Breaking News

Kuanjaitaem Kuanjai page

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ… ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕະຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!! ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ.ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ.ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: ປັດຈຸບັນນີ້ມີຂໍ້ມູນ, ໜັງສື …

Read More »

5 ອັນດັບ ຜູ້ຍິງທີ່ງາມທີ່ສຸດໃນໂລກ 2020

ມາເບິ່ງນຳກັນວ່າ 10 ອັນດັບ ຜູ້ຍິງທີ່ງາມທີ່ສຸດໃນໂລກ 2020 ມີໃຜແດ່ 1 Son Ye Jin, SOUTH KOREA ຊົນເຍຈິນ ນາງເອກສາວແຖວໜ້າແຫ່ງແດນກິມຈິ ທີ່ຢູ່ໃນວົງການບັນເທີງຫຼາຍກວ່າ 10 ປີ ເຊິ່ງທັງຄວາມງາມສົດໃສ ແລະ ຝີມືການສະແດງແລ້ວ ເກືອບວ່າຈະບໍ່ມີໃຜມາແຊງໜ້າໄດ້ງ່າຍໆ. 2 Lalisa Manoban, THAILAND ຫຼື ລິຊ່າ BLACKPINK ໄອດອລເກົາຫຼີສັນຊາດໄທ ລິຊ່າທັງງາມທັງໜ້າຮັກ, ຫຸ່ນດີ ແລະ ມີຄວາມສາມາດລົ້ນເຫຼືອ ຈົນຕິດອັບດັບສາວໜ້າງາມຂອງຫຼາຍສຳນັກມາແລ້ວ. 3 Tzuyu, TAIWAN ຈື່ວີ ນັກຮ້ອງເພງປັອບໜ້າໃສ ນ້ອງນ້ອຍແຫ່ງວົງ TWICE ເຊິ່ງຍັງເປັນທາຍາດເສດຖີໃຕ້ຫວັນ ແລະ ເຄີຍຖືກໂຫວດຈາກໄອດອລດ້ວຍກັນວ່າເປັນແມ່ຍິງທີ່ງງາມທີ່ສຸດໃນຊີວິດຈິງອີກດ້ວຍ. 4 Urassaya Sperbund, THAILAND ຢາຢ່າ ອຸຣັດສະຢາ ຊຸບຕາສາວລູກເຄິ່ງໄທ-ນໍເວ …

Read More »

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ?

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ? ຈະໜ້າຮັກມຸ້ງມິ້ງຄືໃນຊີຣີ່ກາຕູນບໍນໍ? ມື້ນີ້ແອັດຈະພາທຸກຄົນມາເບິ່ງວິທີການອອກເດດຂອງຄົນຍີ່ປຸ່ນວ່າພວກເຂົານິຍົມເຮັດຫຍັງ ຫຼືໄປໃສ ຫຼາຍທີ່ສຸດ. ເດດແບບເນັ້ນກິນ ເນື່ອງຈາກປະເທດຍີ່ປຸ່ນເຕັມໄປດ້ວຍອາຫານເປັນຕາແຊບຫຼາກຫຼາຍຊະນິດ ເຊິ່ງແຕ່ລະລະດູ ເມນູອາຫານກໍແຕກຕ່າງໄປອີກ ຈຶ່ງເຮັດໃຫ້ໝຸ່ມສາວຍີ່ປຸ່ນນິຍົມໄປເດດກັນຕາມຮ້ານອາຫານ, ຮ້ານກາເຟ ຫຼືຮ້ານເຂົ້າໜົມຕ່າງໆ ເພື່ອກິນອາຫານທີ່ແຊບ ແລະ ໄດ້ສົນທະນາແລກປ່ຽນເລື່ອງຂອງກັນ ແລະ ກັນ. ເດດແບບພາໄປງານ ຂໍ້ດີຂອງການຢູ່ໃນປະເທດທີ່ມີ 4 ລະດູ ຄືມີງານໃຫ້ໄປຫຼາກຫຼາຍ ຍົກຕົວຢ່າງເຊັ່ນ:​ ລະດູຮ້ອນ ກໍຈະໄປງານດອກໄມ້ໄຟ ເຊິ່ງຄົນຍີ່ປຸ່ນຈະນິຍົມໄປເດດກັນໂດຍໃສ່ຊຸດຢູກາຕະ, ຍ່າງຊອກກິນຂອງກິນແຊບໆ ໃນຮ້ານຄ້າໃນງານເຊັ່ນ: ພວກທາໂກະຢາກິ, ປີ້ງປາໝຶກ, ກ້ວຍຊັອກໂກແລັດ… ແລ້ວກໍມາຈອງບ່ອນເພື່ອເບິ່ງດອກໄມ້ໄຟ. ເດດແບບພາໄປສະຖານທີ່ທ່ອງທ່ຽວ ຖ້າເປັນອາຍຸໃນລະດັບໄວລຸ້ນຢູ່ກໍມັກຈະນິຍົມໄປທີ່ສ່ວນສະໜຸກ ຢູ່ທີ່ປະເທດຍີ່ປຸ່ນມີສວນສະໜຸກຫຼາຍ ເຊິ່ງເບິ່ງໄປທາງໃດກໍມີແຕ່ຄູ່ຮັກເຕັມໄປໝົດ ເພາະນອກຈາກຈະເປັນສະຖານທີ່ທີ່ໄປກັບຄອບຄົວ, ໄປກັບໝູ່ ຍັງນິຍົມໄປກັບແຟນນຳ. ເດດແບບໄປຊື້ເຄື່ອງ ການໄປເລາະຊື້ເຄື່ອງທີ່ວ່າ ອາດຈະບໍ່ໄດ້ໝາຍຄວາມວ່າຕ້ອງພາສາວໄປເລາະຊື້ເຄື່ອງນຸ່ງທຸກຮ້ານ ຈະຕ້ອງຈ່າຍເງິນຊື້ ແຕ່ໝາຍເຖິງການໄປເລາະເບິ່ງສິ່ງຂອງຕ່າງໆນຳກັນທີ່ບໍ່ຕ້ອງຊື້ກໍໄດ້ ເພາະຫ້າງຍີ່ປຸ່ນສ່ວນໃຫຍ່ມັກຂາຍສິນຄ້າປະເພດເຄື່ອງນຸ່ງຕ່າງໆ ທັງເພດຍິງ ແລະ ເພດຊາຍ ດັ່ງນັ້ນ ເວລາລອງເຄື່ອງນຸ່ງກໍສາມາດມ່ວນຊື່ນກັບການເລືອກຊື້ນຳກັນໄດ້. …

