ເພື່ອເປັນການກະກຽມສະເຫຼີມສະຫຼອງວັນສັບປະດາສາກົນ ໃນການລ້ຽງລູກດ້ວຍນົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ຈະມີການສະເຫຼີມສະຫຼອງຂຶ້ນໃນທຸກໆປີ. ດ້ວຍການຈັດກິດຈະກໍາຕ່າງໆເພື່ອເປັນການສົ່ງເສີມສຸຂະພາບ ແລະ ໂພຊະນາການຂອງແມ່ ແລະ ເດັກ ດ້ວຍຫຼາຍໆຮູບແບບ ເຊິ່ງໃນນັ້ນການອອກຂ່າວໂຄສະນາ ກໍ່ແມ່ນກິດຈະກໍາໜຶ່ງເພື່ອປົກປ້ອງຊຸກຍູ້ສົ່ງເສົມ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່ໃຫ້ເປັນຂະບວນຟົດຟື້ນ ເຊິ່ງປີນີ້ອົງການພັນທະມິດ ສາກົນ ການລ້ຽງລູກດ້ວຍນົມແມ່ ( WABA ) ໄດ້ເນັ້ນໜັກໃນຫົວຂໍ້ “ ຮ່ວມແຮງຮ່ວມໃຈເຮັດໃຫ້ການລ້ຽງລູກດ້ວຍນໍ້ານົມແມ່ຍືນຍົງ ” ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ. ໃນການຄົບຮອບ ສັບປະດາຂອງການລ້ຽງລູກດ້ວຍນໍ້ານົມແມ່ ລະຫວ່າງວັນທີ 1-7 ສິງຫາ 2017 ນີ້, ອົງການ ຢູນິເຊບ ໄດ້ຮ່ວມມືກັບເພື່ອນຮ່ວມງານໃນກຸ່ມການລ້ຽງລູກດ້ວຍນົມແມ່ຂອງໂລກ ເພື່ອຍົກໃຫ້ເຫັນຄວາມສໍາຄັນຂອງການລ້ຽງລູກດ້ວຍນົມແມ່ ສໍາລັບເດັກນ້ອຍ ແລະ ສໍາລັບປະເທດຊາດ. ຮ່ວມມືກັບເພື່ອນຮ່ວມງານ ທັງພາກສະຖາບັນ, ໜ່ວຍງານທີ່ບໍ່ແມ່ນລັດຖະບານ ແລະ ຜູ້ໃຫ້ທຶນ ພາຍໃຕ້ການເປັນຜູ້ນໍາຮ່ວມກັບອົງການອະນາໄມໂລກ ກຸ່ມສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ນີ້ສ້າງຂຶ້ນມາເພື່ອຊຸກຍູ້ ແລະ …
Read More »Kuanjai
ມາແລ້ວ!!! ແຮງບັນດານໃຈສໍາລັບຄົນມີຝັນ (Designer your Dream Designer your Life)
ຄໍລໍາ Special Scoop ໃນເດືອນ ກໍລະກົດ ສະບັບເລກທີ 120 ນີ້ເຮົາມາເພີ່ມແຮງບັນດານໃຈໃຫ້ສາວໆ ທີ່ມີຄວາມໃຝ່ຝັນ ຢາກເປັນ Designer ຫຼື ນັກອອກແບບເສື້ອຜ້າ ແຕ່ຖ້າຍັງບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດ ມື້ນີ້ເຮົາໄດ້ນໍາເອົາ ແຮງບັນດານໃຈ ຈາກເລື່ອງລາວຂອງ 3 ສາວເຈົ້າຂອງຫ້ອງເສື້ອທີ່ທຸກຄົນຮູ້ຈັກດີ ຢ່າງ Vina Brand, Chic & Trendy ແລະ TYNA Brand. ເລື່ອງແຮງບັນດານໃຈ, ຄວາມຮູ້ດີໆແບບນີ້ຊອກອ່ານຢູ່ໃສບໍ່ໄດ້ອີກແລ້ວ. ວີນາ ຈັນພະນາ ( ສາວມິ້ມ ) ເຈົ້າຂອງ Vina Brand ( ເມື່ອເຫັນລົມພັດປິວມັນເຮັດໃຫ້ຮູ້ເລີຍວ່າ ຊຸດທີ່ອອກມາຕ້ອງປິວໄປຕາມລົມແບບໃດ ). ດາລຸນີ ພິລາວັນ ( ເອື້ອຍດາ ) ເຈົ້າຂອງຫ້ອງເສື້ອ Chic & …
Read More »ການທ່ອງທ່ຽວແບບທ້າທາຍ ປີນຜາທີ່ Green climbers home
