Breaking News

Kuanjaitaem Kuanjai page

ຄວນຮູ້ 7 ວິທີ ທີ່ຈະເຮັດໃຫ້ສະຫຼາດຂຶ້ນ

ນັກວິໄຈຫຼາຍຄົນໄດ້ຊີ້ີແຈງວ່າ ຄວາມສະຫຼາດບໍ່ໄດ້ເກີດຈາກການຮຽນ-ການສຶກສາພຽງຢ່າງດຽວ, ແຕ່ເກີດຈາກການຝຶກສະໝອງດ້ວຍວິທີອື່ນໆດ້ວຍ ເຊິ່ງມື້ນີ້ ແອັດຈະນຳເອົາ 7 ວິທີ ທີ່ຄວນຮູ້ ເພື່ອເພີ່ມຄວາມສະຫຼາດ ແລະ ສະໝອງໃສ ມາເບິ່ງນຳກັນເລີຍ! 1 ອະທິບາຍໃຫ້ຄົນອື່ນຟັງ ການອະທິບາຍໃຫ້ຄົນອື່ນຟັງ ເປັນການບັງຄັບໃຫ້ເຮົາຮຽບຮຽງຄວາມຄິດ ແລະ ຂະບວນການຮຽບຮຽງຄວາມຄິດນັ້ນເອງ ທີ່ຈະເຮັດໃຫ້ເຮົາເຂົ້າໃຈຫຼາຍຂຶ້ນ ແລະ ມີຄວາມຈື່ຈຳດີອີກດ້ວຍ. 2 ມີໝູ່ເພື່ອນສະຫຼາດ ການມີໝູ່ເພື່ອນສະຫຼາດ ເຮົາຈະຮຽນຮູ້ຈາກປະສົບການຂອງເຂົາ ແລະ ມີການແລກປ່ຽນຄວາມຄິດນຳກັນຢູ່ສະເໝີ ເຮົາຈະໄດ້ຄວາມຮູ້ຕ່າງໆຈາກພວກເຂົາ. 3 ໃຊ້ເວລາໃນການຫຼິ້ນອິນເຕີເນັດໃຫ້ມີປະໂຫຍດຫຼາຍຂຶ້ນ ເຊື່ອວ່າຫຼາຍຄົນ ໃຊ້ເວລາຈຳນວນຫຼາຍໃນການຫຼິ້ນສື່ອິນເຕີເນັດຕ່າງໆ ບໍ່ວ່າຈະເປັນ Facebook, Whatsapp, Wechat, Instagram… ເຊິ່ງມັນຈະດີກວ່າບໍ ຖ້າເຮົາເອົາເວລາດັ່ງກ່າວໄປອ່ານບົດຄວາມທີ່ມີປະໂຫຍດ ຫຼືຮຽນອອນລາຍ. 4 ຈື່ຈຳສິ່ງໃໝ່ໆທີ່ຮູ້ໃນແຕ່ລະມື້ ຄວນທີ່ຈະມີປຶ້ມບັນທຶກຫົວໜຶ່ງ ຫຼືເຄື່ອງມືໃນການບັນທຶກເຊັ່ນ: ຄອມພິວເດີ, ໂທສະສັບມືຖື… ພະຍາຍາມບັນທຶກສິ່ງທີ່ຕົນເອງຮູ້ໃໝ່ ເພາະເຮົາຈະບໍ່ລືມ ແລະ ສາມາດນໄປໃຊ້ໄດ້. …

Read More »

ອາລິສ ຫລຸຍ ວອລຕັນ (Alice Louise Walton) ແມ່ຍິງທີ່ຕິດອັນດັບມະຫາເສດຖີທີ່ລວຍສຸດໃນໂລກ

ອາລິສ ຫລຸຍ ວອລຕັນ ເປັນເຈົ້າຂອງຫຸ້ນ Walmart ໂດຍມີຊັບສິນຫຼາຍກວ່າ 11 ພັນລ້ານໂດລາສະຫະລັດ ໃນປີ 2016,​ ຫຼ້າສຸດ ໃນເດືອນ ກັນຍາ 2020 ວອລຕັນ ມີມູນຄ່າຊັບສິນທັງໝົດ 68,8 ພັນລ້ານໂດລາສະຫະລັດ ທີ່ເຮັດໃຫ້ລາວຕິດອັນດັບທີ ອັນດັບທີ 9 ບຸກຄົນທີ່ລວຍທີ່ສຸດໃນໂລກ ແລະ ກາຍເປັນຜູ້ຍິງລວຍທີ່ສຸດໃນໂລກ. ວອລຕັນ ເປັນຄົນສະຫະລັດອາເມລິກາ ເກີດວັນທີ 7 ພະຈິກ 1949 ປັດຈຸບັນ ອາຍຸ 70 ປີ, ຈົບຈາກມະຫາວິທະຍາໄລ Trinity ໃນ San Antonio, Texas, ໃນຄະນະວິຊາເສດຖະສາດ. ວອລຕັນແມ່ນຄົນທຳອິດ ທີ່ເປັນປະທານສະພາ ເຂດຕາເວັນຕົກສຽງເໜືອຂອງ Arkansas ແລະ ມີບົດບາດ ສຳຄັນໃນການພັດທະນາສະໜາມບິນຂອງພາກພື້ນ ຕາເວັນຕົກສຽງເໜືອ Arkansas. …

