Breaking News

Clip

ຝຣັ່ງຕະລຶງເມື່ອເຫັນເຫຼົ້າບອງຢາລາວ!!! (ມີຄລິບ)

ເປັນກະແສໃນໂລກໂຊຊ່ຽວເມື່ອເພສທ່ອງທ່ຽວຊື່ດັງທີ່ມີຄົນຕິດຕາມເປັນລ້ານໆ “Tastemade Travel” ໄດ້ເຜີຍແຜ່ຄລິບສາລະຄະດີທີ່ຖ່າຍທຳໃນປະເທດລາວ ເຊິ່ງໄດ້ເວົ້າເຖິງໝູ່ບ້ານທີ່ຜະລິດເຫຼົ້າຂາວລາວ ແລະ ເຫຼົ້າບອງຢາ ເຊິ່ງບອງດ້ວຍສັດຕ່າງໆບໍ່ວ່າຈະເປັນ ງູ, ແມງງອດ, ກັບແກ້ ແລະ ອື່ນໆ… ເຊິ່ງເຮັດໃຫ້ພວກເຂົາເຖິງຂັ້ນຕະລຶງ ອະເມຊິງໄປຕາມໆກັນ…!!! Whisky Village in Laos What kind of creepy crawlies would you like in your whiskey? You can try them all in Laos' Whisky Village! Tastemade Travelさんの投稿 2018年2月11日(日)   ພໍແຕ່ປ່ອຍຄລິບດັ່ງກ່າວເຮັດໃຫ້ມີຊາວຕ່າງຊາດເກືອບທົ່ວໂລກ ເຂົ້າມາສະແດງຄວາມຄິດເຫັນ ກົດໄລ້ ກົດແຊຣກັນຈຳນວນຫຼວງຫຼາຍ!!! via: Tastemade Travel

Read More »

“ຕອນເຈົ້າມີຫຍັງກັບເຂົາ” ຟັງກັນລະຫວ໋າຮິດຕິດຫູຂະໜາດເລີຍ… ສາວ ນົກ ປ່ອຍເພງໃໝ່!!!

(ຕອນເຈົ້າມີອີ່ຫຍັງກັບເຂົາ ເຈົ້າເຄີຍເຫັນໜ້າຂ້ອຍຢູ່ຫວ໋າ?) ຟັງກັນລະຫວ໋າຮິດຕິດຫູຂະໜາດເລີຍ… ສາວ ນົກ The Wow ປ່ອຍເພງໃໝ່ “ຕອນເຈົ້າມີຫຍັງກັບເຂົາ” ເຊິ່ງເປັນເພງທີ່ນາງມີໂອກາດໄດ້ຮ່ວມງານກັບຄ້າຍເພງດັງຂອງປະເທດເພື່ອນບ້ານ, ບອກເລີຍເພງນີ້ເປັນອີກໜຶ່ງເພງທີ່ມີຄວາມຊຶ້ງ ຟັງແລ້ວອິນແຮງ ໃຜທີ່ອົກຫັກ ຫຼືຜິດກັບແຟນຢູ່ອາດນໍ້າຕາແຕກໄດ້ເດີ້​ (555) ເອົ້າໆ!!! ລອງມາຟັງນຳກັນເນາະ ມ່ວນຫຼາຍໆເລີຍ!!! ຟັງແລ້ວເປັນແນວໃດ ມ່ວນບໍ່? ຄົນລາວເຮົາມີຄວາມສາມາດ ແຖມຮ້ອງເພງມ່ວນປານນີ້ ແຊຣໄປໃຫ້ໂລກຮູ້ນຳແດ່ໄວໆ!!! ທີ່ມາ: Nok Phonethamaly

Read More »

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ແຊຣສະໜັ່ນ! ຄລິບວິນຍານເຂົ້າສິງ ແລະ ທຳຮ້າຍນັກສະແດງກາງກອງຖ່າຍຮູບເງົາທີ່ ກຳປູເຈຍ

