Breaking News

Kuanjai

ແຟນບານ ທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ຫ້າມພາດ….

ໃຜທີ່ເປັນແຟນບານຂອງທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ຫຼືເປັນແຟນຄັບພະເອກ Music Video ເພງ ເຊືອກວິເສດ ກໍຢ່າລືມໄປຊົມໄປເຊຍເດີມື້ ວັນທີ 25 ມັງກອນ 2017 ນີ້ ແຕ່ກ່ອນຊິໄປຊົມໄປເຊຍການເຕະບານນັ້ນມື້ນີ້ GossipSport ໄດ້ນໍາເອົາຮູບພາບບັນຍາກາດຂອງ ທີມ ເອັສຊີຈີ ເມືອງທອງ ຢູໄນເຕັດ ທີ່ໄດ້ມາຮອດປະເທດລາວມາຝາກ By: GossipSport  

Read More »

10 ຜົນໂຫວດຂອງນັກເຕະບານທີ່ມີຊົງຜົມເທ່ທີ່ສຸດ!!

Gossip Sport ໄດ້ເອົາຜົນໂຫວດ ຂອງນັກເຕະບານທີ່ມີຊົງຜົມ ທີ່ຫຼໍ່ທີ່ສຸດມາໃຫ້ ແຟນໆທີ່ໜ້າຮັກໄດ້ຮູ້ ເຊິ່ງຜົນໂຫວດດັ່ງກ່າວ ທາງ footy website  ໄດ້ຄັດເລືອກເອົານັກເຕະບານ 20 ທີ່ມີເອກະລັກໂດດເດັ່ນໃນເລື່ອງຊົງຜົມ ແລ້ວເອົາມາໃຫ້ແຟນບານທົ່ວໄປ ປະມານ 19.000 ຄົນ ໄດ້ຮ່ວມໂຫວດກ່ອນທີ່ຈະມີການຈັດອັນດັບ 1-10 ເຊິ່ງນັກເຕະບານແຕ່ລະຄົນລ້ວນແຕ່ເປັນນັກເຕະທີ່ເທົ່າຮູ້ຈັກດີ ແລະຜູ້ທີ່ໄດ້ຮັບຜົນໂຫວດອັນດັບທີ 1 ໄດ້ເຖິງ 21% ຈາກທັງໝົດ ເຊິ່ງຈະມີນັກເຕະບານຂັວນໃຈຂອງແຟນໆຫຼືບໍ່ນັ້ນໄປເບິ່ງພ້ອມໆກັນເລີຍ!! 10 ຜົນໂຫວດຂອງນັກເຕະບານທີ່ມີຊົງຜົມເທ່ທີ່ສຸດ ອັນດັບທີ 10 ກຣາເຊຍໂນ່ ເປເລ່ ສະໂມສອນ ຊານຕົງ ລູ່ເນິງ ອັນດັບທີ 9 ຣັດຢ່າ ນຽງໂກລັນ ສະໂມສອນ ໂຣມ່າ ອັນດັບ 8 ປີແອ ເອເມີຣິດ ໂອບາເມຍ໋ອງ ອັນດັບທີ 7 ຣິຄາໂດ້ ກວາເຣສມ່າ ສະໂມສອນ …

Read More »

ລົດຄັນຫຼູສຸດແພງ ຂອງນັກມວຍຊື່ດັງ….

ວ້າວ! Gossip Sport ໄດ້ນໍາເອົາ ລົດຄັນສຸດຫຼູຂອງນັກມວຍຊື່ດັງ ມາຝາກ ນອກຈາກຈະຕີມວຍເກັ່ງແລ້ວ ຍັງເປັນອີກໜຶ່ງໜຸ່ມນັກກິລາທີ່ມັກລົດ Sports ເຊິ່ງຫຼ້າສຸດ ບົວຂາວ ບັນຊາເມກ ນັກມວຍທີມີຊື່ສຽງໄປທົ່ວໂລກ ຍອມຈົກເງິນໃນກະເປົາຊື້ລົດ Sports ສຸດຫຼູ ຍີ່ຫໍ້ Porsche 718 Cayman  Racing Yellow ສີເຫຼືອງ ມາໄວ້ຂັບແບບໂກ້ໆເພື່ອອວດສາວໆ By: Gossip Sport ຂອບໃຈຮູບພາບຈາກ: A. Motors Group

