ສາວ ລູກນໍ້າ ທິດາລັດ ດາລາ-ນັກສະແດງລາວ ຜູ້ທີ່ມີຄວາມສາມາດຫຼາກຫຼາຍ ແລະ ມີຜົນງານໃນວົງການບັນເທີງ ບໍ່ຈະເປັນການສະແດງຮູບເງົາ ທີ່ໄດ້ຮັບກະແສດີຈາກແຟນຄຣັບຈຳນວນຫຼາຍ ເຊັ່ນ: ຮູບເງົາ “ຫົງຫາມເຕົ່າ” ທີ່ສາວລູກນໍ້າ ໄດ້ຮັບບົດເປັນນາງເອກ ແລະ ຮູບເງົາ “ໄຂ່ຂວັນ ມື້ຮັກໝົດ (ໃຈ)” ຮັບບົດເປັນນາງເອກເຊັ່ນດຽວກັນ. ນອກຈາກນັ້ນ, ລູກນໍ້າ ຍັງໄດ້ຮ່ວມສະແດງລະຄອນຂອງປະເທດເພື່ອນບ້ານ ນັ້ນກໍຄື “ສິ້ນລາຍຫົງ” ທີ່ຮັບບົດເປັນໂຕປະກອບ ແລະ ກໍໄດ້ຮັບບົດເປັນເຖິງນາງເອກໃນ ລະຄອນ “ດອກຄູນສຽງແຄນ”, ດ້ວຍເຫດນີ້ ສາວລູກນໍ້າຈຶ່ງມີແຟນຄຣັບທັງໃນປະເທດ ແລະ ປະເທດເພື່ອນບ້ານ ທີ່ລົ້ນເຫຼືອ. ມື້ນີ້, ສາວລູກນໍ້າ ໄດ້ລຸກຂຶ້ນແຕ່ງໜ້າ, ເກົ້າຜົມ ເປັນສາວຫວານ ໃນຊຸດລາວເດີມສີບົວອ່ອນ ຈາກການແຕ່ງໜ້າປະກອບກັບຊຸດ ແລະ ໜ້າຕາອັນຫວານ ຂອງສາວລູກນໍ້າ ປານກັບວ່າຫອບເອົານໍ້າຕານມາເປັນ 100 ກິໂລ. ສົນໃຈລົງໂຄສະນາ ຫລື …
Read More »Kuanjaitaem Kuanjai page
ມາເບິ່ງ 5 ວິທີ ທີ່ຈະເຮັດໃຫ້ສາວໆງາມ ແລະ ແພງ!!! ໃນສາຍຕາໜຸ່ມໆ
ເຊື່ອວ່າສາວໆທຸກຄົນມີຄວາມງາມ ແລະ ສະເໜ່ທີ່ບໍ່ຄືກັນ ແຕ່ໃນນີ້ແອັດບໍ່ໄດ້ໝາຍເຖິງໜ້າຕາແຕ່ພຽງຢ່າງດຽວ ເພາະຄວາມງາມຕ້ອງມາຈາກພາຍໃນ ແລະ ພາຍນອກ. ມື້ນີ້ເຮົາມາເບິ່ງ 7 ວິທີ ທີ່ຈະເອົາຄວາມງາມມາມັດໃຈໜຸ່ມໆ ພ້ອມທັງເຮັດໃຫ້ສາວໆງາມແບບມີຄຸນຄ່າ. 1 ມີຄວາມໝັ້ນໃຈໃນຕົນເອງ ໂຈດນີ້ບໍ່ຍາກ ແລະ ກໍບໍ່ງ່າຍ ເພາະກ່ອນທີ່ເຮົາຈະເຮັດຫຍັງກໍຕາມ ຕ້ອງມີຄວາມໝັ້ນໃຈ ເຊິ່ງສາວໆ ສາມາດສ້າງຄວາມໝັ້ນໃຈທັງຮູບຮ່າງໜ້າຕາ (ແຕ່ງໜ້າ, ທາປາກ, ແຕ່ງໂຕຕາມ Style ຕົນເອງ…) ແລະ ການວາງໂຕ ( ການຍິ້ມ, ການຫົວ, ການເວົ້າ…) ເພາະຢາກເບິ່ງຄືແພງ! ຕ້ອງເຮັດຕົນເອງໃຫ້ສະຫງ່າ ແລະ ໜັ້ນໃຈຢູ່ສະເໝີ. 