ຂໍ້ຄິດດີໆຈາກ ຊານນາ ມາລິນ ນາຍົກລັດຖະມົນຕີຟິນແລນ ທີ່ອາຍຸນ້ອຍທີ່ສຸດໃນໂລກ ໂດຍມີອາຍຸພຽງ 34 ປີ. ພໍ່ແມ່ຂອງມາລິນ ແຍກທາງກັນຕັ້ງແຕ່ຍັງນ້ອຍ ເຊິ່ງລາວອາໄສຢູ່ນຳແມ່ ໃນຕອນນັ້ນສະພາບການງານມີບັນຫາ ມາລິນ ເລີຍຕ້ອງເລີ່ມຊ່ວຍເຫຼືອຕົນເອງ ໂດຍການຊອກຫາວຽກເຮັດ. ລາວເຄີຍເຮັດວຽກຢູ່ຮ້ານເບີເກີຣີ ຕອນອາຍຸ 15 ປີ ແລະ ເລີ່ມຂາຍວາລະສານໄລຍະສຶກສາຢູ່ ມັດທະຍົມຕອນປາຍ. ໃນຂະນະນັ້ນ, ແມ່ຂອງລາວໄດ້ພົບຮັກໃໝ່ ເຊິ່ງເປັນເພດດຽວກັນ ແລະ ໄດ້ອາໄສຢູ່ນຳກັນໃນຫ້ອງເຊົ່າແຫ່ງໜຶ່ງ. ສິ່ງເຫຼົ່ານັ່້ນ, ເຮັດໃຫ້ ມາລິນ ເຂົ້າໃຈຄວາມຫຼາກຫຼາຍຂອງສັງຄົມ ແລະ ເພດສະພາບດີ. ເມື່ອ ມາລິນ ກາຍເປັນນັກການເມືອງ ລາວຈຶ່ງມີແນວຄິດຜັກດັນ “ຄວາມສະເໝີພາບ,ຄວາມຍຸດຕິທຳ ແລະ ສິດທິມະນຸດ” ເຖິງແມ່ນວ່າໃນຕອນເປັນເດັກນ້ອຍ ຄອບຄົວຂອງມາລິນຈະມີບັນຫາດ້ານການເງິນ ແຕ່ແມ່ຂອງລາວກໍສະໜັໜູນມາໂດຍຕະຫຼອດ ພ້ອມທັງເວົ້າກັບລາວຕະຫຼອດວ່າ: ”ຢາກເປັນຫຍັງກໍໄດ້ທີ່ຕົນເອງຢາກເປັນ” ເຊິ່ງ ມາລິນ ກໍເປັນລູກຄົນດຽວທີ່ສາມາດຮຽນຈົບມັດຖະຍົມຕອນປາຍ ແລະ ເຂົ້າຮຽນຕໍ່ໃນມະຫາວິທະຍາໄລ. …
Read More »Kuanjaitaem Kuanjai page
ຄອບຄົວ ພະເອກຊື່ດັງ Hollywood ຕິດໂຄວິດ-19 Mr Dwayne johnson
ເປັນທີ່ຮູ້ກັນດີຢູ່ແລ້ວວ່າ ໂຄວິດ-19 ກຳລັງລະບາດຢ່າງຮຸນແຮງໃນທົ່ວໂລກ ຫຼ້າສຸດ ເດວິດ ດັກລາສ ຈອນສັນ ອາຊີບ ດາລາ ແລະ ນັກສະແດງດັງ Hollywood ພ້ອມທັງເປັນນັກມວຍປໍ້າຂອງ WWE ມີເຊື້ອສາຍຊາມົວ ເຊິ່ງເປັນທີ່ຮູ້ຈັກດີໃນນາມ The Rock ສາຍາຫີນຍ່າງໄດ້. ເດວິດ ໄດ້ແຕ່ງງານກັບ ແດນນີ ກາເຊຍ(Dany Garcia) ແລະ ມີລູກ 2 ຄົນ. ແຕ່ສິ່ງທີ່ໜ້າຕົກໃຈກໍຄື ເຈົ້າຕົວໄດ້ເຜີຍແຜ່ຄຣິບວິດີໂອ ຜ່ານ IG ຂອງຕົວເອງວ່າເຄີຍຕິດເຊື້ອ ໂຄວິດ-19 ປັດຈຸບັນ ແມ່ນດີຂຶ້ນແລ້ວ, ແຕ່ວ່າພັນລະຍາ ແລະ ລູກສາວ 2 ຄົນ ໄດ້ຕິດເຊື້ອນັ້ນອີກຄັ້ງ ຕອນນີ້ພວກເຂົາກຳລັງຢູ່ໃນການປິ່ນປົວ ແລະ ເຮັດຕາມລະບຽບການວາງອອກຂອງເຈົ້າໜ້າທີ່ ແລະ ຂໍຂອບໃຈທຸກແຮງກຳລັງໃຈທີ່ສົ່ງກັນເຂົ້າມາ ຫວັງວ່າພວກເຮົາຈະຜ່ານພົ້ນວິກິດນີ້ໄປໂດຍໄວ. ແຟນຄຣັບແຫ່ກັນສະແດງຄວາມຄິດເຫັນຕໍ່ເລື່ອງດັ່ງກ່າວ ເພາະເປັນທີ່ຕົກໃຈຂອງຫຼາຍຄົນ, …