ໂລກອອນລາຍມີການແຊຣເລື່ອງລາວທີ່ເກີດຂຶ້ນກັບກອງຖ່າຍຮູບເງົາຢູ່ທີ່ ປະເທດ ກຳປູເຈຍ ໂດຍຈາກການໂພສຄລິບ ແລະ ຮູບພາບຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Khom Sokkhaythit ໄດ້ໂພສເຫດການດັ່ງກ່າວ ໂດຍໃນຄລິບເຫັນວ່າທີມງານກອງກອງຖ່າຍຮູບເງົາເລື່ອງດັ່ງກ່າວກຳລັງຫຸ້ມເບິ່ງນັກສະແດງທີ່ແຕ່ງກາຍເປັນຜີໃນຮູບເງົາເລື່ອງ “ຫ້ອງຜີສິງ” ເຊິ່ງນັກສະແດງຄົນດັ່ງກ່າວໄດ້ນັ່ງຢູ່ທີ່ແຈຫ້ອງ ໃນອາການແປກໆ ແລະ ທີມງານທຸກໆຄົນມີສີໜ້າທີ່ເຄັ່ງຕຶງຕະຫຼອດເວລາ, ຈາກຄລິບດັ່ງກ່າວເຮັດໃຫ້ມີຄົນໃຫ້ຄວາມສົນໃຈ, ວິພາກວິຈານກັນໄປຕ່າງໆນາໆ ແລະ ຖືກແຊຣໄປຢ່າງໄວວາ… ໂດຍເລື່ອງດັ່ງກ່າວລະບຸວ່າ “ເກີດເຫດເໜືອທຳມະຊາດຂຶ້ນລະຫວ່າງການຖ່າຍທຳຮູບເງົາເລື່ອງ “ຫ້ອງຜີສິງ” ສ້າງຄວາມຢ້ານກົວໃຫ້ຜູ້ທີ່ໂພສ ແລະ ທີມງານ ໂດຍເຊື່ອວ່າຜີເຂົ້າໄປສິງຕົວລະຄອນທີ່ສະແດງເປັນຜີ ແລະ ພະຍາຍາມທີ່ຈະທຳຮ້າຍຮ່າງກາຍນັກສະແດງທີ່ຫຼິ້ນໃນເລື່ອງດ້ວຍການບີບຄໍ ຈົນໄດ້ຮັບບາດເຈັບ ເຮັດໃຫ້ເກີດຄວາມແຕກຕື່ນໄປທົ່ວກອງຖ່າຍ ແລະ ນັກສະແດງຍິງຕົກຢູ່ໃນຄວາມຢ້ານ ແລະ ຮ້ອງໃຫ້ຕະຫຼອດເວລາ”. (ກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ) Khom Sokkhaythitさんの投稿 2018年1月29日(月) cr: Khom Sokkhaythit ຂໍ້ມູນບາງສ່ວນ: https://www.khaosod.co.th/monitor-news/news_729976

Read More »

ປໍ1 ເອື້ອຍຍັງຮຽນເຕັ້ນຍາງຢູ່ (555)! ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ…(ຊົມເຊີຍເດີ້)

ເປັນອີກໜຶ່ງຄລິບທີ່ເອີ້ນຮອຍຍິ້ມ ສຽງຫົວໄດ້ເປັນຢ່າງດີ ເດັກນ້ອຍຍຸກໃໝ່ມັນກໍຈະເກັ່ງເກີນອາຍຸແບບນີ້ແລະເນາະ… ຊາວເນັດແຫ່ເບິ່ງຄລິບ ເດັກນ້ອຍ ປໍ1 ຕີກອງໄດ້ຂັ້ນເທບຫຼາຍ… ເຊິ່ງເດັກນ້ອຍເກັ່ງ ແລະ ໜ້າຮັກຄົນນີ້ມີນາມວ່າ ນ້ອງ ເບເນ່ ອາຍຸປະມານ 5-6 ປີ ຈາກປະເທດເພື່ອນບ້ານ ເຊິ່ງໄດ້ຕີກອງໃນເພງ That’s what I like ຂອງ ນັກຮ້ອງຊື່ດັງ ບູຣໂນ ມາສ, ໂດຍການໂພສຂອງຜູ້ໃຊ້ເຟສບຸກທີ່ມີຊື່ວ່າ Phongphanu Soisahwat‎  ຈົນເຮັດໃຫ້ມີຄົນເຂົ້າໄປກົດໄລ້ ແຊຣ ແລະ ຄອມເມັ້ນຍ້ອງເຖິງຄວາມເກັ່ງ ຄວາມມີພອນສະຫວັນ ຂອງ ນ້ອງ ເບເນ່ ເປັນຈຳນວນຫຼວງຫຼາຍ ຢ່າງໃດກໍຕາມຊາວເນັດຕ່າງສະແດງຄວາມຄິດເຫັນກ່ຽວກັບ ນ້ອງ ເບເນ່ ກັນຢ່າງຫຼວງຫາຍ ແລະ ຍັງຍ້ອງນ້ອງວ່າ ສ່ວນຫຼາຍເດັກນ້ອຍທີ່ກຳລັງຮຽນຕີກອງຈະມັກຕີລົວ ບໍ່ຖືກຈັງຫວະ ແຕ່ ນ້ອງ ເບເນ່ ຄົນນີ້ພັດຕີໄດ້ດີ ແລະ ຖືກກັບຈັງຫວະ ບາງຄົນກໍຍ້ອງວ່າເດັກຄົນນີ້ເກັ່ງເກີນໄວອາຍຸ …

Read More »