Breaking News

ວິທີເຮັດໃຫ້ເລັບຍາວໄວ

ແບ່ງປັນ

ວິທີເຮັດໃຫ້ເລັບຍາວໄວ

cover

  1. ວິທີເຮັດໃຫ້ເລັບຍາວໄວດ້ວຍການແຊ່ນໍ້າ ການແຊ່ເລັບໃນນໍ້າລ້າ, ນໍ້າໝາກກ້ຽງ, ນໍ້າໝາກນາວ ຫຼື ນໍ້າໝາກຂີ້ຫູດກໍໄດ້ ສາມາດຊ່ວຍເຮັດໃຫ້ເລັບຂອງເຮົາຍາວໄວຂຶ້ນໄດ້ ຫຼັງຈາກແຊ່ນໍ້າ 10 ນາທີ ຢ່າຟ້າວໄປເຮັດກິດຈະກໍາຫຍັງທີ່ໜັກເພາະຈະເຮັດໃຫ້ເລັບຫັກໄດ້ ເພາະຫຼັງຈາກແຊ່ນໍ້າມາໃໝ່ໆເລັບຂອງເຮົາຈະອ່ອນເຮັດໃຫ້ຈີກ ຫຼື ຫັກໄດ້ງ່າຍ.
  2. ວິທີເຮັດໃຫ້ເລັບຍາວໄວດ້ວຍການເຮັດຄວາມສະອາດ ແລະ ຄວາມຊຸ່ມ ເຮັດຄວາມສະອາດເລັບຢ່າງສະໝໍ່າສະເໝີ ແລະ ຄວນທາໂລຊັ່ນທີ່ມີສານສະກັດທໍາມະຊາດທີ່ອ່ອນໂຍນຕໍ່ນິ້ວ ແລະ ເລັບຂອງທ່ານ.
  3. ວິທີເຮັດໃຫ້ເລັບຍາວໄວດ້ວຍການຮັບປະທານອາຫານໃຫ້ຄົບ 5 ໝູ່ແລ້ວເຮົາກໍ່ຄວນຮັບປະທານວິຕາມິນເພື່ອຊ່ວຍໃນການຈະເລີນເຕີບໃຫຍ່ຂອງຮ່າງກາຍ ແລະ ເລັບອີກທັງຄວນດື່ມນໍ້າມື້ລະ 6-8 ຈອກຕໍ່ມື້.
  4. ວິທີເຮັດໃຫ້ເລັບຍາວໄວດ້ວຍການອອກກໍາລັງກາຍນິ້ວເຊັ່ນ: ການເນັ້ນຄີບອດ, ການຫຼິ້ນເຄື່ອງດົນຕີເຊັ່ນ: Piano ຈະເຮັດໃຫ້ເລືອດໄຫຼວຽນມານິ້ວມືເຮັດໃຫ້ເລັບມືຍາວໄວຂຶ້ນ.

 

 

ແບ່ງປັນ