Breaking News

Kuanjai Life Stlye

ມາພົບກັບແຮງບັນດານໃຈຈາກ ສາວຫວານ, ໂຕນ້ອຍທີ່ຄວາມສາມາດໃຫຍ່ເກີນໂຕຄົນນີ້ ໄດ້ທີ່ນີ້!!

ຄໍລໍາ: Chic Working Women ເຊື່ອວ່າຫຼາຍຄົນຕ້ອງມີຈຸດດ້ອຍໃດໜຶ່ງທີ່ເຮັດໃຫ້ຕົວເອງບໍ່ກ້າທີ່ຈະເຮັດໃນສິ່ງທີ່ຕົວເອງມັກ ລອງມາອ່ານເອົາແຮງບັນດານໃຈຈາກສາວຄົນນີ້ເບິ່ງ ອາລີລັກ ໄຊບຸນລ້ຽງ (ນ່ອງ) ສາວຫວານ, ໂຕນ້ອຍທີ່ຄວາມສາມາດໃຫຍ່ເກີນໂຕ ເຮັດວຽກເປັນ ຕົວແທນປະຈໍາລາວ, ບໍລິສັດ Masterpiece Education and Visa centre Sydney ປະເທດ Australia ແລະ ຍັງເປັນການຕະຫຼາດໃຫ້ກັບ ບໍລິສັດນໍ້າດື່ມພູຜາ ນໍາອີກ ທີ່ ນ່ອງເຮັດມັນໄດ້ກໍເພາະວ່າ ນ່ອງມີຄວາມພະຍາຍາມ ແລະ ເຊື່ອໝັ້ນວ່າຕົວເອງເຮັດໄດ້ ທີ່ສໍາຄັນນາງຍັງບອກອີກວ່າ ເປົ້າໝາຍເປັນສິ່ງທີ່ສໍາຄັນ ທີ່ທຸກຄົນຕ້ອງມີ ແລະ ເປົ້າໝາຍນັ້ນຕ້ອງຕັ້ງມັນໄວ້ໃຫ້ສູງ ເພາະເມື່ອໃດທີ່ເຮົາມີເປົ້າໝາຍເຮົາພັດທະນາຕົວເອງຢູ່ຕະຫຼອດເວລາເພື່ອຊອກທີທີ່ຈະກ້າວໄປຫາມັນ ວ້າວ… ເຫັນບໍ່ສາວໆ ບອກແລ້ວວ່າສາວຕົວນ້ອຍຄົນນີ້ ມີຄວາມສາມາດທີ່ໃຫຍ່ເກີນຕົວອີ່ຫຼີ. ສໍາລັບເລື່ອງລາວຂອງສາວ ນ່ອງ ແບບເຕັມນັ້ນສາມາດຊອກອ່ານໄດ້ຈາກ ວາລະສານຂວັນໃຈ ສະບັບເດືອນ ພຶດສະພາ 2017 ນີ້ ຕາມ …

Read More »

ຄວາມງົດງາມຂອງອີກໜຶ່ງສະຖານທີ່ທ່ອງທ່ຽວໃນໄລຍະລະດູຝົນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ໄວ້ໃຫ້ແຟນໆໄດ້ໄປທ່ຽວ ນັ້ນກໍຄື: ຕາດວັງຫຼວງ ນັ້ນເອງ ເຊິ່ງບາງຄົນກໍຄົງຈະເຄີຍໄປສໍາຜັດມາແລ້ວເນາະ ແລະ ບາງຄົນກໍຍັງບໍ່ເຄີຍໄດ້ຍິນຊື່ຕາດນີ້ ຫຼື ເຄີຍໄດ້ຍິນແຕ່ຊື່ແຕ່ຍັງບໍ່ເຄີຍໄປສໍາຜັດ ຖ້າໃຜຍັງບໍ່ໄດ້ໄປ ຫຼື ຍັງບໍ່ຮູ້ວ່າຕາດວັງຫຼວງຕັ້ງຢູ່ໃສ, ມີຄວາມງົດງາມປານໃດນັ້ນ ທາງທີມງານເວັບໄຊ ຂວັນໃຈ ໄດ້ນໍາເອົາຂໍ້ມູນບາງສ່ວນ ແລະ ຮູບພາບງາມໆມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກ ແລະ ໄດ້ຊົມຄວາມງົດງາມຂອງຕາດແຫ່ງນີ້. ຕາດວັງຫຼວງ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ຍັງຄົງຄວາມອຸດົມສົມບູນໄວ້ ນໍ້າຕົກຕາດວັງຫຼວງ ຕັ້ງຢູ່ບ້ານ ເວີນກະເບົາ ເມືອງປາກງື່ມ ເຊິ່ງຖືໄດ້ວ່າຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວຽງຈັນປານໃດ.ຕາດແຫ່ງນີ້ ນອກຈາກຈະມີນໍ້າໃສໄຫຼເຢັນແລ້ວ ຍັງປະກອບດ້ວຍຄວາມອຸດົມສົມບູນທາງທໍາມະຊາດ ນານາພັນອີກດ້ວຍ ແບບທີ່ວ່າບໍ່ຈຳເປັນຕ້ອງໄປຫຼີ້ນຕາດຢູ່ໄກໆ ຫຼື ໄປຕ່າງແຂວງ ກໍ່ສາມາດມາສຳຜັດຄວາມສວຍງາມ ທາງທຳມະຊາດແບບນີ້ ໄດ້ທີ່ຕາດວັງຫຼວງແຫ່ງນີ້. ສໍາລັບການເດີນທາງໄປທີ່ ຕາດວັງຫຼວງ ແມ່ນໄປທາງ 13 ໃຕ້ ຮອດຂົວບ້ານໄຮ່ແລ້ວໄປຕໍ່ປະມານ 1 ກິໂລແມັດ ມີທາງລ້ຽວຊ້າຍເຂົ້າໄປ 6 …

