Breaking News

Kuanjai Life Stlye

ຖ້າຄູ່ຮັກຄູ່ໃດກຳລັງຊອກຫາສະຖານໂຣແມນຕິກ, ໄປເພີ່ມຄວາມຫວານໃຫ້ຄູ່ຮັກ ຕ້ອງໄປນີ້ເລີຍ!!

ສາວໆຄົນໃດເຄີຍໄປທ່ຽວແລ້ວບໍ ສວນມົນຕາຈໍາປາ ຖ້າໃຜຍັງບໍ່ເຄີຍໄປທ່ຽວ ຫຼື ຍັງບໍ່ຮູ້ວ່າສວນມົນຕາຈໍາປາຕັ້ງຢູ່ໃສນັ້ນ ມື້ນີ້ ມີມງານ ເວັບໄຊຂວັນໃຈ ໄດ້ນໍາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆຂອງສວນດັ່ງກ່າວມາຝາກ. ສວນມົນຕາຈໍາປາລາວ ຕັ້ງຢູ່ທີ່ບ້ານຫຼັກ11 ເມືອງປາກຊ່ອງ ແຂວງຈໍາປາສັກ ສໍາລັບການເດີນທາງໄປສວນແມ່ນສະດວກສະບາຍ ເມື່ອສາວໆໄປຮອດ ສາວໆກໍຈະໄດ້ເຫັນສວນດອກໄມ້ ທີ່ສວຍງາມຂະໜາດໃຫຍ່ຈົນສຸດສາຍຕາ ແລະ ນອກຈາກຈະມີດອກໄມ້ງາມໆແລ້ວ ຍັງສວນຜັກປອດສານພິດ, ສວນໝາກສະຕໍເບີຣີ່ ໄວ້ໃຫ້ສາວໆໄດ້ເກັບແບບສົດໆຈາກຕົ້ນເລີຍ! ວ້າວ…ຢາກໄປເກັບໝາກສະຕໍເບີຣີ່ເດ. ສໍາລັບຄູ່ຮັກທີ່ແຕ່ງງານໃໝ່ ຫຼື ຄູ່ຮັກທີ່ຮັກກັນມາດົນແລ້ວ ຢາກເພີ່ມຄວາມຫວານໃຫ້ກັບຊີວິດຄູ່ ແມ່ນເໝາະສົມທີ່ສຸດ ເພາະວິວທິວທັດຂອງສະຖານທີ່ແຫ່ງນີ້ ແມ່ນມີຄວາມງົດງາມ ຍິ່ງຖ້າເປັນຕອນເຊົ້າກ່ອນຕາເວັນຂຶ້ນ ແລະ ກ່ອນຕາເວັນລັບຂອບຟ້າ ຈະມີບັນຍາກາດທີ່ໂຣແມນຕິກສຸດໆ ແຕ່ສໍາລັບຄົນທີ່ຕ້ອງການມາທ່ຽວແບບຄອບຄົວກໍ່ເໝາະສົມເຊັ່ນດຽວກັນ ເພາະສະຖານທີ່ແຫ່ງນີ້ມີທີ່ພັກແບບສະອາດ, ສະດວກສະບາຍ ໄວ້ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນ ໃກ້ຈະຮອດວັນພັກແລ້ວ ຄູ່ຮັກຄູ່ໃດຢາກໄປເພີ່ມຄວາມຫວານ ໃນສະຖານທີ່ໂຣແມນຕິກ ໃຫ້ກັບຄູ່ຮັກກໍສາມາດໄປໄດ້. ຂໍ້ມູນ: Laopost ຮູບພາບ: ສວນມົນຕາຈໍາປາລາວ

Read More »