Read More »

ໜ້າຕາຄົນສະແດງ ແລະ ປະຫວັດ ກະຕູນ ເທເລທັບບີສ ມະນຸດຕ່າງດາວໜ້າຮັກ ຂວັນໃຈເດັກນ້ອຍຍຸກ 90

ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ. ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), …

Read More »

ຂຶ້ນເຮືອນໃໝ່ຂອງ ເຈ້ຍ ປາຊິຟິກ ເຮັງໆເດີ

ເປັນປີທີ່ເຮັງອີຫຼີ ສຳຫຼັບ ເຈ້ຍ ປາຊິຟິກ ເນື່ອງຈາກຜ່ານມາຊື້ລົດຄັນທີ່ລາຄາບໍ່ທຳມະດາແລ້ວ ຫຼ້າສຸດຍັງສ້າງເຮືອນຫຼັງທີ່ບໍ່ທຳມະດາເຊັ່ນກັນ. ເຈ້ຍ ປາຊິຟິກ ເປັນນັກສະແດງ, ຜູ້ກຳກັບຮູບເງົາລາວ,​ ເຈົ້າຂອງບໍລິສັດ ແຂ້ວແຫ້ງໂປດັກຊັ່ນ ທີ່ຜົນງານຫຼາກຫຼາຍໃນວົງການບັນເທີງລາວ. ປັດຈຸບັນ, ອ້າຍເຈ້ຍ ໄດ້ແຕ່ງການກັບ ເອື່ອຍໄຊ ແລະ ມີລູກຄົນໜຶ່ງ ຊື່ ເວຫາ ຫຼ້າສຸດກຳລັງຈະໄດ້ລູກຄົນທີ່ 2 ແລ້ວເດີ. ໃນວັນທີ 28 ກັນຍາ ຜ່ານມາ ອ້າຍເຈ້ຍກໍໄດ້ໂພສພາບເຮືອນຫຼັງໃໝ່ ທີ່ສ້າງສຳເລັດ ແລະ ກຳລັງເຮັດພິທີຂື້ນເຮືອນໃໝ່ ພ້ອມພາບກັບພັນລະຍາແສນອົບອຸ່ນ ເປັນປີທີ່ເຮັງອີຫຼີ ຂໍສະແດງຄວາມດີໃຈກັບ ອ້າຍເຈ້ຍ ແລະ ເອື່ອຍໄຊ ຂໍໃຫ້ປັນປີທີ່ດີມີໂຊກແບບນີ້ຕະຫຼອດໄປ ເຮັງໆ ຄໍ້ຄູນໆເດີ. ຮູບພາບຈາກ:​ Phoumsana Sirivongsa ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166‭+856 …

Read More »