Breaking News

Kuanjaitaem Kuanjai page

ພາສາວໆມາທໍາຄວາມຮູ້ຈັກກັບ!!! ​ໜຸ່ມສຸດເຈົ້າຊູ້ Michele Morrone ພະ​ເອກຮູບເງົາ Netflix 365 DHI ​ທີ່​ກຳ​ລັງ​ມາ​ແຮງ​ທີ່ສຸດໃນຕອນນີ້..

ນາທີນີ້ບໍ່ມີໃຜທີ່ບໍ່ຮູ້ຈັກຮູບເງົາຢູ່ Netflix 365 DHI ເຊິ່ງທັງໃນ Facebook, IG, Twitter ເກືອບທົ່ວໂລກແມ່ນເວົ້າເຖິງຮູບເງົາເລື່ອງນີ້ເປັນຈໍານວນຫຼວງຫຼາຍ ເຊິ່ງຫຼັກແລ້ວໆແມ່ນມີການເວົ້າເຖິງເນື້ອໃນເລື່ອງ (ຈົນຫຼາຍຄົນອົດທີ່ຈະເຂົ້າໄປເບິ່ງບໍ່ໄດ້) ແຕ່ທີ່ຖືກເວົ້າເຖິງຫຼາຍກວ່າເນື້ອໃນເລື່ອງ ກໍຄືພະເອກສຸດແຊ໋ບ ທີ່ເປັນຈຸດດຶງດູດໃຫ້ສາວໆເກືອບທົ່ວໂລກອົດໃຈບໍ່ໄຫວທີ່ຈະເຂົ້າໄປເບິ່ງ ເຊິ່ງມື້ນີ້ແອັດກໍຈະພາສາວໆມາທໍາຄວາມຮູ້ຈັກກັບ ພະເອກຮູບເງົາເລື່ອງນີ້ກັນ… ເປັນແນວໃດນັ້ນເຮົາມາເບິ່ງນໍາກັນເລີຍ!! ພະເອກຄົນນີ້ມີຊື່ວ່າ Michele Morrone ເກີດ​ເມື່ອ​ວັນ​ທີ  3 ​ຕຸ​ລາ 1990 ​ເມືອງ Apulia ​ປະ​ເທດ​ອີ​ຕາ​ລີ ເຊື້ອ​ຊາດ​ອີ​ຕາ​ລີ ອາ​ຍຸ 30 ປີ ສູງ 189 ຊັງ​ຕີ​ແມັດ ເປັນ​ນັກ​ສະ​ແດງ​ທີ່​ມີ​ຄວາມ​ສາ​ມາດຫຼາກຫຼາຍ ງານອະດິເລກມັກຫຼິ້ນ​ກິ​ລາ​ຍິມ​ນາ​ສ​ຕິກ (ກິ​ລາ​ໃຊ້​ຮ່າງ​ກາຍ, ໂດດ​ເຕັ້ນ​ດ ຕີ​ລັງ​ກາ), ຂີ່​ມ້າ, ລອຍ​ນ້ຳ ແລະ ເຕັ້ນ (ເຕັ້ນ​ເກັ່ງຫຼາຍ) ​ປັດ​ຈຸ​ບັນ​ໂສດ​ເດີ້ຢູ່ສາວໆ (ເປັນ Single Dad) Michele Morrone  …

Read More »

ຍິນດີນໍາ!!! ເຊຍມາແຕ່ດົນຄູ່ຮັກໄວລຸ້ນດາລາ-ນັກສະແດງໄທ ໂທນີ່ ລາກແກ່ນ Surprise ຂໍສາວແກ້ວ FFK ແຕ່ງງານແລ້ວ…

