

ເປັນເລື່ອງທີ່ນ້າເສົ້າຫຼາຍ ເມື່ອນາງງາມສາວ “Daniella Álvarez” Miss Colombia 2011-2012 ໂພສຮູບພາບຕົວເອງໃນ IG ພ້ອມເຜີຍໃຫ້ເຫັນວ່າ ຂາເບື້ອງຊ້າຍຂອງນາງຕ້ອງຖືກຕັດອອກ ເນື່ອງຈາກກວດພົບວ່າມີເນື້ອງອກບໍລິເວນເອງ ຈຶ່ງເຮັດໃຫ້ເລືອດບໍ່ສາມາດລົງໄປລ້ຽງບໍລິເວນຂາໄດ້ ເຮັດໃຫ້ຂາຂາດເລືອດ ແລະ ຕ້ອງຕັດຂາໃນທີ່ສຸດ… ໂດຍນາງໄດ້ເຜີຍຄວາມຮູ້ສຶກຜ່ານຮູບພາບໃນ IG ວ່າ: “ຂ້ອຍຮັກຮ່າງກາຍຂອງຂ້ອຍຄືເກົ່າ ແລະ ຂ້ອຍມີຄວາມສຸກທີ່ໄດ້ຢູ່ເທິງໂລກໃບນີ້ ເພື່ອທ້າທາຍສິ່ງທີ່ຜ່ານເຂົ້າມາໃນຊີວິດໃໝ່ຂອງຂ້ອຍ” ຫຼັງຈາກນັ້ນກໍມີຄົນດັງ ແລະຄົນດັງຫຼາຍຄົນເຂົ້າໄປໃຫ້ກໍາລັງໃຈເປັນຈໍານວນຫຼວງຫຼາຍ… ແນວໃດກໍຕາມ ການສູນເສຍຂາທີ່ງົດງາມຂອງຄົນທີ່ເປັນນາງ-ນາງແບບນັ້ນ ຖືເປັນເລື່ອງທີ່ໜ້າເສົ້າ ແລະ ຍາກທີ່ຈະທໍາໃຈຫຼາຍ ແຕ່ຈາກຄໍາເວົ້າໃນໂພສແລ້ວກໍຂໍສະແດງຄວາມນັບຖືໃນຄວາມເຂັ້ມແຂງຂອງນາງ ພ້ອມທັງຂໍເປັນກໍາລັງໃຈໃຫ້ນາງຕໍ່ສູ້ກັບພະຍາດຮ້າຍ ແລະ ໄດ້ກັບມາໃຊ້ຊີວິດປົກກະຕິໄວໆເດີ້ ❤️

Read More »

ອົງການອະນາໄມໂລກ ຮຽກຮ້ອງໃຫ້ຜູ້ນໍາທຸກປະເທດທົ່ວໂລກ ສະແດງເຈດຕະນາເພື່ອເຂົ້າເຖິງວັກຊີນປ້ອງກັນ Covid-19… ບໍ່ໃຫ້ປະເທດມະຫາອໍານາດກັກຕຸ໋ນ!!

ທ່ານ ດຣ. ທີໂດຣສ ອັດຮານອມ ກີບຣີເຢຊູສ ຜູ້ອໍານວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວວ່າ ວັກຊີນປ້ອງກັນໂຄວິດ -19 ທີ່ຈະມີການຜະລິດໃນອະນາຄົດ ຄວນຖືເປັນສິນຄ້າທີ່ປະເທດຕ່ງໆທົ່ວໂລກ ສາມາດເຂົ້າເຖິງ ເພື່ອຮັບປະກັນວ່າທຸກຄົນສາມາດໄດ້ຮັບວັກຊີນເພື່ອມາຊ່ວຍຊີວິດມະນຸດ. ຜູ້ນໍາຂອງໂລກຫຼາຍທ່ານໄດ້ສົ່ງເສີມແນວຄິດວ່າ ຈະຜະລິດວັກຊີນເປັນສິນຄ້າສາທາລະນະລະດັບໂລກ ເຊິ່ງແນວຄວາມຄິດນີ້ຄວນໄດ້ຮັບການສົ່ງເສີມຢ່າງຕໍ່ເນື່ອງ ແລະ ຜູ້ນໍາຫຼາຍທ່ານຄວນມີແນວຄວາມຄິດດັ່ງກ່າວ ໂດຍພວກເຮົາຈໍາເປັນຕ້ອງມີການສະແດງເຈດຕະນາ ຄວາມມຸ່ງໝັ້ນທາງການເມືອງທົ່ວໂລກ ແລະ ເປັນມະຕິລະດັບໂລກ ກ່ອນຈະຜະລິດວັກຊີນສໍາເລັດ. ເຖິງແນວໃດກໍຕາມ ທ່ານ ດຣ. ທີໂດຣສ ຍັງໄດ້ກ່າວຕຶ່ມອີກວ່າ ພວກເຮົາຍັງມີຄວາມກັງວົນວ່າ ບາງປະເທດເຊັ່ນ ອາເມລິກາ ອາດຈະກັກຕຸ໋ນວັກຊີນ ຫຼືຢາຕ້ານໂຄວິດ-19 ທີ່ຜະລິດໄດ້ ເພື່ອນໍາໄປຕໍ່ສູ່້ກັບໂຄວິດໃນປະເທດ ຈົນເຮັດໃຫ້ປະເທດທຸກຍາກ ບໍ່ສາມາດເຂົ້າເຖິງວັກຊີນດັ່ງກ່າວໄດ້…

Read More »