2 ຮູ້ຈັກຄຸນຄ່າໃນຕົນເອງ ກ່ອນທີ່ເຮົາຈະຮູ້ຄຸນຄ່າຂອງຄົນອື່ນ ຫຼືຄົນອື່ນຈະຮູ້ຄຸນຄ່າຂອງເຮົາ ເຮົາຕ້ອງຮູ້ຈັກຄຸນຄ່າຂອງຕົນເອງສາກ່ອນ ເພາະສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫ້າມຄິດວ່າເຮົາບໍ່ດີ, ຫ້າມຄິດວ່າເຮົາດ້ອຍ ເພາະເຮົາກໍມີຄຸນຄ່າ ແລະ ມີຢຸດຢືນຄືກັບຄົນອື່ນ. ເມື່ອເຮົາຮູ້ຄຸນຄ່າຂອງຕົນເອງ ເຮົາຈະພົບຜູ້ຊາຍທີ່ມີຄຸນຄ່າພໍທີ່ເຮົາຈະແບ່ງຫົວໃຈດວງນ້ອຍໆໃຫ້ເຂົາເຈົ້າ. …
Read More »ຢູມິ ອິຊິກາວະ ຜູ້ທີ່ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກການໃສ່ເກີບສົ້ນສູງ ໃນສະຖານທີ່ເຮັດວຽກ
ນັກສະແດງ ແລະ ນັກຂຽນ ອາຍຸ 32 ປີ ທີ່ລຸກຂຶ້ນມາຮຽກຮ້ອງໃຫ້ຍົກເລີກນະໂຍບາຍການໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກຕະຫຼອດເວລາ ພາຍໃຕ້ຫົວຂໍ້ #KUTOO. ໃນສັງຄົມຍີ່ປຸ່ນ ເຫັນວ່າການໃສ່ເກີບສົ້ນສູງ ເປັນທຳນຽບ, ມາລະຍາດ ແລະ ເປັນກົດທີ່ຄວນເຮັດ ເຊິ່ງສິ່ງດັ່ງກ່າວເຮັດໃຫ້ແມ່ຍິງເກືອບທຸກໆບໍລິສັດ ໃສ່ເກີບສົ້ນສູງໃນສະຖານທີ່ເຮັດວຽກ ຫຼືໃນຫ້ອງການ ຕະຫຼອດເວລາ. ຢູມິ ອິຊິກາວະ ເຫັນວ່າການໃສ່ເກີບສົ້ນສູງເປັນເວລາດົນນັ້ນ ອັນຕະລາຍຕໍ່ສຸຂະພາບຂອງແມ່ຍິງຫຼາຍ ເຊິ່ງມັນບໍ່ໄດ້ຕ່າງຈາກການຫັດຕີນຂອງແມ່ຍິງຈີນບູຮານ. ຈາກການຮຽກຮ້ອງພາຍໃຕ້ຫົວຂໍ້ #KUTOO ມີແມ່ຍິງຍີ່ປຸ່ນໄດ້ສະໜັບສະໜູນ ແລະ ລົງນາມທັງໝົດ 18,856 ເພື່ອຮຽກຮ້ອງໃຫ້ໜ່ວຍງານລັດ ແລະ ບໍລິສັດເອກະຊົນຍົກເລີກທຳນຽມນີ້. ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »ຂໍສະແດງຄວາມເສຍໃຈ ກັບການຈາກໄປຂອງ ທຸມ ປະທຸມວະດີ
