ຕໍາຫຼວດຈີນຊ່ວຍເຫຼືອແມ່ຍິງຫວຽດນາມ 32 ຄົນ ທີ່ຖືກຕົວະໄປຂາຍໃຫ້ແຕ່ງດອງກັບຜູ້ຊາຍຈີນທີ່ມີອາຊິບເຮັດການກະເສດ ໃນການປະຕິບັດການທີ່ມີເປົ້າໝາຍກວດລ້າງຂະບວນການຄ້່າມະນຸດຂ້າມຊາດ ທີ່ມີແມ່ຍິງຖານະຍາກຈົນໃນທ້ອງຖິ່ນຊົນນະບົດທີ່ຕົກເປັນເຫຍື່ອເປົ້າໝາຍ. ຈາກການລາຍງານຂອງ ເອເອັຟພີໃນວັນທີ 9 ກຸມພາ ຖະແຫຼງການໃນເວັບໄຊຂອງສໍານັກງານຄວາມໝັ້ນຄົງສາທາລະນາໃນມົນທົນຍູນານໃນວັນພະຫັດກ່າວວ່າ: ເຈົ້າໜ້າທີ່ຈີນຈັບຕົວຜູ້ສົງໄສ 75 ຄົນ ທີ່ຖືກກ່າວຫາວ່າເປັນສ່ວນໜຶ່ງຂອງຂະບວນການ ຕົວະຍົວະແມ່ຍິງໄປມົນທົນຍູນານ ທາງພາກໃຕ້ຂອງຈີນ ໂດຍໃຫ້ຄໍາສັນຍາວ່າ: ຈະພາໄປທ່ຽວ ແລະ ຫາວຽກໃຫ້. ແມ່ຍິງດັ່ງກ່າວ ຈະຖືກຈັດໃຫ້ພັກອາໄສຢູ່ຮ່ວມກັນ ໃນພື້ນທີ່ພູເຂົາໃນຍຸນນານ ໃກ້ກັບຊາຍແດນຫວຽດນາມ ກ່ອນຈະຂາຍໃຫ້ກັບປະຊາຊົນໃນ 6 ມົນທົນ ທາງພາກກາງ ແລະ ພາກຕາເວັນອອກຂອງຈີນ ແມ່ຍິງທີ່ຕົກເປັນເຫຍື່ອຜູ້ໜຶ່ງລາຍງານວ່າ: ລາວຖືກຕົບຕີທໍາຮ້າຍຮ່າງກາຍໂດຍທໍ່ເຫຼັກ ເມື່ອລາວປະຕິເສດທີ່ຈະເປັນເຈົ້າສາວ ແລະ ພະຍາຍາມໂຕນໜີ
Read More »Kuanjai
ງານມະຫາກໍາບຸນຊ້າງ
ງານມະຫາກໍາບຸນຊ້າງ ຖືໄດ້ວ່າເປັນງານບຸນປເພນີປະຈໍາປີຂອງແຂວງ ເມື່ອເວົ້າເຖິງບຸນຊ້າງທ່ານຜູ້ອ່ານທີ່ໜ້າຮັກທັງຫຼາຍ ກໍຄົງຈະຄິດອອກເລີຍເນາະວ່າຢູ່ແຂວງໃດ ເຊິ່ງເປັນງານບຸນທີ່ມີຊື່ສຽງຂອງແຂວງໄຊຍະບູລີເລີຍກໍວ່າໄດ້ ແລະ ມື້ນີ້ ທີມງານ ຂວັນໃຈ ຈະມາແນະນໍາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຮູ້ຈັກກັບ ງານມະຫາກໍາບຸນຊ້າງ ແຂວງໄຊຍະບູລີ ພ້ອມໆກັນເລີຍ ແຂວງໄຊຍະບູລີ ເຄີຍຂຶ້ນຊື່ວ່າເປັນແຂວງ ທີ່ມີຝູງຊ້າງຫຼາຍທີ່ສຸດໃນປະເທດລາວ ເຊິ່ງເພິ່ນໄດ້ມີການຈັດງານມະຫາກໍາບຸນຊ້າງຂຶ້ນ ໃນທຸກໆປີລະຫວ່າງວັນທີ 17 – 19 ກຸມພາ ເພື່ອເປັນການສົ່ງເສີມການອະນຸລັກຮັກສາຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງຂອງຊາວລາວ ໃນງານບຸນດັ່ງກວ່າປະກອບມີກິດຈະກໍາຫຼາຍຢ່າງບໍ່ວ່າຈະເປັນການປະກວດນາງສາວທິດາບຸນຊ້າງ, ວິທີການເຝິກຊ້າງນ້ອຍ( ເອົາຊ້າງເຂົ້າເຂື່ອນ), ສາທິດການນໍາໃຊ້ແຮງງານຊ້າງ, ການບໍລິການຂີ່ຊ້າງ, ການອາບນໍ້າຊ້າງ ແລະ ອື່ນໆ ໃນແຕ່ລະປີຈະມີຊ້າງເຂົ້າຮ່ວມຫຼາຍກວ່າ 60 ເຊືອກ ນອກຈາກນີ້ແລ້ວຍັງມີ ການສະແດງສິລະປະວັນນະຄະດີ ແລະ ການສາຍຮູບເງົາສາລະຄະດີກ່ຽວກັບຊ້າງ ພ້ອມທັງການສະແດງສິນຄ້າຕ່າງໆຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນທີ່ດຶງດູດໃຈຂອງນັກທ່ອງທ່ຽວ ຈາກທົ່ວທຸກສາລະທິດໃຫ້ຫຼັ່ງໄຫຼໄປຮ່ວມງານມະຫາກໍາບຸນຊ້າງໃນແຕ່ລະປີ ແລະ ນັບມື້ນັບຫຼາຍຂຶ້ນ ໃກ້ໆຈະຮອດແລ້ວງານບຸນແລ້ວ ຖ້າຍັງບໍ່ທັນວາງແຜນໄປທ່ຽວໃສລອງໄປທ່ຽວ ງານບຸນມະຫາກໍາບຸນຊ້າງ ລອງເບິ່ງເດີຮັບຮອງທ່ານຜູ້ອ່ານທີ່ໜ້າຮັກຈະບໍ່ຜິດຫວັງຢ່າງແນ່ນອນ
