Breaking News

Kuanjai

ທ່າອອກກໍາລັງກາຍຍອດຮິດ ທີ່ຫຼາຍໆຄົນເຮັດຜິດໆແຕ່ດົນ .. ທີ່ແທ້ຕ້ອງເຮັດແບບນີ້

ໜຸ່ມໆສາວໆທັງຫຼາຍທີ່ມັກອອກກໍາລັງກາຍເບິ່ງທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາທ່າອອກກໍາລັງກາຍຍອດຮິດ ທີ່ໜຸ່ມໆສາວໆມັກເຮັດຜິດກັນຢູ່ເລື້ອຍໆ ຄວາມຈິງແລ້ວເຮົາຕ້ອງເຮັດແນວໃດຈຶ່ງຈະຖືກຕ້ອງ ເຮົາເບິ່ງໄປພ້ອມໆກັນເລີຍ ຊິດອັບ (Sit up) ທ່າຜິດ: ຄໍໂນ້ມໄປທາງໜ້າ ເຊິ່ງແປໄດ້ວ່າສຸມໃສ່ທີ່ການຍົກຫົວ ແລະ ລໍາຕົວສ່ວນເທິງຫຼາຍກວ່າໜ້າທ້ອງ ຄ້າຍຄືກັບວ່າບໍ່ໄດ້ອອກແຮງໃນພາກສ່ວນທີ່ຕ້ອງການ ແຖມຍັງອາດສ່ຽງຕໍ່ອາການບາດເຈັບທີ່ຄໍ ແລະ ບ່າໄຫຼ່ນຳອີກ ທ່າທີ່ຖືກຕ້ອງ: ຍົກລໍາຕົວຂຶ້ນໂດຍອອກແຮງເກັງທີ່ກ້າມທ້ອງ ແລະ ລໍາຕົວສ່ວນເທິງຄວນຢູ່ແນວດຽວກັນກັບໜ້າທ້ອງ ເກັງກ້າມທ້ອງເລັກນ້ອຍ ດັນພື້ນ (Push-up) ທ່າຜິດ: ເອົາໜ້າລົງໄປຈົນເກືອບຕິດພື້ນ ແຕ່ກົ້ນງໍຂຶ້ນ ແລະ ບໍ່ເກັງໜ້າທ້ອງໃດໆ ຫຼື ພຸງ ແລະກາງລໍາຕົວແນບຕິດກັບພື້ນ ທ່າທີ່ຖືກຕ້ອງ: ຕັ້ງທ່າໃນລັກສະນະຄ້າຍນອນຂວໍ້າ (Plank) ແລ້ວອອກແຮງຍົກທັງລໍາຕົວຈົນແຂນຢຽດເຄັ່ງ ລໍາຕົວຕັ້ງແຕ່ສ່ວນບ່າໄຫຼ່ໄປເຖິງປາຍຕີນຕ້ອງຢູ່ໃນແນວດຽວກັນ ແລ່ນ (Run) ທ່າຜິດ: ແລ່ນເອົາສົ້ນຕີນລົງເຕັມໆ ຫຼື ແລ່ນໂດຍອອກແຮງກະທົບໃສ່ສົ້ນຕີນ ເຊິ່ງອາດຈະເຮັດໃຫ້ຫົວເຂົ່າສ່ຽງຕໍ່ອາການບາດເຈັບ ພ້ອມກັບອາການເຈັບຫຼັງອາດຈະຖາມຫາ ທ່າທີ່ຖືກຕ້ອງ: ສົ້ນຕີນຄວນຈະສໍາຜັດກັບພື້ນດິນຄ່ອຍໆ ກ່ອນທີ່ພື້ນຕີນທັງໝົດຈະຕາມລົງມາ ແລະ …

Read More »

ລວມຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ມື້ນີ້ກໍເປັນມື້ດີອີກມື້ໜຶ່ງຄືດັ່ງທີ່ເຮົາຮູ້ນັ້ນແຫຼະເນາະ!! ວ່າໃນແຕ່ລະປີທີ່ກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 10 ( ເດືອນລາວ ) ກໍຈະແມ່ນເປັນມື້ບຸນຫໍ່ເຂົ້າສະຫຼາກນັ້ນເອງ ພໍແຕ່ຕື່ນເຊົ້າຂຶ້ນມາທຸກຄົນກໍກະກຽມໄປໃສ່ບາດຢາດນໍ້າ, ຟັງເທດຟັງທໍາ ຢູ່ຕາມວັດ…ແລ້ວແຟນໆຂວັນໃຈເດ້ໄດ້ໄປໃສ່ບາດຢາດນໍ້າແດ່ບໍ…ມື້ນີ້ແອັດກໍເລີຍລວມເອົາ ຮູບພາບງາມໆຂອງບັນດາສາວໆ ທີ່ໄປເຮັດບຸນ ໃສ່ບາດຢາດນໍ້າ ໃນແຕ່ລະເທສະການງານບຸນຕ່າງໆມາຝາກໄປເບິ່ງກັນເລີຍ!! ຮູບພາບ: IGLAO, beautiful_girls_of_laos

Read More »

