ເມື່ອເຮົາພົບບັນຫາ ໃນການເຮັດວຽກຈົນເຖິງຂັ້ນຈິດຕົກ ຈະເຮັດໃຫ້ວຽກງານຂອງເຮົາບໍ່ຄ່ອຍມີປະສິດທິພາບ ແລະ ສົ່ງຜົນເສຍມາເຖິງຜົນງານລວມຂອງເຮົາໃນທີ່ສຸດ. ດັ່ງນັ້ນ, ເຮົາຄວນມີວິທີ ທີ່ຈະຮັບມືກັບວຽກ ໃນຂະນະທີ່ສະພາບຈິດໃຈບໍ່ພ້ອມ ນັ້ນກໍຄື: 1. ສຳຫຼວດຕົ້ນຕໍຂອງບັນຫາ ການສຳຫຼວດຕົ້ນຕໍຂອງບັນຫາ ເປັນສິ່ງຈຳເປັນ ເພາະເມື່ອເຮົາຮູ້ວ່າບັນຫາເກີດຈາກຫຍັງ ແມ່ນຫຍັງທີ່ເປັນຕົ້ນຕໍເຊັ່ນ: ບຸກຄົນໃດ ຫຼືສິ່ງໃດ ເປັນຕົ້ນ. 2. ຊອກຫາທາງແກ້ໄຂ ເມື່ອເຮົາຮູ້ວ່າສາເຫດເກີດຈາກຫຍັງ ຕໍ່ມາເຮົາກໍຕ້ອງຊອກຫາວິທີແກ້ໄຂ ປັບປ່ຽນ ໃຫ້ຖືກຕ້ອງ. 3. ປ່ຽນຸມຸມມອງມອງຈາກບ່ອນໃໝ່ ແນ່ນອນວ່າເມື່ອເຮົາຢູ່ແຕ່ບ່ອນເກົ່າ ເຮັດແຕ່ສິ່ງເກົ່າ ຊີວິດຈະເມື່ອຍຄືກັບວ່າບໍ່ມີຫຍັງຕື່ນເຕັ້ນ. ສະນັ້ນ, ຄວນຊອກຫາບ່ອນໃໝ່ເພື່ອພັກຜ່ອນ ຫຼືເພື່ອສ້າງແຮງບັນດານໃຈອີກຄັ້ງກ່ອນຈະເລີ່ມເຮັດວຽກ. 4. ຈັດໂຕະເຮັດວຽກ ຢ່າລືມວ່າເລື່ອງເລັກນ້ອຍກໍເປັນສິ່ງສຳຄັນ ເພາະການຈັັດໂຕະເຮັດວຽກເປັນການຈັດແຈງຄວາມເປັນລະບຽບ ເມື່ອໃດທີ່ທຸກຢ່າງເປັນລະບຽບ ເບິ່ງແລ້ວສະບາຍຕາ ເຮົາກໍຈະສະບາຍໃຈຫຼາຍຂຶ້ນ ແລະ ພ້ອມລຸຍວຽກ. 5. ເພີ່ມຄວາມຮູ້ໃໝ່ ການເພີ່ມຄວາມຮູ້ໃໝ່ ເປັນສິ່ງທີ່ດີຫຼາຍ ເພາະຖ້າເຮົາເມື່ອຍ, ອ່ອນເພຍ ແຕ່ເຮົາພະຍາຍາມຮຽນຮູ້ສິ່ງໃໝ່ ເຮົາກໍຈະຮູ້ສຶກວ່າມັນທ້າທາຍຫຼາຍຂຶ້ນ …
Read More »Kuanjaitaem Kuanjai page
ເຂື່ອນ ເຄໂອຕິກ ເປີດໃຈເລື່ອງເພດ ບາງມື້ຢາກແມນ ບາງມື້ຢາກເປັນສາວ
ເຂື່ອນ ອະດີດນັກຮ້ອງໝຸ່ມວົງບອຍແບນຂອງໄທ ທີ່ຄອງໃຈໄວລຸ້ນຜ່ານມາ ເຊິ່ງເຂື່ອນເປັນໜຶ່ງໃນ 5 ຄົນ ຂອງສະມາຊິກ ວົງເຄໂອຕິກ, ກ່ອນໜ້ານີ້ ເຂື່ອນ ໄດ້ເປີດເຜີຍວ່າຕົນເອງບໍ່ມີໄດ້ເປັນຜູ້ຊາຍ 100% ແລະ ເປີດເຜີຍຄົນຮັກເພດດຽວກັນ ພ້ອມທັງເຜີຍຄວາມຫວານອອກມາໃຫ້ເຫັນໃນສື່ຢູ່ຕະຫຼອດຈົນສາວໆອິດສາ. ໜຸ່ມ ເຂື່ອນ ອອກມາສະໜັບສະໜູນຄວາມຫຼາກຫຼາຍທາງເພດ LGBTQ ຢ່າງເປີດເຜີຍ ແລະ ເປີດໃຈເລື່ອງເພດທີ່ບາງມື້ຢາກໃສ່ກະໂປງ ແລະ ບາງມື້ຢາກໃສ່ໂສ້ງ ພູມໃຈໃນຄວາມເປັນໂຕເອງ ເຊິ່ງໄດ້ໃຫ້ສຳພາດກັບສື່ວ່າ: “ສຳຫຼັບຂ້ອຍ ຄຳວ່າ ແມນ ຫຼື ສາວ ມັນຄືກັບເສັ້ນສະແດງທີ່ບໍ່ຕາຍຕົວ ມື້ນີ້ຢາກໃສ່ກະໂປ່ງແຕ່ງຍິງ ບາງມື້ຢາກໃສ່ສູດໃສ່ໂສ້ງແບບແມນໆ ແຕ່ຖ້າມັນເປັນສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກກໍເຮັດເລີຍ ເຮົາແຕ່ງເພື່ອໂຕເອງ ບໍ່ແມ່ນເພື່ອຄົນອື່ນ ຖ້າຫາກຄົນອື່ນບໍ່ເຂົ້າໃຈໃນສິ່ງທີ່ເຮົາເປັນ ມາດ່າວ່າເຮົາແອັບ ແລະ ອື່ນໆນັ້ນ ມັນບໍ່ແມ່ນບັນຫາຂອງເຮົາ ມັນຄືບັນກາຂອງຄົນໆນັ້ນ ເພາະຢ່າງນ້ອຍເຮົາກໍມີຈຸດຢືນໃນສິ່ງທີ່ເຮົາເປັນ ແລະ ເຮົາກໍພູມໃຈໃນສິ່ງໆນັ້ນ”. ຖືໄດ້ວ່າຄຳເວົ້າຂອງເຂື່ອນເຮັດໃຫ້ຊາວເນັດກົດໄລ້ ແລະ ສະແດງຄວາມຄິດເຫັນລົ້ນເຫຼືອ ເຊິ່ງເປັນການໃຫ້ກຳລັງໃຈທຸກເພດ …
Read More »ວີທີ ທີ່ຈະລືມແຟນເກົ່າໄດ້ໄວ ຄວນເຮັດແນວໃດ
ການ Move on ຫຼືການກ້າວຜ່ານເລື່ອງລາວຕ່າງໆ ບໍ່ແມ່ນເລື່ອງງ່າຍ ໂດຍສະເພາະເລື່ອງຄວາມຮັກ ເພາະທຸກສິ່ງເກີດຂຶຶ້ນມາຈາກທັງສອງຝ່າຍ ເມື່ອຝ່າຍໃດຝ່າຍໜຶ່ງຖອຍອອກຈາກທາງຮັກ ອີກຝ່າຍກໍຕ້ອງ Move on ຕໍ່ໄປ. ເຊິ່ງຫຼາຍຄົນທີ່ຍັງຄາໃຈ, ຍັງຮັກ ຫຼືຍັງຜູກພັນກັບຮັກເກົ່າທີ່ຢາກຈະລືມ ມື້ນີ້ ແອັດເລີຍນຳເອົາ 8 ວິທີ ການ Move on ທີ່ຈະລືມແຟນເກົ່າງ່າຍໆ ມາໃຫ້ທຸກຄົນລອງປະຕິບັດ. 1. ປ່ຽນໄປຄິດເລື່ອງອື່ນ ເມື່ອຄິດຮອດເຂົາ ຄວາມຄິດຮອດເປັນສິ່ງທີ່ຫ້າມບໍ່ໄດ້ ໂດຍສະເພາະຄົນທີ່ຍັງຮັກຫຼາຍ ຄວາມຄິດຮອດຍິ່ງຫຼາຍຢູ່ແລ້ວ ເພາະເວລາທີ່ຢູ່ນຳກັນມັນມີຄວາມຊົງຈຳຫຼວງຫຼາຍທີ່ດີ ເຊິ່ງເມື່ອເປັນແນວນັ້ນ ເຮົາຈະຕ້ອງບໍ່ຄິດເພາະຍິ່ງຄິດຮອດກໍຍິ່ງເຈັບ. ສະນັ້ນ, ເຮົາຄວນຄິດເລື່ອງອື່ນຕັດເມື່ອເວລາຄິດຮອດເຂົາ ບໍ່ດັ່ງນັ້ນ ເຮົາຈະບໍ່ມີມື້ລືມເຂົາເລີຍ. 2. ບໍ່ຄວນຢູ່ຄົນດຽວ ໃຜທີ່ຫາກໍເລີກກັບແຟນກໍຈະມີຄວາມຮູ້ສຶກເຫງົາໆເປັນປົກກະຕິ. ດັ່ງນັ້ນ, ການຢູ່ຄົນດຽວຈະເຮັດໃຫ້ເຮົາເສົ້າກວ່າເກົ່າ ຄວນຫາເວລາໄປຜັກຜ່ອນ ແລະ ໃຊ້ເວລາຢູ່ຮ່ວມກັບໝູ່ເພື່ອນ ຫຼືຄອບຄົວ ເຊັ່ນ: ການໄປເບິ່ງໜັງ, ຟັງເພງ, ໄປທ່ຽວ… …
