Breaking News

Kuanjai Life Stlye

ເຈ້ຍ ປາຊິຟິກ ໂພສຊີ້ແຈງແລ້ວ…ຫຼັງມີກະແສດຣ່າມ່າວ່າສ້າງກະແສ!!!

ເປັນຂ່າວດີຂອງວົງການບັນເທີງລາວເຮົາເມື່ອ ເຈ້ຍ ປາຊິຟິກ ຜູ້ກຳກັບຊື່ດັງ ໄດ້ອອກມາໂພສຮູບພາບເອັກໂກ້ເຊິ່ງແນ່ນອນແລ້ວວ່າ ອ້າຍ ເຈ້ຍ ຂອງເຮົາກຳລັງຈະມີທາຍາດໂຕນ້ອຍໆມາເປັນລູກໄມ້ຫຼົ່ນບໍ່ໄກຕົ້ນປະດັບວົງການບັນເທີງເຮົາອີກຄົນ ຈົນເຮັດໃຫ້ມີບັນດາອ້າຍນ້ອງຮ່ວມວົງການ ແລະ ເຫຼົ່າແຟນຄລັບໃຫ້ກຳລັງໃຈ ແລະ ສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ… ເຖິງແນວໃດກໍຕາມກໍຍັງມີດຣ່າມ່າເກີດຂຶ້ນຈົນສະໜັ່ນໂລກໂຊຊ່ຽວຫາວ່າ ອ້າຍ ເຈ້ຍ ຂອງເຮົາຕ້ອງການສ້າງກະແສ? ເພາະກ່ອນໜ້ານີ້ເຈົ້າໂຕຫາແຕ່ປະກາດເລີກລາກັນແຟນສາວໄປໃນຊ່ວງເດືອນ ພະຈິກ 2017 ທີ່ຜ່ານມາ ເຮັດໃຫ້ມີຫາງສຽງກັນຕ່າງໆນາໆ ຫຼ້າສຸດ ອ້າຍ ເຈ້ຍ ເພິ່ນກໍໄດ້ອອກມາໂພສຮູບພາບທີ່ຖ່າຍຄູ່ກັບ ເອື້ອຍ ໄຊທີ່ກຳລັງຖືພາ  ແລະ ຂຽນຄຳອະທິບາຍ ພ້ອມທັງຊີ້ແຈງໄປໃນເວລາດຽວກັນເລີຍວ່າ: “ຂ້ອຍມາຮອດຈຸດທີ່ຂ້ອຍຕ້ອງໄດ້ປ່ຽນ ຈາກແຕ່ກ່ອນຄົນທີ່ຂ້ອຍຮັກ ຫລື ພໍ່ແມ່ ຜູ້ໃຫ້ກຳເນີດ ບອກໃຫ້ປ່ຽນ ຂ້ອຍກໍ່ບໍ່ເຄີຍປ່ຽນ ເພາະຂ້ອຍຄິດວ່າ ສິ່ງທີ່ຂ້ອຍເຮັດຂ້ອຍມີຄວາມສຸກດີ ແຕ່ມາຮອດຕອນນີ້ ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ ເພື່ອໃຜບາງຄົນທີ່ຂ້ອຍບໍ່ເຄີຍເຫັນຫນ້າ ເຫັນແຕ່ແຜ່ນເອັກໂກ້ ລາວກະເຮັດໃຫ້ຂ້ອຍພ້ອມທີ່ຈະປ່ຽນແປງໂຕເອງ,ຈາກທີ່ແຕ່ກ່ອນ ຂ້ອຍກັບໄຊ ເຮົາແຍກທາງກັນ ກະຍ້ອນຂ້ອຍເອງທີ່ບໍ່ຍອມປ່ຽນ ຂ້ອຍເປັນຄົນໂລກສ່ວນໂຕສູງ ຢາກໄປໃສກະໄປ ເຮັດຫຍັງກະເຮັດ …

Read More »

Meow – Charming Auditor “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ”

