Breaking News

Chic Working Women

ແມ່ນແທ້ບໍ່? ການມີລາຍໄດ້ພຽງທາງດຽວ ຄືຄວາມສ່ຽງໜຶ່ງຂອງຊີວິດມະນຸດເງິນເດືອນ…

ທຸກຄົນອ່ານ Headline ແລ້ວຮູ້ສຶກແນວໃດ? ຄິດວ່າຖືກ ຫຼືຜິດ? ສໍາລັບຜູ້ຂຽນແລ້ວຄິດວ່າ ຂໍ້ຄວາມທີ່ກ່າວໄວ້ນັ້ນເປັນຄວາມຈິງຫຼາຍໃນຍຸກສະໄໝນີ້ ເພາະວຽກປະຈໍາທີ່ຫຼາຍຄົນຄິດວ່າໝັ້ນຄົງ ຄວາມຈິງແລ້ວມີຄວາມສ່ຽງແຝງຢູ່ ເພາະຖ້າເຮົາມີລາຍໄດ້ທາງດຽວຈາກວຽກປະຈໍາ ຖ້າມີປັນຫາຈາກວຽກປະຈໍາຈົນຕ້ອງໄດ້ອອກຈາກວຽກ ຄ່າໃຊ້ຈ່າຍຕ່າງໆ ທີ່ເຮົາສ້າງໄວ້ ທັງຄ່າດາວເຮືອນ ດາວລົດ ຄ່າໃຊ້ຈ່າຍໃນເຮືອນ ເຮົາອາດຈະເຖິງຂັ້ນບໍ່ມີປັນຍາຈະຈ່າຍ ກໍຄືກັບການລົ້ມລະລາຍທາງການເງິນນັ້ນແຫຼະ!!! ແລ້ວຈະມີວິທີແກ້ໄຂຕໍ່ກັບຄວາມສ່ຽງນີ້ແນວໃດ? ລອງມາເບິ່ງ 4 ຂໍ້ລຸ່ມນີ້ເບິ່ງ!!! 1. ຢ່າເພິ່ງພາລາຍໄດ້ຈາກວຽກປະຈໍາພຽງທາງດຽວ ຄືທີ່ກ່າວມາຂ້າງເທິງໄວ້ເບື້ອງຕົ້ນວ່າ ການເພິ່ງພາລາຍໄດ້ທາງດຽວ ຈາກວຽກປະຈໍາຖືວ່າເປັນຄວາມສ່ຽງສູງ ເຮົາບໍ່ຄວນປະມາດດ້ວຍການຫາຍໃຈຈາກວຽກປະຈໍາພຽງຢ່າງດຽວ ສໍາລັບຄົນທີ່ຄິດແຜນສໍາຮອງໄວ້ ຄື ການເຮັດວຽກເສີມວຽກປະຈໍາໄປນໍາ ເຮັດໃຫ້ເຮົາມີລາຍໄດ້ຢ່າງຍນ້ອຍສອງທາງ ທັງຈາກວຽກປະຈໍາ ແລະ ວຽກເສີມ ຈະຊ່ວຍປົກປ້ອງເຮົາຈາກຄວາມສ່ຽງໄດ້ຫຼາຍຂຶ້ນ. 2. ຊອກຫາລາຍໄດ້ເສີມຈາກສິ່ງທີ່ມັກ ແນ່ນອນທີ່ສຸດວ່າ ທຸກຄົນຍ່ອມມີສິ່ງທີ່ມັກ ທີ່ຢາກເຮັດ ຄົງມີໜ້ອຍຄົນທີ່ບໍ່ມີສິ່ງທີ່ມັກຫຍັງເລີຍ ສິ່ງທີ່ມັກອາດຈະໄດ້ແກ່ ວຽກຫຍິບກະເປົ໋າດ້ວຍມື ສາວໆ ບາງຄົນມັກພວກກະເປົ໋າທີ່ເຮັດດ້ວຍມືໜ້າຮັກໆ ແລະ ຕ້ອງເສຍເງິນໄປຊື້ກະເປົ໋າມາສະສົມໄວ້ຈົນເຕັມເຮືອນ ແບບນີ້ເຮົາສາມາດເຮັດເປັນອາຊີບເສີມໄດ້ເດີ້!! ດ້ວຍການນໍາໄປຂາຍທາງ …

Read More »

ບໍ່ຄວນເບິ່ງຂ້າມ!!! ອາການ “ເຈັບທ້ອງ” ທີ່ບົ່ງບອກເຖິງພະຍາດ!!

ປັດຈຸບັນປັດໃຈສ່ຽງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາແມ່ນມີຫຼາຍແນວ ບໍ່ວ່າຈະເປັນ ສະພາບອາດກາດທີ່ປ່ຽນແປງ, ການພັກຜ່ອນບໍ່ພຽງພໍ, ເລື່ອງອາຫານການກິນ ແລະ ອື່ນໆອີກຫຼາຍຢ່າງ….ເຊິ່ງສົ່ງຜົນກະທົບຕໍ່ຮ່າງກາຍທັງພາຍໃນ ແລະ ພາຍນອກ ເຮັດໃຫ້ເຮົາເກີດອາການເຈັບໄຂໄດ້ປ່ວຍໄດ້ງ່າຍ ເປັນຕົ້ນແມ່ນອາການເຈັບທ້ອງທີ່ສາມາດເກີດຂຶ້ນໄດ້ທຸກຄົນ ບໍ່ວ່າຈະເປັນຜູ້ຍິງ ຫຼືຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍ ນັ້ນເອງ. ອາການ ເຈັບທ້ອງ ເປັນອາການທີ່ພົບເຫັນໄດ້ເລື້ອຍໆ ແຕ່ເຄີຍສົງໄສບໍ່ວ່າອາການເຈັບເຫຼົ່ານີ້ ເປັນຍ້ອນສາເຫດຫຍັງ? ແລະ ອາການເຈັບແຕ່ລະແບບແມ່ນບົງບອກວ່າເຮົາເປັນຫຍັງ? ອາການ ເຈັບທ້ອງ ສາມາດບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນຂ້າງເບື້ອງຂວາ ເປັນຕຳແໜ່ງຂອງຕັບ, ຖົງນໍ້າດີ ແລະ ມ້າມເຈັບບໍລິເວນກາງຕົວ ເປັນຕຳແໜ່ງຂອງກະເພາະອາຫານ ຕັບ ແລະ ກະດູກລິ້ນປີ່ເຈັບບໍລິເວນບັ້ນເອວເບື້ອງຂວາ ຫຼື ຊ້າຍ ເປັນຕຳແໜ່ງຂອງທໍ່ໄຕ, ໄຕ ແລະ ລຳໃສ້ໃຫ່ຍເຈັບບໍລິເວນອ້ອມສະບື ກົງກັບຕຳແໜ່ງລຳໃສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງເຈັບບໍລິເວນທ້ອງນ້ອຍບື້ອງເຂວາ ເປັນຕຳແໜ່ງ ໃສ້ຕິ່ງ, ທໍ່ໄຕ ແລະ ປີກມົດລູກເຈັບບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ …

Read More »

ມາເບິ່ງ 5 ວິທີ ທີ່ຈະເຮັດໃຫ້ສາວໆງາມ ແລະ ແພງ!!! ໃນສາຍຕາໜຸ່ມໆ…

ເຊື່ອວ່າສາວໆທຸກຄົນມີຄວາມງາມ ແລະ ສະເໜ່ທີ່ບໍ່ຄືກັນ ແຕ່ແອັດບໍ່ໄດ້ໝາຍເຖິງໜ້າຕາແຕ່ພຽງຢ່າງດຽວ ເພາະຄວາມງາມຕ້ອງມາຈາກພາຍໃນ ແລະ ພາຍນອກ.​ ມື້ນີ້ເຮົາມາເບິ່ງ 5 ວິທີ ທີ່ຈະເອົາຄວາມງາມມາມັດໃຈໜຸ່ມໆ ພ້ອມທັງເຮັດໃຫ້ສາວໆງາມແບບມີຄຸນຄ່າ. 1 ມີຄວາມໝັ້ນໃຈໃນຕົນເອງ ໂຈດນີ້ບໍ່ຍາກ ແລະ ກໍບໍ່ງ່າຍ ເພາະກ່ອນທີ່ເຮົາຈະເຮັດຫຍັງກໍຕາມ ຕ້ອງມີຄວາມໝັ້ນໃຈ ເຊິ່ງສາວໆ ສາມາດສ້າງຄວາມໝັ້ນໃຈທັງຮູບຮ່າງໜ້າຕາ (ແຕ່ງໜ້າ, ທາປາກ, ​ແຕ່ງໂຕຕາມ Style ຕົນເອງ…) ແລະ ການວາງໂຕ ( ການຍິ້ມ​, ການຫົວ, ການເວົ້າ…) ເພາະຢາກເບິ່ງຄືແພງ! ຕ້ອງເຮັດຕົນເອງໃຫ້ສະຫງ່າ ແລະ ໜັ້ນໃຈຢູ່ສະເໝີ. 2 ຮູ້ຈັກຄຸນຄ່າໃນຕົນເອງ ກ່ອນທີ່ເຮົາຈະຮູ້ຄຸນຄ່າຂອງຄົນອື່ນ ຫຼືຄົນອື່ນຈະຮູ້ຄຸນຄ່າຂອງເຮົາ ເຮົາຕ້ອງຮູ້ຈັກຄຸນຄ່າຂອງຕົນເອງສາກ່ອນ ເພາະສິ່ງນີ້ເປັນສິ່ງທີ່ສຳຄັນທີ່ສຸດ. ພ້ອມກັນນັ້ນ, ຫ້າມຄິດວ່າເຮົາບໍ່ດີ,​ ຫ້າມຄິດວ່າເຮົາດ້ອຍ ເພາະເຮົາກໍມີຄຸນຄ່າ ແລະ ມີຢຸດຢືນຄືກັບຄົນອື່ນ. ເມື່ອເຮົາຮູ້ຄຸນຄ່າຂອງຕົນເອງ ເຮົາຈະພົບຜູ້ຊາຍທີ່ມີຄຸນຄ່າພໍທີ່ເຮົາຈະແບ່ງຫົວໃຈດວງນ້ອຍໆໃຫ້ເຂົາເຈົ້າ. …

