ປັດຈຸບັນວົງການ Series (ຊີຣີ) ບ້ານເຮົາ ກຳລັງເປັນທີ່ນິຍົມໃນສັງຄົມລາວ ເຫັນໄດ້ຈາກຫຼາຍໆເລື່ອງທີ່ຜ່ານມາ ແລະ ບອກໄດ້ເລີຍວ່າຕອນນີ້ອີກໜຶ່ງເລື່ອງທີ່ກຳລັງມາແຮງນັ້ນກໍຄື “HOUSE The Series” ພຽງແຕ່ປ່ອຍອອກອາກາດໄປພຽງ 3 EP ກໍໄດ້ຮັບກະແສຕອບຮັບເປັນຢ່າງດີຈາກແຟນໆ, ເຊິ່ງ series ເລື່ອງນີ້ແມ່ນໄດ້ຜູ້ກໍາກັບໄຟແຮງນັ້ນກໍຄື ດິ້ງ-ອາທິດໄຊ ບວນດາວເຮືອງ ເຊິ່ງມີປະສົບການໃນການສ້າງ series ມາແລ້ວນັ້ນກໍຄື ເລື່ອງ “ຮັກນີ້ສີບົວ ແລະ ຮັກນີ້ສີບົວ 2”. “HOUSE The Series” ເປັນເລື່ອງລາວທີ່ມີເນື້ອຫາກ່ຽວກັບກຸ່ມໄວໝຸ່ມ 6 ຄົນ ເຊິ່ງນໍາສະແດງໂດຍມີ ທັອບ ຮັບບົດໂດຍ ອິນດູ່ ສີຫາປັນຍາ, ນ້ຳຝົນ ທີ່ຮັບບົດໂດຍ ພິລັນຍາ ທິບພົມວົງ ຫຼື ໝີພູ, ນັດດາ ທີ່ຮັບບົດໂດຍ ແກ້ວຕາ ພອນປະເສີດ, ກັອບ …
Read More »Kuanjaitaem Kuanjai page
ງານມະຫາກຳບ້ານທີ່ໃຫຍ່ທີ່ສຸດໃນປະຫວັດສາດລາວກັບມາອີກຄັ້ງແລ້ວ!!! ໃນວັນທີ 4 – 5 – 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ
ງານມະຫາກຳດ້ານອະສັງຫາ, ລົດ ແລະ ໄລຟສະໄຕລທີ່ດີທີ່ສຸດໃນລາວກັບມາອີກຄັ້ງແລ້ວ! ກຽມພົບກັບງານມະຫະກຳບ້ານ, ສິນເຊື່ອ ແລະ ໄລຟສະໄຕລ 2020 ທີ່ຈະຈັດຂຶ້ນໃນວັນທີ 4, 5, 6 ທັນວາ 2020 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ຖ້າວ່າທ່ານກຳລັງຊອກຫາບ້ານໃໝ່, ດິນ ຫຼື ຕ້ອງການສິນເຊື່ອ, ກຳລັງພິຈາລະນາໃນການລົງທຶນດ້ານອະສັງຫາລິມະຊັບ ຫຼື ສິນເຊື່ອບ້ານເປັນຄັ້ງທຳອິດ ຫຼື ຕ້ອງການນາຍໜ້າອະສັງຫາ, ການຈັດການດ້ານອະສັງຫາ,ປະກັນໄພ, ການປະເມີນຊັບສິນ ຫຼື ຜູ້ແນະນຳທາງດ້ານກົດ ໝາຍ. ຕ້ອງການລົງທຶນກັບຕ່າງປະເທດລວມທັງໂອກາດໃນການອາໄສຢູ່ທີ່ນັ້ນ. ຢາກຮູ້ທາງເລືອກສຳລັບຄົນຕ່າງປະເທດໃນການມີກຳມະ ສິດເປັນເຈົ້າຂອງ ຫຼື ເຊົ່າອະສັງຫາໃນນະຄອນຫຼວງ? ຕ້ອງການຕິດຕາມຜະລິດຕະພັນລົດໃຫຍ່, ລົດຈັກ, ອຸປະກອນເຄື່ອງໃຊ້ໄຟຟ້າ, ເຟີນິເຈີ້, ເຄື່ອງອອກກຳລັງກາຍ, ເຄື່ອງປະດັບ ແລະ ເຄື່ອງໃຊ້ພາຍໃນບ້ານໃນບ່ອນດຽວ, ຕ້ອງການພາຄອບຄົວອອກມາທ່ຽວຫຼິ້ນ. ພ້ອມທີ່ຈະພົບກັບງານອະສັງຫາລິມະຊັບທີ່ໃຫຍ່ທີ່ສຸດໃນປະເທດລາວທີ່ຈະຈັດຂຶ້ນ ພຽງແຕ່ 3 ມື້ແລ້ວຫຼືຍັງ? ຢ່າພາດ, …
Read More »ຮ່ວມສົ່ງເສີມວັດທະນະທໍາ ງານມະຫາກໍາ ສີມືຫັດຖະກຳລາວ