Read More »ງານມະຫາກໍາບຸນຊ້າງ

Read More »ທ່ຽວບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ
ໃນມື້ນີ້ ທີມງານ ຂວັນໃຈ ຈະຂໍນໍາເອົາປະຫວັດຂອງ ຜາສາດຫີນວັດພູຈໍາປາສັກມາເລົ່າສູ່ຟັງ ຫຼາຍຄົນກໍອາດຈະເຄີຍໄປທ່ຽວມາແລ້ວເນາະ ເຊິ່ງໃນເດືອນນີ້ກໍແມ່ນບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ເຊິ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-11 ກຸມພາ 2017 ນີ້ ແລະ ມື້ນີ້ກໍເປັນມື້ທໍາອິດຂອງງານບຸນນັ້ນເອງ ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ ຫ່າງຈາກຕົວເມືອງປາເຊໄປປະມານ 40 ກິໂລແມັດ ເປັນປູຊະນິຍະສະຖານອັນສໍາຄັນ ແລະ ເປັນສະຖານປັດຕະຍະກໍາກ່ອນຍຸກອັງກໍວັດ ໃນໄລຍະສະຕະວັດທີ 7-12 ຜາສາດຫີນວັດພູໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈະເລີນຮຸ່ງເຮືອງທາງດ້ານວັດທະນະທໍາໃນສະໄໝກ່ອນ, ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍສົດງົດງາມ ແລະ ໜ້າອັດສະຈັນໃຈຫຼາຍເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການຢູເນສໂກ ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງຮ່ອງຮອຍເມືອງບູຮານ ອັນມີຊື່ວ່າເມືອງເສດຖາປຸຣະ …
Read More »ບຸນນະມັດສະການພຣະທາດສີໂຄດຕະບອງ
ອີກບໍ່ດົນກໍຈະຮອດບຸນນະມັດສະການ ພຣະທາດສີໂຄດຕະບອງແລ້ວ ແລະໃນປີນີ້ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 9-11 ກຸມພາ 2017 ນີ້ ທາງທີມງານ ຂວັນໃຈ ໄດ້ນໍາເອົາຂໍ້ມູນກ່ຽວກັບພຣະທາດສີໂຄດຕະບອງ ມາເລົ່າສູ່ຜູ້ອ່ານທີ່ໜ້າຮັກຟັງ ພຣະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ ຕັ້ງຢູ່ເຂດບ້ານສີໂຄດ ເມືອງທ່າແຂກ ແຄມແມ່ນໍ້າຂອງໃນວັດເກົ່າຫ່າງຈາກຕົວເມືອງທ່າແຂກໄປທາງທິດໃຕ້ປະມານ 6 ກິໂລແມັດ ພຣະທາດນີ້ສ້າງຂຶ້ນໃນສະໄໝອານາຈັກສີໂຄດຕະບອງລະຫວ່າງສັດຕະວັດທີ 6-8 ເປັນບ່ອນບັນຈຸອັດຖິ ( ກະດູກ ) ຂອງພຣະພຸດທະເຈົ້າ. ໃນສັດຕະວັດທີ 16 ເຈົ້າໄຊຍະເຊດຖາທິຣາຊໄດ້ປະຕິສັງຂອນໃຫ້ເປັນແບບສິລະປະລ້ານຊ້າງ ໂດຍເພິ່ມປະຕິມະກໍາດອກບົວຕິດໃສ່ຈອມໃນປີຄສ 1539 ແລະ ໃນປັດຈຸບັນ ພຣະທາດສີໂຄດຕະບອງ ປະກອບດ້ວຍເສດຕະສັດ 7 ຊັ້ນ ສູງ 2 ແມັດ ໃນແກນເປັນເຫຼັກ ສ່ວນເສດຕະສັດແມ່ນເຮັດດ້ວຍເງິນ ແລະ ຄໍາ ຢູ່ປາຍມີໂຄມແກ້ວ ແລະ ບໍລິເວນຕີນພຣະທາດກວ້າງດ້ານລະ 25 ແມັດ …
Read More »