Read More »

ມຊ ເອັຟຊີ ຈະບໍ່ມີນັກເຕະບານຄົນຕ່າງປະເທດ

ໃນມື້ນີ້ Gossip Sport ຈະນໍາເອົາຂ່າວກ່ຽວກັບ ມຊ ເອັຟຊີ ມາເວົ້າສູ່ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍຟັງ  ສະໂມສອນ ມຊ ເອັຟຊີ ໃນຖານະນ້ອງໃໝ່ທີ່ໄດ້ຄວ້າອັນດັບ 5 ໃນການແຂ່ງຂັນ ລາວພຣີເມຍລີກ 2016 ດ້ວຍກໍາລັງຂອງນັກເຕະບານຕ່າງປະເທດເກືອບ 10 ຄົນ ແຕ່ວ່າ ລາວພຣີເມຍລີກ 2017 ຈະບໍ່ຄືເກົ່າ ເພາະທາງສະໂມສອນໄດ້ປ່ອຍຕົວນັກເຕະບານຄົນຕ່າງປະເທດ ຈໍານວນ 7 ຄົນ ອອກຈາກທີມໄປໝົດແລ້ວ ແລະ ຈະຫັນມາເປີດໂອກາດໃຫ້ນັກເຕະບານລາວໄດ້ ເກັບກ່ຽວປະສົບການ ແລະ ໄດ້ສະແດງຄວາມສາມາດຢ່າງເຕັມທີ່ໃນການແຂ່ງຂັນ ລາວພຣີເມຍລີກ 2017 ລວມທັງຍັງສ້າງຄວາມຫວັງ ໃນການປັ້ນເປັນນັກເຕະຂອງ ມະຫາວິທະຍາໄລແຫ່ງຊາດ ທີ່ຈະໄປຮ່ວມການແຂ່ງຂັນລາຍການຕ່າງໆໃນລະດັບມະຫາວິທະຍາໄລ ອີກດ້ວຍ. By: Gossip Sport

Read More »

ວາລະສານຂວັນໃຈ ຮູບແບບໃໝ່ສະບັບພິເສດໃນເດືອນ ມັງກອນ 2017

ວາລະສານ ຂວັນໃຈ ປະຈໍາເດືອນ ມັງກອນ 2017 ນີ້ ມາໃນຮູບແບບໃໝ່ ແລະ ພິເສດສຸດໃນ Cover ຄັ້ງທໍາອິດຂອງເຮົາ ທີ່ມີໜຸ່ມເຈົ້າຊູ້ມາຂຶ້ນປົກ degree ເຈົ້າຂອງຕໍາແໜ່ງຂັວນໃຈສາວໆ 2016 ພ້ອມຄວງ 4 DJ ສາວສະເໜ່ແຮງຈົນຫຼາຍຄົນຕ້ອງອິດສາ ແລະ ເປີດຄໍລໍາໃໝ່ Special Scoop ພົບກັບ 4 ສາວ Profile ເລີດ ມາພ້ອມກັບສິ່ງທີ່ມັກ ແລະ ຫຼົງໃຫຼ ຮັບຮອງວ່າຈະຊ່ວຍກະຕຸ້ນໃຫ້ສາວໆອອກໄປຕາມລ່າຫາຄວາມຝັນ ດ້ວຍແຮງບັນດານໃຈອັນລົ້ນເຫຼືອຢ່າງແນ່ນອນ (ລາຍລະອຽດ ສາມາດຊອກຊື້ອ່ານໄດ້ໃນ ວາລະສານ ຂັວນໃຈ  ໃນສະບັບທີ 114 ເດືອນມັງກອນ 2017 ຕາມຮ້ານເອັມພອຍ ທຸກສາຂາ ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Read More »