ເປັນອີກ 1 ຄູ່ຮັກດາລາທີ່ແຟນຄຣັບເຊຍມາໂດຍຕະຫຼອດ ສໍາລັບຄູ່ໜຸ່ມ ໂທນີ່ ລາກແກ່ນ ລູກຊາຍຫົວແກ້ວຫົວແຫວນຂອງນັກຮ້ອງລູກທົ່ງໃນຕໍານານຄື ແມ່ບານເຢັນ ລາກແກ່ນ ທີ່ແຟນເພງຄົນລາວ (ລຸ້ນແມ່) ຄືຈະຮູ້ຈັກກັນດີ ກັບສາວແກ້ວ FFK ຫຼືແກ້ວ ເຟຍ ຟາງ ແກ້ວ ທີ່ເຮົາຮູ້ຈັກກັນດີໃນນາມນັກຮ້ອງດັງອີກ 1 ວົງຂອງອະດີດຄ່າຍເພງຊື່ດັງຂອງປະເທດໄທຄື ກາມິກກາເຊ່ ທີ່ຫຼັງຈາກເປີດຕົວວ່າຄົບກັນ ທັງແຟນຄຣັບ ແລະ ຄອບຄົວທັງສອງຝ່າຍຕ່າງກໍເຫັນດີ ແລະ ສະໜັບສະໜູນເຕັມທີ່ ໄລຍະຫຼັງມານີ້ ກໍມີຫຼາຍຄົນເຊຍອີກວ່າຢາກໃຫ້ທັງສອງແຕ່ງງານກັນ ລວມທັງເອຶ້ອຍຂອງໜຸ່ມໂທນີ່ ຄືສາວແຄນດີ່ ລາກແກ່ນ ກໍໄດ້ອອກມາໃຫ້ສໍາພາດວ່າ ນ້ອງທັງສອງໜ້າຮັກດີ ຕັ້ງແຕ່ຄົບກັບແກ້ວມາ ໂທນີ່ ປ່ຽນເປັນຜູ້ໃຫຍ່ຂຶ້ນຫຼາຍ ເຊື່ອວ່ານ້ອງຊາຍອາດຈະພົບຄົນທີ່ແມ່ນສໍາລັບລາວແລ້ວ ສ່ວນເລື່ອງການແຕ່ງງານກໍຢາກໃຫ້ນ້ອງເປັນຄົນຕັດສິນໃຈເອງ ສ່ວນຕົວ ແລະຄອບຄົວໃຫ້ອິດສະຫຼະແກ່ນ້ອງຢູ່ແລ້ວ…. ຈົນໃນທີ່ສຸດ ມື້ວານນີ້ ໜຸ່ມໂທນີ່ ກໍໄດ້ຈັດ Surprise ພ້ອມທັງຂໍສາວແກ້ວແຕ່ງງານ ທ່າມກາງໝູ່ເພື່ອນ ແລະ …

Read More »

ເກີດຫຍັງຂຶ້ນ!! ເມື່ອກະຊວງການເງິນ ອອກຂໍ້ຕົກລົງ ແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ…

ເປັນປະເດັນໂຕ້ຖຽງກັນມາໄດ້ໄລຍະໜຶ່ງແລ້ວກ່ຽວກັບບໍລິສັດຍັກໃຫຍ່ຂອງປະເທດລາວຄື ລັດວິສາຫະກິດ ໄຟຟ້າລາວ ທີ່ໃນໄລຍະການລະບາດຂອງໂຄວິດ-19 ທາງໄຟຟ້າລາວກໍໄດ້ອອກມາແຈ້ງການຫຼຸດຄ່ານໍາໃຊ້ໄຟຟ້າໃຫ້ປະຊາຊົນເພື່ອເປັນການຊ່ວຍເຫຼືອຄົນລາວໃນຊ່ວງວິກິດ… ແຕ່ຜົນປາກົດວ່າ ປະຊາຊົນສ່ວນຫຼາຍອອກມາຮຽກຮ້ອງ ແລະ ໂຈມຕີຄ່າໄຟຟ້າບໍ່ໄດ້ຫຼຸດລົງແຖມເພີ່ມຂຶ້ນອີກຕ່າງຫາກ!!! ຈົນເຮັດໃຫ້ເປັນກະແສວິພາກວິຈານ ພ້ອມທັງຮຽກຮ້ອງໃຫ້ລັດຖະບານອອກມາແກ້ໄຂໃນຈຸດນີ້… ເມື່ອບໍ່ດົນມາ ທາງພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ກໍໄດ້ອອກມາແຈ້ງວ່າຈະຊ່ວຍເລັ່ງແກ້ໄຂກ່ຽວກັບບັນຫາດັ່ງກ່າວໃຫ້ໄວທີ່ສຸດ. ຈົນມາຮອດວັນທີ 8 ມີຖຸນາ ຜ່ານມານີ້ ກະຊວງການເງິນໄດ້ອອກຂໍ້ຕົກລົງ ເລກທີ 1439/ກງ ລົງວັນທີ 8 ມີຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ ໂດຍມີຂໍ້ຕົກລົງດັ່ງນີ້: 1. ແຕ່ງຕັ້ງທ່ານຈັນທະບູນ ສຸກອາລຸນ ຫົວໜ້າກົມແຜນການ ແລະການຮ່ວມມື ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ວ່າການອຳນວຍການ ລັດວິສາຫະກິດ ໄຟຟ້າລາວ. 2. ທ່ານທີ່ຖືກແຕ່ງຕັ້ງຕ້ອງປະຕິບັດພາລະ,​ ບົດບາດ,​ ໜ້າທີ່,​ ຂອບເຂດສິດ ແລະຄວາມຮັບຜິດຊອບຢ່າງຖືກຕ້ອງກັບກົດໝາຍ ແລະລະບຽບການທີ່ກ່ຽວຂ້ອງຂອງ …

