Breaking News

Kuanjai

ກຽມຈັດການປະກວດ Miss Grand Laos ຄັ້ງທໍາອິດ

ປະເທດລາວເຮົາແມ່ນຖືວ່າເປັນຄັ້ງທໍາອິດ ທີ່ຈະໄດ້ມີການປະກວດ Miss Grand Laos ສໍາລັບ ຈຸດປະສົງໃນການປະກວດມີສແກຣນລາວ ແມ່ນເພື່ອສ້າງກິດຈະກຳໃຫ້ໄວໜຸ່ມສົນໃຈໃນການສຶກສາຫາຄວາມຮູ້, ສ້າງໃຫ້ມີຈິດສຳນຶກຄວາມຮັກຊາດ, ວັດທະນາທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ມີຄວາມກ້າຫານໃນການສະແດງອອກເຖິງຄວາມສາມາດ ແລະ ເຜີຍແຜ່ໃຫ້ຕ່າງຊາດໄດ້ຮັບຮູ້ ແລະ ຍົກບົດບາດຂອງ ສປປ ລາວ ໃນເວທີສາກົນ Miss Grand International ເປັນງານປະກວດຄວາມງາມ ໜຶ່ງໃນ 5 ເວທີຊັ້ນນຳ ຂອງໂລກ ເຊິ່ງປະກອບດ້ວຍ Miss Universe, Miss World, Miss International ແລະ ນາງສາວ Supranational ຜ່ານການຈັດການປະກວດໂຄງການດັ່ງກ່າວມາເປັນໄລຍະ 4 ປິ ມີ 90 ກວ່າປະເທດໄດ້ເຂົ້າຮ່ວມການປະກວດ ແລະ ປະເທດລາວເຮົາແມ່ນເປັນຄັ້ງທໍາອິດທີ່ຈະໄດ້ເຂົ້່າຮ່ວມການປະກວດ ຜູ້ທີ່ໄດ້ຮັບຕໍ່າແໜ່ງ Miss Grand Lao ຈະໄດ້ຮັບເງິນ …

Read More »

ຄໍລໍາພິເສດ ສໍາລັບສາວໆທີ່ເບື່ອຊີວິດ ຕ້ອງການແຮງບັນດານໃຈ ຕ້ອງອ່ານດ່ວນ!

ສໍາລັບແຟນໆຂວັນໃຈຄົນໃດທີ່ກໍາລັງຮູ້ສຶກເບື່ອກັບບັນຫາເຫຼົ່ານີ້ ເຮົາຂໍແນະນໍາໃຫ້ອ່ານຄໍລໍານີ້ເລີຍ Special Scoop ເປັນຄໍລໍາໃໝ່ຂອງເດືອນ ມັງກອນ 2017 ນີ້ ເຊິ່ງໃນນັ້ນແຟນໆຂວັນໃຈຈະໄດ້ພົບກັບ 4 ສາວ Profile ເລີດ ທີ່ຈະມາສົ່ງພະລັງແຫ່ງແຮງບັນດານໃຈ ພ້ອມຂໍ້ຄິດດີໆໃຫ້ແກ່ແຟນໆຂວັນໃຈ ວ່າຈະມີສາວໃດແດ່ເຮົາໄປເບິ່ງກັນເລີຍ ສາວໜິງ (ສາຍສຸລິນທອນ ສໍປຣະເສີດ) ນັກເຄມີສາວ ບອກວ່າ: “ເຮັດໃນສິ່ງທີ່ມັກແລ້ວເສັ້ນທາງດີໆຈະມາເອງ” ອັກຈຸສັນ ຣາຊພົນ ສາວນັກອະນຸລັກສັດປ່າ ວ່າທີ່ປະລິນຍາເອກ ສາຂາສັດຕະສາດຈາກມະຫາວິທະຍາໄລ Oxford ບອກວ່າ: “ຖ້າມັນເປັນສິ່ງທີ່ເຮົາມັກ ເປັນ Passion ຂອງເຮົາເຮົາຈະເຮັດແບບບໍ່ຮູ້ເມຶ່ອຍ ບໍ່ຮູ້ເບຶ່ອອເພາະມັນມີຄວາມສຸກ ແລະ ບໍ່ຮູ້ສຶກວ່າເປັນວຽກ” ໝານ້ອຍ (ສຸດາພອນ ວິຊຸນນະລາດ) ນັກບິນສາວຄົນທໍາອິດຂອງລາວ ຜູ້ເລຶອກຕິດປີກໃຫ້ຕົວເອງ ນາງບອກວ່າ: “ເຮົາຕ້ອງຄິດແຕກຕ່າງ ເປີດໂອກາດໃຫ້ຕົວເອງລອງເຮັດສິ່ງໃໝ່ໆ ແລະ ຢ່າປ່ອຍໃຫ້ໂອກາດດີໆຜ່ານໜ້າໄປເດັດຂາດ”   ໂອເລ້​ (ວິຣະວົງ ສະໂກວິວ) …

Read More »

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍເຮົາໄປທ່ຽວນຳກັນເທາະ!!

ທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ໃນໄລຍະອາກາດໜາວໆແນວນີ້ ທີມງານ ຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວທາງພາກເໜືອ ໃຫ້ຜູ້ອ່ານທີ່ໜ້າຮັກທັງຫຼາຍໄດ້ໄປຊົມຄວາມງາມຂອງທະເລໝອກ, ໄປຂໍພອນ ແລະ ມື້ນີ້ຈະມາແນະນໍາສະຖານທີ່ທ່ອງທ່ຽວ ຢູ່ແຂວງຫຼວງນໍ້າທາ ນັ້ນກໍຄື: ພຣະທາດຫຼວງຊຽງຕຶງ ນັ້ນເອງ ໝຸ່ມໆສາວໆຫຼາຍທ່ານກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ແຕ່ທີມງານ ພວກເຮົາເຊື່ອວ່າ ເມື່ອໄດ້ໄປມາກໍຕ້ອງຢາກກັບໄປທ່ຽວອີກ ແຕ່ກ່ອນທີ່ຈະໄປຮູ້ຈັກ ພຣະທາດຫຼວງຊຽງຕຶງ ເຮົາໄປຮູ້ຈັກກັບເມືອງສິງກ່ອນເນາະ ເມືອງສິງ ເປັນໜຶ່ງໃນຫ້າເມືອງຂອງແຂວງຫຼວງນໍ້າທາ, ເມືອງສິງຍັງມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສິ່ງທີ່ພົ້ນເດັ່ນກໍແມ່ນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທໍາເຊິ່ງມີຫຼາຍກວ່າສິບແຫ່ງ, ເມືອງສິງເປັນເມືອງນ້ອຍໆທີ່ມີພື້ນທີ່ອັນອຸດົມສົມບູນທີ່ໂອບອ້ອມໄປດ້ວຍສາຍພູ ມີສາຍນໍ້າຍວນ ແລະ ນໍ້າມ່າທີ່ຄອຍຫຼໍ່ລ້ຽງ.ໃນອະດີດເຄີຍເປັນເມືອງອູ່ເຂົ້າອູ່ນໍ້າທີ່ສໍາຄັນ ເຖິງແມ່ນວ່າເມືອງສິງຈະປະກອບມີປະຊາຊົນຫຼາຍຊົນ­ເຜົ່າອາ­ໄສຢູ່ເປັນຕົ້ນແມ່ນ:ລື້, ຢ້າວ, ອາຄ່າ, ມົ້ງ, ໄທດຳແລະໄທເໜືອແຕ່ເຂົາ­ເຈົ້າສ່ວນໃຫຍ່ແມ່ນນັບ­ຖືສາ­ສະ­ໜາພຸດເຊິ່ງສະ­ແດງອອກໃນຄວາມສັດ­ທາທາງສາສະໜາຂອງປະຊາ­ຊົນ ໂດຍມີວັດວາອາຮາມລວມທັງໝົດຈຳ­ນວນ 23 ແຫ່ງ. ພ້ອມນັ້ນພຣະ­ທາດຊຽງຕຶງກໍປຽບສະເໝືອນພຣະ­ທາດຄູ່ບ້ານຄູ່ເມືອງຂອງຊາວເມືອງສິງ ເມື່ອຮູ້ຈັກກັບເມືອງສິງແລ້ວເຮົາໄປຮູ້ຈັກກັບ ພຣະທາດຫຼວງຊຽງຕຶງ ພ້ອມໆກັນເລີຍ. ພຣະທາດຫຼວງຊຽງຕຶງຕັ້ງຢູ່ເທິງຈອມພູທາງທິດຕາເວັນຕົກສ່ຽງໃຕ້ຂອງເມືອງສິງ ຫ່າງຈາກເທສະບານແຂວງຫຼວງນໍ້າທາ 5 ກິໂລແມັດ ໂດຍມີເສັ້ນທາງຂຶ້ນໄປຮອດຕົວພຣະທາດສອງເສັ້ນທາງຄື: ທາງຍ່າງແມ່ນຂຶ້ນຂັ້ນໄດທີ່ມີຄວາມຍາວປະມານ 750 ແມັດ …

