Breaking News

Kuanjaitaem Kuanjai page

ຈະກະຕຸ້ນໃຫ້ຄົນຮຸ່ນໃໝ່ ໃຫ້ເຮັດວຽກຢ່າງມີປະສິດທິພາບແນວໃດ?

ຄົນຮຸ່ນໃໝ່ຄືບຸກຄະລາກອນໜຶ່ງທີ່ສຳຄັນ ເຖິງແມ່ນວ່າພວກເຂົາຈະບໍ່ໄດ້ຜ່ານປະສົບການຫຼາຍຮ້ອຍພັນເທົ່າຄືກັບຄົນທີ່ເຮັດວຽກມາດົນແລ້ວ ແຕ່ພວກເຂົາກໍມີໄຟ ແລະ ມີຄວາມຕັ້ງໃຈບໍ່ນ້ອຍ. ສະນັ້ນ, ເຮົາຈະກະຕຸ້ນແນວໃດໃຫ້ການເຮັດວຽກຂອງພວກເຂົາມີປະສິດທິພາບ ມາເບິ່ງນຳກັນ! 1. ຮຽນຮູ້ຈາກຄວາມຜິດພາດ ພະນັກງານໃໝ່ສ່ວນຫຼາຍ ບໍ່ໄດ້ຖືກກະຕຸ້ນໃຫ້ກ້າຄິດ, ກ້າຕັດສິນໃຈເລື່ອງສຳຄັນພໍປານໃດ ເພາະການເລືອກທີ່ຈະເຮັດຫຍັງອີງຕາມຜູ້ໃຫຍ່ໃນອົງກອນຈະປອດໄພກວ່າ ເຊິ່ງເຮົາຄວນເປີດໂອກາດໃຫ້ເຂົາເຈົ້າໄດ້ລອງຜິດລອງຖືກ ເພາະພວກເຂົາຈະຮຽນຮູ້ຈາກຄວາມຜິດພາດນັ້ນ ເຊິ່ງຈະເປັນປະສົບການທີ່ໃຊ້ໄດ້ໃນໄລຍະຍາວ ໂດຍທີ່ເຮົາເອງກໍຕ້ອງເບິ່ງ ແລະ ແນະນຳວ່າໂຕໃດຖືກໂຕໃດຜິດ ເພື່ອທີ່ພວກເຂົາຈະໄດ້ປັບປຸງໃຫ້ດີຂຶ້ນ. 2. ເຮັດໃຫ້ເຫັນເປັນຕົວຢ່າງ ຕົວຢ່າງຄືສິ່ງທີ່ໃຫ້ຄົນເຫັນແລ້ວເຮັດຕາມ ຖ້າຫາກວ່າເຮົາເຮັດຕົວຢ່າງທີ່ດີໃຫ້ພວກເຂົາເບິ່ງ ພວກເຂົາກໍຈະສາມາດເຮັດມັນໄດ້ເຖິງຈະບໍ່ 100% ກໍຕາມ ເພາະພຽງແຕ່ຄຳເວົ້າຢ່າງດຽວພວກເຂົາອາດຈະບໍ່ເຂົ້າໃຈ. 3. ໃຫ້ຄວາມຊ່ວຍເຫຼືອ ເພື່ອຍົກລະດັບຜົນງານ ຄົນເຮັດວຽກມັກຈະພົບກັບອຸປະສັກຕ່າງໆ ບໍ່ວ່າຈະເປັນ ອຸປະກອນການເຮັດວຽກເກົ່າ, ການເດີນທາງມາເຮັດວຽກມີຄວາມຍາກລຳບາກ ແລະ ອື່ນໆ ເຊິ່ງເຮັດໃຫ້ພະນັກງານສ່ວນໃຫຍ່ມີຜົນງານຢູ່ໃນລະດັບປານກາງທີ່ບໍ່ໂດດເດັ່ນ, ສິ່ງທີ່ສຳຄັນຄື ຕ້ອງຄົ້ນໃຫ້ພົບວ່າພະນັກງານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງໃດ ຖ້າເຮົາຕອບໂຈດສິ່ງເຫຼົ່ານັ້ນໄດ້ ຈະເຮັດໃຫ້ພວກເຂົາບໍ່ຕ້ອງກັງວົນ ແລະ ເຮັດວຽກໄດ້ຢ່າງເຕັມທີ່ຫຼາຍຂຶ້ນ. 4. ການແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ໄລຍະທຳອິດ ພະນັກງານໃໝ່ອາດຈະຍັງບໍ່ຮູ້ວ່າຕ້ອງສະແດງຄວາມຄິດເຫັນແນວໃດ ເຊິ່ງໜ້າທີ່ຂອງຜູ້ເປັນຫົວໜ້າກໍຄືການພະຍາຍາມສອບຖາມຄວາມຕ້ອງການ …

