Breaking News

Kuanjaitaem Kuanjai page

ນາທີຄົງຈະບໍ່ມີໃຜສູ້!! 4 ສາວ ຫລີຫລຽວ ທ່ຽວລາວ ນັກຣີວິວທີ່ຕະລົກ ແລະ ມາແຮງທີ່ສຸດໃນຕອນນີ້…

ປັດຈຸບັນວົງການບັນເທີງລາວກໍາລັງເຟື່ອງຟູ ເຫຼົ່າດາຣາ ນັກຮ້ອງ ເນັດໄອດອລ ເກີດຂຶ້ນທຸກມື້ຈົນແອັດກໍນໍາບໍ່ທັນວ່າໃຜເປັນໃຜ 555+ ບາງຄົນກະດັງແຮງ ແຕ່ແອັດຫູຕາເລີ່ມບໍ່ດີກະເລີຍຍັງບໍ່ໄດ້ນໍາສະເໜີຂ່າວໃຫ້ແຟນໆ ຂວັນໃຈ ໄດ້ຮູ້ຈັກເທື່ອ ຕ້ອງຂໍໂທດນໍາຫຼາຍໆເດີ້ ໂດຍສະເພາະກຸ່ມ 4 ສາວ ນັກຣີວິວທີ່ກໍາລັງມາແຮງທີ່ສຸດໃນຕອນນີ້ຄື 4 ສາວເຈົ້າຂອງເພຈ ຫລີຫລຽວ ທ່ຽວລາວ ຈົນກວ່າຊິຮູ້ຈັກພວກນາງກໍມີຄົນຕິດຕາມຫຼາຍພັນຄົນໄປແລ້ວ ແລະ ແຕ່ລະ VDO ຣີວິວຂອງພວກນາງທີ່ແອັດໄດ້ເບິ່ງມາ ກໍຂໍບອກໄດ້ເລີຍວ່າ ມ່ວນມັນຮາ ຈົນຕ້ອງເລື່ອນເບິ່ງທຸກຄຣິບຈ່າ!!! ມື້ນີ້ ແອັດກໍຂໍຖືໂອກາດນີ້ ມາແນະນໍາໃຫ້ຮູ້ຈັກກັບ 4 ສາວນີ້ເລີຍ… ຄົນທໍາອິດມີຊື່ວ່າ: ໂອເລ້ ເນັດໄອດໍ້ ທີ່ມາຈາກເວທີ Lao super model ເປັນສາວທີ່ງາມເຊັກຊີ່ຫມັ້ນໃຈ ແລະ ເປັນຫນື່ງຄົນທີ່ມີຄວາມສາມາດຫຼາຍທັງເດີນແບບ ທັງການສະແດງແລະພິທີກອນ ຄົນທີ່ສອງຊື່ວ່າ: ຕາໜຶ່ງ ເປັນສາວຄົນໜຶ່ງທີ່ເກັ່ງຫຼາຍ ໂດຍສະເພາະແມ່ນການເຕັ້ນ ແລະ ທີ່ສໍາຄັນແມ່ນໜ້າຕາງາມແຮງຈົນແມ່ຍິງຫຼາຍຄົນຍັງຕ້ອງອາຍ ເຊິ່ງຫຼາຍຄົນກໍເຊຍໃຫ້ປະກວດ …

Read More »

ໜ້າເປັນຫ່ວງ!! ປະເທດລາວມີອັດຕາການວ່າງງານເພີ່ມຂຶ້ນເຖິງ 25% ຫຼັງການແຜ່ລະບາດໂຄວິດ-19 ສິ້ນສຸດລົງ…

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 8 ທີ່ກໍາລັງດໍາເນີນຢູ່ໃນຂະນະນີ້ວ່າ ຍ້ອນຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ທີ່ແກ່ຍາວມາ ອາດຈະເຮັດໃຫ້ ອັດຕາການວ່າງງານຢູ່ປະເທດເຮົາເພີ່ມຂຶ້ນຈາກປົກກະຕິ 9% ໃນປີ 2007 ມາເປັນ 25% ທ່ານລັດຖະມົນຕີໄດ້ເຜີຍໃຫ້ຮູ້ວ່າ ເພື່ອແກ້ໄຂໄພວ່າງງານດັ່ງກ່າວ ແນ່ນອນວ່າລັດຖະບານຈະຕ້ອງໄດ້ສຸມໃສ່ ດຶງດູດການລົງທຶນຂອງນັກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃຫ້ຫຼາຍຂຶ້ນເພື່ອຊ່ວຍແກ້ໄຂສະພາບວ່າງງານດັ່ງກ່າວ ໂດຍການສ້າງໃຫ້ມີວຽກເຮັດງານທໍາ ແລະ ຈໍາກັດການນໍາເຂົ້າແຮງງານຈາກຕ່າງປະເທດ. ພ້ອມນັ້ນ ກໍຊຸກຍູ້ ແລະ ອໍານວຍຄວາມສະດວກຕໍ່ການອະນຸຍາດການລົງທຶນ ໃນຂະແໜງກະສິກໍາ ແລະ ອຸດສາຫະກໍາປຸງແຕ່ງ ໂດຍເນັ້ນໃສ່ການໃຊ້ແຮງງານລາວ ທີ່ກັບຈາກຕ່າງປະເທດ ເຂົ້າໃນຂະແໜງການດັ່ງກ່າວໃຫ້ຫຼາຍຂຶ້ນ ແລະ ສືບຕໍ່ປະຕິບັດນະໂຍບາຍ ອຸດໜູນຫວ່າງງານສະເພາະໃຫ້ຜູ້ປະກັນຕົນເອງ ໃນລະບົບປະກັນສັງຄົມພາກວິສາຫະກິດ ຕາມນະໂຍບາຍທີ່ກໍານົດໄວ້ ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງອື່ນໆ ເລັ່ງພັດທະນາສີມືແຮງງານທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 …