Read More »

ຊາຍໃນຝັນຂອງສາວ…

ໜຸ່ມຫຼໍ່ໜ້າຕາດີ ຈາກແດນມັງກອນ ທີ່ສາວໆຫຼາຍໆຄົນໄດ້ເຫັນແລ້ວຈະຕ້ອງ ກຣີດໆໆໆໆ ກັນຢ່າງແນ່ນອນ ແລະ ຍັງເປັນຊາຍໃນຝັນຂອງສາວໆທັງຫຼາຍ ໝຸ່ມຫຼໍ່ໜ້າຕາດີຄົນນີ້ມີຊື່ວ່າ Dong Dali ທີ່ເປັນນັກກິລາຟັນດາບຂອງທີມຊາດຈີນ ໜຸ່ມໜ້າຕາດີຄົນນີ້ອາຍຸ 23 ປີ ທີ່ມາພ້ອມສ່ວນສູງ 192 ຊັງຕີແມັດ ນອກຈາກຫຼໍ່ແລ້ວ ຍັງບໍ່ທໍາມະດາກັບສີມືໃນການຟັນດາບ ໃນປີ 2014 Dong Dali ເຄີຍລົງແຂງໃນລາຍການ  National Fencing Championship ເຊິ່ງສາມາດຄວ້າເອົາລາງວັນທີ 3 ປະເພດຊາຍດຽວມາຄອງ ແລະ ມື້ນີ້ GossipSport ໄດ້ລວມເອົາຮູບພາບຂອງ Dong Dali ທີ່ຈະມາເຮັດໃຫ້ຫົວໃຈຂອງສາວໆທັງຫຼາຍສົດຊື່ນຂຶ້ນ ໂອຍໆໆໆ ບໍ່ຕ້ອງລໍຊ້າເວົ້າແລ້ວເຮົາໄປເບິ່ງພ້ອມໆກັນເລີຍ By: GossipSport ຂອບໃຈຮູບພາບຈາກ: Dong Dali

Read More »

ສາວລາວຄົນທຳອິດທີ່ໄດ້ທຶນ ປະລິນຍາເອກ ຈາກມະຫາວິທະຍາໄລ Oxford…

ຄໍລໍາພິເສດ ສໍາລັບສາວໆທີ່ເບື່ອຊີວິດ ຕ້ອງການແຮງບັນດານໃຈ ອ່ານດ່ວນ… ສໍາລັບແຟນໆຂວັນໃຈຄົນໃດທີ່ກໍາລັງຮູ້ສຶກເບື່ອກັບບັນຫາເຫຼົ່ານີ້ ເຮົາຂໍແນະນໍາໃຫ້ອ່ານຄໍລໍານີ້ເລີຍ Special Scoop ເປັນຄໍລໍາໃໝ່ຂອງເດືອນ ມັງກອນ 2017 ນີ້ ເຊິ່ງໃນນັ້ນແຟນໆຂວັນໃຈຈະໄດ້ພົບກັບ 4 ສາວ Profile ເລີດ ທີ່ຈະມາສົ່ງພະລັງແຫ່ງແຮງບັນດານໃຈ ພ້ອມຂໍ້ຄິດດີໆແກ່ແຟນໆຂວັນໃຈ ແລະ ມື້ນີ້ເຮົາໄປຮູ້ຈັກກັບສາວຄົນນີ້ເລີຍ     ອັກຈຸສັນ ຣາຊພົນ ສາວນັກອະນຸລັກສັດປ່າ ວ່າທີ່ປະລິນຍາເອກ ສາຂາສັດຕະສາດຈາກມະຫາວິທະຍາໄລ Oxford ບອກວ່າ: “ຖ້າມັນເປັນສິ່ງທີ່ເຮົາມັກ ເປັນ Passion ຂອງເຮົາເຮົາຈະເຮັດແບບບໍ່ຮູ້ເມື່ອຍ ບໍ່ຮູ້ເບື່ອເພາະມັນມີຄວາມສຸກ ແລະ ບໍ່ຮູ້ສຶກວ່າເປັນວຽກ” ແລະ ລາຍລະອຽດທ່ານສາມາດຕິດໄດ້ຈາກ ວາລະສານຂວັນໃຈສະບັບ 114 ເດືອນ ມັງກອນ 2017 ໄດ້ຕາມຮ້ານ U Express, M Point Mart …

Read More »