ດອກຫຍ້າ ຖິ່ນລໍາພອນ ສາວນ້ອຍຜູ້ມີພອນສະແຫວງ+ພອນສະຫວັນ ແລະ ຄວາມສາມາດ ເຈົ້າຂອງຜົນງານເພງ “ນ້ອງຕາຍຊິໄຫ້ນໍາບໍ່” ແລະ ອີກຫຼາຍໆຜົນງານເພງ ດອກຫຍ້າເປັນຄົນຕ່າງແຂວງທີ່ຍ້າຍມາຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ອາຍຸ 23 ປີ ກໍາລັງສຶກສາຢູ່ທີ່ ສປ. ຈີນ ເຊິ່ງຈຸດເລີ່ມຕົ້ນໃນການເຂົ້າວົງການຂອງສາວຄົນນີ້ແມ່ນ ດອກຫຍ້າໄດ້ໄປຮຽນ ຮ້ອງເພງ, ຂັບ-ລໍາ ແລະ ຟ້ອນ ຢູ່ທີ່ໂຮງຮຽນສິນລະປະແຫ່ງຊາດ ແລະ ເລີ່ມເຝິກຝົນມາເລື້ອຍໆຈົນມີຜົນງານອອກມາໃຫ້ແຟນໆໄດ້ເບິ່ງໄດ້ຟັງຫຼາຍໆຜົນງານເພລງ. ສາວດອກຫຍ້າເປັນອິກໜຶ່ງຄົນທີ່ມີຄວາມຮູ້ຄວາມສາມດທີ່ຫຼາກຫຼາຍ ແລະ ໄດ້ເດີນສາຍປະກວດ ຜ່ານມາແລ້ວຫຼາຍເວທີ ບໍ່ວ່າຈະເປັນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງ ໄດ້ຮັບກະແສຕອບຮັບທີ່ດີຈາກຜູ້ຊົມ ແລະ ຄະນະກໍາມະການຕະຫຼອດມາ ກາລັນຕີດ້ວຍລາງວັນທີ 1 ການປະກວດຮ້ອງເພລງຈາກເວທີ ສ້າງສາຍສໍາພັນ-ລາວຈີນ ,ລາງວັນທີ 2 ຈາກການປະກວດຮ້ອງເພລງ International Music Festival HALOMUS 2020 Vietnam …
Read More »Kuanjaitaem Kuanjai page
ຊົມເຊີຍ!!! ນ້ອງ ມິນລີ້ ໜຸ່ມນ້ອຍສຽງດີຄວ້າລາງວັນຊະນະເລີດ Mic Idol Kids 2020
ປັດຈຸບັນຄົນເຮົາບໍ່ວ່າຈະເປັນເດັກນ້ອຍ ຫຼືຜູ້ໃຫຍ່ກໍລ້ວນແລ້ວແຕ່ມີຄວາມຮູ້, ຄວາມສາມາດ, ຄວາມຝັນ ແລະ ເປົ້າໝາຍ ທີ່ແຕກຕ່າງກັນໄປ… ເຊິ່ງຕອນນີ້ມີເດັກນ້ອຍຊາຍຄົນໜຶ່ງກຳລັງເປັນກະແສຮືຮາໄປທົ່ວສັງຄົມອອນລາຍນັ້ນກໍຄືນ້ອງ ມິນລີ້ ອາຍຸໄວ 7 ປີ ກຳລັງຮຽນຢູ່ຫ້ອງປໍ 3 ບ້ານໂຄກສະຫວ່າງ, ເມືອງຍົມມະລາດ, ແຂວງຄຳມ່ວນ. ໂດຍມີສາວຄູຄົນໜຶ່ງໄດ້ໂພສຄລິບວີດີໂອທີ່ນ້ອງກໍາລັງຕັ້ງໃຈຮ້ອງເພລງຜ່ານເຟສບຸກສ່ວນຕົວ ແລະ ຄລິບດັ່ງກ່າວກໍໄດ້ຖືກແຊຣ໌ ແລະ ໄດ້ຮັບຄວາມສົນໃຈຈາກສັງຄົມອອນລາຍບໍ່ໜ້ອຍເລີຍທີດຽວ! ເຊິ່ງບອກໄດ້ເລີຍວ່າ ນໍ້າສຽງຂອງໜຸ່ມນ້ອຍຄົນນີ້ບໍ່ທໍາມະດາອີຫຼີ!!! ຄູຂອງນ້ອງ ມິນລີ້ ໄດ້ບອກວ່າ ປົກກະຕິຢູ່ບ້ານ ຫຼືຢູ່ໂຮງຮຽນ ນ້ອງກໍມັກຮ້ອງເພງເປັນປະຈຳ ເພາະມັກຮັກ ແລະ ຝັນໄວ້ຢາກເປັນນັກຮ້ອງ!!! ເຊິ່ງຫຼ້າສຸດໜຸ່ມນ້ອຍຄົນນີ້ກໍໄດ້ມີໂອກາດມາຕາມຫາຄວາມຝັນຂອງຕົນເອງໃນເວທີການປະກວດຮ້ອງເພລງ ເດັກນ້ອຍ Mic Idol Kids 2020 ທີ່ຈັດຂຶ້ນຢູ່ສູນການຄ້າທົ່ງຂັນຄໍາ ຊັ້ນ 2 ໃນວັນທີ 04 ຕຸລາ 2020 ທີ່ຜ່ານມາ. ດ້ວຍຄວາມສາມາດ-ກ້າສະແດງອອກ ແລະ ນໍ້າສຽງອັນເປັນກະລັກທີ່ໂດດເດັ່ນພ້ອມທັງໃສ່ອາລົມ-ລີລາຢ່າງເຕັມທີ່ …
Read More »ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້…
ຢາກກ້າວໜ້າໃນອາຊີບ!!! ຕ້ອງປະຕິບັດຕົນເອງໃຫ້ມີຄຸນຄ່າຕໍ່ບໍລິສັດ ເພື່ອສ້າງປະໂຫຍດໃຫ້ໄດ້ສູງສຸດ ແລະ ຢ່າເບິ່ງຂ້າມເລື່ອງເລັກນ້ອຍເຫຼົ່ານີ້… ປັດຈຸບັນເສດຖະກິດນັບມື້ຂະຫຍາຍຕົວ ເຮັດໃຫ້ມີການແຂ່ງຂັນກັນຫຼາຍຂຶ້ນ ສະນັ້ນ, ຄວນປະຕິບັດຕົນເອງໃຫ້ເປັນຄົນທີ່ມີຄຸນຄ່າຕໍ່ບໍລິສັດ ເພື່ອໃຫ້ສາມາດສ້າງປະໂຫຍດໄດ້ສູງສຸດ. ຢ່າເບິ່ງຂ້າມເລື່ອງເລັກໆນ້ອຍໆດັ່ງຕໍ່ໄປນີ້… ຂໍຄຳແນະນຳຈາກຄົນທີ່ປະສົບການມາກ່ອນ: ຖ້າທ່ານມີບຸກຄົນທີ່ເປັນແບບຢ່າງ ທັງຮູ້ສຶກປະທັບໃຈໃນການເປັນນັກທຸລະກິດ ກໍຄືພະນັກງານທີ່ດີເດັ່ນ ທ່ານບໍ່ຕ້ອງເກງໃຈທີ່ຈະເຂົ້າໄປຂໍຄຳແນະນຳຈາກຄົນໆນັ້ນ ຫລື ບາງທີກໍໃຊ້ຮູບການຂຽນຈົດໝາຍຂໍຄຳແນະນຳທີ່ເປັນປະໂຫຍດກໍໄດ້. ຮຽນຮູ້ການເຮັດວຽກຂອງຫົວໜ້າ: ພະຍາຍາມເບິ່ງຜົນງານທີ່ດີຂອງຫົວໜ້າ ເພື່ອຮຽນຮູ້ທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບແບບຫົວໜ້າຂອງທ່ານ ເມື່ອໃດທີ່ຫົວໜ້າທ່ານບໍ່ສະບາຍ ຫຼື ລາພັກ ທ່ານກໍສາມາດເຮັດວຽກແທນເພິ່ນໄດ້ ຖືວ່າໄດ້ຊ່ວຍຫົວໜ້າຂອງທ່ານ ແລະ ຍັງເຮັດໃຫ້ທ່ານມີຄວາມແຕກຕ່າງກວ່າເພື່ອນຮ່ວມງານຄົນອື່ນໆອີກ. ໝັ່ນຊ່ວຍວຽກຕ່າງໆບໍ່ວ່າວຽກນ້ອຍ ຫຼື ໃຫຍ່: ການທີ່ຈະເຂົ້າໄປມີບົດບາດໃນເລື່ອງວຽກງານ ຫຼື ກິດຈະກຳຕ່າງໆ ເຖິງວ່າຈະເປັນພຽງເລື່ອງນ້ອຍໆກໍຕາມ ທ່ານຄວນເຄື່ອນໄຫວຢູ່ໃນສາຍຕາຂອງຜູ້ບໍລິຫານຫຼາຍຂຶ້ນ ຈຶ່ງຈະຖືກຈົດຈໍາໂດຍອັດຕະໂນມັດ ເມື່ອມີເລື່ອງໃຫ້ຊ່ວຍເຫຼືອ ຊື່ຂອງທ່ານກໍຈະຂຶ້ນມາຢູ່ໃນຄວາມຄິດຂອງຫົວໜ້າທັນທີ. ຮັກສາສໍາພັນທະພາບກັບລູກຄ້າ ຫຼື ແຂກທຸກຄົນ: ບໍ່ວ່າຈະເປັນແຂກຜູ້ນ້ອຍ ຫຼື ແຂກຜູ້ໃຫຍ່ກໍຕາມ ທ່ານບໍ່ຄວນຂາດການຕິດຕໍ່ກັບເຂົາເຈົ້າ ແຕ່ທ່ານບໍ່ມີທາງຮູ້ດອກວ່າ ມື້ໜຶ່ງພວກເຂົາອາດມີຄວາມສຳຄັນຕໍ່ທ່ານໃນອະນາຄົດ. ພັດທະນາທັກສະໃນການເວົ້າຢູ່ສະຖານທີ່ສາທາລະນະ ແລະ …
Read More »Gal Gadot ຈາກເວທີນາງງາມສູ່ສາວທະຫານ ຈົນກາຍເປັນ Wonder Woman!!