Read More »

Congratulations… ແຮນນ່າ ໂຣເຊັນບູ້ມ Miss Asia 2019 ນາງເອກຂວັນໃຈໄວໜຸ່ມ ສໍາເລັດການສຶກສາແລ້ວ!!!

ຫຼັງຈາກໄປສ້າງຊື່ສຽງໃຫ້ກັບປະເທດລາວ ເທິງເວທີນາງງາມ Miss Asia 2019 ໄດ້ສໍາເລັດ ກັບຕໍາແໜ່ງ Miss social media ສໍາລັບສາວນ້ອຍໄວ 19 ປີ ທີ່ຫຼາກຫຼາຍຄວາມສາມາດຄື ແຮນນ່າ ໂຣເຊັນບູ້ມ ໄພວັນ ເຊິ່ງກໍຖືໄດ້ວ່າເປັນການສ້າງປະຫວດສາດໃຫ້ກັບວົງການນາງງາມ ເທີງເວທີສາກົນອີກຄົນໜຶ່ງ ຫຼັງຈາກນັ້ນກໍມີຜົນງານອອກມາໃຫ້ເຫັນຢ່າງເປັນປະຈໍາ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີຂ່າວຄາວອອກມາອີກວ່າ ສາວແຮນນ່າ ຈະໄປຮ່ວມແຂ່ງຂັນໃນລາຍການ Girl Group RapStar ທີ່ປະເທດໄທ ໃນໄວໆນີ້ອີກດ້ວຍ. ເຊິ່ງແຟນຄຣັບກໍຕັ້ງໃຈຖ້າເບິ່ງຢ່າງໃຈຈົດໃຈຈໍ່ ເພາະດ້ວຍຄວາມສາມາດລະດັບນີ້ແລ້ວ ເຊື່ອວ່າ ນາງອາດຈະໄປສ້າງປະຫວັດສາດເທິງເວທີດັ່ງກ່າວກໍເປັນໄດ້… ແຕ່ທັງໝົດທັງມວນທີ່ເວົ້າມານັ້ນ ກໍພຽງຢາກໃຫ້ເຫັນເຖິງຄວາມສາມາດຂອງ ສາວນ້ອຍ ໂຕນ້ອຍໆ ຄົນນີ້ ເຊິ່ງກໍເປັນແມ່ຍິງລາວ ແລະ ເປັນຄວາມພາກພູູມໃຈຂອງຄົນລາວອີກຄົນໜຶ່ງ!! ສິ່ງສໍາຄັນທີ່ແອັດມາເລົ່າເຖິງ ແຮນນ່າ ໃນມື້ນີ້ ກໍພຽງຢາກຈະພາແຟນໆມາຮ່ວມສະແດງຄວາມຍິນດີ ກັບນາງໃນມື້ສໍາເລັດການສຶກສານັ້ນເອງ… ຂວັນໃຈ ແລະ ແຟນໆທຸກຄົນຂໍສະແດງຄວາມຍິນດີກັບ ແຮນນ່າ ກັບການປະສົບຄວາມສໍາເລັດດ້ານການສຶກສາຂັ້ນທໍາອິດ …

Read More »