ສະບາຍດີ ແຟນໆຂວັນໃຈ ທີ່ໜ້າຮັກ ມື້ນີ້ແອັດຈະມາຊວນແຟນໆໄປທ່ຽວນໍາກັນ ແຕ່ເປັນການທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ຖ້າໃຜມັກຄວາມທ້າທາຍແອັດຂໍແນະນໍານີ້ເລີຍ Green climbers home ທີ່ຕັ້ງຢູ່ບ້ານ ກວນຜາວັງ ເມືອງທ່າແຂກ ແຂວງຄໍາມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 16 ກິໂລແມັດ ແລະ Green climbers home ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ດ້ວຍການປີນໜ້າຜາທີ່ມີຄວາມສູງຈາກໜ້າດິນຂຶ້ນເຖິງຫຼັງຜາປະມານ 60 ແມັດຫາ 400 ກວ່າແມັດ ແລະ ກໍາລັງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງປະເທດ ຜູ້ທີ່ມັກປະຈົນໄພ, ມັກຄວາມທ້າທາຍເຊັ່ນ: ປະເທດເຢຍລະມັນ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ, ອົດສະຕາລີ ແລະ ອີກຫຼາຍໆປະເທດ, ສໍາລັບຄົນລາວເຮົາແລ້ວ ຜູ້ທີ່ມັກຄວາມທ້າທາຍກໍບໍ່ຄ່ອຍມີຫຼາຍປານໃດ ແລະ ໃນແຕ່ລະປີເມື່ອເຖິງທ້າຍເດືອນ ພຶດສະພາ ຈະປິດບໍລິການ ຍ້ອນເປັນລະດູຝົນເຮັດໃຫ້ການປີນໜ້າຜາຍາກ ແລະ ຈະເປີດໃຫ້ບໍລິການໃນຕົ້ນເດືອນ …
Read More »ຄວາມງາມໜ້າຮັກຂອງສາວນັກສຶກສາສະຖາບັນການທະນາຄານ
ສະບາຍດີ….ແຟນໆຂວັນໃຈທີໜ້່າຮັກໆໆໆ…ທັງຫຼາຍ ໄລຍະນີ້ເປັນລະດູຝົນແລ້ວເນາະ ເວລາແຟນໆໄປໃສມາໃສກໍຄ່ອຍໄປຄ່ອຍມາ ຂັບຂີ່ຢ່າງລະມັດລະວັງແດ່ເດີ້ ເພາະອຸບັດຕິເຫດອາດເກີດຂຶ້ນໄດ້ທຸກເມື່ອ. ມື້ນີ້ແອັດມີນກໍບໍ່ມີຫຍັງຫຼາຍ ແອັດໄດ້ນໍາເອົາຮູບງາມໆຂອງ ສາວນັກສຶກສາສະຖາບັນການທະຄານ ສາວໆແຕ່ລະຄົນທີ່ແອັດເອົາມາຝາກ ມື້ນີ້ມີແຕ່ຄົນງາມໆໜ້າຮັກໜ້າຮັກ ແຕ່ຈະງົດງາມປານໃດນັ້ນໄປເບິ່ງພ້ອມໆກັນເລີຍ!!! ຮູບພາບ: Lao cute girls
Read More »ເດິ ນິວ ອີຊູຊຸມິວ – ເອັກ ບລູພາວເວີ ຕອບໂຈດຜູ້ໃຊ້ລົດພາຍໃຕ້ແນວຄິດ “ຄືຄໍາຕອບ…ຂອງທຸກຢ່າງ”
ໃນຕອນແລງຂອງວັນສຸກ ວັນທີ 14 ກໍລະກົດ 2017 ທີ່ຜ່ານມາ ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີງານເປີດຕົວລົດ ເດິ ນິວ ອີຊູຊຸມິ-ເອັກ ບລູພາວເວີ ຢ່າງເປັນທາງການໃນລາວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ປະນັດດາ ເຈນນະວາສິນ ກໍາມະການຮອງຜູ້ຈັດການ ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ ແລະ ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) ຜູ້ຈັດການທົ່ວໄປ, ຫ້ອງການຜູ້ຕາງໜ້າ ປະຈໍານະຄອນຫຼວງວຽງຈັນ, ບໍລິສັດ ຕຣີເພັດ ອີຊູຊຸເຊວ໌ ຈໍາກັດ, ຜູ້ຈັດຈໍາໜ່າຍລົດອີຊູຊຸດີແມັກ ແລະ ລົດອີຊູຊຸມິວ-ເອັກ ຢ່າງເປັນທາງການໃນ ສປປ ລາວ. ທ່ານ ຮິຊາໂອະ ອິໂຕ້ ( Hisao Ito ) …
Read More »