Breaking News

ມືແລະເລັບ

ເບິ່ງແຍງເລັບໃຫ້ມີສຸຂະພາບດີ

ເບິ່ງແຍງເລັບໃຫ້ມີສຸຂະພາບດີ ເລີ່ມຕັ້ງແຕ່ການເຮັດຄວາມສະອາດເລັບ ທ່ານຄວນລ້າງມື ແລະ ເລັບດ້ວຍນໍ້າສະບູ່ອຸ່ນໆແລ້ວໃຊ້ໄມ້ແປງຂົນອ່ອນມາຂັດຕາມເລັບຄ່ອຍໆເມື່ອສະອາດດີແລ້ວລ້າງອອກດ້ວຍນໍ້າລ້າ ຫຼັງຈາກນັ້ນທາຄີມບໍາລຸງມື ແລະ ເລັບເພື່ອເພີ່ມຄວາມຊຸ່ມໃຫ້ກັບຜິວພັນ ແລະ ເລັບຂອງທ່ານ ແຕ່ຖ້າທ່ານຕ້ອງການຕັດເລັບຂໍແນະນໍາເວລາທີ່ເໝາະສົມທີ່ສຸດໃນການຕັດເລັບນັ້ນກໍ່ຄືກໍ່ຄືຫຼັງຈາກອາບນໍ້າ, ການລ້າງຖ້ວຍ ຫຼື ການຊັກເຄື່ອງ ເພາະຊ່ວງເວລາຫຼັງຈາກນີ້ເລັບຈະມີຄວາມອ່ອນນຸ່ມງ່າຍຕໍ່ການຕັດແຕ່ງ ຖ້າທ່ານບໍ່ໄດ້ເຮັດກິດຈະວັດເຫຼົ່ານັ້ນກໍ່ສາມາດນໍາເລັບໄປແຊ່ໃນນໍ້າອຸ່ນ ປະໄວ້ປະມານ 5 ນາທີກໍ່ສາມາດຕັດໄດ້ເລີຍ. ການຕັດເລັບທີ່ຖືກວິທີຄວນຕັດໃຫ້ມີຄວາມໂຄ້ງມົນໄປຕາມນິ້ວມື ສ່ວນເລັບຕີນຄວນຕັດໃຫ້ເປັນແນວຊື່ຫຼາຍທີ່ສຸດເພື່ອຫຼຸດການສະສົມຂອງແບດທີເຣຍ ແລະ ຄວາມເປິເປື້ອນຕາມຂອບເລັບ ເຊິ່ງອາດຈະພາໃຫ້ເກີດເລັບສັກໄດ້ງ່າຍແຕ່ກໍ່ບໍ່ຄວນຕັດຈົນສັ້ນໃກ້ກັບຊີ້ນຫຼາຍເກີນໄປ ອີກທັງຫຼີກການໃຊ້ວັດສະດຸຕ່າງໆໄປງັດແງະຂອບເລັບ ຫຼື ໜັງຂອບເລັບເພາະອາດຈະເກີດບາດ ແລະ ມີການອັກເສບຂຶ້ນໄດ້. ເມື່ອສໍາເລັດຂັ້ນຕອນການຕັດແລ້ວຂາດບໍ່ໄດ້ອີກໜຶ່ງຂັ້ນຕອນສໍາຄັນກໍຄືການສະໄບເລັບ ຄວນເລີ່ມສະໄບຈາກຂອບເລັບເຂົ້າໄປຫາປາຍເລັບ ຖ້າຫາກເປັນສະໄບທີ່ເຮັດມາຈາກເລັບຄວນສະໄບໄປໃນທິດທາງດຽວກັນ ບໍ່ຄວນຖູກັບໄປກັບມາເພາະອາດຈະເຮັດໃຫ້ເລັບເກີດຈີກຫັກ ຫຼື ເປັນສ້ຽນໄດ້ ແຕ່ຖ້າທ່ານໃຊ້ສະໄບທີ່ເຮັດມາຈາກເຊລາມິກທ່ານສາມາດສະໄບໃຫ້ສວນທາງໄປມາໄດ້.

Read More »

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ

ເບິ່ງແຍງເລັບໃຫ້ແຂງແຮງດ້ວຍນໍ້າໝາກນາວ ໝາກນາວມີສັບພະຄຸນດີຕໍ່ເລັບຫຼາຍປະການທັງກົດອ່ອນໆເຮັດໃຫ້ເລັບມີສີຂາວ ນໍ້າມັນຈາກເປືອກໝາກນາວ ແລະ ວິຕາມິນຊີຊ່ວຍບໍາລຸງເລັບໃຫ້ແຂງແຮງເງົາງາມບໍ່ຫັກງ່າຍເຊິ່ງວິທີ່ເຮັດກໍ່ງ່າຍໆດັ່ງນີ້: ວິທີທີ່ 1: ນໍ້າໝາກນາວ + ນໍ້າສົ້ມສາຍຊູ: ແກ້ໄຂບັນຫາເລັບເຫຼືອງ. ບີບໝາກນາວໃຫ້ໄດ້ນໍ້າປະມານ 3 ບ່ວງແກງໃສ່ອ່າງ ລ້າງມືໃຫ້ສະອາດເຊັດໃຫ້ແຫ້ງແຊ່ປາຍນິ້ວມືລົງນໍ້າໝາກນາວປະໄວ້ປະມານ 5 ນາທີແລ້ວຍົກມືຂຶ້ນ ເພີ່ມນໍ້າສົ້ມສາຍຊູ 1 ບ່ວງແກງ ແລະ ນໍ້າອຸ່ນປະມານ 3 ບ່ວງແກງລົງໄປໃນນໍ້າໝາກນາວ ຄົນໃຫ້ເຂົ້າກັນໃຊ້ໄມ້ແປງຖູແຂ້ວຂົນນຸ່ມຈຸ່ມສ່ວນປະສົມທີ່ໄດ້ນໍາມາຂັດເລັບໃຫ້ທົ່ວແລ້ວລ້າງອອກດ້ວຍນໍ້າສະອາດ ເຮັດມື້ລະ 1 ເທື່ອ. ວິທີທີ່ 2 : ນໍ້າໝາກນາວ + ນໍ້າມັນໝາກກອກ: ບໍາລຸງໜັງຂອບເລັບໃຫ້ອ່ອນ ເພີ່ມຄວາມແຂງແຮງໃຫ້ເລັບ. ປະສົມນໍ້າໝາກນາວ 1 ບ່ວງແກງກັບນໍ້າມັນໝາກກອກ 3 ບ່ວງແກງຄົນໃຫ້ເຂົ້າກັນ ຈຸ່ມສໍາລີລົງໃນສ່ວນປະສົມແລ້ວນໍາມາພັນໄວ້ຮອບໆປາຍນິ້ວມື ປະໄວ້ 10 ນາທີ ເຮັດມື້ລະ 1 ເທື່ອ ຖ້າຫາກເລັບບາງຫຼາຍໃຫ້ເຮັດມື້ລະ 2 …

Read More »

ວິທີເຮັດໃຫ້ເລັບຍາວໄວ

ວິທີເຮັດໃຫ້ເລັບຍາວໄວ ວິທີເຮັດໃຫ້ເລັບຍາວໄວດ້ວຍການແຊ່ນໍ້າ ການແຊ່ເລັບໃນນໍ້າລ້າ, ນໍ້າໝາກກ້ຽງ, ນໍ້າໝາກນາວ ຫຼື ນໍ້າໝາກຂີ້ຫູດກໍໄດ້ ສາມາດຊ່ວຍເຮັດໃຫ້ເລັບຂອງເຮົາຍາວໄວຂຶ້ນໄດ້ ຫຼັງຈາກແຊ່ນໍ້າ 10 ນາທີ ຢ່າຟ້າວໄປເຮັດກິດຈະກໍາຫຍັງທີ່ໜັກເພາະຈະເຮັດໃຫ້ເລັບຫັກໄດ້ ເພາະຫຼັງຈາກແຊ່ນໍ້າມາໃໝ່ໆເລັບຂອງເຮົາຈະອ່ອນເຮັດໃຫ້ຈີກ ຫຼື ຫັກໄດ້ງ່າຍ. ວິທີເຮັດໃຫ້ເລັບຍາວໄວດ້ວຍການເຮັດຄວາມສະອາດ ແລະ ຄວາມຊຸ່ມ ເຮັດຄວາມສະອາດເລັບຢ່າງສະໝໍ່າສະເໝີ ແລະ ຄວນທາໂລຊັ່ນທີ່ມີສານສະກັດທໍາມະຊາດທີ່ອ່ອນໂຍນຕໍ່ນິ້ວ ແລະ ເລັບຂອງທ່ານ. ວິທີເຮັດໃຫ້ເລັບຍາວໄວດ້ວຍການຮັບປະທານອາຫານໃຫ້ຄົບ 5 ໝູ່ແລ້ວເຮົາກໍ່ຄວນຮັບປະທານວິຕາມິນເພື່ອຊ່ວຍໃນການຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ເລັບອີກທັງຄວນດື່ມນໍ້າມື້ລະ 6-8 ຈອກຕໍ່ມື້. ວິທີເຮັດໃຫ້ເລັບຍາວໄວດ້ວຍການອອກກໍາລັງກາຍນິ້ວເຊັ່ນ: ການເນັ້ນຄີບອດ, ການຫຼິ້ນເຄື່ອງດົນຕີເຊັ່ນ: Piano ຈະເຮັດໃຫ້ເລືອດໄຫຼວຽນມານິ້ວມືເຮັດໃຫ້ເລັບມືຍາວໄວຂຶ້ນ.    

Read More »

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ

ວິທີບໍາລຸງມືໃຫ້ນຽນນຸ້ມຊຸ່ມຊື່ນ ສາວໆແຕ່ລະຄົນໄດ້ເຄີຍລອງສັງເກດເບິ່ງມືຂອງຕົນເອງບໍ່ວ່າຄວາມປ່ຽນແປງຂອງມືເປັນຢ່າງໃດ? ໂດຍໃຫ້ສັງເກດເລັບ ຖ້າເລັບເລີ່ມມີສີເຫຼືອງ ແລະ ມີດອກເລັບຂຶ້ນມາ ກໍ່ສະແດງວ່າສຸຂະພາບມື ແລະ ເລັບຂອງທ່ານນັ້ນບໍ່ຄ່ອຍດີປານໃດ ດັ່ງນັ້ນ ວາສະສານ ຂັວນໃຈ ຈຶ່ງໄດ້ຫາສູດກະຊັບ ບໍາລຸງມືມາຝາກ ຖ້າສາວໆທ່ານໃດທີ່ມີອາການດັ່ງກ່າວທີ່ເວົ້າມາລອງເອົາສູດນີ້ໄປນໍາໃຊ້ແລ້ວຈະໄດ້ມືທີ່ນຽນນຸ້ມ ດັ່ງນີ້: ປະສົມນໍ້າຕານຊາຍກັບ Baby Oil ແລ້ວເອົາທາຖູມື ນວດຄ່ອຍໆນວດເປັນວົງມົນ 2-3 ນາທີ ແລ້ວລ້າງອອກດ້ວຍນໍ້າທໍາມະດາ ແລະ ເຊັດມືໃຫ້ແຫ້ງ. ປະສົມນໍ້າຕານຊາຍ 1/2 ຖ້ວຍກັບໂຍເກີດ 1 ຈອກ ແລະ ເປືອກໝາກນາວຊອຍບາງໆ 1/2 ຖ້ວຍ ແລ້ວນໍາມາປະສົມໃຫ້ເຂົ້າກັນແລ້ວນໍາມາຖູຄ່ອຍໆ. ທາມືດ້ວຍໂຍເກີດລົດທໍາມາະຊາດ ປະໄວ້ປະມານ 20 ນາທີ ເຮັດອາທິດລະ 2 ເທື່ອ. ປະສົມນໍ້າຕານ, ນໍ້າໝາກນາວ ແລະ ຄຣີມສົດ ແນວລະ 1 ບ່ວງແກງ …

Read More »

ທາເລັບສີດ້ານ ເທນສ໌ທີ່ກໍາລັງມາແຮງ

ທາເລັບສີດ້ານ ເທນສ໌ທີ່ກໍາລັງມາແຮງ ເອົາໃຈສໍາລັບສາວໆທີ່ມັກທາເລັບແຕ່ງເລັບ ມື້ນີ້ ວາລະສານ ຂັວນໃຈ ໄດ້ນໍາເອົາໄອເດຍໃນການທາເລັບສີດ້ານມາຝາກ ແລະ ຫຼ້າສຸດການທາເລັບສີດ້ານກໍາລັງມາແຮງ ທາແລ້ວເບິ່ງສວຍງາມມີສະຕາຍ ແລະ ໃນປັດຈຸບັນນີ້ສີທາເລັບກໍມີຫຼາຍແບບຫຼາຍສີໃຫ້ສາວໆໄດ້ເລືອກໃຊ້ ຖ້າສາວໆຄົນໃດກໍາລັງຊອກຫາໄອເດຍໃນການທາເລັບສີດ້ານ, ມື້ນີ້ ວາລະສານ ຂັວນໃຈ ຂໍແນະນໍາ 10  ໄອເດຍໃນການທາເລັບສີດ້ານທີ່ກໍາລັງເປັນທີ່ນິຍົມກັນມາຝາກດັ່ງນີ້:

Read More »