ແອັບ ທັກສະອອນ ດາລາ-ນັກສະແດງ ຂອງໄທ ຜູ້ງາມທັງຮູບຮ່າງໜ້າຕາ ແລະ ກິລິຍາມາລະຍາດ ເຊິ່ງແມ່ແອັບ ຖືກຍົກໃຫ້ເປັນແມ່ລ້ຽງດ່ຽວສຸດ Strong ທີ່ປະຕິບັດໜ້າທີ່ໄດ້ດີຫຼາຍ. ເນື່ອງຈາກວ່າ ແມ່ແອັບ ທັກສະອອນ ເຄີຍແຕ່ງງານ ກັບ ສົງການ ເຕຊະນະຣົງ ຖານະຕະກູນເຈົ້າຂອງກິດຈະການພັນລ້ານ ເຂົາໃຫຍ່ໂບນັນຊ່າ ທັງສອງມີລູກສາວຄົນໜຶ່ງ ຊື່ນ້ອງປີໃໝ່ ແຕ່ເມື່ອປີຜ່ານມາຄວາມຮັກຢຸດສະງັກ ເນື່ອງຈາກຫຼາຍສາເຫດ ທັງສອງເລີຍຕັດສິນໃຈແຍກທາງກັນ ຈຶ່່ງເຮັດໃຫ້ແມ່ແອັບຕັັດສິນໃຈເປັນແມ່ລ້ຽງດ່ຽວ. ແມ່ແອັບ ໄດ້ເວົ້າເຖິງການເປັນລ້ຽງດ່ຽວໃນລາຍການໜຶ່ງວ່າ: ແມ່ລ້ຽງດ່ຽວໝາຍເຖິງຄົນທີ່ລ້ຽງລູກຄົນດຽວ ໂດຍທີ່ບໍ່ມີຄູ່ຄິດ ບໍ່ວ່າຈະຊ່ວຍຄິດ, ຊ່ວຍລ້ຽງ ຫຼືຊ່ວຍເລື່ອງການເງິນ, ການລ້ຽງລູກປະກອບດ້ວຍຫຼາຍຢ່າງບໍ່ສະເພາະແຕ່ເງິນທອງ ແຕ່ເປັນກາງວາງແຜນໃຫ້ລູກນຳອີກ ທັງກາຍທັງຈິດໃຈທັງການເງິນປະກອບນຳກັນ ລູກຕ້ອງຢູ່ໃນຄວາມຮັບຜິດຊອບຂອງເຮົາຄົນດຽວ”. ແມ່ແອັບຍັງເວົ້າອີກວ່າ: “ການເປັນແມ່ລ້ຽງດ່ຽວມັນເປັນຄວາມສຸກທີ່ຢູ່ພາຍໃຕ້ຄວາມກົດດັນເຊັ່ນດຽວກັນ ສິ່ງໃດທີ່ເປັນປະໂຫຍດກັບລູກກໍຈະເຮັດ, ສິ່ງໃດທີ່ລູກມີຄວາມສຸກກໍຈະເຮັດ ແມ່ນຫຍັງທີ່ບໍ່ເປັນປະໂຫຍດ ເສຍເວລາ ເສຍສຸຂະພາບຈິດກໍບໍ່ເຮັດ” ເຊິ່ງນອກຈາກນັ້ນ, ແມ່ແອັບຍັງໄດ້ເວົ້າອີກປະໂຫຍກທີ່ສະແດງເຖິງແມ່ລ້ຽງດ່ຽວທີ່ແທ້ຈິງ ຈົນຫຼາຍຄົນແຫ່ສະແດງຄວາມຄິດເຫັນຄື: “ລູກອາດຈະບໍ່ແມ່ນທັງໝົດໃນຊີວິດແມ່ ແຕ່ຄືສ່ວນທີ່ສຳຄັນທີ່ສຸດມາເປັນອັນດັບໜຶ່ງ”. ຂໍ້ມູນ: …
Read More »Kuanjaitaem Kuanjai page
ມື້ນີ້ ວັນທີ 28 ກັນຍາ ວັນສາກົນ ປ້ອງກັນພະຍາດວໍ້
ພະຍາດວໍ້ ເປັນພະຍາດສັດ ທີ່ຕິດຕໍ່ຈາກສັດສູ່ຄົນໄດ້ ຊື່ງສາມາດຕິດແປດໃສ່ສັດລ້ຽງລູກດ້ວຍນົມ ລວມທັງຄົນເຮົາ. ພະຍາດນີ້ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ ແຕ່ສາມາດປ້ອງກັນດ້ວຍການສັກຢາ. ເພື່ອຫຼຸດຜ່ອນຕໍ່ຜົນກະທົບ ແລະຄວາມສ່ຽງດັ່ງກ່າວ. ປະເທດລາວມີຄົນເສຍຊີວິດຈາກພະຍາດວໍ້ ເຖິງ 8 ກໍລະນີ ຕັ້ງແຕ່ເດືອນມັງກອນ ຫາ ເດືອນສິງຫາ 2020 ຜ່ານມາ. ສະນັ້ນ, ຈຶ່ງຮຽກຮອງໃຫ້ທຸກຄົນປ້ອງກັນ ແລະ ເອົາໃຈໃສ່ສັດລ້ຽງຂອງຕົນເອງຢ່າງເຄັ່ງຄັດ. ພ້ອມກັນນັ້ນ, ເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສັດລ້ຽງເປັນຕົ້ນ: ໝາ ແລະແມວ ຂອງຕົນ ໃຫ້ມີການຄຸ້ມຄອງ, ລ້ຽງເກືອ ແລະເອົາໃຈໃສ່ຮັກສາສຸຂາພາບສັດ ໂດຍນໍາເອົາສັດລ້ຽງ ໄປສັກວັກຊິນວໍ້ເປັນປົກກະຕິ ຖືກຕ້ອງຕາມການກໍານົດເວລາ ແລະຕໍ່ເນື່ອງ. ຂໍ້ມູນຈາກ: https://www.google.com/url? ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »ຈົບລົງດ້ວຍດີກັບ ງານເທດສະການອາຫານວຽງຈັນ Vientiane Food Fest 2020
ງານເທດສະການອາຫານວຽງຈັນ Vientiane Food Fest 2020 ເອົາໃຈສາຍກິນທີ່ໄດ້ເປີດຕັ້ງແຕ່ວັນທີ 24-27 ກັນຍາ 2020 ຜ່ານມາ ທີ່ສູນການຄ້າພາກຊັນ (Parkson) ຖືໄດ້ວ່າໄດ້ຮັບຜົນຕອບຮັບດີພໍສົມຄວນ. ງານເທດສະການອາຫານສຸດຍິ່ງໃຫຍ່ ໄດ້ຮັບກະແສຕອບຮັບດີຈາກສາຍກິນທັງຫຼາຍ ເພາະຄົນລົ້ນຕັ້ງແຕ່ມື້ເລີ່ມເປີດ ຄືວັນທີ 24 ກັນຍາ ເອີ້ນໄດ້ວ່າ ລວມເກືອບທຸກເມນູອາຫານ ທັງອາຫານລາວ ແລະ ອາຫານນານາຊາດ ຈັດເຕັມເຖິງ 100 ຮ້ານດັງທີ່ຄັດເລືອກໄວ້ໃຫ້ທຸກທ່ານມາຊື້ມາຊິມ. ຮູບພາບຈາກ: Vientiane Food Fest ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166 +856 20 52172698 ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »6 ຂັ້ນຕອນ ສ້າງແຮງຈູງໃຈໃນອົງກອນສູ່ການປ່ຽນແປງໃນຍຸກດີຈີຕອລ
ການສ້າງແຮງຈູງໃຈໃນອົງກອນເປັນສິ່ງສຳຄັນ ເພາະເມື່ອຄົນເຮົາມີແຮງຈູງໃຈທີ່ຈະເຮັດຫຍັງ, ເພື່ອໃຜແລ້ວ ມັນມັກທີ່ຈະອອກມາດີ ແລະ ມີປະສິດທິພາບສະເໝີ ເຊິ່ງປັດຈຸບັນມີການປ່ຽນແປງ ຫຼາຍອົງກອນມີການປ່ຽນແປງຈາກເຄື່ອງມືດີຈີຕອລເຮົາຍິ່ງຕ້ອງເຂົ້າໃຈ, ໃສ່ໃຈ ເພື່ອໃຫ້ໄດ້ເຂົ້າໃຈມັນ ເຊິ່ງມື້ນີ້ການສ້າງແຮງຈູງໃຈໃນອົງກອນສູ່ການປ່ຽນແປງໃນຍຸກດີຈີຕອລໃນ 6 