Breaking News

Chic Working Women

13 ຂໍ້ຄິດ ໃນຊີວິດການເຮັດວຽກທີ່ຄວນຮູ້ກ່ອນອາຍຸ 30…

ໃນຊີວິດຂອງການເຮັດວຽກນັ້ນ ບາງຄົນອາດຈະເລີ່ມຕົ້ນໄວ ອາຍຸ 20 ປີຕົ້ນໆ ກໍເລີ່ມເຮັດວຽກແລ້ວ ແຕ່ບາງຄົນກໍເລີ່ມຕົ້ນຊ້າ ແຕ່ທັງນີ້ທັງນັ້ນ ທຸກໆ ການເລີ່ມຕົ້ນຂອງທຸກຄົນກໍມີຈຸດປະສົງດຽວກັນຄືການປະສົບຄວາມສໍາເລັດ!!! ມື້ນີ້ ຂວັນໃຈ ຂໍເລີ່ມຕົ້ນເດືອນມີນາ ກັບ 13 ຂໍ້ຄິດ ໃນຊີວິດການເຮັດວຽກ ທີ່ສາວໆ ຄວນຮູ້ກ່ອນອາຍຸ 30 ເຊິ່ງຈະມີຫຍັງແດ່ນັ້ນ ໄປເບິ່ງພ້ອມກັນເລີຍ… ຊີວິດການເຮັດວຽກກໍຄືການແລ່ນມາຣາທອນ ຄວນແລ່ນໃຫ້ໄວໃນຊ່ວງທີ່ມີແຮງ ແລະ ຫຼຸດສະປີດລົງແດ່ໃຫ້ຕົວເອງໄດ້ຫາຍໃຈ ແລະ ເຕີບໃຫຍ່ຢ່າເປັນຄົນທີ່ເຮັດໄດ້ທຸກຢ່າງແຕ່ບໍ່ເກັ່ງຈັກຢ່າງ ຊອກຫາເວລາຢູ່ກັບສິ່ງທີ່ເຮົາມັກ ແລະ ເຝິກຝົນມັນຢ່າງເຕັມທີ່ລົງທຶນຊອກຄວາມຮູ້ໃຫ້ຕົວເອງ ຊອກຫາຄວາມຮູ້ໃໝ່ໆ ເພີ່ມຄຸນຄ່າໃຫ້ກັບຕົວເອງຢູ່ສະເໝີ ຍິ່ງເຮົາຮູ້ຫຼາຍກໍສາມາດສ້າງກໍາໄລໃຫ້ເຮົາໄດ້ຫຼາຍຂຶ້ນເຂົ້າສັງຄົມກັບໄວທີ່ແຕກຕ່າງ ແລກປ່ຽນຄວາມຄິດກັບຄົນອາຍຸຫຼາຍກວ່າແດ່ ພວກເຂົາມັກມີຄໍາແນະນໍາດີໆ ໃຫ້ເຮົາເກັບໄປຄິດໄດ້ສະເໝີຄວາມຜິດພາດຄືບົດຮຽນທີ່ດີ ເປັນເລື່ອງປົກກະຕິທີ່ຄົນເຮົາຢ້ານທີ່ສ່ຽງ ແຕ່ທຸກຄວາມສ່ຽງນັ້ນນໍາມາເຊິ່ງສິ່ງທີ່ຍິ່ງໃຫຍ່ສະເໝີຢ່າສູນເສຍຄວາມເປັນຕົວເອງໃຫ້ກັບວຽກ ສຸກທ້າຍເຮົາກໍຈະປ່ຽນວຽກໄປເລື້ອຍໆ ແລະ ບໍ່ເຫັນເຖິງຄວາມກ້າວໜ້າຈັກເທື່ອຢ່າເສຍໂອກາດເຮັດວຽກຕ່າງປະເທດ ຢ່າພາດໂອກາດດີໆ ທີ່ອົງກອນສະເໜີໃຫ້ກັບເຈົ້າ ບາງຄັ້ງເຮົາອາດຈະເສຍໃຈກັບສິ່ງທີ່ບໍ່ໄດ້ເຮັດ ກວ່າສິ່ງທີ່ເຮົາເຮັດໄປແລ້ວອີກເຝິກສະມາທິແດ່ ໃຫ້ສະໝອງໄດ້ພັກຜ່ອນແດ່ ໂດຍມີງານວິໄຈອອກມາແລ້ວ ການນັ່ງສະມາທິ 20 …

Read More »

