Breaking News

Kuanjaitaem Kuanjai page

​ຊົມ​ເຊີຍ!! “ບາ​ບີ້ ປິຍະມາດ Miss international Laos 2018” ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30 ປີ ກັບລົດໃຫມ່ຄັນງາມ…

ບາບີ້ ປິຍະມາດ ພູນປະເສີດ “Miss international Laos 2018”  ແລະ ຍັງເປັນດາລາ-ນັກຮ້ອງ-ນັກສະແດງ-ຄົນດັງວົງການບັນເທິງລາວ ທີ່ມີຜົນງານຫຼາກຫຼາຍອີກຄົນໜື່ງບໍ່ວ່າຈະເປັນຜົນງານເພງ  ຄາໃຈ, ລືມບໍ່ໄດ້  … ຮູບເງົາເລື່ອງ  ຄິດຮອດທຸກປີ ທີ່ໄດ້ຮ່ວມງານກັບພະເອກແຖວໜ້າຂອງເມືອງໄທ ຢ່າງ ຊາຄິດ ແຍ້ມນາ…   ພ້ອມກັນນັ້ນຍັງມີຜົນງານການເດີນແບບ-ຖ່າຍແບບ ແລະ ຜົນງານອື່ນໆອີກຫຼາກຫຼາຍ… ຫຼ້າສຸດ ສາວ ບາບີ້ ໄດ້ໂພສຜ່ານເພສບຸກສ່ວນຕົວວ່າ: “ໂພສປະໄວ້ເບິ່ງ..ວ່າຄັ້ງຫນຶ່ງເຮົາພາຍະຍາມໄດ້ເທົ່າໃດ.. ຂໍຂອບໃຈທຸກໆໂອກາດທີ່ມອບໃຫ້ຜູ້ຍິງໂຕນ້ອຍໆແຕ່ຂາຍາວໆຄົນນີ້ ແລະ ຂໍຂອບໃຈພໍ່ແມ່ທີ່ຊ່ວຍບອກ, ຊ່ວຍສອນ, ຊ່ວຍເຕືອນສະຕິມາໂດຍຕະຫຼອດ… ທີ່ສຳຄັນຂອບໃຈອີກຄັ້ງກັບພໍ່ ແລະ ແມ່…. ທີ່ພາມາຖ່າຍຮູບຈັບປ້າຍລະກະກັບ ຮືມມມ? ບໍ່ແມ່ນລະ 555+ ສຳເລັດໄປອີກຫນຶ່ງເປົ້າຫມາຍກ່ອນອາຍຸ 30ປີ” ຍ້ອນຄວາມຕັ້ງໃຈ ແລະ ມຸ່ງໝັ່ນທີ່ຈະເຮັດຕາມຄວາມຝັນ ແລະ ເປົ້າໝາຍຂອງຕົນເອງວາງໄວ້ ຈື່ງເຮັດໃຫ້ ບາບີ້ ປິຍະມາດ ສາມາດເຮັດຕາມເປົ້າໝາຍຂອງຕົນເອງຕັ້ງໄວ້ ກ່ອນອາຍຸ 30 ປີ ໂດຍຊ່ື່ລົດໃຫຍ່ເປັນຂອງຕົນເອງ… ຂວັນໃຈຂໍຊົມເຊີຍ ແລະ ຍິນດີນໍາສາວ ບາບີ້ ປິຍະມາດ …

Read More »

ປະເທດຊາດຈາລຶກບຸນຄຸນ “ສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ” ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ

ຄະນະບໍລິຫານງານສູນກາງພັກສູງພັກ, ສະພາແຫ່ງຊາດ, ລັດຖະບານ, ສູນກາງແນວລາວສ້າງຊາດ, ຄອບຄົວແກ້ວບຸນພັນ ພ້ອມປວງຊົນລາວ ຈຳນວນຫລວງຫລາຍ ໄດ້ພ້ອມກັນເຂົ້າຮ່ວມພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ເຊິ່ງເປັນຜູ້ໜຶ່ງທີ່ອົງອາດກ້າແກ່ນໃນບັນດາການນໍາຮຸ່ນທໍາອິດທີ່ກໍ່ຕັ້ງພັກ ແລະ ກອງທັບປະຊາຊົນລາວ. ພິທີຊາປະນະກິດສົບ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ທີ່ຜ່ານມາ ຢູ່ທີ່ເດີ່ນພະທາດຫລວງ ຢ່າງເປັນທາງການ ແລະ ຢ່າງສົມກຽດ ໃນທ່າມກາງບັນຍາກາດແຫ່ງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການຈາກໄປໂດຍບໍ່ມີວັນກັບຄືນມາ. ເຂົ້າຮ່ວມພິທີຊາປະນະກິດສົບ ມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ສະຫາຍ ທອງລຸນ …

Read More »