Read More »

ຂໍອະນຸໂມທະນາບຸນ!!! ພຸດທະສາສະນິກກະຊົນ ຫຼັ່ງໄຫຼເຂົ້າກຣາບພຣະສົບ ອົງພຣະຍອດແກ້ວ ມະຫາງອນ ກ່ອນຊາປະນະກິດສົບ…

ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງ ພຸດທະສາສະນິກະຊົນ ໂດຍສະເພາະຄົນລາວເຮົາ ທີ່ໄດ້ສູນເສຍອົງພຣະຍອດແກ້ວ ມະຫາງອນ ແລະ ວັນເວລາຊາປະນະກິດສົບກໍໃກ້ຈະມາຮອດແລ້ວ ໃນຕອນຄໍ່າວັນທີ 25 ມິຖຸນາ 2020, ທີ່ ຫໍທຳມະສະພາ ນະຄອນຫຼວງວຽງຈັນ ພຸດທະສາສະນິກະຊົນ ກໍໄດ້ຫຼັງໄຫຼເຂົ້າກຣາບ ພຣະສະຣີຣະສັງຂານ ຂອງອົງພຣະຍອດແກ້ວ ທີ່ໄດ້ປະດິດສະຖານໄວ້ທີ່ ຫໍທໍາມະສະພາ ຊັ້ນ 2 ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນກ່ອນທີ່ຈະຮອດມື້ຊາປະນະກິດ ໃນມື້ນີ້ ວັນທີ 26 ມິຖຸນາ 2020 ໂດຍຈະມີລາຍລະອຽດດັ່ງນີ້:ວັນສຸກ ວັນທີ 26 ມິຖຸນາ 2020* ເວລາ 13:00 ໂມງ ເຄື່ອນພຣະສະຣີຣະສັງຂານ (ພຣະສົບ) ຂອງອົງພຣະຍອດແກ້ວ ອອກຈາກຫໍທຳມະສະພາສູ່ພຣະເມຣຸມາດຈິຕະກາທານ (ເມນ) ທີ່ເດີ່ນພຣະທາດຫລວງ;* ເວລາ 14:00 ໂມງ ພິທີທາງການ ແລະ ສາສະນະພິທີຕາມວາລະ;* …

Read More »

ຮູ້ແລ້ວປ່ຽນດ່ວນ!! 6 ເລື່ອງທີ່ຜິດພາດທີ່ສຸດຂອງມະນຸດເງິນເດືອນ…

ມະນຸດເງິນເດືອນສ່ວນໃຫຍ່ ມີລາຍໄດ້ທາງດຽວ ແລະ ມັກໝົດໄປຫຼັງຈາກໄດ້ຮັບມາບໍ່ຮອດເຄິ່ງເດືອນ ນອກຈາກຕ້ອງຄຣຽດເລື່ອງວຽກແລ້ວ ຍັງຕ້ອງມາຄິດຫຼາຍເລື່ອງເງິນບໍ່ພໍຈ່າຍອີກ ສາເຫດຫຼັກຂອງບັນຫາເຫຼົ່ານັ້ນແມ່ນເກີດຈາກ ໃຊ້ເງິນຜິດພາດ ລອງມາເບິ່ງນໍາກັນວ່າ ພຶດຕິກໍາຜິດພາດມີຫຍັງແດ່… ສ້າງໜີ້ສິນ ກ່ອນສ້າງຊັບສິນ    ມະນຸດເງິນເດືອນສ່ວນຫຼາຍ ຢາກມີຊີວິດທີ່ອິດສະຫຼະ ຫຼາຍໆຄົນຈຶ່ງຕັດສິນໃຈເລີ່ມດາວເຮືອນ ດາວຄອນໂດມີນ່ຽມ ດາວລົດ ແຕ່ຢ່າລືມວ່າ ການກູ້ຢືມເງິນຍ່ອມມາພ້ອມກັບດອກເບ້ຍ ຍິ່ງຢືມຫຼາຍ ດອກເບ້ຍຍິ່ງສູງ ເພື່ອຈະດາວໝົດມັກຈະໃຊ້ເວລາຫຼາຍກວ່າ 10 ປີ ດັ່ງນັ້ນ ແທນທີ່ຈະຢືມເງິນ ຄວນອົດທົນເກັບອອມຈົນໄດ້ເງິນກ້ອນພຽງພໍຕໍ່ການຊື້ເຮືອນ ຊື້ລົດ ເຮັດແບບນີ້ຈະບໍ່ຕຶງຄຽດ ແຖມຍັງບໍ່ຕ້ອງຮັບພາລະເລື່ອງດອກເບ້ຍອີກ  ບໍ່ວາງແຜນຕອນກະສຽນອາຍຸ ຢ່າລືມວ່າມະນຸດເງິນເດືອນ ຕ້ອງຮັບຜິດຊອບຕົວເອງໃນໄວກະສຽນນໍາ ແລະ ຖ້າຕັດສິນໃຈຈະໃຊ້ຊີວິດໂສດໃນບັ້ນປາຍ ຍິ່ງຕ້ອງກຽມຕົວກ່ອນກະສຽນໃຫ້ດີ ບໍ່ວ່າຈະເປັນຄ່າປິ່ນປົວຕົວເອງ ຄ່າການດໍາລົງຊີວິດ ທາງອອກເລື່ອງນີ້ຄື ຕ້ອງເລີ່ມຈາກຄ່ອຍໆແບ່ງເງິນເດືອນມາເກັບອອມ ເລີ່ມຈາກ 5% ຂອງລາຍໄດ້ຈະຍິ່ງດີ ເປັນທາດຂອງຄວາມຟຸມເຟືອຍ ຄວາມສຸກຂອງມະນຸດເງິນເດືອນສ່ວນໃຫຍ່ຄື ໄດ້ໃຊ້ເງິນຊື້ຄວາມສຸກ ບໍ່ວ່າຈະເປັນ ກິນກາເຟຮ້ານຫຼູໆ ໄປສັງສັນຫຼັງເລີກວຽກ ໃຊ້ກະເປົ໋າແບຣນເນມ …