ໄປທ່ອງທ່ຽວ ເມືອງມໍລະດົກໂລກ ທັ້ງທີ ຕ້ອງໄປໃສແດ່? ໃຫ້ຄຸ້ມຄ່າ…

ຄໍລໍາ: Traval ພົບກັບສະຖານທີ່ທ່ອງທ່ຽວທີ່ງົດງາມຈົນຕ້ອງຕະລຶງຫຼາຍໆແຫ່ງ ຈາກເມືອງ ມໍລະດົກໂລກ ແຂວງຫຼວງພະບາງ, ເມື່ອທ່ານໄປຫຼວງພະບາງຫ້າມພາດສໍາລັບສະຖານທີ່ ທີ່ຂວັນໃຈເອົາມາແນະນໍາໃນສະບັບນີ້ ແລ້ວທ່ານຈະບໍ່ພາດຈາກການໄດ້ສໍາພັດກັບສະຖານທີ່ທ່ອງທ່ຽວທີ່ງົດງາມ ແລະ ໜ້າປະທັບໃຈທີ່ສຸດ ແລະ ທີ່ສໍາຄັນເປັນການເອົາໃຈເປັນພິເສດສໍາລັບນັກທ່ອງທ່ຽວສາຍປະຢັດກັບການແນະນໍາຮ້ານອາຫານບຸບເຟລາຄາຖືກ ພຽງແຕ່ 15,000 ກີບ ເທົ່ານັ້ນວ່າຊັ້ນ!!. ຫ້າມພາດເລີຍ ສໍາລັບຂໍ້ມູນດີໆແບບນີ້ຊອກອ່ານເລີຍ ວາລະສານຂວັນໃຈ ສະບັບເດືອນ ເມສາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »

Chic Working Women… ແນະນໍາໃຫ້ຮູ້ຈັກກັບ “ອ້ອຍ” ສາວໝັ້ນໃຈສູງ ຜູ້ທີ່ມີຄວາມເຊື່ອວ່າ “ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້”

ຄໍລໍາ: Chic Working Women ສາວໆ ເມື່ອສິ່ງທີ່ຫວັງບໍ່ໄດ້ດັ່ງໃຈຈົ່ງຢ່າຟ້າວທໍ້ຖອຍໃຈ ເມື່ອບໍ່ໄດ້ໃນສິ່ງນີ້ ເຮົາກໍສາມາດເຮັດສິ່ງອື່ນໄດ້ ຂໍພຽງໃຫ້ມີຄວາມເຊື່ອໝັ້ນໃນຕົວເອງ ຖ້າໃຜທີ່ກໍາລັງ ລັງເລໃຈ ລອງມາອ່ານເລື່ອງລາວຂອງສາວຄົນນີ້ ລັດດາວອນ ພູນສະຫວັດ (ອ້ອຍ) ເລຂາປະທານ ໂຄງການຣີສອດລາວຄົບວົງຈອນ ສາວໝັ້ນໃຈສູງ ທີ່ເຊື່ອວ່າ “ໂລກນີ້ບໍ່ມີຫຍັງທີ່ເປັນໄປບໍ່ໄດ້” ເພາະໃນຊີວິດຂອງນາງນັ້ນກໍບໍ່ໄດ້ມີຫຍັງທີ່ເປັນໄປຕາມຄວາມຝັນຂອງນາງເລີຍ ແຕ່ຍ້ອນຄວາມໝັ້ນໃຈ ແລະ ເຊືີ່ອໝັ້ນວ່າຕົວເອງເຮັດໄດ້ໃນທຸກວຽກງານທີ່ໄດ້ຮັບມາ ເຖິງວ່າວຽກທີ່ໄດ້ຮັບມານັ້ນຕົວເອງບໍ່ມີພື້ນຖານ ແລະ ບໍ່ໄດ້ຮຽນຈົບດ້ານນັ້ນມາແຕ່ ອ້ອຍ ເລືອກທີ່ຈະຮຽນຮູ້ໄປພ້ອມກັບການເຮັດວຽກ ໂດຍທີ່ບໍ່ປ່ອຍໃຫ້ໂອກາດທຸກຢ່າງທີ່ເຂົ້າມາລຸດມືໄປ ຈຶ່ງເຮັດໃຫ້ ອ້ອຍ ມີທຸກມື້ນີ້. ສໍາລັບເລື່ອງລາວຂອງສາວ ອ້ອຍ ແບບເຕັມນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ເມສາ 2017 ນີ້ ຕາມ U Express M Point Mart ແລະ Jeffy Mart …

Read More »

