Breaking News

Clip

ຕະລຶງ! ສາວຈີນກິນໝາກເຜັດຢ່າງແຊບຊ້ອຍ!!! (ມີ Clip)

  ກາຍເປັນຄລິບດັງໄປແລ້ວ! ສຳລັບຄລິບທີ່ມີສາວຈີນຄົນໜຶ່ງອັດຄລິບນັ່ງກິນໝາກເຜັດຢ່າງແຊບຊ້ອຍ ມີທັງໝາກເຜັດແຫ້ງ ແລະ ໝາກເຜັດດິບ ໂດຍຄລິບດັ່ງກ່າວໂພສໂດຍເພສເຟັກບຸກຊື່ດັງຂອງຈີນ ຈົນມີຄົນເຂົ້າໄປເບິ່ງຄລິບສາວຈີນກິນໝາກເຜັດນີ້ເປັນຈຳນວນຫຼວງຫຼາຍ ແລະ ກໍມີຄົນວິພາກວິຈານກັນຕ່າງໆນາໆວ່າ ສາວຄົນນີ້ອາດຈະກິນໝາກເຜັດທີ່ບໍ່ມີຄວາມເຜັດຫຼາຍກໍເປັນໄດ້.   https://www.facebook.com/GuaGuaEnt/videos/390940744607835/   ເຖິງຢ່າງໃດກໍຕາມ ກໍບໍ່ຄວນເອົາແບບຢ່າງເດີ້ ເພາະມັນອາດຈະເຮັດໃຫ້ເສຍສຸຂະພາບ #ຢ່າລືມກົດໄລ້ກົດແຊຣຫຼືຄອມເມັ້ນບອກກັນແດ່ວ່າຄິດຢ່າງໃດກັບຄລິບນີ້ via: GuaGuaEnt

Read More »

ໝານ້ອຍພັນ Husky ມີຄວາມໜ້າຮັກໜ້າເອັນດູ! (ມີຄຣິບ)

ຄຣິບໝານ້ອຍພັນ Husky ນອນລຽນກັນ ເບິ່ງແລ້ວເປັນຕາໜ້າຮັກໜ້າເອັນດູ ເຊິ່ງຄຣິບນີ້ມີຄົນເຂົ້າໄປກົດໄລ້ ກົດແຊຣກັນເປັນຈຳນວນຫຼາຍ ມາເບິ່ງຄຣິບກັນເລີຍວ່າຈະມີຄວາມໜ້າຮັກພຽງໃດ. ທ່ານສາມາດເບິ່ງຄຣິບ:   Husky Puppies Chilling Just a pile of husky puppies taking it VERY easy ?? โพสต์โดย UNILAD บน 2 กุมภาพันธ์ 2017   via: UNILAD

Read More »

ຄຣິບໝາແສນຮູ້ຊ່ວຍຊີວິດໝູ່

ຄຣິບໝາຊ່ວຍຊີວິດໝູ່ຂອງມັນ ທີ່ມີຄົນ Share ຫຼາຍທີ່ສຸດໃນ ໂຊຊ່ຽວ ມື້ນີ້ “ລູກຊາວບ້ານ” ຈະພາມາຮູ້ຈັກກັບ ໝາໜ້າຮັກໂຕໜຶ່ງທີ່ຊ່ວຍໝູ່ກໍາລັງຕົກນໍ້າ. ໝາໂຕໜຶ່ງກໍາລັງແລ່ນລົງໄປນໍ້າຄາບກິ່ງໄມ້ ແຕ່ປາກົດວ່າ: ກະແສນໍ້າແຮງໄດ້ພັດໝາໄຫຼໄປ ແຕ່ມີໝູ່ຂອງມັນອີກໂຕໜຶ່ງໃຊ້ປາກງັບກິ່ງໄມ້ທີຄາບເອົາໄວ້ຢູ່ ເຮັດໃຫ້ສາມາດຊ່ວຍຊີວິດໝາທີ່ຕົກນໍ້າໄວ້ໄດ້ ແລະ ຂຶ້ນຝັ່ງຢ່າງປອດ. ແຕ່ແນວໃດ ກໍຕາມກໍມີຜູ້ຄົນຈໍານວນຫຼາຍອອກມາວິພາກວິຈານເຈົ້າຂອງຄຣິບດັ່ງກ່າວ ທີ່ມົວແຕ່ຖ່າຍຮູບ ເປັນຫຍັງບໍ່ຊ່ວຍໂຕໝາກ່ອນ.  

Read More »

ຄົນພິການສູ້ຊີວິດ!