ສາວງາມແຫ່ງເມືອງໄດໂນເສົາຮ້ອຍລ້ານປີ

ສະບາຍດີ ແຟນໆຂວັນໃຈທີ່ໜ້າຮັກ ກັບມາພົບກັນໃນຕອນແລງຂອງມື້ວັນສຸກ ທ້າຍອາທິດແບບນີ້ ແອັດກໍເລີຍຈະພາໄປເບິ່ງສາວງາມໆ…ສາວນ້ອຍສາວໃຫຍ່ ຂອງດິນແດນແຫ່ງເມືອງໄດໂນເສົາ ເຊິ່ງແຕ່ລະຄົນນັ້ນແອັດຂໍບອກເລີຍວ່າ ມີຄວາມງົດງາມໄປຄົນລະແບບ ຄົນລະ Style ແຕ່ມີຄວາມໜ້າຮັກສົດໃສໃນແບບຂອງສາວລາວເຮົາ. ໂອ໋ຍ…ເຫັນບັນດາສາວງາມໆແບບນີ້ແລ້ວໜຸ່ມທັງຫຼາຍຄົງມີຄວາມຄິດໃນຫົວວ່າ ຢາກໄປຮຽນຢູ່ສະຫວັນນະເຂດແລ້ວແມ່ນບໍ!! ເອົາເປັນວ່າບໍ່ເສຍເວລາເຮົາໄປເບິ່ງພ້ອມກັນເລີຍໄປ… ຮູບພາບ: ສາວສະຫວັນນະເຂດ

Read More »

ມາແລ້ວ! ມາແລ້ວ!! ຂ່າວດີສໍາລັບນ້ອງໆນັກຮຽນທີ່ຮຽນຈົບມໍປາຍ

ນ້ອງໆນັກຮຽນຄົນໃດທີ່ຫາກໍຮຽນຈົບມໍປາຍ ແຕ່ຍັງບໍ່ທັນຮູ້ວ່າຈະໄປສຶກສາຕໍ່ຢູ່ໃສນັັ້ນ ມາເບິ່ງທາງນີ້ເລີຍ… ເພາະມື້ນີ້ເຮົາມີຂ່າວດີໆ…ມາບອກເດີ້ ສຳລັບ ນ້ອງໆນັກຮຽນຄົນໃດທີ່ມີຄວາມສົນໃຈຢາກເຂົ້າມາສຶກສາ ທີ່ສະຖາບັນເສດຖະກິດການເງິນ ແມ່ນສາມາດມາຊື້ຟອມສະໝັກເຂົ້າສອບເສັງ ກໍມາຊື້ໄດ້ຈະເລີ່ມຂາຍຟອມສະໝັກໃນວັນທີ 21/08/2017 ເປັນຕົ້ນໄປ. ຮູບພາບ ແລະ ຂໍ້ມູນ: ນັກສຶກສາ ສະຖາບັນເສດຖະກິດການເງິນ

Read More »

ທ່ຽວຫຼວງພະບາງແບບ Slow Life ທີ່ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ

ປັດຈຸບັນນີ້ ກະແສການທ່ອງທ່ຽວແບບຊ້າໆ ຄ່ອຍໆເປັນຄ່ອຍໆໄປ ຊຶມຊັບກັບບັນຍາກາດອ້ອມຮອບຕົວ ຫຼື ທີ່ເພິ່ນເອີ້ນວ່າ ການໃຊ້ຊິວິດ ແບບ “Slow Life” ກຳລັງໄດ້ຮັບຄວາມນີຍົມຫຼາຍຂຶ້ນໃນກຸ່ມນັກທ່ອງທ່ຽວ ທີ່ຢາກຊອກຫາແຫຼ່ງທ່ອງທ່ຽວທີ່ສະຫງົບ ປ່ອຍໂຕ ປ່ອຍໃຈໄປນຳບັນຍາກາດທຳມະຊາດ ແລະຫຼີກໜີຈາກຄວາມວຸ້ນວາຍໃນຕົວເມືອງ. ສະບັບນີ້ ອິນດີ້ພາທ່ຽວ ຈະມາເລົ່າປະສົບການເດີນທາງສູ່ເມືອງແຫ່ງຄວາມ Slow Life ນັ້ນກໍ່ຄື ຫຼວງພະບາງເມືອງມໍລະດົກໂລກ ທີ່ດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາສຳຜັດກັບ ວິຖີຊີ​ວິດອັນລຽບງ່າຍ, ເຮືອນຊານບ້ານຊ່ອງອັນເປັນເອກກະລັກ ແລະ ວັດວາອາຮາມທີ່ຍັງຄົງອານຸລັກຄວາມເກົ່າແກ່ ແລະດັ້ງເດີມໄວ້ໄດ້ເປັນຢ່າງດີ. ໃນການເດີນທາງໄປຫຼວງພະບາງໃນ Trip ນີ້ ພວກເຮົາມີເວລາຈຳກັດເລີຍເລືອກເດີນທາງໄປດ້ວຍຍົນ ເຊິ່ງພວກເຮົາຈອງໄດ້ທ່ຽວບິນ ເວລາ 6:00 ໂມງແລງ ເນື່ອງຈາກວ່າຖ້ຽວອື່ນເຕັມ. ແນະນຳເລີຍຖ້າໃຜຈະໄປຫຼວງພະບາງ ໃຫ້ຈອງປີ້ຍົນລ່ວງໜ້າຫຼາຍໆມື້ ເພາະສ່ວນຫຼາຍຕອນເຊົ້າແລະບ່າຍມັກຈະເຕັມ. ຈາກສະໜາມບິນວັດໄຕ ເຖິງຫຼວງພະບາງໃຊ້ເວລາພຽງ 45 ນາທີ ກໍ່ຮອດແລ້ວ ໜ້າສະໜາມບິນກໍ່ມີລົດຕູ້ຮັບສົ່ງເຂົ້າຕົວເມືອງ ລາຄາຢູ່ທີ່ ຈຸດລະ 50,000 ກີບ …

Read More »