Breaking News

Kuanjai

ງານມະຫາກໍາ ສີມືຫັດຖະກໍາລາວ ປີ 2017.

ງານມະຫາກໍາ ສີມືຫັດຖະກໍາລາວ ຄັ້ງທີ 16 ປີ 2017 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນບ່າຍຂອງວັນທີ 16 ຕຸລາ 2017 ຢູ່ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມເປີດງານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທ່ານ ຫານຊະນະ ສີສານ ປະທານ ສະມາຄົມຫັດຖະກໍາລາວ, ພ້ອມດ້ວຍບັນດາອົງການ, ຂະແໜ່ງທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວວ່າ: ງານມະຫາກໍາ ສີມືຫັດຖະກໍາລາວ ບໍ່ພຽງແຕ່ເປັນງານບຸນປະເພນີ ຂອງຊາວຊ່າງ ຫັດຖະກໍາເທົ່ານັ້ນ ແຕ່ຍັງເປັນງານບຸນສົ່ງເສີມ ແລະ …

Read More »

Mattie Do ຜູ້ກຳກັບຍິງ ຜູ້ພາຮູບເງົາລາວສູ່ເວທີໂລກ

ຖ້າໃຜຢູ່ໃນວົງການ ຫຼືຕິດຕາມຮູບເງົາລາວ ກໍອາດເຄີຍໄດ້ຍິນຊື່ຮູບເງົາເລື່ອງ “ຈັນທະລີ” ເຊິ່ງເປັນຮູບເງົາແນວຜີໆ ໃນສັງກັດຂອງບໍລິສັດ Lao Art Media ທີ່ອອກສາຍເມື່ອປະມານປີ 2013 ເປັນຮູບເງົາທີ່ໄວໜຸ່ມລາວບອກວ່າເບິ່ງແລ້ວບໍ່ຄ່ອຍເຂົ້າໃຈ ແຕ່ພັດເປັນທີ່ສົນໃຈຢ່າງລົ້ນເຫຼືອໃນເວທີສາກົນ ເພາະໄດ້ຮັບກຽດເຂົ້າສາຍໃນເທສະການຮູບເງົາກວ່າ 30 ງານ ທົ່ວໂລກເລີຍ ບໍ່ວ່າຈະເປັນ ເກົາຫຼີ, ອາເມລິກາ, ສະວີເດັນ ແລະອື່ນໆ ພິເສດແມ່ນໄດ້ຊັກນຳໃຫ້ທີມງານຄົນລາວຊຸດທຳອິດໄປຢຽບຍ່າງເທິງພົມແດງໃນ “ງານເທສະການຮູບເງົາເມືອງຄານ” (Cannes Film Festival) ອັນໂດ່ງດັງນໍາອີກ Wow!!! ຕົບມືດ່ວນເລີຍສາວໆ!!! ກ່າວໄດ້ວ່າ “ຈັນທະລີ” ເປັນຮູບເງົາລາວເລື່ອງທຳອິດຂອງລາວ ທີ່ໄດ້ໂກອິນເຕີ (Go inter) ໄປສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຊາວໂລກຢ່າງຫຼວງຫຼາຍ ເພາະພວກເຂົາບໍ່ເຄີຍເຫັນຮູບເງົາລາວ ບໍ່ເຄີຍໄດ້ຍິນພາສາລາວ ບໍ່ເຄີຍຮູ້ຈັກວັດທະນະທຳລາວ ແລະທີ່ສຳຄັນທີ່ສຸດແມ່ນ ຮູບເງົາເລື່ອງນີ້ ຖືກກຳກັບໂດຍ “ແມ່ຍິງລາວ” ຕື່ນເຕັ້ນແລ້ວແມ່ນບໍ່ສາວໆຂວັນໃຈ ກັບຄວາມສາມາດຂອງແມ່ຍິງລາວ ທີ່ເກັ່ງບໍ່ແພ້ຊາດໃດໃນໂລກ ເຮົາມາຮູ້ຈັກຜູ້ກຳກັບຄົນເກັ່ງກັນເລີຍເນາະ ນາງຊື່ວ່າ ມາລາວັນ …

Read More »

ງາດໍາເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ

ສະບາຍດີສາວໆ ມືນີ້ເຮົາຈະມາເວົ້າເລື່ອງງາດຳ ກັບຄວາມງາມ!!!. ເພາະງາດໍານອກຈາກເປັນອາຫານເພື່ອສຸຂະພາບແລ້ວ ງາດໍາຍັງຈັດເປັນສະໝຸນໄພທີ່ບໍາລຸງຜິວໜ້າໃຫ້ຂາວ ງາມ ສົດໃສນຳອີກໃດຮູ້ບໍ່ ເຊິ່ງສູດລັບກໍງ່າຍໆດັ່ງນີ້: ສ່ວນປະສົມ: ງາດໍາຂົ້ວ ແລະ ເຂົ້າໜຽວ ຊະນິດລະ 1 ບ່ວງກາເຟ, ຫົວສີໄຄແຫ້ງ, ຂິງແຫ້ງ ແລະ ຫົວຫອມແຫ້ງ ຊະນິດລະ 1/2 ບ່ວງກາເຟ ເກືອໜ້ອຍໜຶ່ງ ຜ້າແພຝ້າຍສີຂາວ ຂະໜາດກວ້າງ ແລະ ຍາວ 30 ຊັງຕີແມັດ ເຊືອກສໍາລໍາມັດ ວິທີເຮັດ: ເອົາສ່ວນປະສົມທຸກຢ່າງມາປະສົມກັນ ແລ້ວເອົາມາໃສ່ຜ້າຂາວບາງ ເອົາແຈຜ້າຝ້າຍທັງ 4 ມາມັດໃສ່ກັນ ແລ້ວປັ້ນຢາໃຫ້ເປັນກ້ອນ ແລ້ວເອົາເຊືອກມັດໃຫ້ແໜ້ນ (ຕາມຮູບ) ວິທີໃຊ້: ເອົາໜ່ວຍປະຄົບມາຈຸ່່ມນໍ້າທີ່ສະອາດ ຈາກນັ້ນເອົາໄປໜຶ້ງບຶດໜຶ່ງ ແລ້ວເອົາອອກປະໄວ້ໃຫ້ອຸ່ນຈຶ່ງເອົາມາປະຄົບໃບໜ້າ ວິຕາມິນ ແລະ ສານຕ້ານອະນຸມູນອິດສະຫຼະໃນງາດໍາ ຈະຊຶມເຂົ້າໄປບໍາລຸງຜິວໜັງເຮົາໃຫ້ຊຸ່ມ ແລະ ຂາວໃສ ແຕ່ມີຂໍ້ຄວນລະວັງຄື …

Read More »

ມາເອົາໃຈວ່າທີ່ເຈົ້າສາວໂດຍສະເພາະ

ມື້ນີ້ຂໍເອົາໃຈສາວໆທີ່ໃກ້ຈະເຂົ້າພິທີວິວາເນາະ ໃກ້ໆເຂົ້າມາແລ້ວກັບເທສະການງານແຕ່ງ ອີກບໍ່ພໍເທົ່າໃດມື້ກໍອອກພັນສາແລ້ວ ຫຼັງຈາກອອກພັນສາຄູ່ຮັກຫຼາຍໆກໍເລີ່ມຫ້າງຫາກະກຽມມື້ພິເສດໆສໍາລັບຄູ່ຮັກ ຫຼື ເລືອກມື້ງາມຍາມດີໄວ້ແລ້ວເນາະ…ມື້ນີ້ແອັດກໍເລີຍຈະມາເອົາໃຈສາວເປັນພິເສດ ສາວໆຄົນໃດທີ່ຍັງບໍ່ຮູ້ວ່າຈະໃສ່ຊຸດເຈົ້າສາວສີໃດໃຫ້ເຂົ້າກັບຕົນເອງ ເພື່ອໃຫ້ຕົນເອງໂດດເດັ່ນ ແລະ ງາມທີ່ສຸດໆໆໃນມື້ສໍາຄັນ…ມາເບິ່ງທາງນີ້ເລີຍ ເພາະແອັດໄດ້ນໍາເອົາສີສັນຊຸດເຈົ້າສາວມາໃຫ້ສາວໆໄດ້ເລືອກ ບໍ່ຊັກຊ້າເສຍເວລາໄປເລືອກພ້ອມກັນເລີຍ!! ຮູບພາບ: ສະບາຍດີງານແຕ່ງ

Read More »

ສະເໜ່ຄວາມງາມຂອງສາວຊົນເຜົ່າມົ້ງບໍ່ໜ້ອຍໜ້າຊົນເຜົ່າອື່ນໆ

ວ້າວວວມາແລ້ວໆໆ…!! ມື້ນີ້ແອັດຈະພາມາເບິ່ງສາວງາມໃນຊຸດເຜົ່າມົ້ງນໍາກັນ ເຊິ່ງແຕ່ລະຄົນນັ້ນ ແອັດຂໍບອກໄດ້ເລີຍວ່າມີແຕ່ຄົນງາມໆ ງາມທັງຊຸດງາມທັງຄົນໃສ່…ສາວໆແຕ່ລະຄົນກໍມີສະເໜ່ຄວາມງົດງາມ ຄວາມໜັາຮັກທີ່ແຕກຕ່າງກັນໄປ ນອກຈາກງາມແລ້ວສາວໆເຜົ່າມົ້ງຍັງເກັ່ງ ແລະ ມີສີມືການຍິບປັກຖັກແສ່ວອັນປານີດ ເພື່ອຕົບແຕ່ງສີສັນລວດລາຍໃສ່ຊຸດຊົນເຜົ່າ ສ່ວນຫຼາຍແມ່ນເຮົາຈະເຫັນໄດ້ເຂົາເຈົ້າໃສ່ ໃນໄລຍະເທສະການບຸນປີໃໝ່ຂອງເຜົ່າມົ້ງ. ເຫັນແລ້ວເປັນຕາສະອອນກັບຄວາມງາມສາວມົ້ງກະໂປງລາຍເດ້ນໍ້!!! ຮູບພາບ: IGLAO

Read More »