Breaking News

Kuanjai Life Stlye

ກິນເຈ ມີແຕ່ແປ້ງແລ້ວບໍ່ຕຸ້ຍຫວ໋າ??? ກິນເຈແນວໃດບໍ່ໃຫ້ຕຸ້ຍ ມາເບິ່ງວິທີກັນ…

ມີຄຳຖາມທີ່ໜ້າສົນໃຈວ່າ ຖ້າບໍ່ກິນຊີ້ນແລ້ວປ່ຽນໄປກິນແປ້ງ ເຊິ່ງເປັນສ່ວນປະກອບຫຼັກຂອງອາຫານເຈຈະເຮັດໃຫ້ສົ່ງຜົນເສຍຕໍ່ຮ່າງກາຍຫຼືບໍ່? ໂດຍສະເພາະໝູ່ເພື່ອນທີ່ກຳລັງຄວບຄຸມນໍ້າໜັກ ຍິ່ງສົນໃຈວ່າຈະເປັນການຍິ່ງເພີ່ມນໍ້າໜັກ ຫຼືບໍ່? ດັ່ງນັ້ນ!!! ໃນມື້ນີ້ເຮົາລອງມາທຳຄວາມຮູ້ຈັກ ແລະ ເບິ່ງວິທີກິນເຈແນວໃດບໍ່ໃຫ້ຕຸ້ຍກັນດີກວ່າ!!! 1. ເລືອກກິນເຂົ້າທີ່ບໍ່ຂັດສີ ເຊັ່ນ ເຂົ້າກ້ອງ ເຂົ້າໜົມປັງແປ້ງໂຮມວີສ ໝາກເດືອຍ ທັນຍະພືດຕ່າງໆ ເມື່ອຮ່າງກາຍຍ່ອຍອອກມາເປັນແປ້ງທີ່ພ້ອມດູດຊຶມ ນໍ້າຕານກໍ່ບໍ່ສູງຈົນເກີນໄປ ເມື່ອທຽບກັບປະລິມານທີ່ເທົ່າກັນຂອງເຂົ້າ ແລະ ແປ້ງຂັດຂາວ 2. ເລືອກຜັກປະເພດໃບ ເພາະຜັກປະເພດໃບຈະມີຄຣາໂບໄຮເດດໜ້ອຍກວ່າພືດປະເພດຫົວ ດັ່ງນັ້ນການກິນຜັກໃບຈະເຮັດໃຫ້ເຮົາໄດ້ພະລັງງານ ແລະ ປະລິມານແປ້ງທີ່ໜ້ອຍກວ່າຈຶ່ງບໍ່ເຮັດໃຫ້ຕຸ້ຍ 3. ເລືອກກິນຂອງໜຶ້ງ ຕົ້ມ ຕຸນ ດີກວ່າຂອງທອດແລະຂົ້ວ ເພາະຊ່ວຍຫຼີກການກິນນໍ້າມັນ ທີ່ມີໄຂມັນຢູ່ສູງ 4. ກິນຫວານໃຫ້ໜ້ອຍລົງ ບໍ່ແມ່ນວ່າເມື່ອຖືສິນກິນເຈແລ້ວ ຈະສາມາດກິນເຂົ້າໜົມຫວານໄດ້ເຕັມທີ່ ເພາະບໍ່ວ່າຈະເປັນອາຫານເຈ ຫຼື ບໍ່ເຈ ຖ້າມີຄວາມຫວານ ແລະ ມີນໍ້າຕານຢູ່ຫຼາຍ ກໍ່ຕຸ້ນໄດ້ບໍ່ຕ່າງກັນ 5. ອົດອາຫານ ລ້າງພິດຫຼັງກິນເຈ ເພາະຈະຊ່ວຍໃຫ້ຮ່າງກາຍຂັບຜິດຕ່າງໆ …

Read More »