ຄົນພິການສູ້ຊີວິດ! ຊະນີIndy ມີໂອກາດໄດ້ໄປເລາະຫຼິ້ນສວນເຈົ້າອານຸວົງ (ແຄມຂອງ) ແຕ່ບັງເອີນເຫຼືອບຕາໄປເຫັນອ້າຍພິການຄົນໜຶ່ງລາວນັ່ງຂາຍເຄື່ອງເປັນປະເພດແຟ໋ບ ແລະ ນ້ຳຢາລ້າງຖວ້ຍລ້າງຈານຈົນຕົກໃຈ ແລະ ມານັ່ງຄິດວ່າຄົນທີ່ເຂົາພິການກໍຍັງມີກຳລັງໃຈໃນການຫາຢູ່ຫາກິນລ້ຽງຕົວເອງນໍ ແລະ ຊະນີIndy ເອງກໍຍັງໄດ້ມີໂອກາດໄດ້ເຂົ້າໄປເວົ້າໄປລົມກັບລາວຖາມລາວວ່າຂາຍດີບໍ່? (ແຕ່ຄຳຕອບທີ່ໄດ້ມາກໍຍອມຮັບວ່າຟັງບໍ່ຮູ້ເລື່ອງປານໃດ) ແຕ່ກໍຂໍຍົກຍ້ອງຊົມເຊີຍອ້າຍຄົນພິການທີ່ມີຈິດໃຈສູ້ຊີວິດຜູ້ນີ້ເດີ້ທີ່ຍັງມີຄວາມຕັ້ງໃຈທີ່ຈະຫາຢູ່ຫາກິນໂດຍທີ່ບໍ່ບຽດບຽນ ຫຼື ແບມືຂໍເງິນຄົນອື່ນໂດຍການເປັນຂໍທານ, ແລະ ຢາກຝາກເຖິງພວກບັນດາຂີ້ລັກມັກສົກທັງຫຼາຍທີ່ເຫັນໂພສນີ້ແລ້ວຄວນເບິ່ງຕົວເອງຄືນໃໝ່ ແລະ ຄວນອາຍຄົນພິການແດ່ເດີ້ ເພາະເຂົາຍັງຮູ້ຈັກທຳມາຫາກິນດ້ວຍອາຊີບທີ່ຊື່ສັດ. ຢ່າລືມກົດໄລ້-ກົດແຊຣໃຫ້ຄົນທີ່ທຳມາຫາກິນສູ້ຊີວິດແບບນີ້! (ຖ້າໃຜໄດ້ໄປຫຼິ້ນແຄມຂອງຖ້າເຫັນອ້າຍພິການຜູ້ນີ້ແລ້ວ ຊື້ຊ່ວຍລາວແດ່ ເພາະລາວໜ້າສົງສານແທ້ໆ)

Read More »

ໜຸ່ມນ້ອຍຜູ້ມີຄວາມຝັນຢາກເປັນນັກດົນຕີ!

ໜຸ່ມນ້ອຍຜູ້ມີຄວາມຝັນຢາກເປັນນັກດົນຕີ! ມື້ນີ້ “ລູກຊາວບ້ານ” ຈະພາສາວໆແຟນເພຈ ເວັບໄຊ້ ຂວັນໃຈ ມາຮູ້ຈັກກັບ ໜຸ່ມນ້ອຍເຈົ້າສະເໜ່ ທີມີຊື່ວ່າ ພະນະກຸນ ສີປະເສີດ (ນິວ) ປັດຈຸບັນ ນິວ ອາຍຸ 9 ປີຮຽນຢູ່ ປ 4 ຮຽນໂຮງສິນໄຊ ເປັນໜຸ່ມນ້ອຍໜ້າຕາດີແຖມມີສະເໜ່ ທີ່ມີຄວາມມັກຮັກໃນສຽງດົນຕີ, ມັກຮ້ອງເພງ, ມັກຫຼິ້ນກິຕ່າເປັນຊີວິດຈິດໃຈ ພໍແຕ່ເລີກຮຽນກໍຟ້າວມາຈັບກິຕ່າມາດີດຫຼິ້ນໂລດ ໃນອະນາຄົດ ນິວ ຢາກມີວົງເປັນຂອງຕົນເອງ, ສໍາຫຼັບ Idol ຂອງເພິ່ນແມ່ນ ອ້າຍສັກ ວົງ Cell ນັ້ນເອງເຫັນແລ້ວໜ້າຊົມເຊີຍ ແລະ ຂໍໃຫ້ເປັນດັ່ງທີ່ໄດ້ຕັ້ງໃຈເອົາໄວ້ເດີ ນ້ອງ ນິວ ເຫັນແບບນີ້ແລ້ວຢ່າລືມເປັນກຳລັງໃຈໃຫ້ນ້ອງດ້ວຍການກົດໄລ້ ກົດແຊຣເພື່ອເປັນກຳລັງໃຈໃຫ້ນ້ອງແດ່ເດີ້! ພາບຈາກ: ລູກຊາວບ້ານ

Read More »