Read More »

ເສຍໃຈນໍາ!!! ກັບການຈາກໄປຂອງນັກສະແດງດາລາຊື່ດັງລຸ້ນອາວຸໂສ ໄພໂຣດ ໃຈສິງ

ເປັນອີກເລື່ອງເສົ້າໃນວົງການບັນເທີງ ກັບການສູນເສຍດາລາດັງຂອງປະເທດໄທລຸ້ນອາວຸໂສ ໄພໂຣດ ໃຈສິງ ທີ່ມີຜົນງານການການສະແດງຮູບງົາຫຼາກຫຼາຍຜົນງານໃນວົງການບັນເທີງບໍ່ວ່າຈະເປັນຮູບເງົາເລື່ອງ ກໍານັນອີ໋ດ, ສົມຫວັງສູ້ສູ້, ຕະວັນທໍແສງ ແລະ ອີກຫຼາຍໆຜົນງານ… ຫຼັງປ່ວຍມາຫຼາຍປີດ້ວຍພະຍາດຂອງຜູ້ກ່ຽວເອງ ຫຼ້າສຸດໄດ້ເສຍຊີວິດ ດ້ວຍໄວ 78 ປີ. ລູກສາວໄດ້ໂພສອາໄລພໍໍ່ ຍັງຮັບບໍ່ໄດ້ກັບການຈາກໄປຂອງພໍ່ ແອັດຂໍສະແດງຄວາມເສຍໃຈກັບການຈາກໄປໃນຄັ້ງນີ້ດ້ວຍ!!!

Read More »

ຍິນດີນໍາ!!! ສາວ ວິກກີ້ ສຸນິສາ ແລະ ໝຸ່ມ ຊາຍ ຊາດຕະໂຍດົມ ອອກມາແລ້ວທາຍາດຄົນທີ່ສອງຂອງຕະກຸນ….

ຄົງຈະບໍ່ມີໃຜທີ່ຈະບໍ່ຮູ້ຈັກສາວ ວິກກີ້ ສຸນິສາ ຄົນນີ້ ນັກສະແດງສາວງາມທີ່ຫຼາກຫຼາຍຄວາມສາມາດ ແລະ ມີຜົນງານໃນວົງການບັນເທີງຫຼາຍຢ່າງບໍ່ວ່າຈະເປັນການສະແດງເອັມວີເພລງ ແລະ ຮູບເງົາເລື່ອງ ໄຟຮັກອະສູນ, ມາດາມດັນ, ວິວາຫວ້າວຸ້ນ… ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຊາຍຂອງ ໝຸ່ມ ຊາຍ ແລະ ສາວ ວິກກີ້ ວ່າຈະໜ້າຮັກ ແລະ ເປັນຕາແພງຊໍ່າໃດ ໄປເບິ່ງນໍາກັນເລີຍ… ອອກມາແລ້ວ ຊື່ວ່າ ນ້ອງ ໄທເລີ້ ຂອງພໍ່ ຊາຍ ແລະ ແມ່ ວິກກີ້ ເກີດເມືື່ອວັນທີ 18 ກຸມພາ 2021 ຕອນຍັງບໍ່ເກີດກໍຫວານກັນຕະຫຼອດ…

Read More »