Read More »

R.I.P ເມຍ ໜຸ່ມ ໂກ​ສິນ ​ລາ​ຊາ​ເພງ​ລູກ​ທົ່ງ​ບ້ານ​ນາ

ຂໍສະແດງຄວາມເສຍໃຈກັບການຈາກໄປຂອງ ເມຍ ໜຸ່ມ ໂກ​ສິນ ​ລາ​ຊາ​ເພງ​ລູກ​ທົ່ງ​ບ້ານ​ນາ ຖືວ່າເປັນຂ່າວເສົ້າສະຫຼົດໃຈອີກຂ່າວໜຶ່ງ ທີ່ໄດ້ສູນເສຍບຸກຄົນໃນຕະກູນນີ້ອີກຄັ້ງ ຫຼັງຈາກທີ່ບໍ່ດົນມານີ້ ໄດ້ພົບກັບການສູນເສຍໂດຍການຈາກໄປຂອງ ອາຈານ ກິດາວເພັດ ໜູຫ່ວງ ໃນເດືອນເມສາ ຜ່ານມາ. ໂດຍ ເມຍ ຂອງໜຸ່ມໂກສິນ ໄດ້ເສຍຊີວິດໃນວັນທີ 23 ກັນຍາ 2020 ດ້ວຍພະຍາດຜູ້ກ່ຽວເອງ ພາຍຫຼັງທີ່ໄດ້ເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນວັນທີ 18 ກັນຍາ ຜ່ານມາ. ທາງຂັວນໃຈຕ້ອງຂໍສະແດງຄວາມເສຍໃຈກັບການຈາກໄປຄັ້ງນີ້ ຂໍໃຫ້ດວງວິນຍານສົ່ງໄປສູ່ຂະຕິ ຮູບພາບຈາກ: khamphoud Nouhouang ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »

ຍິນດີກັບບັນດິດໃໝ່ ເມ ເນລະມິດ Miss World Laos 2019

ເມ ເນລະມິດ Miss World Laos 2019 ຜູ້ມີຄວາມສາມາດທາງດ້ານ ການປະກວດ ແລະ ການສຶກສາ. ຜ່ານມາ ເມ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມຕະຫຼອດ ແລະ ກໍໄດ້ເຂົ້າຮ່ວມ ໂຄງການເດີນແບບການກຸສົນ “ຮ່ວມປັນຮັກ Better Together Charity “. ເຊິ່ງຫຼ້າສຸດ ສາວ ເມ ໄດ້ຈົບການສຶກສາ ປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 22 ກັນຍາ ຜ່ານມາ ໂດຍມີ ພໍ່ແມ່ ແລະ ໝູ່ເພື່ອນ ຮ່ວມກັນໄປສະແດງຄວາມຍິນດີກັບສາວເມ ພ້ອມຕາພ້ອມຕາ. ຂໍແດງຄວາມຍິນດີອີກຄັ້ງ ກັບການຈົບການສຶກສາ ເພາະຖືເປັນບາດກ້າວຄວາມສຳເລັດອີກອັນໜຶ່ງ ຂໍໃຫ້ ເມ ຈົ່ງປະສົບຜົນສຳເລັດໃນວຽກງານ ແລະ ອາຊີບທີ່ຕົນເອງມັກເດີ!!. ຮູບພາບຈາກເຟສບຸກ: May Nalamith ສົນໃຈລົງໂຄສະນາ ຫລື …

Read More »

ສຸກສັນວັນເກີດປີນີ້ ມິວ ນິດຖາ ມາພ້ອມຮູບສຸດໂຣແມນຕິກ ກັບໄຮໂຊເຊນ

ມິວ ນິດຖາ ດາລາ-ນັກສະແດງໄທ ທີ່ມີຜົນງານຫຼາກຫຼາຍໃນວົງການບັນເທີງ ເຊິ່ງວັນທີ 21 ກັນຍາ ຜ່ານມາ ໂດຍປີນີ້ ມິວ ນິດຖາໄດ້ຮ່ວມສະຫຼອງວັນເກີດກັບສາມີກໍຄື ໄຮໂຊເຊນ ທີ່ຮ້ານມາຫານແຫ່ງໜຶ່ງ ທັງສອງໄດ້ປ່ອຍພາບຄວາມຫວານລົ້ນຈໍ. ທາງດ້້ານສາວມິວ ກໍໄດ້ໂພສພາບຫວານ ພ້ອມຊໍ່່ດອກກຸຫຼາບໃຫຍ່ ທີ່ຝ່າຍສາມີເປັນຄົນມອບໃຫ້ ເຮັດໃຫ້ແຟນຄຣັບພາກັນມາຄອມເມັ້ນສະຫຼອງວັນເກີດຢ່າງຫຼວງຫຼາຍ. ແອັດມິນ ຂໍອວຍພອນໃຫ້ ສາວ ມິວ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດທຸກຢ່າງ ແລະ ຄອງຮັກກັບຄົນຮັກຕະຫຼອດໄປ, ອັບຮູບຫວານໆແບບນີ້ໃຫ້ແອັດໄປສ່ອງຕະຫຼອດແນ່ເດີ ອິອິ ຮູບພາບຈາກ: https://www.posttoday.com/ent/news/633590 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

Read More »