ສືບທອດຕາມຮອຍປູ່ຍ່າຕາຍາຍ ແລະ ຮ່ວມຮັກສາວັດທະນະທໍາລາວ ມື້ນີ້ຂວັນໃຈຈະພາທຸກຄົນໄປເບິ່ງພາບບັນຍາກາດການເດີນແບບຂອງສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໂດຍຈັດຂຶ້ນທີ່ງານມະຫາກຳສີມື ຫັດຖະກຳລາວ ທີ່ສູນການຄ້າລາວ-ໄອເຕັກ ໃນວັນທີ 13 ຕຸລາ 2020 ທີ່ຜ່ານມາ. ໂດຍການເປັນປະທານຂອງທ່ານ ຈັນທະຈອນ ວົງໄຊ ປະທານ ສທຍ, ມີບັນດາສະມາຊິກນັກທຸລະກິດແມ່ຍິງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ເພື່ອເປັນການສົ່ງເສີມວັດທະນະທໍາ, ສີມືຫັດຖະກຳລາວ ທີ່ສືບທອດກັນມາແຕ່ດົນນານ ພ້ອມທັງສົ່ງເສີມຜະລິດຕະພັນລາວເພື່ອຮັກສາພູມປັນຍາຂອງຄົນລາວໃຫ້ຍືນຍົງຕະຫຼອດໄປ. ເຊິ່ງພາຍໃນງານມີຜູ້ຮ່ວມເດີນແບບມາຈາກຫຼາຍພາກສ່ວນ ໂດຍແຕ່ລະຄົນຈະສວມໃສ່ຊຸດແຕ່ລະຊົນເຜົ່າທີ່ແຕກຕ່າງກັນ ທີ່ສະແດງໃຫ້ເຫັນເຖິງເອກະລັກ, ວັດທະນະທໍາຂອງຄວາມເປັນລາວ. ເຮົາມາເບິ່ງນໍາກັນວ່າແຕ່ລະຊຸດຈະໂດດເດັ່ນ ແລະ ງົດງາມຫຼາຍປານໃດ !!! ເຮົາໄປເບິ່ງນໍາກັນເລີຍ… ເວົ້າໄດ້ເລີຍວ່າ ແຕ່ລະຊຸດແມ່ນມີຄວາມງາມ ແລະ ຄວາມໂດດເດັ່ນທີ່ເປັນເອກະລັກຂອງແຕ່ລະຊົນເຜົ່າທີ່ແຕກຕ່າງກັນ.
Read More »Fashion ທີ່ສາວໆຕ້ອງມັກ!! ກັບງານເປີດໂຕຄໍເລັກຊັ້ນໃຫມ່ຂອງແບຣນ MINISTRY OF SILK
ໃນວັນທີ 09 ຕຸລາ 2020 ຜ່ານມາ ທີ່ຮ້ານ MINISTRY OF SILK ນໍ້າພຸ ນະຄອນຫລວງວຽງຈັນ.MINISTRY OF SILK ແບຣນເສື້ອຜ້າລະດັບສາກົນທຳອິດຂອງປະເທດລາວທີ່ໄດ້ຈົດທະບຽນການຄ້າພາຍໃຕ້ກົດຫມາຍປົກປ້ອງຊັບສິນທາງປັນຍາຂອງປະເທດອັງກິດໄດ້ຈັດງານເປີດຕົວຄໍເລັກຊັ້ນໃຫມ່ ທີ່ມີຊື່ວ່າ ນິວ ນອມ ເຊິ່ງຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໂດຍ 2 ນັກອອກແບບຮຸ້ນໃໝ່ມາແຮງນັ້ນກໍຄື ນາງ ມະນີວອນ ວັນສະຫວັດ ແລະ ກີ້ ເພຍຄຳໂງ່ນ ຜູ້ທີ່ມີຄວາມໂດດເດັ່ນຈາກໂຄງການສົ່ງເສີມນັກອອກແບບຫນຸ່ມນ້ອຍຂອງລາວ. ຄໍເລັກຊັ້ນໃຫມ່ນີ້ໄດ້ຮັບການອອກແບບໃຫ້ເຂົ້າກັບວິຖີຊີວິດໃຫມ່ຂອງເຮົາ ພາຍຫລັງໄດ້ຖືກກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ19, ເຊິ່ງໄດ້ເນັ້ນໃສ່ຄວາມຮຽບງ່າຍ ສວມໃສ່ສະບາຍ ແລະ ລາຄາບໍ່ແພງ ແຕ່ຍັງຄົງຮັກສາຄວາມເປັນເອກະລັກຂອງແບຣນ MINISTRY OF SILK ເຊິ່ງເນັ້ນເລື່ອງຄວາມຫລູຫລາ ແລະ ສະຫງ່າງາມ. ການເປີດຕົວຄໍເລັກຊັ້ນໃຫ່ມໃນຄັ້ງນີ້ ແມ່ນເພື່ອຊຸກຍູ້ວົງການແຟຊັ້ນຂອງລາວໃຫ້ຜ່ານຜ່າວິກິດໃນປັດຈຸບັນ ພ້ອມທັງສ້າງວຽກເຮັດ ແລະ ລາຍຮັບໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງກັບການຜະລິດ ແລະ ເພື່ອສືບຕໍ່ສົ່ງເສີມພັດທະນາວົງການແຟຊັ້ນໃນ ສປປ ລາວ. ມື້ນີ້ມາເອົາໃຈສາວໆຂວັນໃຈ …
Read More »5 Idea !!! ການເຮັດວຽກເກັບເງິນຂອງສາວຍີ່ປຸ່ນ
ຍີ່ປຸ່ນຖືໄດ້ວ່າເປັນປະເທດທີ່ມີຄວາມກ້າວໜ້າທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ຄົນຍີ່ປຸນກໍເປັນຄົນທີ່ມີການວາງແຜນການເຮັດວຽກ ຫຼືແບບແຜນໃນການໃຊ້ຊີວິດ ໂດຍສະເພາະແມ່ນການວາງແຜນເລື່ອງການເກັບອອມເງິນ!!! ໂດຍສະເພາະແມ່ນສາວໂສດທັງຫຼາຍ ເຮົາມາເບິ່ງນໍາກັນວ່າ Working Women ຂອງຍີ່ປຸ່ນນັ້ນເກັບເງິນເພື່ອເປົ້າໝາຍຫຍັງແດ່!!! ເຮົາໄປເບິ່ງນໍາກັນເລີຍ… ເພື່ອເປັນທຶນໃນການແຕ່ງງານ!! ງານແຕ່ງດອງບໍ່ແມ່ນພຽນແຕ່ເປັນງານຂອງຝ່າຍໃດຝ່າຍໜຶ່ງພຽງຜູ້ດຽວ ດັ່ງນັ້ນ ການ Share ຄ່າໃຊ້ຈ່າຍຕ່າງກໍບໍ່ແມ່ນສິ່ງທີ່ໜ້າລັງກຽດສໍາຫລັບສາວໆ ຫາກຍັງເປັນອີກໜຶ່ງຄວາມພູມໃຈຂອງຜູ້ຍິງທີ່ສາມາດຊ່ວຍເຫລືອຄົນທີ່ຄົນທີ່ຕົນເອງຮັກໄດ້ ດັ່ງຄໍາເວົ້າທີ່ວ່າ “ອ້າຍອອກສອງນ້ອງອອກໜຶ່ງ” ເພື່ອງານອາດິເລກ ສາວໂສດຽວນີ້ມີກິດຈະກໍາຍາມຫວ່າງທີ່ໜ້າສົນໃຈຫຼາກຫຼາຍແບບ ບໍ່ວ່າຈະເປັນການທ່ອງທ່ຽວ, ການຊອກຮຽນເພີ່ມເສີມທັກສະຄວາມຮູ້, ການອອກກໍາລັງກາຍ ,ການເຂົ້າສະປາເສີມຄວາມງາມ ແລະ ອີກຫຼາຍໆກິດຈະກໍາຂຶ້ນກັບຄວາມມັກຂອງແຕ່ລະຄົນ ເພື່ອໄວ້ໃຊ້ໃນຍາມສຸກເສີນ!! ເງິນສໍາຮອງແມ່ນສິ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ຍ້ອນອະນາຄົດເຮົາບໍ່ສາມາດເບິ່ງເຫັນ ເພາະເຫດສຸກເສີນສາມາດເກີດຂຶຶ້ນໄດ້ກັບທຸກໆຄົນ ແລະ ທຸກເວລາ ດັ່ງຄໍາເວົ້າທີ່ວ່າ “ກັນໄວ້ດີກວ່າແກ້” ເພື່ອມໄວ້ໃຊ້ຍາມເຖົ້າສະລາ ບັ້ນປາຍຊີວິດໃນໄວທີ່ບໍ່ສາມາດເຮັດວຽກໄດຫາເງິນໄດ້ ລາຍໄດ້ກໍຈະບໍ່ມີ!! ຖ້າບໍ່ຢາກໃຫ້ຊີວິດຫຼັງກະສຽນພົບບັນຫາ ຖ້າມີການວາງແຜນເກັບເງິນເພື່ອໄວສະລາກໍຖືວ່າເປັນເລື່ອງດີ ເພື່ອຊື້ເຮືອນ!! ເຮືອນເປັນອີກໜຶ່ງຄວາມຝັນຂອງສາວໆຄືກັນ ອັນເປັນເຫດໃຫ້ບັນດາ Working Women ທັງຫຼາຍພາກັນຕັ້ງໜ້າຕັ້ງຕາຫາເງິນ ເພື່ອສ້າງຝັນໃຫ້ກາຍເປັນຈິງ …
Read More »