Profile: ນາງ ພຸດທະພອນ ສີສຸລາດ (ໝິວ), ອາຍຸ: 26 ປີ, ສາຖານະພາບ: ໂສດ, ອາຊີບ: ຜູ້ກວດສອບບັນຊີ, ບໍລິສັດ: Asia Pacific Accounting And Audit Services Sole Ltd. Meow – Charming Auditor “ໃຝ່ຝັນຢາກເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ກາຍເປັນ ນັກກວດສອບບັນຊີ”  “ຜູ້ຍິງທີ່ມັກແຕ່ງຕົວ ສ່ວນຫຼາຍບໍ່ມີສະໝອງ ຮຽນບໍ່ເກັ່ງ ໃຊ້ເວລາໄປກັບການແຕ່ງຕົວຫຼາຍກວ່າການຮຽນ” “Passion” ທີ່ໝາຍເຖິງຄວາມມັກຮັກ ແລະຫຼົງໃຫຼໃນສິ່ງໃດສິ່ງໜຶ່ງທີ່ຕົນເອງໄດ້ເຮັດນັ້ນ ເປັນສິ່ງທີ່ສາວໆທຸກຄົນປາຖະໜາຊອກຫາໃຫ້ພົບ ເພາະມັນນຳມາເຊິ່ງແຮງບັນດານໃຈ ຄວາມສຸກໃຈ ແລະຍັງນຳພາເຮົາໃຫ້ເຂົ້າໄປໃກ້ກັບຄວາມສຳເລັດໃນວຽກງານໄດ້ງ່າຍດາຍຂຶ້ນ ແຕ່ໃນຄວາມເປັນຈິງ ບໍ່ແມ່ນທຸກໆຄົນຈະຄົ້ນພົບ Passion ໄດ້ພາຍໃນເວລາອັນສັ້ນ ໃນບາງຄັ້ງ Passion ກໍຍັງປ່ຽນແປງໄປເລື້ອຍໆອີງຕາມປັດໄຈພາຍໃນ ແລະພາຍນອກຂອງແຕ່ລະບຸກຄົນ ສຳລັບບາງຄົນເມື່ອຄົ້ນພົບ Passion ແລ້ວ …

Read More »

ກຣີດໆໆໆ! ມິວ ນິດຖາ ນັກສະແດງຊື່ດັງເພື່ອນບ້ານ ໂພສຮູບຖ່າຍທີ່ພູສີ ພ້ອມຂຽນແຄັບຊັ່ນເປັນພາສາລາວ

ໜ້າຮັກຫຼາຍໆ! ມິວ ນິດຖາ ຈີຣະຢັ່ງຢືນ ນັກສະແດງສາວຊື່ດັງຈາກປະເທດເພື່ອນບ້ານ  ທີ່ໄດ້ເດີນທາງມາ ແຂວງ ຫຼວງພະບາງ ຕັ້ງແຕ່ວັນທີ 27 ມັງກອນ 2018, ຫຼ້າສຸດໄດ້ໂພສຮູບພາບທີ່ຖ່າຍເທິງຈຸດຊົມວິວ ພູສີ ແຂວງ ຫຼວງພະບາງ ປະເທດລາວ ພ້ອມຂຽນແຄັບຊັ່ນເປັນພາສາລາວ, ພໍແຕ່ໂພສບໍ່ພໍເທົ່າໃດກໍເຮັດໃຫ້ມີແຟນໆ ເຂົ້າໄປສະແດງຄວາມຄິດເຫັນວ່າ ມິວ ນິດຖາ ນາງໜ້າຮັກ ພິມແຄັບຊັ່ນເປັນພາສາລາວອີກດ້ວຍ. (ໜ້າຮັກແບບນີ້ເອົາໃຈແຟນໆຊາວລາວໄປເລີຍ…ກຣີດໆໆໆ) ງາມຫຼາຍ A post shared by Mewnittha (@mewnittha) on Jan 30, 2018 at 7:27pm PST Good morning from Luangprabang ka☀️ ດີຕອນເຊົ້າ? #huawei A post shared by …

Read More »

ມາເບິ່ງ! ຄວາມໜ້າຮັກຂອງ ຕິກ-ມິວ ຄູ່ພະນາງລະຄອນ “ດ້ວຍແຮງອະທິຖານ” ກັບ 5 ມື້ໃນຫຼວງພະບາງ

