Breaking News

Daily Archives: 03/04/2017

ເວົ້າແທ້! ລູກນໍ້າ ສຸດເລີດ…ເບິ່ງແລ້ວລຽບຫຼູ ມີ Style

ມາແລ້ວຈາ ຊະນີIndy ຂາເມົ້າຂາຝອຍ ຄົນເກົ່າກັບມາແລ້ວ ມື້ນີ້ຈະມາອັບເດດຄວາມເຄື່ອນໄຫວຂອງອະດີດ ນາງງາມ ແລະ ເປັນດາລາໃນປັດຈຸບັນ ຜູ້ມີຄວາມສາມາດຫຼາຍຢ່າງ ເປັນໃຜຄົນໃດບໍ່ໄດ້ເລີຍນັ້ນກໍຄື ລູກນໍ້າ ທິດາລັດ ວົງສິຣິ ນັ້ນເອງ ແລະ ສາວຄົນນີ້ກໍງາມຂຶ້ນຫຼາຍ ແບບວ່າໂດດເດັ່ນໃນວົງການບັນເທິງບ້ານເຮົາສຸດໆ ແລະ ຫຼ້າສຸດນາງກໍໄດ້ໂພສຮູບພາບງາມໆ ເບິ່ງແລ້ວດູດີມີ Style ໃນແບບຂອງຕົວເອງ ເບິ່ງແລ້ວກໍງາມລຽບຫຼູດີ ແລະ ຊະນີIndy ບໍ່ໄດ້ມາເວົ້າລ້າໆຊວນໃຫ້ແຟນໆເຊື່ອໄດ  ແຕ່ຍັງມີຮູບພາບງາມໆຂອງສາວ ລູກນໍ້າ ຄົນນີ້ມາຝາກນໍາເດີ້…ຊ້າຫຍັງຢູ່ ມາເບິ່ງນຳກັນດ່ວນ!!! #ຢ່າລືມແຊຣໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມງາມຂອງສາວລາວ ຍັງມີຮູບພາບງາມໆຂອງ ລູກນໍ້າ ມາຝາກຕື່ມ ມາຝາກເພີ່ມນຳນະຈະ ຂໍຂອບໃຈຮູບພາບ: Louknum Vongsili

Read More »

ເຂົ້າກວດມະເຮັງເຕົ້ານົມຂັ້ນເລີ່ມຕົ້ນ ບໍ່ເສຍຄ່າໃຊ້ຈ່າຍ

ເນື່ອງໃນໂອກາດ ປີໃຫມ່ລາວ 2017 ໂຮງຫມໍສະໂຫສົດ ຮ່ວມກັບ ສະມາຄົມມະເຮັງເຕົ້ານົມລາວ (ABCD) ຂໍມອບຂອງຂວັນໃຫ້ແມ່ຍິງລາວ ທຸກຄົນທີ່ຕ້ອງການ ກວດຫາມະເຮັງເຕົານົມຂັ້ນເລີ່ມຕົນ. ສຳລັບ ແມ່ຍິງທີ່ອາຍຸ 45 ປີ ແມ່ນບໍ່ເສຍຄ່າໃຊ້ຈ່າຍ ສະຖານທີ່ຢູ່ຫ້ອງປະຊຸມໃຫຍ່ ໂຮງຫມໍສະໂຫສົດ ເວລາ 9:00-15:00 ໂມງ ໃນວັນທີ 13 ເມສາ 2017 ທີ່ຈະມາເຖິງນີ້. ສາມາດຕິດຕໍ່ລົງທະບຽນໄດ້ທີເບີ Whatapp ຫຼື Line 020 77110244, 020 29816209, 020 55618978 ຫຼື ສົ່ງອີເມວ [email protected]

Read More »

ເມື່ອໜຶ່ງໃນຜູ້ເຂົ້າຮອບ ນາງສັງຂານ ຫຼວງພະບາງ ເຮັດແບບນີ້!! ຊາວເນັດວ່າແນວໃດ?