ປັດຈຸບັນນີ້ ແມ່ຍິງເຮົາແມ່ນມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍ ແລະ ຮອບດ້ານ ເຊິ່ງເຮົາຈະສັງເກດເຫັນໄດ້ຈາກຜົນງານ ຫຼືບົດບາດຕ່າງໆທີ່ເກີດຂຶ້ນໃນສັງຄົມ ແລະ ມື້ນີ້ຂວັນໃຈຈະພາແຟນໆມາຮູ້ຈັກກັບແມ່ຍິງຄົນໜຶ່ງທີ່ບໍ່ມີດີພຽງໜ້າຕາແຕ່ເຕັມໄປດ້ວຍຄວາມສາມາດຮອບດ້ານນັ້ນກໍຄື Gal Gadot ນັກສະແດງສາວງາມຈາກ Israel ອາຍຸ 35 ປີ ນັກສະແດງຮູບເງົາເລື່ອງ Wonder Woman ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ ເຊື່ອຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາສາວງາມຄົນນີ້ ຈາກເລື່ອງ Fast & Furious ໃນຊ່ວງອາຍຸພຽງ 18 ປີ Gal Gadot ສາມາດຍາດຕໍາແຫນ່ງນາງງາມ Israel 2004 ໄປຄອງ ແລະ ໄດ້ເຂົ້າປະກວດເວທີລະດັບໂລກ Miss Universe ປີ 2004 ທີ່ປະເທດເອກົວດໍ ຫລັງຈາກທີ່ຈົບມັດທະຍົມຕອນປາຍ Gal Gadot ໄດ້ຮັບໃຊ້ຊາດໂດຍເປັນທະຫານ 2 ປີ ຢູ່ທີ່ Israel Defense Forces. …
Read More »ຮີດບໍ່ເຄີຍຫມອງ ຄອງບໍ່ເຄີຍເສົ້າ!!! ມາເບິ່ງຄົນດັງວົງການບັນເທິງລາວຮ່ວມໃຈຕັກບາດຢາດນໍ້າມື້ອອກພັນສາປະວໍລະນາ
ມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ເຊິ່ງກົງກັບວັນທີ 2 ຕຸລາ 2020 ແມ່ນມື້ໜຶ່ງທີ່ສໍາຄັນ ເປັນມື້ອອກພັນສາປະວໍລະນາຕາມຮິດສີບສອງຄອງສິບສີ່ຂອງບ້ານເຮົາຊາວພຸດ ເຊິ່ງໃນຕອນເຊົ້າມື້ນີ້ພິທີສໍາຄັນກໍແມ່ນການຕັກບາດຢາດນໍ້າຄືກັບທຸກໆປີທີ່ເຄີຍມີມາ ຈາມປະເພນີ້ອັນດີງາມການເຂົ້າວັດແມ່ນຈະແຕ່ງກາຍແບບສຸພາບຮຽບຮ້ອຍ ເຊັ່ນວ່າ ແມ່ຍິງຈະນຸ່ງສີ້ນເກົ້າຜົມບ່ຽງແພ ແລະ ຜູ້ຊາຍຈະແຕ່ງກາຍສຸພາບເຊັ່ນດຽວກັນ ເວົ້າໄດ້ວ່າການແຕ່ງກາຍຂອງຄົນລາວເຮົານັ້ນມີເອກະລັກທີ່ງົດງາມບໍ່ແພ້ຊາດອື່ນໆເຊັ່ນກັນ. ມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດຄົນວົງການບັນເທີງລາວຕັກບາດໃນມື້ອອກພັນສາມາໃຫ້ແຟນໆໄດ້ເບິ່ງໄດ້ຊົມນໍາກັນ!!! ຈະມີໃຜແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ!!! ລູກນໍ້າ ທິດາລັດ ນາງງາມລາວປີ 2011 2. ເທເລີ້ ສີສົມບັດ ດາລາ-ນັກຮ້ອງ ຈາກຄ້າຍກ້າວໜ້າ 3. ບາບີ້ ປີຍະມາດ Miss international Laos 2018 ນອກຈາກນີ້ກໍຍັງມີຄົນໃນວົງການບັນເທີງອີກຫຼາຍໆຄົນທີ່ໄດ້ຮ່ວມກັນເຮັດບຸນຕັກບາດຢ່າງອື່ມອົກອື່ມໃຈໃນມື້ນີ້ເຊັ່ນກັນ.
Read More »