ນໍ້າຕົກຕາດທີ່ມີຄວາມງົດງາມຂອງແຂວງອຸດົມໄຊ

ມື້ນີ້ທີມງານ ເວັບໄຊຂວັນໃຈ ຂໍແນະນໍາທຸກທ່ານໄປທ່ຽວຊົມແຂວງອຸດົມໄຊ, ແຂວງອຸດົມໄຊ ເປັນອີກແຂວງໜຶ່ງຂອງລາວທີ່ມີສະຖານທີ່ທ່ອງທ່ຽວຫຼາຍໆແຫ່ງທີ່ມີຄວາມສວຍງາມ ແລະ ໜຶ່ງໃນກໍ່ແມ່ນນໍ້າຕົກຕາດຕະແລ ທີ່ຕັ້ງຢູ່ ເມືອງຮຸນ ແຂວງອຸດົມໄຊ. ນໍ້າຕົກຕາດຕະແລເປັນນໍ້າຕົກຕາດທີ່ຕັ້ງຢູ່ຫ່າງຈາກເທດສະບານເມືອງຮຸນໄປບໍ່ໄກ, ເສັ້ນທາງໃນການເຂົ້າໄປຫາຕາດນັ້ນຈະເປັນທາງດິນແດງ ນໍ້າຕົກຕາດແຫ່ງນີ້ຈະມີຫຼາຍໆຊັ້ນຄ້າຍຄືກັບຂັ້ນໄດ ແລະ ມີລັກສະນະຄ້າຍຄືນໍ້າຕົກຕາດກວ້າງຊີ ແລະ ຕາດແສ້ ທີ່ແຂວງຫຼວງພະບາງ ແຕ່ແທ້ຈິງແລ້ວນີ້ແມ່ນ “ ນໍ້າຕົກຕາດຕະແລ ” . ນ້ຳຕົກຕາດຕະແລ ແຫ່ງນີ້ ມີຕຳນານເລົ່າຂານປາກຕໍ່ປາກສືບຕໍ່ກັນມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າ ທ້າວ ພັກ ໄດ້ລົງໄປຫຼິ້ນບຸນຢູ່ຫຼວງພະບາງ, ໄປເຫັນສາວເງືອກຜູ້ໜຶ່ງ ຊື່ວ່າ ນາງ ຄຳຜີວ ທີ່ອາໄສຢູ່ນ້ຳຄານ ທ້າວພັກ ເກີດມີຄວາມຮັກມັກກັບ ນາງຄຳຜີວ ແລະ ໄດ້ລັກເອົານາງຄຳຜີວ ມານຳ, ຕໍ່ຈາກນັ້ນມາ ມີບ່າວເງືອກຄົນໜຶ່ງ ທີ່ຢູ່ຫຼວງພະບາງທີ່ເຄີຍຮັກມັກກັບ ນາງຄຳຜິວ ມາກ່ອນໜ້ານີ້ ໄດ້ນຳມາເອົານາງຄຳຜິວຄືນ ແລະ ເກີດມີການຕໍ່ສູ້ກັນ, ສ່ວນທ້າວພັກ …

Read More »

ປີໃໝ່ໄປຫຼິ້ນນໍ້າຢູ່ໃສດີ? ຖ້າບໍ່ຮູ້ເຮົາມີຄໍາຕອບໃຫ້

ອີກບໍ່ດົນກໍຈະຮອດປີໃໝ່ແລ້ວ ທຸກຄົນໄດ້ວາງແຜນໄວ້ແລ້ວບໍວ່າປີໃໝ່ນີ້ຈະໄປຫຼິ້ນໃສ ຖ້າໃຜຍັງບໍ່ຮູ້ວ່າຊິໄປໃສ ພວກເຮົາຂໍແນະນໍາສະຖານນີ້ເລີຍ ອ່າງນໍ້າລີກ. ເຊິ່ງອ່າງນໍ້າລີກ 1-2 ຕັ້ງຢູ່ບໍລິເວນເຂດບ້ານ ນາແຊງ ເມືອງເຟືອງ ຫ່າງຈາກຕົວເມືອງເຟືອງປະມານ 15 ກິໂລແມັດ ອ່າງນໍ້າລີກ 1-2 ເປັນອ່າງນໍ້າທີ່ມີຂະໜາດໃຫຍ່ກວ້າງຂວາງ ມີທິວທັດທໍາມະຊາດອັນງົດງາມ ແລະ ຍັງມີດອນ ທີ່ກວມເອົາເນື້ອທີ່ກວ້າງຂວາງ ຈົນປະຊາຊົນສາມາດນໍາເອົາງົວຄວາຍລົງໄປກິນຫຍັາໄດ້ໃນດອນດັ່ງກວ່າ. ນອກນັ້ນ ຢູ່ບໍລິເວນໃກ້ອ່າງນໍ້າດັ່ງກ່າວ ຍັງມີນໍ້າຕົກຕາດອີກດ້ວຍ. ເຄຼດິດຮູບພາບ: ໂຄສະນາ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

Read More »