ເຊື່ອວ່າສາວໆຫຼາຍຄົນຈະເຄີຍພົບກັບບັນຫາ ຜົມມັນງ່າຍ ບາງຄົນສະຜົມທຸກມື້ແຕ່ກໍຍັງຮູ້ສຶກວ່າຜົມມັນ ແລະ ໜຽວ ເຊິ່ງອາການນີ້ ມັກເຮັດໃຫ້ສາວໆເສຍຄວາມໝັ້ນໃຈ ເພາະການທີ່ເຮົາມີຜົມມັນຈະເຮັດໃຫ້ໜ້າຕາບໍ່ສົດໃສ ແລະ ອື່ນໆ. ມື້ນີ້ ແອັດເລີຍມາບອກສາເຫດຫຼັກທີ່ເຮັດໃຫ້ຜົມຂອງເຮົາມັນງ່າຍ ເຊິ່ງລວມມີ 5 ສາເຫດດັ່ງນີ້: 1 ບາງທີການສະຜົມຕະຫຼອດ ກໍເຮັດໃຫ້ຜົມມັນໄວຂຶ້ນ ສ່ວນໃຫຍ່ເວລາຜົມມັນຈະມີຄົນມັກເຢີ້ຍວ່າ: “ບໍ່ສະຜົມແມ່ນບໍ?” ແຕ່ຄວາມຈິງການທີ່ຜົມມັນງ່າຍກວ່າປົກກະຕິຄືການໃຊ້ ຢ່າສະຜົມຫຼາຍເກີນໄປ ຫຼືສະຜົມຫຼາຍເກີນໄປ ເພາະການທີ່ເຮົາສະຜົມຕະຫຼອດ ທັງເຊົ້າ-ແລງ ມັນຍິ່ງເຮັດໃຫ້ໄປກະຕຸ້ນນໍ້າມັນທຳມະຊາດໃນໜັງຫົວ ໃຫ້ເຮັດວຽກໜັກຂຶ້ນກວ່າປົກກະຕິ. 2 ໃຊ້ເຈວ ຫຼືສະເປ ໃນການເຮັດຊົງຜົມຫຼາຍເກີນໄປ ຖ້າຫາກວ່າສາວໆມັກໃນການເຮັດຊົງຜົມ ເຊັ່ນ: ການລີດ, ລອນ, ດັດ… ໂດຍມີການໃຊ້ສະເປ, ຢາແວັກຜົມ ແລະ ຄຣີມ ເກືອບທຸກໆມື້ ນັ້ນກໍເປັນອີກສາເຫດໜຶ່ງຂອງການເຮັດໃຫ້ຜົມໜຽວ ໂດຍສະເພາະສາວໆທີ່ບໍ່ມັກສະຜົມ ແຕ່ມັກເຮັດຊົງຜົມ ຈະມີສານຕົກຄ້າງຈາກຜະລິດຕະພັນດັ່ງກ່າວເກາະຕິດຢູ່ຕາມເສັ້ນຜົມ ແລະ ໜັງຫົວ ເຮັດໃຫ້ຜົມມັນນັ້ນເອງ. ແຕ່ແອັດບໍ່ໄດ້ບອກໃຫ້ເຊົາເຮັດຊົງຜົມ ພຽງແຕ່ຫຼຸດປະລິມານການໃຊ້ພວກສານສະເປ …
Read More »Kuanjaitaem Kuanjai page
ເກຣຕາ ທຸນເບີກ Greta Thunberg
ມາຮູ້ຈັກ ເດັກນ້ອຍຜູ້ເປັນສັນຍະລັກຂອງການຕໍ່່ສູ້ ໃນປະເດັນວາພະໂລກຮ້ອນ ປັດຈຸບັນ ເກຣຕາ ທຸນເບີກ ມີອາຍຸພຽງ 17 ປີ ສາມາດເຮັດໃຫ້ຄົນສ່ວນຫຼາຍຫັນມາໃສ່ໃຈກັບບັນຫາດ້ານສະພາບອາກາດທີ່ປ່ຽນແປງ ໂດຍການໂຕນໂຮງຮຽນ ເພື່ອມານັ່ງປະທ້ວງຢູ່ຕໍ່ໜ້າ ລັດສະພາ ສະວີເດັນ ທຸກໆວັນສຸກ ຈົນເຮັດໃຫ້ເຍົາວະຊົນທົ່ວໂລກ ເລີ່ມຫັນມາໃສ່ໃຈ ກັບບັນຫາສະພາບອາກາດ ຈົນການເປັນ “School Strike for the Climate Movement” ລາວໄດ້ກາຍເປັນແຮງບັນດານໃຈຂອງເດັກນ້ອຍຍຸກໃໝ່ໃນຫຼາຍໆປະເທດ ກ່ຽວກັບການລຸກຂຶ້ນມາຕໍ່ສູ້ກັບສິ່ງຕ່າງໆ ຈົນສື່ມວນຊົນຕັ້ງສາຍານາມໃຫ້ວ່າເປັນ: “Climate Icon” ຫຼືໄອຄອນ ພູມອາກາດ. ນອກຈາກນັ້ນ, ລັກສະນະສະເພາະທາງດ້ານ ແວຕາ ແລະ ໃບໜ້າຂອງເກຣຕາ ເບິ່ງຄືຄຽດແຄ້ນຕະຫຼອດເວລາ ຈົນມີຄົນເຢີ້ຍວ່າລາວເປັນເດັກນ້ອຍໃຈຮ້າຍ ແລະ ຫົວແຂງ, ແຕ່ເຖິງຢ່າງໃດກໍຕາມ ເກຣຕາ ໄດ້ຂຽນໄວ້ໃນ Twitter Profile ຂອງລາວຢ່າງຊັດເຈນວ່າ: “ລາວເປັນ ນັກກິດຈະກຳດ້ານສະພາບພູມອາກາດທີ່ເປັນ Asperger” …
Read More »ຂ່າວຊັອກວົງການໜັງ ໂຣເບີດ ແພັດທິນສັນ ຕິດໂຄວິດ 19 ຖ່າຍ The Batman ຕ້ອງຢຸດ
ໂຣເບີດ ແພັດທິນສັນ ອາຊີບ ດາລາ-ນັກສະແດງ Hollywood ຜົນງານທີ່ເປັນທີ່ຮູ້ຈັກກັນດີ ກໍຄື ໜັງເລື່ອງ: “Vampire Twilight” ທີ່ເຈົ້າໂຕໄດ້ຮັບບົດເປັນພະເອກ ເຊິ່ງໄດ້ຮັບການຕອບຮັບຈາກແຟນຄຣັບຢ່າງລົ້ນເຫຼືອ. ຫຼ້າສຸດພະເອກ ໂຣເບີດ ແພັດທິນສັນ ກຳລັງຖ່າຍທຳໜັງເລື່ອງ:”The Batman” ທີ່ນຳມາສ້າງຄືນເປັນ Version ໃໝ່. ແຕ່ແລ້ວ ແຟນຄຣັບຂອງ ໂຣເບີດ ແພັດທິນສັນ ແລະ ແຟນໜັງ “The Batman” Version ຂອງຜູ້ກຳກັບ ແມັດ ຣີເວສ ໃໝ່ຕ້ອງຊັອກ ເມື່ອພົບວ່າພະເອກໜຸ່ມດັງ ຕິດໂຄວິດ-19 ເຮັດໃຫ້ກອງຖ່າຍຢຸດ, ເຊິ່ງກອງຖ່າຍທຳໜັງດັ່ງກ່າວ ຫາກໍກັບມາຖ່າຍທຳອີກຄັ້ງໃນປະເທດອັງກິດ. ທາງຄ່າຍ Warner Bros ໄດ້ອອກມາຖະແຫຼງວ່າ: “ມີໜຶ່ງໃນສະມາຊິກຂອງກອງໄດ້ກວດພົບໂຄວິດ-19 ແລະ ໃນຂະນະນີ້ ກຳລັງກັກຕົວຕາມກົດລະບຽບ ເຊິ່ງຈະຕ້ອງຢຸດການຖ່າຍທຳຊົ່ວຄາວ” ໂດຍທາງ ວາລະສານ Vanity …
Read More »ດວງປະຈຳວັນທີ 4 ກັນຍາ 2020
ທ້າຍອາທິດແລ້ວ!!! ຫວັງວ່າທຸກຄົນຈະໂຊກດີ ໃນອາທິດນີ້ ເຊິ່ງມື້ນີ້ແອັດເອງ ກໍບໍ່ລືມທີ່ຈະນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາອັບເດດໃຫ້ທຸກຄົນ, ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ? ດວງສຳລັບຄົນເກີດວັນອາທິດ ວຽກງານ: ມີປາກສຽງເລັກນ້ອຍ ຫຼືບໍ່ເຂົ້າໃຈກັນ ກັບຄົນເພດກົງກັນຂ້າມ ໃນບັນດາເພື່ອນຮ່ວມງານ, ໃຫ້ລະວັງຄຳເວົ້າ ການເງິນ: ຄົນມີອາຍຸຈະໃຫ້ໂຊກດ້ານການເງິນ ຄວາມຮັກ: ຕ່າງຝ່າຍຕ່າງລັງເລທີ່ຈະເຂົ້າຫາກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ໜ້າທີ່ການງານລາບລື່ນ ພະຍາຍາມພັດທະນາເລື້ອຍໆ ການເງິນ: ເສຍເງິນແບບກະທັນຫັນໃຫ້ຄົນໃກ້ຕົວ, ແຕ່ບໍ່ແມ່ນເລື່ອງຮ້າຍແຮງ ຄວາມຮັກ: ຈະພົບຄົນຫ່ວງໃຍ ແລະ ໃສ່ໃຈ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ມີໂອກາດໄດ້ສ້າງທຸລະກິດໃໝ່ ທີ່ຄາດວ່າຈະສຳເລັດ ແລະ ສ້າງຜົນກຳໄລສູງ ການເງິນ: ມີເລື່ອງຕ້ອງໃຊ້ເງິນຫຼາຍ ຄວາມຮັກ: ມີການຫຶງຫວງອີກຝ່າຍ ຍ້ອນຄວາມບໍ່ໄວ້ໃຈ ດວງສຳລັບຄົນເກີດວັນພຸດ ວຽກງານ: ທຸລະກິດ ຫຼືໜ້າທີ່ວຽກງານໄປໄດ້ດີ ເປັນທີ່ພໍໃຈຂອງຫົວໜ້າ ແລະ ເພື່ອນຮ່ວມງານ ການເງິນ: ຈະໄດ້ຮັບໂຊກ ແລະ ມີຜູ້ອຸປະຖຳ ຄວາມຮັກ: ຄວາມຮັກຢູ່ໃນໄລຍະຫວານຈົນນໍ້າອ້ອຍທຽບບໍ່ໄດ້ ດວງສຳລັບຄົນເກີດວັນພະຫັດ …
Read More »ແມ່ຍິງຍຸກໃໝ່ຕ້ອງຮູ້!!! ການສ້າງທັກສະ ສື່ສານແບບ SMALL TALK
ການສື່ສານເປັນສິ່ງສຳຄັນຫຼາຍ ບໍ່ວ່າຈະຢູ່ໃນສະຖານະການໃດ ຫຼືວຽກໃດຂະແໜງໃດກໍຕາມ ເພາະສິ່ງດັ່ງກ່າວ ເປັນການເຊື່ອມໂຍງຄວາມເຂົ້າໃຈ ແລະ ສ້າງຄວາມສຳພັນອັນດີຕໍ່ເພື່ອນຮ່ວມງານ. ການໂອ້ລົມສົນທະນາມີການນໍາໃຊ້ທັງຍິງ-ຊາຍ ແຕ່ປັດຈຸບັນແມ່ຍິງຍຸກໃໝ່ສ່ວນຫຼາຍເປັນພະນັກງານຫ້ອງການ ສະນັ້ນ, ຕ້ອງຮູ້ຈັກປະສານວຽກງານໃຫ້ຄ່ອງແຄ້ວເປັນຕົ້ນ. ວິທີການສື່ສານແບບ SMALL TALK ເປັນການສົນທະນາສັ້ນໆ ຫຼືການສື່ສານເບື້ອງຕົ້ນ ທີ່ສາມາດສ້າງສາຍພົວພັນໄດ້ດີ ເຊິ່ງມີຕົວຢ່າງທີ່ງ່າຍ ແລະ ໃກ້ຕົວທີ່ສຸດ 5 ຂໍ້ດັ່ງນີ້: 1 ຊວນສົນທະນາເລື່ອງກິດຈະກຳຍາມວ່າງທົ່ວໄປ ການຊວນອີກຝ່າຍສົນທະນາເລື່ອງ ກິດຈະກຳຍາມວ່າງ ເປັນເລື່ອງທີ່ງ່າຍ ແລະ ສຳຄັນທີ່ສຸດເຊັ່ນ: ການຖາມໃນຫົວຂໍ້ກ່ຽວກັບໄປອອກກຳລັງກາຍ, ເບິ່ງໜັງ, ຟັງເພງ ຫຼືໄປຊື້ເຄື່ອງ ເພາະເປັນສິ່ງທີ່ຄົນທົ່ວໄປມັກເຮັດຢູ່ແລ້ວ. ສິ່ງເຫຼົ່ານີ້, ເປັນການເພີ່ມທັກສະການສື່ສານ ແລະ ສ້າງມິດຕະພາບໄດ້ຢ່າງ່າຍໆ. 2 ການຊວນລົມເລື່ອງການລົງທຶນ ການລົງທຶນເປັນອີກສິ່ງໜຶ່ງທີ່ພະນັກງານຫ້ອງການນິຍົມຫຼາຍທີ່ສຸດ ໂດຍໝາຍເຖິງ ການຊື້ ຫຼືການຜ່ອນ ປະເພດດິນ, ເຮືອນ ແລະ ລົດ… ໂດຍຈະຕ້ອງເລີ່ມຕົ້ນເຝິກທັກສະການສື່ສານດ້ວຍການຂໍຄວາມຮູ້ ຫຼືຄຳແນະນຳໃນດ້ານການລົງທຶນ, …
Read More »