Breaking News

Kuanjai

ມາອີກແລ້ວນັກຮຽນເກັ່ງປະເທດລາວເຮົາ

ປັດຈຸບັນນັກຮຽນລາວເຮົານັບມື້ນັບເກັ່ງຂຶ້ນເລື້ອຍໆ ແລະ ຄືດັ່ງທີ່ເຮົາຮູ້ເຮົາເຫັນນັ້ນແຫຼະ ນັກຮຽນລາວເຮົາເຂົ້າຮ່ວມ ການແຂ່ງຂັນລະດັບປະເທດ, ລະດັບໂລກຫຼາຍຂຶ້ນ ບໍ່ວ່າຈະເປັນກິລາ, ສິນລະປະວັນນະຄະດີ…ແລະ ມື້ນີ້ແອັດມີນຈະມາແນະນໍາໃຫ້ ແຟນໆໄດ້ຮູ້ຈັກກັບນັກຮຽນເກັ່ງຂອງລາວອີກຄົນໜຶ່ງນັ້ນກໍຄື ທ້າວ ຈີນູ ບົວປາວ (Chinou Bouapao) ທີ່ກາຍເປັນຜູ້ຊະນະເລີດ ລະດັບປະເທດ ໃນການແຂ່ງຂັນ ທົດສອບທັກສະພາສາອັງກິດ ຊິງແຊມ ຂອງປະເທດໃນງານ TOEFL Junior Challenge 2016 ແລະ ທັງກາຍເປັນຕົວແທນຂອງປະເທດລາວ ເຂົ້າຮ່ວມແຂ່ງຂັນ TOEFL Junior Challenge ລາຍການໃຫຍ່ ທີ່ປະເທດອາເມລິກາ ໃນທ້າຍປີນີ້ອີກດ້ວຍ (​ ວ້າວໆໆ…). Cr. Aj. Leepaia

Read More »

ສາວໆທັງຫຼາຍໄປເກືອປານໍາບໍ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ແອັດມີນຈະມາຊວນແຟນໆໄປທ່ຽວພາກເໜືອ ໄປເກືອປາ ແຟນໆຢາກໄປນໍາແອັດບໍ ແຕ່ອາດຈະພາໄປໄກໜ້ອຍໜຶ່ງເດີ້ ໄປທີ່ແຂວງຫົວພັນ ແຕ່ແອັດຂໍບອກເລີຍວ່າ ຢູ່ບ່ອນນີ້ມີໂຕປາຫຼາຍໆໆ ເຫັນແລ້ວເປັນຕາສະອອນ ແລະ ສະຖານທີ່ນັ້ນກໍຄື: ວັງສະຫງວນ ເມືອງແອດ ແຂວງຫົວພັນ ດິນແດນແຫ່ງວີລະຊົນ ນັ້ນເອງ. ປາຈະມີຫຼາຍແທ້ ຫຼື ບໍສົມກັບຄໍາແອັດເວົ້າບໍ ນັ້ນໄປເບິ່ງຮູບກັນເລີຍ!! ຮູບພາບຈາກ: ທ່ອງທ່ຽວຫົວພັນ

Read More »

ສາວຄະນະວິສະວະກໍາສາດງາມໜ້າຮັກເປັນຍິງໃນຝັນຂອງຊາຍຫຼາຍຄົນ

ຢູ່ໃນຮົ້ວຂອງມະຫາວິທະຍາໄລນັ້ນ ມີທັງຜູ້ບ່າວຫຼໍ່ໆ ແລະ ຜູ້ສາວງາມໆ, ໜ້າຮັກໜ້າຮັກ…ນັ້ນມີຢູ່ທຸກຄະນະທຸກພາກວິຊາເລີຍກໍວ່າໄດ້ ແຕ່ມື້ນີ້ແອັດມີນບັງເອີນເຫັນ facebook ຂອງສາວຄົນໜຶ່ງຊື່: Jen Ounkham ແອັດກໍ່ເລີຍເຂົ້າໄປສອດສ່ອງເບິ່ງ ຄວາມງົດງາມຄວາມໜ້າຮັກຂອງນາງ ຈຶ່ງຮູ້ວ່ານາງເປັນສາວງາມຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດນັ້ນເອງ ແອັດຈະບໍ່ຍອມເຫັນຄວາມງາມຄວາມໜ້າຮັກຂອງນາງພຽງຄົນດຽວ ແອັດກໍເລີຍນໍາເອົາຮູບງາມໆ ແລະ ຄວາມໜ້າຮັກຂອງນາງມາຝາກໄປເບິ່ງກັນເລີຍ!!! ຮູບພາບຈາກ: Jen Ounkham