ຊົມເຊີຍ! ກຸ່ມບໍລິສັດ K&C ມອບອຸປະກອນຕ້ານໂຄວິດ-19 ໃຫ້ແກ່ໂຮງຮຽນ ມສ ວຽງຈັນ…

ຕອນບ່າຍ ວັນທີ 15 ພຶດສະພາ 2020, ທີ່ໂຮງຮຽນ ມັດທະຍົມສຶກສາສົມບູນວຽງຈັນ,  ບໍລິສັດ ເຄແອນຊີ ກຣຸບ ໄດ້ເຂົ້າມອບອຸປະກອນ ປ້ອງກັນ ຄວບຄຸມໂຄວິດ-19  ໃຫ້ກັບໂຮງຮຽນ ມສ ວຽງຈັນ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ. ຕ່າງໜ້າບໍລິສັດ ເຄແອນຊີກຣຸບມອບໂດຍ  ທ່ານ ວັດທະນາ ແສງສຸລິຍາ  ຮອງປະທານບໍລິຫານການເງິນ ກຸ່ມບໍລິສັດ ເຄແອນຊີກຣຸບ  ແລະ ທ່ານ ສີວຽງໄຊ ຈັນທະວົງ ຜູ້ຈັດການຝ່າຍພັດທະນາບໍລິສັດປັນຍາທິບແພລບີ ມີເດຍລາວ ພ້ອມດ້ວຍຄະນະບໍລິຫານ , ເຊິ່ງກ່າວຮັບໂດຍ ທ່ານນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ.  ໂດຍເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ເຈວລ້າງມື ແອວກໍຮໍ 10 ແກັດ ແລະ ຖົງຂີ້ເຫຍື້ອ ຜ້າໄວນິວ …

Read More »

ເພງທີ່ມາແຮງທີ່ສຸດໃນຕອນນີ້!! “ບິນເກີຍຕື້ນ” ໃສວ່າຈະຫຼຸດຄ່າໄຟຟ້າໃຫ້??? ຟັງເພື່ອຄວາມບັນເທີງເດີ້ພີ່ນ້ອງ…

ແລງວັນສຸກລະເດີ້ພີ່ນ້ອງ ໃຜທີ່ກໍາລັງຄຣຽດນໍາຄ່າໄຟຟ້າກະຫຼຸດຜ່ອນລົງແນ່ ຊອກຫາແນວຜ່ອນຄາຍກັນແດ່ເດີ້!! ສ່ວນແອັດເອງກໍຄືກັນ ຄຣຽດຢູ່ດີໆ ເປີດ Facebook ມາເຈິເພງນີ້ບັນເທີງກັບບາດ ເບິ່ງແລ້ວກະອົດບໍ່ໄດ້ທີ່ຈະມາແຊຣຕໍ່ໃຫ້ແຟນໆໄດ້ເບິ່ງນໍາກັນຕາມຄຣິບດ້ານລຸ່ມນີ້ເລີຍ… ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ>>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555 Posted by Yomi Yomiko Drummer on Thursday, May 14, 2020 ສໍາລັບຄຣິບ VDO ເພງດັ່ງກ່າວແມ່ນໄດ້ຖືກເຜີຍແຜ່ຜ່ານ Facebook ທີ່ຊື່ວ່າ Yomi Yomiko Drummer ພ້ອມແຄບຊັ່ນໂດນໆ “ຝາກອີກເພງ >> ວານເກີຍຕື້ນ <<< cover by #ຄຶດບໍ່ອອກ >>> ຫ້າມຫົວ ຫ້າມແຊ ຫ້າມເບິ່ງ ຫ້າມຟັງ 555″ ສໍ່ານີ້ກໍຮູ້ແລ້ວວ່າສ້າງຂຶ້ນມາເພື່ອຄວາມບັນເທີງ …

Read More »

“ການບິນລາວ” ຈະເປີດໃຫ້ບໍລິການພາຍໃນປະເທດ ເລີ່ມວັນທີ 22 ພຶດສະພາ 2020 ນີ້…

ຍ້ອນສະພາບການແຜ່ລະບາດຂອງໂຄວິດ-19 ຈື່ງເຮັດໃຫ້ປະເທດມີການ Lock down  ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວໄລຍະໜື່ງຜ່ານມາ…  ຫຼັງຈາກສະພາບການເລີ່ມດີຂຶ້ນເລື້ອຍໆທາງລັດຖະບານລາວຈື່ງມີມາດຕະການໄລຍະທີ 1 ເຊິ່ງຫຼ້າສຸດວັນທີ 15 ພຶດສະພາ 2020   ການບິນລາວ Lao Airlines  ໄດ້ປະກາດຜ່ານເພສວ່າທາງລັດວິສາຫະກິດ ການບິນລາວ ຈະໄດ້ເລີ່ມ ເປີດບໍລິການ ຕັ້ງແຕ່ ວັນທີ 22​ ພຶດສະພາ 2020 ເປັນຕົ້ນໄປ, ສະເພາະສາຍບິນພາຍໃນປະເທດເທົ່ານັ້ນ. ທ່ານສາມາດຈອງປີ້ຍົນໄດ້ແລ້ວ… ຕາມເວັບໄຊ, ແອັບ ແລະ ຕົວແທນຈໍາໜ່ວຍ!

Read More »