Breaking News

Kuanjai Life Stlye

ສວນນໍ້າປ່າພູເຂົາຄວາຍ ສະຖານທີ່ຫຼິ້ນນໍ້າແຫ່ງໃໝ່ ແຂວງວຽງຈັນ

ສະບາຍດີ ແຟນໆຂວັນໃຈ ອາກາດຮ້ອນໆແນວນີ້ ຂວັນໃຈຈະມາແນະນໍາສະຖານທີ່ ໃຫ້ແຟນໆໄດ້ໄປຫຼິ້ນໃນມື້ພັກຜ່ອນ ແລະ ສະຖານທີ່ ຂວັນໃຈຈະມາແນະນໍານັ້ນກໍຄື: “ສວນນໍ້າພູເຂົາຄວາຍ” ນັ້ນເອງ. ສວນນໍ້າພູເຂົາຄວາຍ ຕັ້ງຢູ່ ບ້ານພູເຂົາຄວາຍໃໝ່ ເມືອງທຸລະຄົມ ແຂວງວຽງຈັນ. ທາງໄປເຄື່ອນໄຟຟ້ານໍ້າມັງ3 ເສັ້ນທາງເຂົ້າໄປຫາສວນນໍ້າແມ່ນສະດວກສະບາຍ ເປັນທາງປູຍາງໄປຮອດສວນເລີຍ ແລະ ເປັນອີກສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນ ໃຊ້ເວລາໃນການເດີນທາງຈາກນະຄອນຫຼວງວຽງຈັນໄປຫາສວນນໍ້າປະມານ 1 ຊົ່ວໂມງ ຫຼື 1 ຊົ່ວໂມງກັບ 30 ນາທີ ກໍຮອດສວນນໍ້າແລ້ວ. ຖ້າໃຜຍັງບໍ່ເຄີຍໄປລອງໄປເບິ່ງເດີ້ ແລ້ວທ່ານຈະຕິດໃຈກັບຄວາມງົດງາມ ແລະ ອາກາດທີ່ສົດຊື່ນ, ນໍ້າເຢັນໆຂອງສວນນໍ້າດັ່ງກ່າວ. ສວນນໍ້າປ່າພູເຂົາຄວາຍ ເປີດໃຫ້ບໍລິການທຸກໆວັນເສົາ – ອາທິດ ແລະ ວັນພັກຕ່າງໆ. ສໍາລັບມື້ນີ້ ໄດ້ນໍາເອົາຮູບພາບງາມໆຂອງ ສວນນໍ້າພູເຂົາຄວາຍ ດັ່ງກ່າວມາໃຫ້ແຟນໆຂວັນໃຈໄດ້ຊົມ ຮູບພາບຈະງາມປານໃດນັ້ນໄປເບິ່ງເລີຍ!!! ຂໍ້ມູນ ແລະ ຮູບພາບ: ສວນນໍ້າປ່າພູເຂົາຄວາຍ

Read More »

ຮູບພາບງາມໆຂອງນໍ້າຕົກຕາດ ເຊກະຕາມຕົກ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ຂວັນໃຈ ໄດ້ນໍາເອົາຮູບພາບງາມຂອງ ນໍ້າຕົກຕາດເຊກະຕາມຕົກ ມາໃຫ້ແຟນໆຂວັນໃຈໄດ້ຊົມ ເຊິ່ງ ນໍ້າຕົກຕາດເຊກະຕາມຕົກ ຕັ້ງຢູ່ຫ່າງຈາກ ເມືອງປາກຊ່ອງ ແຂວງຈຳປາສັກ ປະມານ 44 ກິໂລແມັດ ທາງທິດຕາເວັນອອກ, ມີຄວາມສູງ ປະມານ 100 ແມັດ ເປັນນໍ້າຕົກຕາດຂະຫນາດໃຫຍ່ ມີນໍ້າຕະຫລອດປີ Photo : The Journal Alone ຂໍ້ມູນ: ທ່ຽວທົ່ວລາວ

Read More »

ຜາຫຼວງ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ເມືອງວັງວຽງ

ສະບາຍດີແຟນໆ ຂວັນໃຈ ມື້ນີ້ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ກໍາລັງເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ເຊິ່ງບາງຄົນອາດເຄີຍໄປທ່ຽວມາແລ້ວ. ສະຖານທີ່ນັ້ນກໍຄື: “ຜາຫຼວງ” (Blue lagoon and resort), ສະຖານທີ່ທ່ອງທ່ຽວແຫ່ງໃໝ່ນີ້ຕັ້ງຢູ່ ບ້ານນາມ່ວງ ເມືອງວັງວຽງ ຫ່າງຈາກຕົວເມືອງວັງວຽງ ພຽງ 14.5 ກມ. ເຊິ່ງເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມສວຍງາມຫຼາຍ ແລະ ມີກິດຈະກໍາທີ່ໄວ້ຄອຍໃຫ້ນັກທ່ອງທ່ຽວ ໄດ້ເລືອກຫຼີ້ນອີກຫຼາຍໆກິດຈະກໍາເຊັ່ນ: ຫຼີ້ນນໍ້າ, ຂີ່ສະລິງ, ປີນພູ. ນອກຈາກນີ້ ຍັງມີເຄື່ອງດື່ມ ແລະ ຮ້ານອາຫານໄວ້ຄອຍໃຫ້ບໍລິການແກ່ນັກທ່ອງທ່ຽວອີກດ້ວຍ. ຖ້າມີເວລາຫວ່າງ ຫຼື ມື້ພັກຜ່ອນຢ່າລືມໄປທ່ຽວເດີ້ ຮັບຮອງວ່າທ່ານຈະບໍ່ຜິດຫວັງຢ່າງແນ່ນອນ. ພາບໂດຍ: ໂນ່ ພຸດທະສັກ

Read More »

ນໍ້າຕົກຕາດ ແຊປ້ອງໄລ ນໍ້າຕົກຕາດທີ່ມີຄວາມງົດງາມຫຼາຍ

ນໍ້າຕົກຕາດ ແຊປ້ອງໄລ ຕັ້ງຢູ່ເຂດເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ຫ່າງຈາກ ເມືອງສາມັກຄີໄຊ ປະມານ 75 ກິໂລແມັດ. ກຳເນີດຈາກສາຍນ້ຳເຊປຽນ, ຈຸດທີ່ຕັ້ງຢູ່ ພູໂຄນນອນໃນປ່າຄັນຊົນ ຂອງປ່າສະຫງວນແຫ່ງຊາດເຊປຽນ ຢູ່ສາຍນ້ຳດຽວກັນກັບນ້ຳຕົກຕາດແຊປ້ອງໄລ, ມີຄວາມກ້ວາງປະມານ 130 ແມັດ ນ້ຳໂຕນເປັນສອງປ່ອງ ຝັ່ງຊ້າຍມີຄວາມສູງ 20 ແມັດ, ຝັ່ງຂວາ 35-40 ແມັດ. ໄລຍະການລົງສຳຫຼວດ ໃນລະຫວ່າງປີ 1998. ຫ່າງຈາກ ນ້ຳຕົກຕາດແຊພະ ປະມານ 08 ກິໂລແມັດ, ການເດີນທາງເຂົ້າໄປເຖິງເຂດດັ່ງກ່າວ ໄປໄດ້ທັງ 2 ລະດູ, ເດີນທາງດ້ວຍລົດໂອໂຕ, ລົກຈັກ, ລົດຖີບ ແລະ ລົດກະບະ. ໄລຍະທາງຈາກອັດຕະປື ຜ່ານສຳນັກງານເມືອງ, ບ້ານໃໝ່ ເຖິງແຊພະ ທາງບົກປະມານ 75 ກິໂລແມັດ, ຍາມຝົນ …

Read More »

ນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ

ນໍ້າຕົກຕາດຜາແຈແລເປັນນໍ້າຕົກຕາດ ທີ່ສູງປະມານ 100 ແມັດ ຕັ້ງຢູ່ບ້ານນໍ້າຄຽນ ຫ່າງຈາກເທສະບານ ເມືອງຮົ່ມ ແຂວງ ໄຊສົມບູນ ປະມານ 6 ກິໂລແມັດ ເປັນນໍ້າຕົກຕາດຈາກສາຍພູ ສູ່ຜາຊັນ ແລະ ມີນໍ້າໄຫຼຕະຫຼອດປີ ມີຄວາມອຸດົມສົມບູນໄປດ້ວຍຊີວະນານາພັນ ປ່າໄມ້ຂຽວງາມ, ອາກາດກໍສົດຊື່ນເຢັນສະບາຍ ສ່ວນສາເຫດທີ່ມາຂແງຊື່ຜາແຈແລນັ້ນ ຕາມການບອກເລົ່າຂອງຊາວບ້ານໄດ້ໃຫ້ຮູ້ວ່າ ມີປະຊາຊົນໄດ້ພົບເຫັນພຣະອົງໜຶ່ງ ທີ່ຢູ່ໃກ້ຕາດແຫ່ງນີ້ເປັນສີດໍາ ແລະ ມີຫຼາຍແຈ ຕໍ່ມາປະຊາຊົນເຂດນັ້ນຈຶ່ງໄດ້ ເອີ້ນຜາແຫ່ງນີ້ວ່າ: ຜາແຈແລ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

Read More »