Read More »ສ່ອງພາບນາງສາວລາວ 2019 ທີ່ມາໃນຊຸດຊົນເຜົ່າ
ສ່ອງຄວາມງົດງາມຂອງ Miss LAOS ນາງສາວລາວ 2019 ທັງ 5 ຄົນ ທີ່ອອກມາແຕ່ງໜ້າເກົ້າຜົມຈັດເຕັມໃນຊຸດຊົນເຜົ່າໂດຍມີ ທັງ 5 ຊົນເຜົ່າ. ເລີ່ມຕົ້ນທີ່ນ້ອງ ວິນະດາ ພິສາລາດ (ນ້ອງ), ນາງສາວລາວ 2019 ສາວໜ້າຫວານຜິວສີແທນ ມາໃນຊຸດຊົນເຜົ່າກຶມມຸ ທີ່ງາມເປະ ພ້ອມຮອຍຍິ້ມອັນສົດໃສ. ຊົນເຜົ່າໄທແດງ ມີເຄົ້າກຳເນີດດຽວກັນກັບໄທດຳ ເຊິ່ງຈະມີການແຕ່ງກາຍກ້ຳກຶ່ງຄືກັນ, ຕ່າງແຕ່ວ່າ ຊົນເຜົ່າໄທແດງໂດຍທົ່ວໄປຈະແຕ່ງກາຍດ້ວຍເສື້ອສີຟ້າແກ່ ແລະປະດັບກາຍ ເຄື່ອງນຸ່ງຫົ່ມ, ຜ້າໂພກຫົວ, ລວມໄປເຖິງຜືນສິ້ນ ແມ່ນຈະທໍແຊກດ້ວຍສີແດງເລືອດນົກອັ່ນເປັນສີມຸງຄຸນແລະສະດຸດສາຍຕາ. ໂຈແອນ ໂພທິວັດ (ໂຈ), ຮອງອັນດັບໜຶ່ງນາງສາວລາວ 2019 ໃນຊຸດຊົນເຜົ່າເມີ້ຍ ຊົນເຜົ່າຜູ້ໄທ ເປັນຊົນເຜົ່າໜຶ່ງທີ່ມີເອກະລັກການດຳລົງຊີວິດນັ້ນກໍ່ຄື ການເຮັດໄຮ່ ເຮັດນາ ແລະ ເຮັດສວນເພື່ອປູກເຂົ້າ ພືດທາດແປ້ງ, ເຜືອກ,ມັນ ແລະ ອື່ນໆ, ແລະ ຍັງໄດ້ມີການລ້ຽງສັດ …
Read More »ດວງປະຈຳວັນທີ 3 ກັນຍາ 2020
ມື້ນີ້ແອັດມິນ ນຳເອົາດວງທາງດ້ານວຽກງານ, ການເງິນ ແລະ ຄວາມຮັກ ມາໃຫ້ທຸກຄົນເບິ່ງ ມີຄົບທຸກວັນເກີດຕັ້ງແຕ່ ວັນຈັນ-ວັນອາທິດ ມາເບິ່ງນຳກັນວ່າດວງຂອງວັນທີ 3 ກັນຍາ ປີ 2020 ດວງແຕ່ລະຄົນຈະເປັນແນວໃດ ດວງສຳລັບຄົນເກີດວັນອາທິດ ວຽກງານ: ເຮັດທຸລະກິດທາງອອນລາຍປະສົບຜົນສຳເລັດ ການເງິນ: ການເງິນກຳລັງດີ ອາດມີໂຊກຕໍ່ເນື່ອງ ໂດຍຈະໄດ້ເງິນຈາກຄວາມສາມາດຕົນເອງ ຄວາມຮັກ: ລະວັງຈະມີບັນຫາເລື່ອງປາກສຽງສຳລັບຄົນທີກຳລັງຄົບຫາແຕ່ຍັງບໍ່ທັນໄດ້ແຕ່ງ ຫຼືໃຊ້ຊີວິດຢູ່ນຳກັນ ດວງສຳລັບຄົນເກີດວັນຈັນ ວຽກງານ: ທຸລະກິດໄປໄດ້ດີ ກຳລັງຢູ່ໃນຂາຂຶ້ນ ການເງິນ: ບໍ່ມີເຫດການທີ່ຈະໃຊ້ເງິນຫຼາຍເທື່ອ ແຕ່ຕ້ອງເສຍເງິນຊື້ເຄື່ອງໃຊ້ທົ່ວໄປ ຄວາມຮັກ: ຄວາມຮັກໄປໄດ້ດີ ຄົນທີ່ຄົບຫາກັນແລ້ວ ອາດຈະມີຂ່າວດີໃນໄວໆນີ້ ດວງສຳລັບຄົນເກີດວັນອັງຄານ ວຽກງານ: ໜ້າທີ່ວຽກງານຄ້ອນຂ້າງເຮັດໃຫ້ສັບສົນ ການເງິນ: ຍັງຢູ່ໃນເກນໃຊ້ຈ່າຍ ເພາະຈະມີຄົນມາຂໍຄວາມຊ່ວຍເຫຼືອ ຄວາມຮັກ: ມີການລະແວງເຊິ່ງກັນ ແລະ ແຕ່ຄວາມຈິງບໍ່ໄດ້ມີຫຍັງ ດວງສຳລັບຄົນເກີດວັນພຸດ ວຽກງານ: ວຽກງານກ່ຽວກັບການໃຊ້ ວາທະສິນ ກຳລັງໄປໄດ້ດ້ວຍດີ ເຊັ່ນ: ການເຈລະຈາ… ການເງິນ: ມີໂອກາດໄດ້ຮັບເງິນກ້ອນໃຫຍ່ ຄວາມຮັກ: ກຳລັງໄປໄດ້ດ້ວຍດີ ມີການສະແດງຄວາມຮັກທີ່ຫວານ ດວງສຳລັບຄົນເກີດວັນພະຫັດ ວຽກງານ: ສຳລັບຜູ້ທີ່ຈະດຳເນີນທຸລະກິດໃໝ່ ຄວນລົງມືເຮັດກັບຄົນຮູ້ຈັກ ຫຼື …
Read More »ຂໍສະແດງຄວາມຍິນດີກັບ ທິບປະສົງ ອັກຄະມຸນຕີ ສາມາດຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ
ຖືໄດວ່າເປັບບົດບາດ ແລະ ບາດກ້າວອັນສຳຄັນຂອງແມ່ຍິງລາວ ເພາະນີ້ເປັນເທື່ອທໍາອິດ ທີ່ຜູ້ສະໝັກຄົນລາວໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (Erasmus Mundus Joint Master) ນັບຕັ້ງແຕ່ທຶນດັ່ງກ່າວໄດ້ເປີດໃຫ້ສະໝັກໃນ ປີ 2015 ໂດຍ ນ.ທິບປະສົງ ອັກຄະມຸນຕີ ສາມາດໄດ້ຍາດເອົາທຶນທີ່ມີການແຂ່ງຂັນທົ່ວໂລກ (ທຶນບໍ່ມີໂຄຕ້າໃຫ້ສະເພາະຄົນລາວ) ເປັນຄວາມພູມໃຈຂອງຄົນລາວແທ້ໆເລີຍ ທີ່ມີຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ມີສະໜອງລະດັບ 5G ສາມາດຮຽນຮູ້ ແລະ ສຶກສາທຽບເທົ່າລະດັບສາກົນ. ເຊິ່ງວ່າ ທິບປະສົງ ຈະໄປສຶກສາໃນຫົວຂໍ້ Advanced Development in Social Work ເປັນໄລຍະ 2 ປີ ໃນ 4 ປະເທດ (ເດນມາກ, ຝຣັ່ງ, ອັງກິດ ແລະ ປອກຕຸຍການ). ສຸດທ້າຍນີ້ ຂວັນໃຈຂໍອວຍພອນ ແລະ ເປັນກຳລັງໃຈໃຫ້ ທິບປະສົງ …
Read More »