ຍິນດີນໍາ!!! ນາງເອກຊື່ດັງຂອງປະເທດໄທປະກາດມີທາຍາດຄົນທໍາອິດແລ້ວ…

ຍິນດີນໍາ!!! ວ່າທີ່ ເຈົ້າສາວປ້າຍແເດງ ແລະ ແມ່ມືໃໝ່ ສາວ ຍາດທິບ ນາງເອກຊື່ດັງຂອງປະເທດໄທ ສາຍາສາວເຊັກຊີ ທີ່ມີຜົນງານການສະແດງຫຼາກຫຼາຍຜົນງານບໍ່ວ່າຈະເປັນຮູບເງົາເລື່ອງ: แรงเทียน, ไฟสิ้นเชื้อ, เรือนสายสวาด, เขาวานให้หนูเปันสายลับ ແລະ ອີກຫຼາຍໆຜົນງານ… ຫຼັງຈາກທີ່ທັງສອງຄົນໄດ້ອອກເດດ ແລະ ແຟນໝຸ່ມກໍໄດ້ຂໍແຕ່ງງານ ສ່ວນງານແຕ່ງແມ່ນຈະຈັດຂຶ້ນໃນເດືອນ ເມສານີ້ ຫຼ້າສຸດສາວຍາດທິບໄດ້ປະກາດຜ່ານສື່ອອນລາຍໄອຈີຂອງຕົວເອງວ່າ ຈະໄດ້ເປັນແມ່ຄົນແລ້ວ!!! ຈັງໃດແອັດກໍຂໍສະແດງຄວາມຍິນດີນໍາເດີ

Read More »

4 ຂໍ້ຄິດດີໆ ທີ່ໄດ້ຈາກການຄິດບວກ ສ້າງແຮງບັນດານໃຈໃຫ້ກັບຄົນເຮັດວຽກໄດ້ດີທີ່ສຸດ!!!

ການຄິດບວດ ຄືຄວາມຄິດ ຈິດໃຈ ອາລົມ-ຄວາມຮູ້ສຶກ ແລະ ທັດສະນະຄະຕິໃນດ້ານດີທັງຕໍ່ຕົວເອງ ສິ່ງຂອງ ເຫດການ ແລະ ເພື່ອນຮ່ວມງານອ້ອມຂ້ງ… ເນື່ອງຈາກວ່າການຄິກບວດ ເຮັດໃຫ້ຮ່າງກາຍຈະລັງຮໍໂມນຄວາມສຸກອອກສູ່ກະແສເລືອດ ຫົວໃຈຈະເຕັ້ນຊ້າລົງ ຫາຍໃຈຊ້າລົງ ຄວາມດັນເລືອດຫຼຸດລົງ ພູມຕ້ານທານເພີ່ມຂຶ້ນ ອາລົມສົດໄສ ປອດໂປ່ງ ມີອາລົມເຮຮາ ຄວາມຄິດລື່ນໄຫຼ ຮູ້ສຶກຕົວ ແລະ ກະຕືລືລົ້ນ ໄຝ່ຮູ້ ມີຄວາມຫວັງ ເບິ່ງເຫັນໂອກາດ ສົ່ງຜົນໃຫ້ເຂົ້າກັບເພື່ອນຮ່ວມງານໄດ້ດີ ແກ້ບັນຫາໄດ້ຢ່າງສົມເຫດສົມຜົນ ຄວາມກ້າວໜ້າໃນໜ້າທີ່ການງານກໍຕາມມາ ໂດຍຜ່ານເຄັດລັບຄິດບວກ 4 ຂໍ້ຄິດ ສ້າງຄວາມສຸກໃນການເຮັດວຽກຕໍ່ໄປນີ້… ເບິ່ງຕົວເອງວ່າດີ ແລະ ມີຄຸນຄ່າໃນທຸກໆມື້ ໂດຍໃຫ້ຄໍານຶງເຖິງຄວາມດີ ຄວາມໂຊກດີຂອງຕົວເອງ ເລີ່ມຕັ້ງແຕ່ຕື່ນນອນ ໃຫ້ຍິ້ມໃຫ້ກັບຕົວເອງ ແລ້ວຄິດວ່າໂຊກດີທີ່ຕົນເອງຕື່ນມາແລ້ວຍັງມີລົມຫາຍໃຈ ແລະ ຮ່າງກາຍຢູ່ ໃຫ້ຄິດເຖິງຄວາມດີທີ່ຕົນເອງເຮັດໃນມື້ວານ ຫຼືໃນອະດີດທີ່ຄິດອອກ ເຮັດຕະຫຼອດ ຊໍ້າໆ ຈົນເຊື່ອວ່າຕົວເອງເປັນຄົນດີ ມີນໍ້າໃຈ ມີຄວາມສາມາດເຮັດວຽກໄດ້ …

Read More »

