ເປັນປີທີ່ເຮັງອີຫຼີ ສຳຫຼັບ ເຈ້ຍ ປາຊິຟິກ ເນື່ອງຈາກຜ່ານມາຊື້ລົດຄັນທີ່ລາຄາບໍ່ທຳມະດາແລ້ວ ຫຼ້າສຸດຍັງສ້າງເຮືອນຫຼັງທີ່ບໍ່ທຳມະດາເຊັ່ນກັນ. ເຈ້ຍ ປາຊິຟິກ ເປັນນັກສະແດງ, ຜູ້ກຳກັບຮູບເງົາລາວ, ເຈົ້າຂອງບໍລິສັດ ແຂ້ວແຫ້ງໂປດັກຊັ່ນ ທີ່ຜົນງານຫຼາກຫຼາຍໃນວົງການບັນເທີງລາວ. ປັດຈຸບັນ, ອ້າຍເຈ້ຍ ໄດ້ແຕ່ງການກັບ ເອື່ອຍໄຊ ແລະ ມີລູກຄົນໜຶ່ງ ຊື່ ເວຫາ ຫຼ້າສຸດກຳລັງຈະໄດ້ລູກຄົນທີ່ 2 ແລ້ວເດີ. ໃນວັນທີ 28 ກັນຍາ ຜ່ານມາ ອ້າຍເຈ້ຍກໍໄດ້ໂພສພາບເຮືອນຫຼັງໃໝ່ ທີ່ສ້າງສຳເລັດ ແລະ ກຳລັງເຮັດພິທີຂື້ນເຮືອນໃໝ່ ພ້ອມພາບກັບພັນລະຍາແສນອົບອຸ່ນ ເປັນປີທີ່ເຮັງອີຫຼີ ຂໍສະແດງຄວາມດີໃຈກັບ ອ້າຍເຈ້ຍ ແລະ ເອື່ອຍໄຊ ຂໍໃຫ້ປັນປີທີ່ດີມີໂຊກແບບນີ້ຕະຫຼອດໄປ ເຮັງໆ ຄໍ້ຄູນໆເດີ. ຮູບພາບຈາກ: Phoumsana Sirivongsa ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 …
Read More »Kuanjaitaem Kuanjai page
14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ
ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້: 1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ. 4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື …
Read More »ພາກັນໄປແລ້ວບໍ? ງານເທສະການ ຕ້ອນຮັບບຸນອອກພັນສາ ທີສູນການຄ້າລາວ-ໄອເຕັກ
ເປັນແນວໃດທຸກຄົນ ໄດ້ໄປເລາະໄປຊົມແລ້ວບໍ? ສຳຫຼັບງານເທສະການ ຕ້ອນຮັບບຸນອອກພັນສາ ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ຕັ້ງແຕ່ວັນທີ 24 ກັນຍາ ເຖິງວັນທີ 4 ຕຸລາ 2020 ເຊິ່ງງານເທສະການຄັ້ງນີ້ ຄຶກຄື້ນກວ່າທຸກໆປີ ເພາະມີທັງການສະແດງດົນດີ ແລະ ສິລະປະພື້ນເມືອງລາວ, ການສາທິດ-ການສອນ ເຮັດເຂົ້າໜົມ, ກະທົງ ແລະ ໝາກເບັງຕ່າງໆ ພ້ອມທັງຍັງມີການປະກວດຫຼານນ້ອຍວັດທະນະທຳນຳອີກ. ບັນຍາກາດໃນງານຄຶກຄື້ນຫຼາຍ ເພາະມີທັງຂອງກິນຂອງໃຊ້ໃຫ້ເຮົາໄດ້ເລືອກຊົມເລືອກຊື້ຫຼາຍຢ່າງ ທັງເຂົ້າຕົ້ມເຂົ້າໜົມ, ອາຫານລາວ ແລະ ອາຫານນານາຊາດ ພ້ອມທັງເຄື່ອງໃຊ້ຂອງສອຍທີ່ຫຼາກຫຼາຍໃນບູດຕ່າງໆເປັນຕາຕື່ນຕາຕື່ນໃຈອີຫຼີ. ສຳຫຼັບໃຜທີ່ຍັງບໍ່ທັນໄດ້ໄປເລາະ ຕ້ອງໄດ້ຟ້າວໄປແລ້ວ ເພາະງານນີ້ພາດບໍ່ໄດ້ ທັງສາຍກິນ, ສາຍ Shop ແລະ ຜູ້ຮັກໃນວັດທະນະທຳເຄື່ອງໃຊ້ຫັດຖະກຳ ຕ້ອງໄປຢ້ຽມຊົມແລ້ວ! ຂໍຂອບໃຈຮູບພາບຈາກເພຈ: Jipnoii ພາເລາະ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື …
Read More »ຄວາມຮັກຂອງເຮົາຍັງດີຢູ່ຫຼືບໍ່? ມາເບິ່ງນຳກັນ
ຄວາມຮັກ ເປັນເລື່ອງຂອງຄົນ 2 ຄົນ ຖ້າຫາກທັດສະນະຄະຕິບໍ່ກົງກັນ ຫຼືບໍ່ສາມາດປັບໂຕເຂົ້າຫາກັນໄດ້ກໍອາດຈະຕ້ອງແຍກທາງກັນໄປ ແຕ່ຖ້າສັງເກດເບິ່ງແລ້ວ ຍັງຢູ່ໃນ 5 ຂໍ້ ລຸ່ມນີ້ ສະແດງວ່າຄວາມຮັກຍັງດີ ແລະ ໜ້າຈະຢູ່ນຳກັນໄປຕະຫຼອດລອດຝັ່ງ. 1 ທ່ານ ແລະ ຄົນຮັບເຕີບໃຫຍ່ຂຶ້ນພ້ອມກັນ ບໍ່ມີຫຍັງທີ່ຈະເຈັບສຳຫຼັບຄູ່ຮັກຫຼາຍກວ່າ ຝ່າຍໃດຝ່າຍໜຶ່ງເປັນຜູ້ໃຫຍ່ໃນດ້ານຄວາມຄິດ ແລະ ມີພັດທະນາການເປັນຜູ້ໃຫຍ່ ໃນຂະນະທີ່ອີກຝ່າຍຍັງຢູ່ໃນຈຸດເກົ່າ, ຖ້າເຂົ້າສູ່ສະຖານະການດັ່ງກ່າວ ຄູ່ຮັກຫຼາຍຄູ່ຈະຕ້ອງຮອດທາງຕັນ ແຕ່ຖ້າຄູ່ຮັກຄູ່ໃດມາຮອດຈຸດນີ້ ແລະ ຮຽນຮູ້ຄວາມເປັນຜູ້ໃຫຍ່ຂອງອີກຝ່າຍ ພວກເຂົາກໍຈະພະຍາຍາມພັດທະນາຕົນເອງໃຫ້ທັນກັນ ແລະ ເຕີບໃຫຍ່ໄປພ້ອມກັນ ທັງອາລົມ, ຈິດໃຈ ແລະ ການເບິ່ງໂລກ. ຖ້າທ່ານ ແລະ ຄູ່ຮັກຢູ່ໃນສະຖານະການແບບນີ້ ເອີ້ນໄດ້ວ່າຄວາມຮັກຍັງດີຢູ່. 2 ຮູ້ຈັກເວັ້ນໄລຍະ ພື້ນທີ່ສ່ວນຕົວຂອງກັນ ແລະ ກັນ ຈົ່ງປ່ອຍວາງພື້ນທີ່ວ່າງ ສະຫວ່າງ 2 ຄົນ ໄວ້ແດ່ ການເປັນຄູ່ຮັກກັນບໍ່ຈຳເປັນຕ້ອງຈັບມືກັນຕະຫຼອດກໍໄດ້ …
Read More »ແຮ່ນນ້າ ໂຣເຊັ້ນບູ້ມ ໄພວັນ
ນ້ອງແຮ່ນນ້າ ໂຣເຊັນບູມ Miss Teen Laos2019 2Nd Runner Up ເປັນຜູ້ຍິງລາວຄົນດຽວທີ່ເຂົ້າຮອບການແຂ່ງຂັນ Girl group rap star ໝາຍເລກ G15 ຈັດຢູ່ຊ່ອງ Workpoint ທີ່ຄັດເລືອກໄວໜຸ່ມຢາກເປັນນັກຮ້ອງກຸ່ມ ຈາກ 6,000 ຄົນ ທົ່ວປະເທດໄທ ໂດຍ ເຊິ່ງຜ່ານມາ ແຮ່ນນ້າກໍສະແດງໄດ້ດີຕະຫຼອດ ແລະ ຕັ້ງໃຈຫຼາຍ ຈົນໝູ່ເພື່ອນໃນທີມມອບໝວກ VIP ໃຫ້. ໃນ EP ຫຼ້າສຸດ ແຮ່ນນ້າ ໄດ້ຜ່ານເຂົ້າຮອບສຸດທ້າຍແລ້ວ ເຊິ່ງເປັນວິນາທີທີ່ນ້ອງ ແລະ ແຟນຄຣັບທຸກຄົນລຸ້ນຈົນຈະເປັນລົມ ໃນທີ່ສຸດນ້ອງກໍເຮັດໄດ້. ແອັດຂໍເປັນກຳລັງໃຈ ແລະ ຝາກແຮງໃຈ ແຮງເຊຍໃຫ້ສາວນ້ອຍຄົນເກັ່ງມາກຄວາມສາມາດ Hannah Rosenbloom ແດ່ເດີ້ທຸກຄົນ. ຂໍ້ມູນ: https://youtu.be/Stsmshp4Kwo ຮູບພາບຈາກ: Hannah …
Read More »