ຄວນຮຸ້!!! ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ…

“ຢ່າເບິ່ງແຕ່ຈຳນວນເງິນເປັນເປົ້າໝາຍ ແຕ່ຈົ່ງຂະຫຍາຍມັນດ້ວຍຄວາມສຸກ” ເງິນບໍ່ສຳຄັນກັບຂ້ອຍຂະໜາດນັ້ນ ຄົນມັກຈະເວົ້າວ່າ “ມັນກໍເປັນພຽງແຕ່ເງິນ ແລະ “ຂ້ອຍບໍ່ໄດ້ເຮັດເພື່ອເງິນ” ຖ້າມັນເປັນແບບນັ້ນແທ້ເປັນຫຍັງຕ້ອງມານັ່ງທົນທຸກເຮັດວຽກງົກໆ ແລະ ເປັນຫຍັງຄືບໍ່ປະຕິເສດເວລາທີ່ໄດ້ຮັບເງິນເປັນຄ່າຕອບແທນ, ສະນັ້ນ ຢ່າກ່າວອ້າງຂໍ້ນີ້ເພື່ອປະຕິເສດເງິນ ເມື່ອມີໂອກາດຮັບມັນ ທ້າຍທີ່ສຸດແລ້ວມະນຸດເກີດມາຍາກທີ່ຈະຫຼີກລ່ຽງການໃຊ້ຊີວິດໂດຍປະສະຈາກເງິນໄດ້. ວິທີແກ້ໄຂ:ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ ຂ້ອຍເຮັດວຽກໜັກເພື່ອເງິນ ສ່ວນໃຫຍ່ຄິດວ່າເຮັດວຽກໜັກເພື່ອໃຫ້ໄດ້ເງິນ ແລະ ມັກມີຄຳເວົ້າຕິດປາກເຫຼົ່ານີ້ສະເໝີ ຂອບເຂດຄວາມຄິດນີ້ ເຮັດໃຫ້ການເຮັດວຽກເປັນແບບ ໃຊ້ແຮງກາຍແລກເງິນ ຫຼາຍກວ່າການໃຊ້ຄວາມຄິດສ້າງສັນເພື່ອແລກເງິນ ທີ່ຈິງແລ້ວຄົນເຮົາບໍ່ຈຳເປັນຕ້ອງເຮັດວຽກຢ່າງໜັກເພື່ອແລກເງິນ ແຕ່ເຈົ້າຄວນໃຫ້ຄວາມສຳຄັນໃນການພັດທະນາຕົນເອງ ເພື່ອໃຫ້ເງິນເຮັດວຽກຫາລາຍຮັບໃຫ້ເຈົ້າ ເງິນມັກມາຕາມແຮງດຶງດູດຕາມຄຸນຄ່າຂອງສິ່ງນັ້ນສະເໝີ ວິທີແກ້ໄຂ:ຢ່າມົວແຕ່ຫາລາຍຮັບຈາກແຮງກາຍ ແຕ່ຄວນເນັ້ນລາຍຮັບທີ່ມາຈາກການໃຊ້ຄວາມຄິດສ້າງສັນ ເພື່ອແລກເງິນດີກວ່າ ວຽກປະຈຳຢ່າງດຽວກໍໝົດເວລາແລ້ວ ຄົນສ່ວນຫຼາຍຄິດວ່າ ໄດ້ເງິນມາຈາກແຫຼ່ງດຽວກໍພຽງພໍແລ້ວ ເຊິ່ງເປັນຄວາມຄິດທີ່ຜິດພາດໃນການເຮັດວຽກ ເຮົາຄວນປ່ຽນຄວາມຄິດຕອນນີ້ເລີຍເດີ້ສາວໆ, ຂໍໃຫ້ສາວໆຈົ່ງເຊື່ອວ່າ ຊ່ອງທາງສ້າງລາຍຮັບ ຫຼື ທີ່ມາຂອງລາຍຮັບທີ່ຫຼາກຫຼາຍ ຍ່ອມດີກວ່າຊ່ອງທາງດຽວ ຢ່າຢ້ານທີ່ຈະຊອກຫາຊ່ອງທາງລາຍຮັບອື່ນ ລຳພັງແຮງກາຍເຮົາຄົງບໍ່ພໍ ຕ້ອງຮູ້ຈັກຫາວິທີໃຫ້ເງິນເຮັດວຽກແທນເຈົ້າ ເຈົ້າຄວນໃຫ້ຄວາມສຳຄັນສິ່ງເຫຼົ່ານີ້ນຳ, ດັ່ງນັ້ນ ຢຸດກ່າວຄຳເວົ້າຕິດປາກແບບນີ້ໄປໄດ້ເລີຍເດີ້ ວິທີແກ້ໄຂ:ຢ່າປິດກັ້ນລາຍຮັບປະຈຳຊ່ອງທາງດຽວ ຄວນສ້າງຊ່ອງທາງລາຍຮັບທີ່ເປັນໄປໄດ້ຈາກທຸກທິດທຸກທາງ ບໍ່ກ້າຕັດສິນໃຈຍ້ອນຄິດວ່າຈ່າຍບໍ່ໄຫວ ຫາກຕ້ອງຕັດສິນໃຈຊື້ຊັບສິນທີ່ມີລາຄາສູງເກີນເອື້ອມຈົນເຈົ້າຮູ້ສຶກຢ້ານ ເມື່ອວິເຄາະແລ້ວວ່າບໍ່ແມ່ນຊັບສິນໄຮ້ສາລະ …

Read More »