Read More »

ສຸດຍອດຫຼາຍ!!! “H’hen niê” Top5 Miss Universe 2018 ສາຍານາງງາມສູ້ຊີວິດຈາກ ຫວຽດນາມ ສ້າງເຮືອນຫຼັງໃຫຍ່ໃຫ້ແມ່ສໍາເລັດແລ້ວ… (ມີຄຣິບ)

ມີໃຜຍັງຈື່ສາວຄົນນີ້ໄດ້ບໍ່?? “H’hen niê” Miss Universe Vietnam 2018 ນາງງາມທີ່ເຄີຍຖືກຜູ້ເຂົ້າປະກວດຫຼາຍຄົນດູໝິ່ນເລື່ອງການໃຊ້ພາສາອັງກິດ ຈົນກາຍເປັນກະແສດຣາມ່າດັງພໍສົມຄວນໃນໄລຍະນັ້ນ!! ແຕ່ໃນກະແສດຣາມ່ານັ້ນ ກໍເຮັດໃຫ້ນາງໄດ້ມີໂອກາດເປີດເຜີຍຕົວຕົນເຖິງຖານະທາງບ້ານ ການສູ້ຊີວິດຂອງນາງ ຈົນມາຢືນຢູ່ເວທີລະດັບໂລກ ຄືເວທີ Miss Universe ໄດ້ ແລະ ໃນທີ່ສຸດນາງກໍໄດ້ພິສູດໃຫ້ທຸກຄົນເຫັນວ່າ ອຸປະສັກດ້ານພາສາບໍ່ແມ່ນສິ່ງທີ່ກີດກັ້ນຄວາມສາມາດຂອງນາງ ຈົນເຮັດໃຫ້ “H’hen niê” ຕິດອັນດັບ Top5 Miss Universe 2018 ໃນການປະກວດ… ຫຼັງຈາກການປະກວດສິ້ນສຸດລົງ ນາງກໍໄດ້ໃຈແຟນຄຣັບນາງງາມໄປເຕັມໆ ທັງແຟນຄຣັບຈາກ ຫວຽດນາມ ທີ່ຮັກ ແລະ ເຊຍຢູ່ແລ້ວ ນາງຍັງໄດ້ໃຈແຟນນາງຈາກທົ່ວໂລກໄປຫຼາຍຄົນ ເພາະຕ່າງກໍຫຼົງຮັກໃນຄວາມສູ້ຊີວິດ ແລະ ການໃຊ້ຊີວິດທີ່ລຽບງ່າຍ ບໍ່ຫຼູຫຼາ ເພາະຄອບຄົວບໍ່ແມ່ນຄົນມີຖານະ ເຮືອນທີ່ຢູ່ກໍເປັນເຮືອນໄມ້ທໍາມະດາ ແຕ່ຄອບຄົວກໍຮັກກັນ ແລະ ມີຄວາມສຸກດີ… ຈາກມື້ນັ້ນຈົນຮອດມື້ນີ້ເປັນເວລາປີປາຍ ນາງກໍຍັງໄດ້ຮັບຄວາມນິຍົມຕະຫຼອດມາ ຈົນຫຼ້າສຸດ ໄດ້ມີ VDO ເປີດເຮືອນຫຼັງໃຫຍ່ ທີ່ສ້າງຈາກເຫື່ອແຮງຂອງຕົນເອງ …

Read More »