Read More »ລວມ Fashion ການຖັກແສ່ວທີ່ກຳລັງມາແຮງໃນປັດຈຸບັນ
ກາຍເປັນກະແສ ກັບ Fashion ການຖັກສີສັນສົດໃສປະສົມປະສານຄວາມ Sexy ເລັກນ້ອຍ ກາຍເປັນເທຣນໃໝ່ ໃນປັດຈຸບັນ ພາຍຫຼັງທີ່ສາວໆຈາກວົງ Blackpink & Selana Gomez ປ່ອຍເພງໃໝ່ທີ່ມີຊື່ວ່າ Ice Cream ອອກມາ ເຮັດໃຫ້ແຟນຄຣັບສ່ວນຫຼາຍກຳລັງ Sold Out ເຄື່ອງຖັກແສ່ວທີ່ກຳລັງມາແຮງ. ມື້ນີ້ແອັດ ກໍເລີຍນຳເອົາຮູບ Fashion ກ່ຽວກັບການຖັກແສ່ວ ເກ໋ໆ ມາໃຫ້ທຸກຄົນ ເພື່ອເປັນແບບໃນການເລືອກຊື້ ຮູບພາບຈາກ: https://www.sanook.com/women/167231/ ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:+856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine
Read More »Angela Dorothea Merkel ຜູ້ຍິງທີ່ມີອິດທິພົນທີ່ສຸດໃກໂລກ
ແອັງເຈີລາ ດໍຣາເທຍ ແມເຄິລ (Angela Dorothea Merkel) ນາຍົກລັດຖະມົນຕີ ເຢຍລະມັນ ແລະ ເປັນຜູ້ຍິງທີ່ມີອິດທິພົນທີ່ສຸດໃນໂລກ 2019 ເຊິ່ງນັກວິຈານສ່ວນຫຼາຍຍົກໃຫ້ລາວເປັນ “ຜູ້ນຳແຫ່ງໂລກເສລີ”. Angela Merkel ເກີດໃນວັນທີ 17 ກໍລະກົດ 1954 ທີ່ປະເທດເຢຍລະມັນ ໂດຍມີຊື່ເກີດວ່າ: ອັງເກລາ ໂດໂຣເທອາ ທັສເນີ ຈົບການສຶກສາສາຂາຟີຊິກສາດ, ຈົບປະລິນຍາເອກປັດຊະຍາ ສາຂາ ເຄມີ ແລະ ເຮັດວຽກເປັນນັກວິທະຍາສາດຈົນເຖິງປີ 1989 ແລະ ເຂົ້າສູ່ເສັ້ນທາງການເມືອງ ແລະ ອັງເກລາ ຍັງໄດ້ຮັບເລືອກຕັ້ງເປັນສະມາຊິກສະພາລ່າງຂອງລັດເມກເລິນບວກຄ໌ ໄດ້ຮັບແຕ່ງຕັ້ງໂດຍລັດຖະມົນຕີ ເຮັລມູທ ໂຄ ໃຫ້ດຳລົງຕໍາແໜ່ງລັດຖະມົນຕີກະຊວງສະຫະພັນແມ່ຍິງ ແລະ ເຊົາວະຊົນ ໃນປີ 1991 ເຊິ່ງຕໍ່ມາໄດ້ດຳລົງຕຳແໜ່ງ ລັດຖະມົນຕີກະຊວງສິ່ງແວດລ້ອມ-ອະນຸລັກທຳມະຊາດ ແລະ ຄວາມປອດໄພທາງນິວເຄຣຍ ໃນປີ 1994. …
Read More »