Read More »

ອິ່ງ ແກ້ວມຸກດາ ພິມພັກດີ ດາລາໄວລຸ້ນມາແຮງ

ສາວງາມທີ່ກຳລັງມາແຮງແຊງໂຄ້ງ ສາວ ອິ່ງ ແກ້ວມຸກດາ ພິມພັກດີ ອາຍຸ 22 ປີ ຄົນແຂວງຈຳປາສັກ ຈົບການສຶກສາຈາກ ມະຫາວິທະຍາໄລຈຳປາສັກ ຄະນະເສດຖະສາດ ແລະ ການຄຸ້ມຄອງ. ສາວອິ່ງ ເຄີຍປະກວດນາງສາວລາວ 2018 ເຊິ່ງໄດ້ຮັບລາງວັນຂວັນໃຈມະຫາຊົນ ແລະ ລາງວັນຮອງອັນດັບສອງ ນາງສາວລາວ 2018 ແລະ ເປັນນາງເອກ MV ເພງ “ສາວບ້ານໃດ” ຂອງ BIGYAI ແບກຶ ທີ່ໂດ່ງດັງພໍສົມຄວນ. ນອກຈາກນັ້ນ, ສາວອິ່ງ ຍັງມີຜົນງານໃນວົງການບັນເທີງອີກຫຼາກຫຼາຍ ເປັນຕົ້ນແມ່ນ ຖ່າຍ MV ເພງໃໝ່ ຂອງນັກຮ້ອງໄວລຸ້ນທີ່ຈະປ່ອຍອີກບໍ່ດົນ ພ້ອມກັນນັ້ນ, ອິ່ງ ຍັງໄດ້ຖ່າຍປະຕິທິນໃຫ້ກັບທະນາຄານ JDB ນຳອີກ. ຮູບພາບຈາກ Facebook: ແກ້ວມຸກດາ ພິມພັກດີ ສົນໃຈລົງໂຄສະນາ ຫລື …

Read More »

ແມ່ຕູ້ລິນ ຊີວິດບັ້ນປາຍຄືສຽງເພງ ແລະ ຫມານ້ອຍ

ແມ່ຕູ້ລິນ ເປັນທີ່ຮູ້ຈັກກັນດີໃນສັງຄົມໃນສາຍາ “ແມ່ຕູ້ຊະລາກັບໝານ້ອຍ” ແມ່ຕູ້ລິນມັກດີດກິຕ້າຮ້ອງເພງລົງຊ່ອງໃນ You Tube ແລະ ມີຄົນຕິດຕາມແມ່ຕູ້ລິນຈຳນວນຫຼາຍ. ກ່ອນທີ່ແມ່ຕູ້ລິນຈະດີດກິຕ້າຮ້ອງເພງ ແມ່ຕູ້ຫຼິນເກີດອຸບັດຕິເຫດເຮັດໃຫ້ໃບໜ້າບິດບ້ຽວ, ໝໍບອກໃຫ້ແມ່ຕູ້ເວົ້າຫຼາຍໆ, ລູກຫລານແມ່ຕູ້ບອກໃຫ້ແມ່ຕູ້ຮ້ອງເພງ ແລະ ມີລູກຊາຍຊື້ກິຕ້າມາໃຫ້ຮຽນ ແມ່ຕູ້ມັກຮ້ອງເພງ ແລະ ພໍມີພື້ນຖານແດ່ກໍເລີຍຫຼິ້ນເປັນປະຈຳ, ຫຼັງຈາກນັ້ນກໍເລີ່ມຫຼີ້ນແລ້ວໂພສວິດີໂອລົງ You Tube ແລະ ມີຄົນຕິດຕາມເພີ່ມຂຶ້ນທຸກມື້ ແລະ ມີໝານ້ອຍມາປະກອບສ່ວນນຳ ຈົນກາຍເປັນ “ແມ່ຕູ້ຊະລາກັບໝານ້ອຍ”. ປັດຈຸບັນ, ແມ່ຕູ້ລິນ ອາຍຸ 70 ປີ ແລ້ວ ແມ່ຕູ້ລິນໃຊ້ຊີວິດຢູ່ກັບສຽງເພງ ແລະ ໝານ້ອຍ. ແມ່ຕູ້ໄດ້ເວົ້າວ່າຢາກໃຫ້ຊີວິດມີຄວາມສຸກຢູ່ກັບສຽງເພງ ແລະ ໝານ້ອຍ. ຮູບພາບຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : …

Read More »

ມິ​ມີ່ ພູນ​ຊັບ ຮ່ວມເຮັດບຸນ ໄຫວ້ປູ່ສີສຸດໂທ ປູ່ສີສັດຕະນາກຄະຣາດ

ມິ​ມີ່ ພູນ​ຊັບ Miss International Laos 2017 ແລະ ໝູ່ເພື່ອນໃນວົງການບັນເທີງຮ່ວມເຮັດບຸນ ກາບໄຫວ້ປູ່ສີສຸດໂທ ປູ່ສີສັດຕະນາກຄະຣາດຢູ່ທີ່ ວັດທົ່ງທາດ ບ້ານຫ້ອມໃຕ້. ຮູບພາບ: Miss International Laos ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຕິກ ອະດີດເມຍສອນລາມ ຂາຍເຄື່ອງອອນລາຍເພື່ອຫາເງິນໃຊ້ເອງ

ການຢ່າຮ້າງຂອງທັງຄູ່ເປັນປະເດັນຮ້ອນໃນສັງຄົມ ເນື່ອງຈາກ ຕິກ ພັນສະຍາຂອງໜຸ່ມສອນລາມ ພະເອກດັງຂອງໄທ ໄດ້ຕິດການພະນັນຈົນເປັນກະແສວ່າໜຸ່ມສອນລາມໃຊ້ໜີ້ຊ່ວຍບໍ່ໄຫວແລ້ວ ເລີຍຈົບກັນທີ່ການຢ່າຮ້າງ. ຫຼ້າສຸດ ຕິກ ເອງກໍໄດ້ໄລ​ສົດ​ຂາຍ​ເຄື່ອງ​ຫາ​ເງິນ​ເອງຜ່ານ IG ຂອງຕົນເອງ ເປັນພະຍາຍາມເພິ່ງຕົນເອງຫຼາຍຂຶ້ນ. ພ້ອມກັນນັ້ນ, ຕິກ ຍັງໂພ​ສວ່າ:” ບໍ່​ຢາກ​ເຊື່ອ​ວ່າ​ຈະ​ມີ​ກຳ​ລັງ​ໃຈຫຼາຍ​ຂະ​ໜາດ​ນີ້ ເປັນ​ຫຍັງ​ຕ້ອງ​ໜີ​ໂຊ​ຊຽວ ເຮົາ​ຕ້ອງ​ກ້າ​ຍອມ​ຮັບ ເຮົາ​ຜິດ ເຮົາ​ຕົວະ ເຮົາ​ຮຽນ​ຮູ້​ແລ້ວ ສັງ​ຄົມ​ດ່າ​ເຮົາ​ແລ້ວ ຕໍ່​ຈາກ​ນີ້​ຢາກ​ຈະ​ເຮັດ​ຫຍັງ ຢາກ​ໄດ້​ຫຍັງ ຈະ​ບໍ່​ຮ້ອງ​ໄຫ້​ອີກ ຕິກ​ຟໍ​ໂລ 2 ຄົນ​ເທົ່າ​ນັ້ນ​ຢູ່​ໃນ ໄອ​ຈີ ເພາະ​ເຂົາ​ສຳ​ຄັນ​ທີ່​ສຸດ  ໜີ້​ສິນ ແລະ ນິ​ໄສ ນອກ​ຈາກ​ນີ້ ຕິກ​ຈະ​ລຸກ​ຂຶ້ນ​ສູ້ ລີ​ວິວ​ສິນ​ຄ້າ ຫຼັງ​ຈາກ​ຜູ້​ໃຫຍ່​ໃຈ​ດີ ຢາກ​ຊ່ວຍ​ເຫຼືອ ໃຫ້​ຕິກ​ມີ​ລາຍ​ໄດ້ ສ​້າງ​ອາ​ຊີບ​ໃຫ້​ຕົນ​ເອງ ຊາວ​ເນັດ​ກໍ​ໃຫ້​ກຳ​ລັງ​ໃຈ ບອກວ່າ ຊີ​ວິດ​ຄົນ​ເຮົາ​ບໍ່​ເຄີຍ​ມີ​ໃຜ​ບໍ່​ຜິດ​ພາດ” ແອັດມິນຂໍເປັນກຳລັງໃຈໃຫ້ແມ່ວີຈີ (ຕິກ) ຜ່ານບັນຫາຄັ້ງນີ້ໄປໄວໆເດີ! ຮູບພາບຈາກ:​ Mama Veeji …

Read More »