Read More »

ສາວໜ້າຮັກກັບ Step ການເຕັ້ນທີ່ບໍ່ທໍາມະດາ

ສະບາຍດີ ແຟນຂວັນໃຈທີໜ້າຮັກ ມື້ນີ້ແອດມິນ ຈະມາແນະນໍາໃຫ້ແຟນໆໄດ້ຮູ້ຈັກກັບ ສາວຄົນໜຶ່ງຊື່ ນາງ ວິໄລລັດ ພົມມະແສງ ອາຍຸ 18 ປີ ປັດຈຸບັນກໍາລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີທີ1. ແອດຂໍບອກເລີຍວ່ານອກຈາກເປັນສາວທະນາຄານທີ່ງາມ ແລະ ໜ້າຮັກແລ້ວ ນາງຍັງມີຄວາມສາມາດອີກຫຼາກຫຼາຍຢ່າງ. ແຕ່ສິ່ງທີ່ນາງມັກທີ່ສຸດແມ່ນເຕັ້ນ ເຊິ່ງຜ່ານມານາງເຄີຍແຂ່ງເຕັ້ນໄດ້ທີ 1 ເຕັ້ນ cover dance ທີ່ thakhek dance, ໄດ້ທີ 2 ງານ dutchmilk talent award ( ວ້າວໆໆໆ… Step ການເຕັ້ນຂອງນາງບໍ່ທໍາມະດາ ) ແຟນໆຢາກເຫັນໜ້າຂອງນາງແລ້ວບໍ ຖ້າຢາກເຫັນແລ້ວໄປເບິ່ງກັນເລີຍ!!!   ຮູບພາບຈາກ: Ringer Ringer

Read More »

ເກີດຫຍັງຂຶ້ນເມື່ອສາວແກ້ວຕາໂພສແບບນີ້ໃນເຟສບຸກຈົນເຮັດໃຫ້ສິນລະປິນເພື່ອນບ້ານເຂົ້າມາ…

ອຸ້ຍໆໆໆ…ເນັດໄອດໍ້ຄົນດັງຂອງລາວເຮົາບໍ່ທໍາມະດາ ນ້ອງແກ້ວຕາ ພອນປະເສີດ ຫຼັງຈາກທີ່ນາງໄດ້ໂພສຮູບ ຕອນທີ່ນາງກໍາລັງໃຫ້ໝູ່ເພື່ອນແຈກລາຍເຊັນໃສ່ເສື້ອຫຼັງຈາກທີ່ເສັງມໍ 7 ແລ້ວ ລົງໃນເຟສບຸກສ່ວນຂອງນາງ ແຕ່ສິ່ງທີ່ຄິດບໍ່ເຖິງກໍ່ເກີດຂຶ້ນ ເມື່ອມີສິນລະປິນໜຸ່ມຫຼໍ່ຄົນດັງຜູ້ມີຄວາມສາມາດຫຼາຍໆດ້ານ ຂອງປະເທດເພື່ອນບ້ານເຂົ້າມາກົດໄລ໌ໃຫ້ ເຊິ່ງເຮັດໃຫ້ເປັນທີ່ຮືຮາຂອງບັນດາແຟນຄັບທັງປະເທດເຮົາ ແລະ ປະເທດເພື່ອນບ້ານອີກ ເຊິ່ງໜຸ່ມຫຼໍ່ໜ້າຕາດີ ທີ່ແອດເວົ້າເຖິງນີ້ເປັນເຈົ້າຂອງເພງດັງທີ່ໃຜກໍຮ້ອງໄດ້ ນັ້ນກໍຄື ໜຸ່ມເບີ້ນ ປະທຸມຣາດ ເຈົ້າຂອງບົດເພງ ອ້າຍມີເຫດຜົນ ນັ້ນເອງ ວ້າວໆໆ…ດັງຂ້າມປະເທດເລີຍ ແລະ ໄດ້ມີເພສດັງຂອງປະເທດເພື່ອນບ້ານເຮົາກໍ່ໄດ້ເວົ້າເຖິງສາວແກ້ວຕາແບບນີ້ອີກ.

Read More »