ຮືຮາ!!! ວົງການບັນເທິງນາງງາມທົ່ວໂລກ “ນາງງາມສີລັງກາ” ປີ 2020 ຖືກຖອດມົງອອກຈາກຫົວ

ກໍາລັງເປັນກະແສຮ້ອນແຮງໃນຕອນນີ້ ສາວງາມເຈົ້າຂອງຕໍາແໜ່ງ “ມີສສີລັງກາ” ຖືກນາງງາມລຸ້ນເອື້ອຍຖອດມຸງກຸດເອົາໄປສວມໃສ່ໃຫ້ຮອງອັນດັບ 1 ແຖມຍັງເປີດເຜີຍເລື່ອງທີ່ນາງໄດ້ຢ່າຮ້າງກັບສາມີ ເຮັດໃຫ້ຂາດຄຸນສົມບັດ ເຊິ່ງເຫດການນີ້ຈຶ່ງເຮັດໃຫ້າງໄດ້ຮັບບາດເຈັບບ່ອນຫົວອີກດ້ວຍ ໃນວັນອາທິດທີ່ 4 ເມສາ 2021 ຜ່ານມາ ຫຼັງຈາກທີ່ສວມມົງບໍ່ດົນ ແຄໂຮໄລ໌ ຈູຮີ ນາງງາມລຸ້ນເອື້ອຍເຈົ້າຂອງຕໍາແໜ່ງ ມືສຊີສສີລັງກາ ປີ 2019 ຊື່ງປັດຈຸບັນຍັງຄອງມຸງກຸດ ມີສຊີສເວີ 2020 ກໍຍ່າງເຂົ້າມາຖອດມຸງກຸດອອກຈາກຫົວຂອງ ເດ ຊີລວາ ໄປສວມໃຫ້ຮອງອັນດັບ 1 ແທນ ພ້ອມທັ້ງປະກາດວ່າເດ ຊີລວາ ເປັນຜູ້ຂາດຄຸນສົມບັດ ເນື່ອງຈາກວ່າມີສາມີ ແລະ ຢ່າຮ້າງກັນແລ້ວ ຈູຮີ ໄດ້ບອກກັບຜູ້ຊົມທີ່ກໍາລັງຮັບຊົມການປະກວດວ່າ ກົດຂອງເວທີນີ້ຫ້າມແມ່ຍິງທີ່ມີສາມີ ແລະ ແຕ່ງງານ ເຂົ້າປະກວດ ດັ່ງນັ້ນຈຶ່ງຕ້ອງຍົກມຸງກຸດໃຫ້ຮອງອັນດັບ 1 ແທນ ຮັບຊົມວິດີໂອດ້ານລຸ່ມນີ້: ແຕ່ເລື່ອງນີ້ຍັງບໍ່ຈົບ ຜູ້ອໍານວຍການກອງປະກວດ ມີສຊີສສີລັງກາ ໄດ້ຍືນຍັນກັບ BBC …

Read More »

ເກີດແລ້ວ!!! ທາຍາດຄົນທໍາອິດຂອງໝຸ່ມກັນພິທີກອນຄິວທອງຊື່ດັງຂອງປະເທດໄທ

ຍິນດີນໍາ!!!​ ຖືໄດ້ວ່າເປັນຂ່າວດີສໍາລັບ ໝຸ່ມກັນ ແລະ ສາວພອຍ ທີ່ຄອງຄອຍມາເປັນເວາ 9​ ເດືອນ ໃນທີ່ສຸດກໍໄດ້ເຫັນໜ້າລູກແລ້ວ!!!​ ຫຼາຍຄົນຄົງຈະຮູ້ກັນດີກັບໝຸ່ມກັນໃນນາມ ນັກສະແດງຊື່ດັງຂອງປະເທດໄທ ໝຸ່ມຫຼໍ່ໄຟແຮງທີ່ຫຼາກຫຼາຍຄວາມສາມາດບໍ່ວ່າຈະເປັນການຖ່າຍແບບ,​ຊີຮີ, ນັກສະແດງຮູບເງົາເລື່ອງ:​ ຮັກບໍ່ມີວັນຕາຍ, ແຮງຊັງ, ຮັກຂອງເຮົາ the moment ແລະ ອີກຫຼາຍໆເລື່ອງ...ມາໃນປັດຈຸບັນໝຸ່ມກັນກໍໄດ້ຫັນມາເປັນພິທີກອນລາຍການ The mask singer, The wall song.... ຖືໄດ້ວ່າເປັນພິທີກອນຄິວທອງເລີຍກໍວ່າໄດ້ ແລະ ກໍຍັງມີຊ່ອງຢູທູບເປັນຂອງຕົວເອງອີກດ້ວຍ. ມາແລ້ວ!!! ນ້ອງພ້ອມ ເກີດວັນທີ 07 ເມສາ ທີ່ຜ່ານມາ, ນໍ້າໜັກ 3,160 ກິໂລ