ຂັ້ນຕອນຄື: 8 tips for how to work from home, from NPR’s Life Kit. 1 ສ້າງພາບອົງກອນທີ່ຕ້ອງການ ພາຍຫຼັງການປ່ຽນແປງ ການສ້າງພາບອົງກອນທີ່ຕ້ອງການ ເປັນສິ່ງທີ່ຈະເຮັດໃຫ້ເຮົາສາມາດເບິ່ງເຫັນພາບລວມຕ່າງທີ່ເຮົາຈະປັບປຸງ ແລະ ປ່ຽນແປງຕົນເອງໄປເຖິງຈຸດນັ້ນໄດ້. 2 ຮ່ວມກັນສ້າງວິໄສທັດທີ່ຊັດເຈນໃນການສ້າງຄວາມປ່ຽນແປງ ທຸກຄົນຕ້ອງຮ່ວມກັນສ້າງວິໄສທັດທີ່ຊັດເຈນ ມີເປົ້າໝາຍທີ່ຊັດເຈນ ແລະ ເຮັດຕາມນັ້ນ ເພື່ອສ້າງຄວາມປ່ຽນແປງ. 3 ສ້າງສະພາບແວດລ້ອມໃນການເຮັດວຽກ ທີ່ນຳໄປສູ່ວິໄສທັດທີ່ວາງໄວ້ ສະພາບແວດລ້ອມເປັນສິ່ງສຳຄັນ ເພາະຖ້າສະພາບແວດລ້ອມດີ ຈິດໃຈຈະດີ ເພື່ອນຮ່ວມງານດີຍ່ອມມີຜົນຕໍ່ການປ່ຽນແປງຄັ້ງໃໝ່ ແລະ ຈະສາມາດພາກັນໄປສູ່ເປົ້າໝາຍທີ່ວາງໄວ້ສຳເລັດ. 4 ສ້າງແນວທາງການປັບໂຕໃຫ້ພະນັກງານມີສ່ວນຮ່ວມ ສ້າງແນວທາງໃຫ້ພະນັກງານ …
Read More »ຢູໂກະ ທາເຄອຸຈິ ເສຍຊີວິດໃນເຮືອນ ຕຳຫຼວດຊີ້ແຈງເກີດຈາກການຂ້າໂຕຕາຍ
ເປັນຂ່າວທີ່ຊັອກວົງການບັນເທີງຍີ່ປຸ່ນ ເມື່ອພົບຮ່າງຂອງນັກສະແດງຊື່ດັງຍີ່ປຸ່ນ ຢູໂກະ ທາເຄອຸຈິ (Yuko Takeuchi) ອາຍຸ 40 ປີ ໃນວັນທີ 27 ກັນຍາ 2020 ເສຍຊີວິດໃນເຮືອນ ທີ່ນະຄອນຫຼວງໂຕກຽວ ຕຳຫຼວດຊີ້ແຈງເກີດຈາກການຂ້າໂຕຕາຍ. ໂດຍທາງຕຳຫຼວດໄດ້ເປີດເຜີຍວ່າ ການເສຍຊີວິດຂອງນັກສະແດງນັ້ນ ເປັນຜົນມາຈາກການຂ້າໂຕຕາຍ ເຊິ່ງຍັງບໍ່ໄດ້ລະບຸເຫດຈູງໃຈທີ່ຊັດເຈນ ແລະ ມີອີກຫຼາຍແຫຼ່ງຂ່າວໄດ້ອ້າງອີງວ່າ ຢູໂກະ ທາເຄອຸຈິ ຖືກພົບໃນສະພາບແຂນຄໍພາຍໃນເຮືອນ ກ່ອນຈະຖືກນຳສົ່ງໂຮງໝໍ ແລະ ຢືນຢັນການເສຍຊີວິດໃນເວລາຕໍ່ມາ. ສຸດທ້າຍນີ້ ແອັດມິນ ຕ້ອງຂໍສະແດງຄວາມຈາກໄປກັບການຈາກໄປຂອງ ຢູໂກະ ທາເຄອຸຈິ ຂໍໃຫ້ດວວງວິນຍານໄປສູ່ພົບພູມທີ່ດີ. ແຫຼ່ງຂໍ້ມູນ: https://www.posttoday.com/ent/news/634112 ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166 +856 20 52172698 ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai …
Read More »