ເປັນຂ່າວ!!! ດຣາມ່າ ຫຼືບໍ່ເມື່ອໜຶ່ງໃນຜູ້ທີ່ເຂົ້າຮອບ ນາງສັງຂານ ຫຼວງພະບາງ ປີ 2017 ນີ້ໄດ້ເອົາ ເລີງເຄີ່ງ (ມຸງກຸດອັນສັກສິດ ຂອງລູກສາວ ພະຍາກະບິນລະພົມ) ມາໃສ່ເພື່ອຖ່າຍຮູບ ຄວາມຈິງແລ້ວ ເລິງເຄີ່ງ ຫຼືມຸງກຸດນີ້ ຈະໄດ້ຮັບການສວມໃສ່ໂດຍ ນາງສັງຂານຄົນທີ່ໄດ້ຮັບຕໍາແໜ່ງໃນປີກາຍນີ້ ມາໃສ່ໃຫ້ກັບນາງສັງຂານຄົນໃໝ່ ໝາຍຄວາມວ່າຜູ້ທີ່ສາມາດສວມມົງກຸດນີ້ໄດ້ຕ້ອງແມ່ນຄົນທີ່ ໄດ້ຮັບຕໍາແໜ່ງກໍຄື ໄດ້ເປັນນາງສັງຂານະປະຈໍາປີນັ້ນເອງ ແຕ່ເມື່ອສາວ ນາງສັງຂານ ໝາຍເລກ 4 ໜຶ່ງໃນຜູ້ເຂົ້າປະຮອບປີນີ້ໄດ້ນໍາເອົາມົງກຸດມາສວມໃສ່ແບບນີ້ ຫຼາຍຄົນເຫັນກໍໃຫ້ຄໍາເຫັນວ່າ ເປັນການບໍ່ສົມຄວນເປັນຢ່າງຍິ່ງ ແຕ່ອັນນີ້ເຮົາກໍຕັດສິນບໍ່ໄດ້ເນາະ!! ເອົາເປັນວ່າ ສາວໆແຟນໆຂວັນໃຈໃຜມີຄໍາເຫັນແນວໃດ ກໍສະແດງຄວາມຄິດເຫັນຊ່ວຍກັນເດີ້. By: BeautyGuru Cr: Newscocoo & page ນາງສັງຂານ ຫຼວງພະບາງ

Read More »

ງານປະກາດ ແລະ ມອບລາງວັນ “ໂຄງການແຕ້ມຮູບ ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ ປະຈຳປີ 2017”

ໃນວັນທີ 1 ເມສາ 2017 ທີ່ຜ່ານມາ, ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ໄດ້ຈັດໃຫ້ມີ ພິທີມອບ-ຮັບລາງວັນ ລະດັບປະເທດຈາກ ໂຄງການປະກວດແຕ້ມຮູບໃນຫົວຂໍ້ “ລົດໂຕໂຍຕ້າ ໃນຝັນຂອງຂ້ອຍ” ປະຈໍາປີ 2017 ຂຶ້ນ ເພື່ອເປັນການສົ່ງເສີມການສຶກສາໃຫ້ກັບເຍົາວະຊົນລາວ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຄຳຜ່າຍ ສີສະຫວັນ ຮອງລັດທະມົນຕີ ກະຊວງສຶກສາທິການ ແລະ ກິລາ,  ທ່ານ ປະກອນ ວົງວິທະຍາພິຣົມ ປະທານ ຝ່າຍປະຕິບັດການ ສາຍງານຍ່ອຍ ເຂດພູມມິພາກແມ່ນໍ້າຂອງ ບໍລິສັດ ໂຕໂຍຕ້າ ມໍເຕີ້ ປະເທດໄທ ຈຳກັດ ພ້ອມດ້ວຍຕົວແທນຈຳໜ່າຍໂຕໂຍຕ້າຢ່າງເປັນທາງການ ໃນ ສປປ ລາວ, ຄະນະກຳມະການຜູ້ຊົງຄຸນນະວຸດທິ, ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ ແລະ ສື່ມວນຊົນເປັນຈຳນວນຫຼວງຫຼາຍ. …

Read More »