Read More »

ອອກມາແລ້ວ!!!​ ທາຍາດໝື່ນລ້ານຂອງ ພໍ່ຟຸກ ແລະ ແມ່ນາຕາລີ ເປັນຕາຮັກເປັນຕາແພງ!!!

ອອກມາເບິ່ງໂລກແລ້ວ!!! Baby ຂອງ ພໍ່ຟຸກ ແລະ ແມ່ນາຕາລີ ຊຸບຕາດັງຂອງປະທດໄທ ທີ່ມີຜົນງານຫຼາກຫຼາຍໃຫ້ເຮົາໄດ້ຕິດຕາມກັນບໍ່ວ່າຈະເປັນຮູບເງົາເລື່ອງ ໄຟສຶ້ນເຊື້ອ, ແລະ ຊີຮີ…. ສໍາລັບສາວນາຕາລີກໍຖືໄດ້ວ່າເປັນຊຸບຕາດັງຂອງປະເທດໄທເຊັ່ນກັນ ດີກີນາງແບບສາວສຸດເຊັກຊີ້!! ມື້ນີ້ແອັດຈະພາທຸກຄົນໄປເບິ່ງລູກຂອງພໍ່ຟຸກ ແລະ ແມ່ນາຕາລີ ວ່າຈະໜ້າຮັກຊໍາໃດໄປເບິ່ງນໍາກັນເລີຍ!!! ເປັນຮູບທີ່ລ້ານຄວາມໝາຍສໍາລັບພໍ່ ແລະ ແມ່

Read More »

ມົງລົງແລ້ວ!!! ສາວ ພອນວິໄລ ຫຼວງ​ລາດ Miss world 2021 ຄົນປັດຈຸບັນ

ມາຮູ້ຈັກ “ພອນວິໄລ ຫຼວງລາດ” ຫຼື ສາວຕຸ້ຍ W11 ຕົວແທນນະຄອນຫຼວງວຽງຈັນ ທັງງາມ ທັງເກັ່ງ ສາວໜ້າຄົມຄົນນີ້ ຜູ້ມີຮອຍຍິ້ມອັນເປັນສະເໜ່ ທີ່ໄດ້ຮັບຕໍາແໜ່ງ Miss World Laos ຕໍ່ ຈາກສາວ ສຸພາວະດີ ແລະ ສາວພອນວິໄລກໍຍັງໄດ້ຮັບລາງວັນພິເສດນາງສາວຜິວໃສໄປຄອງອີກດ້ວຍ!!! ພອນວິໄລ ຍັງເປັນສາວງາມສາຍປະກວດ ເພາະກ່ອນໜ້ານີ້ເຄີຍປະກວດ 2 ເວທີມາກ່ອນ: ນາງສາວນະຄອນຫລວງວຽງຈັນ ປີ 2016 ໄດ້ຕຳແໜ່ງຮອງອັນດັບ 3 ນາງສາວນະຄອນຫຼວງວຽງຈັນ ແລະ ອີກເວທີ 1 ແມ່ນ ນາງສາວລາວປີ 2016 ໄດ້ຮັບຕຳແໜ່ງຮອງອັນດັບ 2 ນາງສາວລາວ ແລະ ລາງວັນພິເສດ ນາງສາວໜ້າໃສສຸຂະພາບດີ. ການປະກວດໃນຄັ້ງນີ້ ສາວ ຕຸ້ຍ ກຽມຄວາມພ້ອມມາເຕັມ ແລະ ພ້ອມສະສົມທຸກປະສົບການຈາກການປະກວດໃນເວທີ ທີ່ຜ່ານມາເພື່ອມາປັບໃຊ້ໃຫ້ເກີດຜົນທີ່ສຸດໃນເວທີນີ້ …

Read More »