ເປັນອີກໜຶ່ງຂ່າວທີ່ສະເທືອນໃຈຂອງວົງການບັນເທີງ ກັບການຈາກໄປຂອງ ແມ່ທຸມ ປະທຸມວະດີ ນັກຮ້ອງ-ນັກສະແດງ ຂອງປະເທດໄທ . ແມ່ທຸມ ປະທຸມວະດີ ຫຼືຊື່ແທ້ເອີ້ນວ່າ: ປະທຸມວະດີ ພຸ່ມສະຫວ່າງ ມີຜົນງານການສະແດງລະຄອນຫຼາຍເລື່ອງທີ່ເປັນທີ່ຮູ້ຈັກນ້ັ້ນກໍຄື: ລະຄອນເລື່ອງ ຍອດຄຸນລູກ, ຄົນຢູ່ວັດ ແລະ ພໍ່ດອກປຣະດູ່ ແມ່ທຸມ ເປັນພັນລະຍາຂອງ ພໍ່ຣອງ ເຄົ້າມູນຄະດີ (เค้ามูลคดี ) ທີ່ມີຜົນງານໃນວົງການບັນເທີງຫຼາຍ ບໍ່ວ່າຈະເປັນການສະແດງລະຄອນ ແລະ ຮູບເງົາ. ແມ່ທຸມ ຈາກໄປດ້ວຍໄວ 72 ປີ ຫຼັງຕໍ່ສູ້ກັບພະຍາດຮ້າຍ ALS (ກ້າມເນື້ອອ່ອນແຮງ) ແລະ ໄທລອຍເປັນພິດມາໄດ້ 8 ປີ. ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai …
Read More »ບອຍ ພີຊເມກເກີຣ໌ ອັບເດດອາການຫຼັງເຂົ້າໂຮງໝໍ
ບອຍ ພີຊເມກເກີຣ໌ ອາຊີບ ນັກຮ້ອງ ຈາກປະເທດເພື່ອນບ້ານ ທີ່ໄດ້ມີຜົນງານຫຼາກຫຼາຍໃນຜ່ານມາ ເຊັ່ນຜົນງານເພງ: “ไม่ไหว บอกไหว” ທີ່ໄດ້ກັບການຕອບຮັບຈາກແຟນເພງເປັນຢ່າງດີ. ແຕ່ ວັນທີ 4 ກັນຍາ ໜຸ່ມບອຍ ໄດ້ ໂພສຮູບລົງໃນ IG ສ່ວນຕົວ ທີ່ກຳລັງນຸ່ງເຄື່ອງຄົນເຈັບ ພ້ອມສາຍນໍ້າທະເລ ໂດຍໄດ້ຂຽນແຄັບຊັ່ນຢອກພັນລະຍາ ປະມານວ່າ: ລັກມາທ່ຽວໂຮງໝໍແປັບໜຶ່ງ ບໍ່ດົນກໍກັບ ຢ່າບອກລາວເດີ ຕອນນີ້ລາວຍັງບໍ່ຮູ້ ໄລຍະນີ້ຖ່າຍລະຄອນໜັກ ໃຫ້ລາວພັກຜ່ອນໄປ “แอบภรรยามาเที่ยวโรงพยาบาลแพร้บนึง เดี๋ยวกลับ อย่าบอกเธอนะครับ ตอนนี้เธอยังไม่รู้ ช่วงนี้ถ่ายละครหนัก ให้เธอพักผ่อนไป” ເຊິ່ງເຮັດໃຫ້ແຟນຄຣັບຫຼາຍຄົນຕົກໃຈ ແລະ ສະແດງຄວາມຄິດເຫັນໃຫ້ກຳລັງໜຸ່ມບອຍຢ່າງລົ້ນເຫຼືອ. ຫຼ້າສຸດໃນວັນ ທີ 5 ກັນຍາ ໜຸ່ມບອຍໄດ້ໂພສຮູບຍົກສອງນີ້ວກັບໜ້າຕາທີ່ສົດໃສ ພ້ອມອັບເດດອາການເຈັບໃນ IG ວ່າ: ອາຫານເປັນພິດ ແລະ ຕິດເຊື້ອໃນກະເພາະອາຫານ ແຕ່ຍັງໄຫວຢູ່ເດີ ຂອບໃຈທຸກຄວາມຫ່ວງໃຍທີ່ສົ່ງມາຫາກັນເດີ. ເຫັນແນວນີ້ແຟນຄຣັບຫຼາຍໆຄົນກໍໝົດຫ່ວງ …
Read More »