ເປັນເລື່ອງເສົ້າອີກເລື່ອງໜຶ່ງຂອງວົງການບັນເທີງໄທ ກັບການຈາກໄປຂອງ ແຊມ ສຸກພະຫວັດ ນັກຮ້ອງເຈົ້າຂອງເພງ ນອນນ້ອຍ ທີ່ຫາກໍຂໍແຟນແຕ່ງດອງວາງແຜນໄວ້ປີ 2021 ຈັດງານມຸງຄຸນ ສ້າງຊີວິດຄູ່ຮ່ວມກັນ. ທີ່ເສົ້າໄປກວ່ານັ້ນຄືຕົນເອງກຳລັງຈະໄດ້ສ້າງຄອບຄົວ ເພາະຫາກໍຂໍແຟນສາວແຕ່ງດອງ ແຕ່ຕົນຕ້ອງມາຈາກໄປກ່ອນ ແບບກະທັນຫັນ ດ້ວຍໄວ 40 ປີ ດ້ວຍອາການຫົວໃຈວາຍ ສຳລັບແຊມ ສຸກສະຫວັດ ເປັນນັກຮ້ອງທີ່ຄົນລຸ້ນໃໝ່ຮູ້ຈັກກັນດີເພາະເປັນຜູ້ທີ່ມີນ້ຳສຽງເປັນເອກະລັກໃນສະຕາຍອາແອນບີ ແຊມໄດ້ກາຍເປັນທີ່ຮູ້ຈັກຂອງສັງຄົມຜ່ານບົດເພງ ທີ່ຂ້ອຍຮູ້ (That’s All know) ໃນຊຸດ Rhythm and Boyd E1EVEN1H ປີ 2005 ນັ້ນເປັນຜົນງານເພງຊຸດທຳອິດຂອງເພິ່ນໃສ່ຊື່ວ່າ Perceptions ໃນນັ້ນເພງທີ່ດັງສຸດກໍ່ຄື ເພງ ນອນນ້ອຍ. ຈາກນັ້ນໂຕໜຸ່ມແຊມເອງຍັງຜັນຕົວເອງຈາກສິນລະປິນໄປນັບຕຳແໜ່ງຜູ້ບໍລິຫານລະດັບສູງຂອງ Head of Music IES Global ຂອງບໍລິສັດ Bytedance ບໍລິສັດ Tech ທີ່ພັດທະນາ Platform …
Read More »Kuanjaitaem Kuanjai page
ເປີດຊີວິດອີກມຸມ!!! ເບີດ ທົງໄຊ ນັກຮ້ອງຊື່ດັງ (ປະເທດໄທ) ຫັນມາໃຊ້ຊີວິດພໍພຽງ ແລະພຽງພໍຕາມຄໍາສອນຂອງພໍ່ຫຼວງ…
“ຊີວັນມັນກະສໍ່ານີ້ແຫຼະ ຊິເອົາຫຍັງຫຼາຍ” ສຸດທ້າຍແລ້ວຄົນເຮົາກໍບໍ່ຕ້ອງການຫຍັງຫຼາຍນອກຈາກຄວາມສຸກ ຕ່າງແຕ່ວ່າຄວາມສຸກຂອງແຕ່ລະຄົນນັ້ນແມ່ນຫຍັງ? ຫຼືບາງຄົນອາດຈະບໍ່ຮູ້ດ້ວຍຊໍ້າຄວາມຄວາມຈິງແລ້ວຄວາມສຸກຂອງຕົວເອງແມ່ນຫຍັງ? ບາງຄົນມ່ວນ ແລະ ມີຄວາມສຸກກັບຊື່ສຽງເງິນຄໍາ ມ່ວນກັບການໄດ້ໃຊ້ຊີວິດທີ່ຫຼູຫຼາ ຢູ່ທ່າມກາງແສງສີສຽງ ແຕ່ບາງຄົນຄວາມສຸກຄືການໄດ້ຢູ່ແບບສະຫງົບ ພໍພຽງກັບສິ່ງທີ່ມີ ແລະມັກເທົ່ານັ້ນ… ຄືດັ່ງກັບ ນັກຮ້ອງຊື່ດັງລະດັບຕໍານານ ອ້າຍເບີດ ທົງໄຊ ແມັກອິນໄຕ ສີລະປິນທີ່ມີຄວາມເປັນເອກະລັກ ແລະ ມີຊື່ສຽງຕັ້ງແຕ່ອະດີດຈົນມາຮອດປັດຈຸບັນ ກັບຊີວິດອີກມຸມໜຶ່ງທີ່ບໍ່ແມ່ນການຈັບໄມຮ້ອງເພງເທິງເວທີ ທີ່ມີແຕ່ແສງສີສຽງອ້ອມຮອບ ແຕ່ເປັນການຈັບຊວ້ານ ສຽມ ຫັນມາປູກຝັງ ລ້ຽງສັດກິນເອງ ພ້ອມທັງເປີດຕະຫຼາດຂາຍເອງ ດ້ວຍແນວຄິດຢາກເດີນຕາມຄໍາສອນຂອງພໍ່ຫຼວງ (ປະມຸກແຫ່ງ ຣາຊະອານາຈັກໄທ) ໂດຍອ້າຍເບີດ ໄດ້ບອກວ່າ ເນື້ອທີ່ 100 ໄລ່ ທີ່ເຮັດການກະສິກໍານັ້ນ ໄດ້ແບ່ງອອກເປັນສ່ວນເພື່ອປູກຜັກ ແລະ ມີບຶງນໍ້າກວ້າງ ມີນໍ້າຜົ່ນອອກມາເພື່ອປັບອາກາດ ບັນຍາກາດດີຈະເຮັດໃຫ້ມີອົກຊີເຈນໃນນໍ້າ; ບຶງນໍ້າເອົາໄວ້ລ້ຽງປາ ພ້ອມທັງສູບເອົານໍ້າມາໃຊ້ ແລະ ເຮັດນາ… ທຸກສິ່ງທີ່ລົງມືເຮັດ ເບີດ ມີຄວາມຕັ້ງໃຈສ້າງມັນຂຶ້ນມາດ້ວຍຄວາມຮັກ!! ແນວໃດກໍຕາມ …
Read More »ຮູ້ແລ້ວປ່ຽນດ່ວນ!! 5 ແນວຄິດເພື່ອປ່ຽນແປງທັດສະນະຄະຕິເປັນຄົນລວຍ…
1 ເຮົາສາມາດເປັນທັງຄົນ “ຄົນລວຍ” ແລະ “ຄົນດີ” ໄປພ້ອມກັນ ບາງຄົນອາດມີທັດສະນະຄະຕິໃນທາງບໍ່ດີຕໍ່ຄວາມຮັ່ງມີ ເພາະຄິດວ່າຄວາມລວຍນັ້ນ ໄດ້ມາຈາກຄວາມກິເລດຕັນຫາ ຊຶ່ງຄວາມຄິດນີ້ມັນກໍມີສ່ວນຖືກຢູ່ໃນສ່ວນໜຶ່ງ ແຕ່ໃນໂລກນີ້ຍັງມີຄົນລວຍອີກຫຼາຍຄົນທີ່ເປັນຄົນດີຊ່ວຍເຫຼືອສັງຄົມແບບບໍ່ຫວັງຜົນຕອບແທນ ພຽງແຕ່ວ່າຄວາມຄິດຂອງຄົນຈໍານວນນັ້ນບາງເທື່ອມັນອາດບໍ່ຖືກກັບຈິດໃຈຂອງຄົນທີ່ຄິດຕ່າງນັ້ນແຫຼະ! 2 ສ້າງ “ເສັ້ນທາງ” ສູ່ຄວາມລວຍ ແທນ “ຄວາມຄິດ” ຢາກລວຍ ຄວາມລວຍ ເປັນສິ່ງທີຄົນເຮົາຕ້ອງສ້າງມັນດ້ວຍຕົວເອງ ເຮົາອາດເຫັນຄົນທີລວຍຫຼາຍໆຄົນຢູ່ອ້ອມຮອບເຮົາ ບໍ່ເຫັນເລີຍວ່າມີໃຜລວຍຂຶ້ນມາແບບສະບາຍສະບາຍ ບໍ່ມີເລີຍ ເພາະທຸກສິ່ງນັ້ນຕ້ອງສ້າງດ້ວຍ “ການລົງມື” ບໍ່ໃຊ້ແຕ່ຄວາມຄິດຢ່າງດຽວ ຕ້ອງລົງມືເຮັດໄປພ້ອມຈຶ່ງຈະເຫັນຜົນ. 3 ຖ້າເຮົາບໍລິຫານເງິນໂຕເອງບໍ່ໄດ້ ເຮົາກໍບໍລິຫານຊີວິດຂອງເຮົາບໍໍໄດ້ຄືກັນ ລອງສັງເກດເບິ່ງວ່າ ໃນການດໍາເນີນຊີວິດແຕ່ລະມື້ນັ້ນ ບໍ່ມີມື້ໃດເລີຍທີເຮົາຈະບໍ່ຈ່າຍເງິນ ດັ່ງນັ້ນ ການບໍຫານເງິນຂອງເຮົານັ້ນຕ້ອງໃຫ້ສອດຄ່ອງຄືກັບການບໍລິຫານຊີວິດນໍາອີກ. 4 ໃຫ້ຄວາມສົນໃຈກັບ “ຊັບສິນ” ບໍ່ແມ່ນ “ລາຍໄດ້” ຄົນຈະລວຍ ຕ້ອງລວຍທີຊັບສິນ ໂດຍການສ້າງຊັບສິນທາງການເງິນເພື່ອສ້າງລາຍໄດ້ຈາກການລົງທຶນໃຫ້ໂຕເຮົາ ບໍ່ແມ່ນເອົາແຕ່ຫາລາຍໄດ້ຈາກບ່ອນເຮັດວຽກພຽງຢ່າງດຽວ ເພາະຖ້າວ່າມື້ໃດມື້ໜຶ່ງທ່ານເຮັດວຽກບໍ່ໄດ້ ກໍສະແດງວ່າທ່ານບໍ່ມີລາຍໄດ້ຫຍັງເລີຍ ດັ່ງນັ້ນ ຢ່າໃຫ້ຄວາມສໍາຄັນຜິດບ່ອນ. 5 ການປະຢັດເງິນຄື ຈຸດເລີ່ມຕົ້ນຂອງອິດສະລະພາບທາງການເງິນ ຫຼາຍຄົນເຄີຍເວົ້າວ່າ …
Read More »ເຕັກນິກດີໆ!! ການຕັ້ງເປົ້າໝາຍ ເພື່ອໄປໃຫ້ເຖິງຝັນ…
ການເລີ່ມຕົ້ນໃໝ່ ບໍ່ວ່າຈະເປັນການເລີ່ມລົງມືເຮັດສິ່ງໃໝ່ ຫຼືການເລີ່ມຕົ້ນຊີວິດໃໝ່ ສິ່ງທີ່ຢາກໃຫ້ທຸກຄົນມີຄື ການຕັ້ງເປົ້າໝາຍ ແລະສໍາຄັນໄປກວ່ານັ້ນຄືການໄປເຖິງເປົ້າໝາຍ ແຕ່ເຮັດແນວໃດໃຫ້ເຮົາສາມາດໄປເຖິງເປົ້າໝາຍທີ່ຕັ້ງໄວ້ໄດ້ ມື້ນີ້ ຂວັນໃຈມີເຕັກນິກດີໆ ທີ່ຈະໃຫ້ສາວໆສາມາດຕັ້ງເປົ້າໝາຍ ແລະ ເຮັດຕາມເປົ້າໝາຍໃຫ້ສໍາເລັດມາບອກກັນ… ໄປເບິ່ງເລີຍ!!! ຕັ້ງເປົ້າໝາຍທີ່ບໍ່ໃຫຍ່ເກີນໄປ ເປົ້າໝາຍທີ່ດີບໍ່ຈໍາເປັນຕ້ອງແມ່ນເປົ້າໝາຍທີ່ຍິ່ງໃຫຍ່ອະລັງການສະເໝີໄປ ເປົ້າໝາຍນ້ອຍໆ ງ່າຍໆ ທີ່ສາມາດເຮັດໄດ້ໃນໄລຍະເວລາສັ້ນ ເປົ້າໝາຍທີ່ເຮົາສາມາດເບິ່ງເຫັນຊ່ອງທາງ ແລະ ວິທີການທີ່ຈະກ້າວໄປເຖິງເປົ້າໝາຍນັ້ນໃຫ້ສໍາເລັດໄດ້ ເປັນເປົ້າໝາຍທີ່ດີຄືເປົ້າໝາຍທີ່ສາມາດລົງມືເຮັດແທ້ໄດ້ຫຼາຍທີ່ສຸດ. ກໍານົດລາຍລະອຽດໃຫ້ຊັດເຈນ ເປົ້າໝາຍທີ່ຕັ້ງໄວ້ບໍ່ຄວນເປັນເປົ້າໝາຍແບບເລື່ອນລອຍ ເຮົາຄວນກໍານົດລາຍລະອຽດຂອງເປົ້າໝາຍໃຫ້ຊັດເຈນເຊັ່ນ ເຮັດຫຍັງ? ຢູ່ໃສ? ແລ້ວຈະສໍາເລັດເມື່ອໃດ? ເຊັ່ນວ່າ ເຮົາຕ້ອງການຫຼຸດນໍ້າໜັກຈໍານວນຈັກກິໂລ ພາຍໃນໄລຍະເວລາຈັກມື້ ຖ້າເຮົາສາມາດລະບຸລາຍລະອຽດລົງໄປຫຼາຍເທົ່າໃດ ກໍຈະຍິ່ງງ່າຍຕໍ່ການເຮັດຕາມໄດ້ຫຼາຍຂຶ້ນເທົ່ານັ້ນ ເຕືອນຕົວເອງຢູ່ສະເໝີ ເຮົາຄວນ “ເຕືອນຕົວເອງຢູ່ສະເໝີ” ເຊັ່ນຂຽນເຈ້ຍໂນ໊ດຕິດໄວ້ໃນບໍລິເວນທີ່ເຮົາເບິ່ງເຫັນໄດ້ຊັດເຈນ ການຕັ້ງເວລາແຈ້ງເຕືອນໃນມືຖື ຫຼືການບອກໃຫ້ໝູ່ ຄອບຄົວ ຄົນຮັກຊ່ວຍເຕືອນເຮົາຢູ່ສະເໝີກໍເປັນການດີ ແຕ່ສິ່ງສໍາຄັນທີ່ສຸດຄື ເຮົາຄວນເຕືອນຕົວເອງຢູ່ສະເໝີ ແລະ ມີລະບຽບວິໄນກັບເປົ້າໝາຍຂອງເຮົາຕົວເອງ ເພື່ອທີ່ຈະສາມາດກ້່າວໄປເຖິງເປົ້າໝາຍຂອງເຮົາໄດ້ຕາມທີ່ຄາດຫວັງໄວ້ Cr: Women Mthai Team
Read More »ທໍາຄວາມຮູ້ຈັກກັບ!! ບ໊ອບບີ່ ສີລະປິນໜ້າຫວານ ດາວດວງໃໝ່ໃນວົງການບັນເທີງລາວ…
ໃຜມັກກິນເດັກ ເອີ່ຍ!! ໃຜມັກລ້ຽງເດັກ ເອີ່ຍ!!! ໃຜມັກເດັກຂໍສຽງແນ່ 555 ເລີ່ມຕົ້ນຕອນເຊົ້າດ້ວຍຄວາມສົດໃສ ເພາະມື້ນີ້ຈະພາມາທໍາຄວາມຮູ້ຈັກກັບໜຸ່ມໜ້າຫວານ ຈາກໂຄສະນາເຄື່ອງດືມຍີ່ຫໍ້ໜຶ່ງທີ່ໃຜເຫັຮແລ້ວຕ້ອງຕົກຂຸມຮັກແບບຂຶ້ນບໍ່ໄດ້… ໂດຍໜຸ່ມຄົນນີ້ມີຊື່ວ່າ ບ໊ອບບີ່ ອານັນດາ ພະກອນຄໍາ ໜຸ່ມໄວ 16 ປີ ຜູ້ມີໃຈມັກຮັກໃນຄວາມເປັນສີລະປິນ ເຊິ່ງປັດຈຸບັນສັງກັດຢູ່ຄ້າຍ A-List Agency. ໂດຍ ບ໊ອບບີ່ ເລີ່ມເຂົ້າວົງການມາດ້ວຍການປະກວດຮ້ອງເພງ-ເຕັ້ນ ໄດ້ຮັບລາງວັນກາລັນຕີຄວາມສາມາດຈາກຫຼາຍເວທີ ແລະ ເລີ່ມມີຜົນງານໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນແມ່ນຈາກຜົນງານ ການຖ່າຍໂຄສະນາໃຫ້ກັບເຄື່ອງດື່ມຍີ່ຫໍ່ດັງຊະນິດໜຶ່ງ!!! ຈົນເຮັດໃຫ້ສາວນ້ອຍ-ໃຫຍ່ ສາວແທ້-ສາວທຽມ ຕ່າງຖາມເປັນສຽງດຽວກັນວ່າ ໜຸ່ມນ້ອຍຄົນນີ້ແມ່ນໃຜ??? ນອກຈາກຈະເຮັດວຽກໃນວົງການບັນເທີງແລ້ວ ເນື່ອງຈາກ ບ໊ອບບີ່ ຫາກໍ 16 ປີ ການຮຽນກໍຍັງບໍ່ທັນຈົບຂັ້ນມັດທະຍົມເທື່ອ ແຕ່ກໍບໍ່ໄດ້ປະການຮຽນ ແຖມຍັງເຮັດໄດ້ດີທັງສອງບົດບາດ… ຊົມເຊີຍໃນຄວາມສາມາດເດີ້!!! ຮູບພາບຈາກ: Ananda’s Svk
Read More »