ຫຼັງຈາກທີ່ ຂວັນໃຈ ເຮົາໄດ້ນຳສະເໜີຂ່າວຂອງການເດີນທາງມາຂອງນັກສະແດງຊື່ດັງຈາກປະເທດເພື່ອນບ້ານ ຕິກ ເຈດສະດາພອນ ຜົນດີ ແລະ ມິວ ນິດຖາ  ຈີຣະຢັ່ງຢືນ ພ້ອມດ້ວຍນັກສະແດງຊື່ດັງອີກຫຼາຍທ່ານ ແລະ ທີມງານທີ່ເດີນທາງຍົກກອງມາຖ່າຍທຳລະຄອນ “ດ້ວຍແຮງອະທິຖານ” ກັນເຖິງ ແຂວງ ຫຼວງພະບາງ ປະເທດລາວ, ເຮັດໃຫ້ມີແຟນໆຫຼາຍຄົນໃຫ້ຄວາມສົນໃຈ ແລະ ຕິດຕາມຂ່າວຂອງຄູ່ພະນາງຄູ່ນີ້ກັນຢ່າງຫຼວງຫຼາຍ… ດັ່ງນັ້ນໃນມື້ນີ້ ຂວັນໃຈ ເຮົາກໍເອົາໃຈແຟນໆເຊັ່ນເຄີຍ… ເພາະທາງເຮົາຈະນຳເອົາຮູບພາບຄວາມໜ້າຮັກຂອງ  ຕິກ ເຈດສະດາພອນ  ແລະ ມິວ ນິດຖາ ຄູ່ພະນາງຈາກລະຄອນເລື່ອງ “ດ້ວຍແຮງອະທິຖານ” ທີ່ພວກເຂົາໄດ້ທ່ອງທ່ຽວ, ຖ່າຍທຳລະຄອນ ແລະ ທຸກໆອະລິຍະບົດຂອງພວກເຂົາໃນການໃຊ້ຊີວິດໃນ ແຂວງ ຫຼວງພະບາງ ປະເທດລາວ. (ແຟນໆທ່ານໃດທີ່ມີຮູບພາບຖ່າຍກັບພວກເຂົາກໍຢ່າລືມໂພສກ້ອງຄອມເມັ້ນໃຫ້ທີມງານເຮົາເບິ່ງນຳແດ່ເດີ້…) ຂໍຂອບໃຈສຳລັບຮູບພາບ  

Read More »

ຫຼິງຫຼິງ ປິຍະດາ HOT ເວີ້…ທະລຸອົງສາ ອວດຮູບຮ່າງສຸດເຊັກຊີ່ທີ່ເກາະບາຫລີ ງານນີ້ທະເລມີເດືອດ!!!

ອ໊າຍໆໆໆ! ເລີດໄປອີກ… ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວເຮົາ ຄືດັ່ງກັບທີ່ແຟນໆທຸກຄົນໄດ້ຮູ້ວ່າສາວຄົນນີ້ຈະມັກການເດີນທາງທ່ອງທ່ຽວເປັນຊີວິດຈິດໃຈ ແລະ ເທື່ອນີ້ກໍເຊັ່ນເຄີຍ ນາງເດີນທາງທ່ອງທ່ຽວອີກແລ້ວ… ແຕ່ເທື່ອນີ້ແມ່ນບໍ່ໄດ້ໄປໄກ ນາງເດີນທາງໄປເກາະທີ່ຂຶ້ນຊື່ວ່າມີຄວາມງາມອີກໜຶ່ງສະຖານທີ່ນັ້ນກໍຄື ເກາະບາຫລີ ປະເທດ ອິນໂດເນເຊຍ. ແນ່ນອນຂຶ້ນຊື່ວ່າ ຫຼິງຫຼິງ ປິຍະດາ ມີຫວ໋າ? ທີ່ນາງຈະເຮັດໃຫ້ແຟນໆຜິດຫວັງ ຂໍບອກວ່າງານນີ້ທະເລມີລຸກເປັນໄຟ ອົງສາຄວາມ HOT ຕ້ອງມີທະລຸ 100% ແນ່ນອນ ເພາະນາງຫຼິ້ນອວດຮູບຮ່າງສຸດເຊັກຊີ່ດ້ວຍການໃສ່ຊຸດລອຍນໍ້າ ແຖມໂພສທ່າທີ່ເບິ່ງແລ້ວຕ້ອງຍອມຮັບວ່າ HOT ຮ້ອນແຮງອີ່ຫລີ!!! ບໍ່ໄຫວໆ… ຕ້ອງຂໍບອກວ່າ ຫຼິງຫຼິງ ນາງມີຄວາມເລີດອີ່ຫລີ… ຊະນີIndy ຍອມບໍ່ໄດ້ເດີ້… ຕ້ອງຂໍໂຕໄປເຂົ້າ Gym ຟິດຮູບຮ່າງເພື່ອມານຸ່ງຊຸດລອຍນໍ້າໃຫ້ງາມໆຄືກັບສາວຄົນນີ້ຈັກບາດຈັກໄດ໋ກ່ອນ (ອິອິ) ຮູບພາບ: Pitadar Lingling Inthavong  

Read More »