Read More »

ຮູບພາບງາມໆ ດິນແດນແຫ່ງວິລະຊົນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ອາກາດເຢັນໆເຖິງໜາວ ແຟນໆຂວັນໃຈຮູ້ສຶກບໍ່ວ່າ ບັນຍາກາດແບບນີ້ເໝາະສົມແກ່ການນອນສະບາຍໆ, ນອນເບິ່ງຮູບເງົາ, ນັ່ງຫຼິ້ນເກມ ແລະ ອື່ນໆ… ດັ່ງນັ້ນມື້ນີ້ ທີມງານຂວັນໃຈ ເລີຍນໍາເອົາຮູບພາບງາມໆຂອງແຂວງຊຽງຂວາງ ດິນແດນແຫ່ງວິລະຊົນ ມາໃຫ້ແຟນໆຂວັນໃຈໄດ້ຊົມ. ຮູບພາບ: ໂຕະນໍ້າຊາ

Read More »

ທ່ຽວຊົມອຸທິຍານຄວາມງົດງາມຂອງຖໍ້າປະຫວັດສາດ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານຂວັນໃຈ ຈະພາໄປທ່ຽວທີ່ຖໍ້າຂຸນລາງ ທີ່ຕັ້ງຢູ່ ບ້ານຫວ້ຍສ້ານ ເມືອງກາສີ ແຂວງວຽງຈັນ ເຊິ່ງຖືໄດ້ວ່າ ເປັນສະຖານທີ່ທ່ອງທ່ຽວທາງທໍາມະຊາດ ທີ່ສວຍງາມ ແລະ ຄົບບັນຍາກາດທີ່ຫາເບິ່ງໃນທີ່ແຫ່ງອື່ນໆໄດ້ຍາກ ເພາະໃນສະຖານທີ່ແຫ່ງນີ້ນອກຈາກມີ ຖໍ້າຫີນຍ້ອຍດ້ວຍລວດລາຍຕ່າງໆ ຂອງເລື່ອງລາວທ້າວຂຸນລາງ ໃນນິທານພື້ນເມືອງລາວເລື່ອງ “ຂຸນລູນາງອົ້ວ” ອັນມີຊື່ສຽງແລ້ວ ຍັງມີນໍ້າຕົກຕາດນ້ອຍໃຫຍ່ຢັ່ງຢາຍຕະຫຼອດສາຍທາງການໄປເຖິງປາກຖໍ້າ. ນອກນັ້ນ ຍັງອຸດົມສົມ ບູນດ້ວຍຊີວະນາໆພັນທີ່ຂຽວກະຈີຊຸມເຢັນຕະຫລອດປີ. ສາຍນ້ຳເຫລົ່ານີ້ໄຫຼຜ່ານຫຼືບຫີນຕ່າງໆ ທີ່ສູງຊັນເຮັດໃຫ້ເກີດມີນ້ຳຕົກຕາດຫລາຍແຫ່ງ, ຢູ່ທາງເບື້ອງຂວາຂອງທາງຂຶ້ນຖ້ຳມີຫ້ວຍ (ຫ້ວຍສະໃພ້), ມີນ້ຳຕົກຕາດສອງແຫ່ງຮຽກວ່ານ້ຳຕົກຕາດຫ້ວຍສະໃພ້ 1 ແລະ 2. ນ້ຳຕົກຕາດທີ່ສູງປະມານ 10 ແມັດໄຫຼທອດລົງເປັນຊັ້ນໆຕາມຮ່ອມຜາຊັນ. ປາກຖ້ຳຂຸນລາງຢູ່ທາງທິດຕາເວັນຕົກ ມີຂັ້ນໄດຂຶ້ນປະມານ 400 ຂັ້ນຈິ່ງຮອດປາກຖໍ້າ ແລະ ມີຂັ້ນໄດລົງອີກດ້ານໜຶ່ງປະມານ 257 ຂັ້ນເພື່ອໄປຫານ້ຳຕົກຕາດ. ພາຍໃນຖໍ້າກວ້າງຂວາງ ແລະ ແຍກອອກເປັນຫຼາຍຜົ້ງ, ຫຼາຍໂພງ, ຫຼາຍຫ້ອງ, ຫຼາຍຊັ້ນ ກວ້າງ-ແຄບເຖິງສີ່ລະດັບ ມີທາງຍ່າງລວງດຽວທີ່ຍາວໄປທາງທິດຕາເວັນອອກປະມານ …

