Breaking News

Daily Archives: 13/03/2017

ນຸຖາ ຖືກເຊີນໄປເປັນຕົວແທນນາງມະທີ ໃນງານບຸນພະເຫວດ ທີ່ປະເທດໄທ!

  ພິທີກອນ-ນັກສະແດງຊື່ດັງ Pj ນຸຖາ ລາດຊະວົງເລົາ ຖືກເຊີນໄປເປັນຕົວແທນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຈັງຫວັດ ຂອນແກ່ນ ປະເທດໄທ ເຊິ່ງງານນີ້ນັບວ່າເປັນງານປະເພນີທີ່ຈັດຢ່າງຍິ່ງໃຫຍ່. Pj ນຸຖາ ກໍມີຄວາມດີໃຈ ແລະ ເປັນກຽດທີ່ໄດ້ຖືກຮັບເຊີນໄປໃນງານເຊິ່ງນາງກໍໄດ້ມີການໂພສຄວາມຮູ້ສຶກລົງໃນ Facebook ສ່ວນຕົວຂອງນາງວ່າ: “ຮູ້ສຶກເປັນກຽດທີ່ໄດ້ເປັນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຂອນແກ່ນ ປະເທດໄທ” ຈົນເຮັດໃຫ້ແຟນຄຣັບຂອງນາງເຂົ້າມາໃຫ້ກຳລັງໃຈຢ່າງລົ້ນຫຼາມ. ຊະນີIndy ກໍບໍ່ພາດທີ່ຈະນຳເອົາຮູບພາບພາຍໃນງານທີ່ສາວນຸຖາຖືກຮັບເຊີນໄປ ແລະ ຍັງນຳເອົາຮູບພາບງາມໆ ໜ້າຮັກໆຂອງສາວຄົນນີ້ມາຝາກແຟນໆ ມາເບິ່ງກັນເລີຍ… #ຢ່າລືມກົດໄລ້-ກົດແຊຣ ມີຮູບພາບງາມໆ ໜ້າຮັກໃນແບບຂອງ Pj ນຸຖາ ມາຝາກ…ມາເບິ່ງໄດ້ເລີຍ!! ຂໍຂອບໃຈຮູບພາບຈາກ: Pj Nutha

Read More »

ໂອ໊ຍ… ຈັ່ງແມ່ນເປັນຕາຮັກ ຕາແພງ ບັນດາສາວນ້ອຍລາວ ແລະ ຕ່າງປະເທດ ໃນຊຸດໄໝລາວ

ຖ້າເວົ້າເຖິງສີ້ນໄໝ, ເສື້ອໄໝຂອງລາວເຮົາແລ້ວເອີ້ນໄດ້ວ່າມີຄວາມສວຍງາມທີ່ສຸດເລີຍລະ ເພາະມັນເປັນຊຸດປະຈໍາຊາດຂອງລາວເຮົາມາແຕ່ສະໄໝບູຮານມາແລ້ວ ແລະ ຍັງເປັນເອກະລັກທີ່ສືຍທອດກັນມາຈົນຮອດປັດຈຸບັນ ເຊິ່ງຄົນລາວເຮົານິຍົມກັນນຸ່ງຊຸດໄໝໃນງານມົງຄຸນ ແລະ ງານສໍາຄັນຕ່າງໆ ແລະ ບໍ່ສະເພາະແຕ່ຄົນລາວເຮົາເທົ່ານັ້ນທີ່ນິຍົມມນຸ່ງຊຸດໄໝ ເພາະທີ່ຜ່ານມາປະເທດເຮົາກໍໄດ້ເປີດໃຫ້ນັກທ່ອງທ່ຽວທາງຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວຢ່າງຫຼວງຫຼາຍ ເຊິ່ງພວກເຮົາກໍພົບເຫັນໄດ້ຢ່າງຫຼວງຫຼາຍວ່າ ຊາວຕ່າງປະເທດສ່ວນຫຼາຍເວລາທີ່ເຂົ້າມາທ່ຽວຊົມປະເທດເຮົາແລ້ວກໍພາດບໍ່ໄດ້ທີ່ຈະຕ້ອງນຸ່ງຊຸດໄໝລາວທີ່ເປັນເອກະລັກຂອງຄົນລາວນີ້ ແລະ ເຮົາກໍສັງເກດເຫັນໄດ້ວ່າມີຄວາມງົດງາມຫຼາຍ ແຕ່ແອດໄປສອດສ່ອງເພສໆໜຶ່ງໄດ້ທີ່ໂພສຮູບພາບບັນດາສາວນ້ອຍຕ່າງປະເທດ ທີ່ໄດ້ເດີນທາງມາທ່ອງທ່ຽວປະເທດເຮົາ ແລ້ວໄດ້ນຸ່ງຊຸດໄໝລາວເຮົາເຊິ່ງມັນໜ້າຮັກເປັນທີ່ສຸດເລີຍ ແອດກໍເລີຍອົດບໍ່ໄດ້ທີ່ຈະເອົາມາຕ້ອນສາວໆແຟນຂວັນໃຈກັນ ແລະ ບໍ່ສະເພາະແຕ່ສາວນ້ອຍຕ່າງປະເທດເທົ່ານັ້ນ ແຕ່ແອດຍັງໄດ້ຮິບໂຮມເອົາບັນດາສາວນ້ອຍລາວເຮົາທີ່ນຸ່ງຊຸດໄໝ ເບີ່ງແລ້ວມີຄສາມຮູ້ສຶກວ່າ ສາວນ້ອຍເຫຼົ່ານີ້ເປັນຄືກັບນາງຟ້າຕົວນ້ອຍໆເລີຍ ວ່າແລ້ວເຮົາໄປເບີ່ງນໍາກັນເລີຍດີກວ່າ. ສາວນ້ອຍຕ່າງປະເທດ   ສາວລາວເດີ່ By: BeautyGuru ຂໍຂອບໃຈຮູບພາບຈາກ: ເມືອງໂຂງແດນໃຕ້ ແມ່ນະທີສີພັນດອນ

Read More »