ຈາກແມ່ຄ້າອອນລາຍສູ່ນັກຮ້ອງຊື່ດັງ!!! ພ້ອມທັງຜັນໂຕມາເປັນເຈົ້າຂອງຄ້າຍເພລງ

ປັດຈຸບັນສັງຄົມແຫ່ງວົງການຂາຍເຄື່ອງອອນລາຍກໍາລັງເປັນທີ່ນິຍົມໄປທົ່ວໂລກ ແລະ ແມ່ຄ້າແຕ່ລະຄົນທີ່ Live ຂາຍເຄື່ອງອອນລາຍກໍຈະມີວິທີການເວົ້າທີ່ແຕກຕ່າງກັນທີ່ສ້າງເອກະລັກ ແລະ ຄວາມໂດດເດັ່ນໃນການຂາຍສິນຄ້າຂອງຕົນເອງໃຫ້ໄດ້ຫຼາຍ… ແມ່ຄ້າອີກໜຶ່ງຄົນທີ່ກໍາລັງໂດ່ງດັງຢູ່ປະເທດເພື່ອນບ້ານຂອງພວກເຮົາ (ປະເທດໄທ) ນັ້ນກໍຄື ພິມພິພາຍ ເປັນແມ່ຄ້າຂາຍເຄື່ອງອອນລາຍທີ່ມີເອກະລັກໃນເວລາ Live (ຈົນເຮັດໃຫ້ຫຼາຍໆຄົນຈົດຈໍາ ດ້ວຍການດ່າລູກຄ້າ ແລະ ເວົ້າແບບຈິງໃຈ ຈົນເຮັດໃຫ້ມີຄົນເຂົ້າມາຊື້ເຄື່ອງເປັນຈໍານວນຫຼາຍ ສູງສຸດເຖິງ 5 ແສນກວ່າຄົນ),​ ແລະ ອີກໜຶ່ງບົດບາດຂອງແມ່ຄ້າປາກຈັດຄົນນີ້ກໍຄືການເປັນ YouTuber ແລະ ໄດ້ຊ່ວຍເຫຼືອສັງຄົມຕະຫຼອດມາ ຈົນເຮັດໃຫ້ແມ່ຄ້າຄົນນີ້ຄອງໃຈຄົນໄທເປັນຈໍານວນຫຼາຍ!!! ຫຼ້າສຸດແມ່ຍິງຄົນນີ້ກໍໄດ້ສ້າງຜົນງານສຽງເພລງທໍາອິດໃນຊີວິດຂອງຕົນເອງ ນັ້ນກໍຄືຜົນງານເພລງ “อย่านะค่ะ” ເປັນເພລງທີ່ມີເນື້ອຫາແບບກົງໆ ແລະ ຖືກໃຈຫຼາຍໆຄົນ ຫຼ້າສຸດກໍມີຍອດວິວທະລຸເຖິງ 30​ ກວ່າລ້ານວິວ ແລະ ກໍໄດ້ຮັບລາງວັນທໍາອິດ Rookie of The week ຈາກ TOPPSTAGE ເປັນແມ່ຍິງທີ່ເກັ່ງຮອບດ້ານອີຫຼູີ!!!

Read More »

“Whitney Wolfe Herd” ມະຫາເສດຖີທີ່ມີອາຍຸນ້ອຍທີ່ສຸດ ຜູ້ທີ່ສ້າງ App Bumble

ຄົງຈະບໍ່ມີໃຜທີ່ບໍ່ຮູ້ Whitney Wolfe Herd ຜູ້ທີ່ສ້າງແອັບ Bumble ເຊິ່ງເປັນແອັບໃຫ້ແມ່ຍິງຈີບຜູ້ຊາຍກ່ອນ ຈາກປີທີ່ແລ້ວແອັບຫາຄູ່ກໍເລີ່ມເປັນທີ່ຮູ້ຈັກ ແລະ ມາແຮງເຖິງ 70% ຕໍ່ປີ. ແລະ ເປັນໜຶ່ງໃນ Start up Unicorn ທີ່ສ້າງລາຍໄດ້ເຖິງ 1,000 ລ້ານໂດລາສະຫະລັດ ຈົນກາຍເປັນມະຫາເສດຖີໝື່ນລ້ານ ແລະ ຕໍາແໜ່ງລ່າສຸດ ກ້າວຂຶ້ນມາເປັນ “ມະຫາເສດຖີທີ່ອາຍຸນ້ອຍທີ່ສຸດແຫ່ງປີ 2021” ສຸດຍອດອີຫຼີແມ່ຍິງຄົນນີ້!!! ຫຼັງຈາກນັ້ນ Whitney ກໍໄດ້ລະດົມທຶນເຂົ້າຕະຫຼາດຫຼັກຊັບ Nasdaq ໄດ້ກວ່າ 2.2 ລ້ານໂດລາສາຫະລັດ ໂດຍມີການຖືຫຸ້ນໃນບໍລິສັດ ຮ້ອຍລະ 12 ຫຼື 21.54 ໝື່ນລ້ານຫຸ້ນ ຄິດເປັນມູນຄ່າຊັບສິນສຸດທິຢູ່ທີ່ 1.5 ພັນລ້ານໂດລາສາຫະລັດ ເຊິ່ງລາວຍັງໄດ້ທໍາລາຍສະຖິຕິນັກທຸລະກິດຍິງທີ່ອາຍຸນ້ອຍທີ່ສຸດໃນປະຫວັດສາດ ທີ່ນໍາບໍລິສັດເຂົ້າຕະຫຼາດຫຼັກຊັບໄດ້ ພຽງອາຍຸ 31 ປີເທົ່ານັ້ນ. ຮຽບຮຽງໂດຍ: Kuanjai …

Read More »