Read More »

ອີກມຸມໜຶ່ງຂອງຕາດກວາງຊີ ທີ່ບໍ່ເຄີຍເຫັນຈາກໃສມາກ່ອນ

ແຟນໆຂວັນໃຈ ມື້ນີ້ ທີມງານເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວ ອີກແຫ່ງຂອງແຂວງຫຼວງພຣະບາງ ນັ້ນກໍຄື: ນໍ້າຕົກຕາດກວາງຊີ ຕັ້ງຢູ່ເຂດບ້ານທ່າແປ້ນ ຫ່າງຈາກຕົວເມືອງປະມານ 25 ກິໂລແມັດ. ຕາດນີ້ເປັນນໍ້າຕົກຕາດ ຫີນປູນເຊິ່ງມີຄວາມສູງປະມານ 80 ແມັດ ຫຼຸດລົງມາເປັນຊັ້ນໆ ໂດຍມີປ່າໄມ້ທີ່ອຸດົມສົມບູນອ້ອມຮອບ. ຄວາມສວຍສົດງົດງາມຂອງນໍ້າຕົກຕາດທີ່ມີສີຂຽວມໍລະກົດ ບວກັບປ່າໄມ້ຂຽວອຸ່ມທຸ່ມໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາຢ້ຽມຢາມນໍ້າຕົກຕາດແຫ່ງແຫ່ງນີ້. ຢູ່ຕາມທາງຍ່າງເຂົ້າໄປເບື້ອງຂວາກ່ອນຈະຮອດຕົວຕາດ ຈະໄດ້ພົບກັບວັງນໍ້າສີຂຽວງາມຫຼາຍວັງ ແລະ ມີບາງວັງທີ່ສາມາດລົງຫຼິ້ນໄດ້ ເຊິ່ງຈະສ້າງຄວາມຮູ້ສຶກສົດຊື່ນເຢັນສະບາຍ ແລະ ສໍາຜັດໄດ້ເຖິງທໍາມະຊາດແທ້ໆ. ນອກຈາກນັ້ນແລ້ວ ຖ້າທ່ານໃດມັກຮັກການປະຈົນໄພ ແລະ ຄວາມແປກໃໝ່, ທ່ານສາມາດເດີນທາງມາຕາດກວາງຊີໄດ້ ໂດຍການຍ່າງປ່າຕາມເສັ້ນທາງຍ່າງ ເລີ່ມຈາກເຂດບ້ານລ້ອງເລົາໄປຫາບໍລິເວນນໍ້າຕົກຕາດກວາງຊີ ໂດຍໃຊ້ເວລາປະມານ 3-4 ຊົ່ວໂມງ. ການຍ່າງປ່າດັ່ງກ່າວເປັນກິດຈະກໍາໜຶ່ງຂອງການທ່ອງທ່ຽວແບບອະນຸຮັກ ປະຊາຊົນມີສ່ວນຮ່ວມເຊິ່ງທ່ານຈະໄດ້ເຫັນວິຖີຊີວິດຂອງ ຊົນເຜົ່າມົ້ງ ພ້ອມທັງຄວາມງົດງາມຂອງທໍາມະຊາດຕາມເສັ້ນທາງກ່ອນຈະຮອດຕາດກວາງຊີອີກດ້ວຍ. ຕາດກວາງຊີເປີດໃຫ້ບໍລິການທຸກມື້ເວລາ 8:00 – 17:30 ໂມງ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ ຮູບພາບ: ຮາບພາບປະເທດລາວ

Read More »