Breaking News

Kuanjai Life Stlye

ພາບບັນຍາກາດຂອງການເຮັດໄຮ່ເຮັດນາທີ່ຫາເບິ່ງໄດ້ຍາກ

ສະບາຍດີແຟນໆຂວັນໃຈ!! ໄລຍະນີ້ພໍເລີ່ມກ້າວເຂົ້າສູ່ລະດູຝົນ ແລະ ການເຮັດໄຮ່ເຮັດນາ ມື້ນີ້ ທີມງານເວັບໄຊຂວັນໃຈ ກໍບໍ່ພາດທີ່ຈະນໍາເອົາ ຮູບພາບບັນຍາກາດຂອງການເຮັດນາ ມາຝາກໃຫ້ແຟນໆຂວັນໃຈໄດ້ຊົມ ແລະ ທີມງານເຮົາເຊື່ອວ່າ ຫຼາຍຄົນເມື່ອໄດ້ເຫັນຮູບພາບນີ້ແລ້ວຕ້ອງຄິດຮອດຄິດເຖິງບ້ານຢ່າງແນ່ນອນ ໃນນັ້ນກໍລວມທັງແອດມິນພ້ອມທີ່ເຫັນຮູບພາບນີ້ ແລ້ວກໍອົດທີ່ຈະຄິດຮອດຄິດເຖິງບ້ານບໍ່ໄດ້. ຮູບພາບຈະງົດງາມປານໃດນັ້ນໄປຊົມເລີຍ!! ຮູບພາບຈາກ: Laos Pictures, Noy Images, USAID

Read More »

ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາໄດ້ນໍາເອົາຮູບພາບງາມໆຂອງປະຕິມະກໍາ ການແກະສະຫຼັກພຣະປະຈໍາວັນເກີດຢູ່ຜາຫີນອ່ອນ ມາໃຫ້ແຟນໆຂວັນໃຈໄດ້ຊົມ!! ປະຕິມະກຳ ແກະສະຫຼັກພຣະປະຈຳວັນເກີດຢູ່ຜາຫີນອ່ອນ ເສັ້ນທາງ1E ລະຫວ່າງຊາຍແດນ ເມືອງນາກາຍ ແຂວງຄໍາມ່ວນ ກັບ ເມືອງຄຳເກີດ ແຂວງບໍລິຄໍາໄຊ. ເປັນການແກະສະຫຼັກທີ່ມີຄວາມປານີດ, ມີຄວາມງົດງາມ ແລະ ມີຄວາມໝາຍທາງສິລະປະ, ພຸດທະສາສະໜາ. ຢູ່ຕາມສອງຝາກທາງຈະມີຮູບແກະສະຫຼັກພຣະພຸດທະຮູບ ເຊິ່ງຖືໄດ້ວ່າເປັນເສັ້ນທາງແຫ່ງທໍາອິດຂອງປະເທດ ທີ່ມີການແກະສະຫຼັກ ພຣະພຸດທະຮູບຕາມຫີນອ່ອນຂອງທັງສອງຝາກທາງ ຜູ້ຄົນທີ່ເດີນຜ່ານໄປມາລ້ວນແຕ່ຈອດລົດລົງມາກາບໄຫວ້ເພື່ອພອນສິ່ງສັກສິດ ຖ້າໃຜໄດ້ຜ່ານໄປມາຕາມເສັ້ນທາງນັ້ນກໍຢ່າລືມແວ່ຂໍພອນເດີ້!! ຮູບພາບ: Saylakham Images

Read More »

ແຫຼ່ງທອ່ງທ່ຽວທາງທຳມະຊາດ”ນໍ້າຕົກຕາດ ຜາຫວ່າງ”

ສະບາຍດີ ແຟນໆຂວັນໃຈ ມື້ນີ້ເຮົາຈະເອົາມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງຂອງແຂວງຫົວພັນ ນັ້ນກໍຄື: “ນໍ້າຕົກຕາດ ຜາຫວ່າງ” ນັ້ນເອງ. ເຊິ່ງເປັນແຫຼ່ງທອ່ງທ່ຽວທາງທຳມະຊາດທີ່ມີຄວາມສວຍສົດງົດງາມຫຼາຍ ຖ້າຫາກໃຜທີ່ຄິດໜີຈາກຄວາມວຸ້ນວາຍໃນຕົວເມືອງໃຫຍ່ ແລະ ຊອກຫາບ່ອນພັກຜ່ອນທີ່ເຕັມໄປດ້ວຍ ບັນຍາກາດທີ່ສຸດແສນຈະສະບາຍ ທ່າມກາງສຽງນ້ຳຕົກຕາດ ທີ່ໄຫຼຈາກທີ່ສູງລົງລຸ່ມ ປະສານກັບສຽງນົກ, ສຽງກາ…ທີ່ມັນຮ້ອງ ພ້ອມສາຍລົມເຢັນໆພັດຜ່ານໄດ້ສູດອາກາດທີ່ເຢັນສະບາຍ ແນມໄປທາງໃດກໍ່ເຫັນແຕ່ທຳມະຊາດຢູ່ຮອບໆຕົວທ່ານບໍ່ວ່າຈະເປັນຕົ້ນໄມ້, ໃບຫຍ້າ ແລະ ສາຍນ້ຳ ຕ້ອງນຶກເຖິງສະຖານທີ່ນີ້ເລີຍ”ນໍ້າຕົກຕາດ ຜາຫວ່າງ” ແຫລ່ງທ່ອງທ່ຽວທາງທຳມະຊາດ ທີ່ຈະຊ່ວຍໃຫ້ທ່ານຜ່ອນຄາຍຈາກເລື່ອງວຸ້ນວາຍທັງຫຼາຍໄດ້. “ນໍ້າຕົກຕາດ ຜາຫວ່າງ” ທີ່ບ້ານປາວເໜືອ ເມືອງຊໍາໃຕ້ ແຂວງຫົວພັນ ເປັນແຫຼ່ງທ່ອງທ່ຽວນໍ້າຕົກຕາດຫີນເກັດລິ່ນສູງ700 ແມັດ ໄດ້ເປີດເປັນແຫຼ່ງທ່ອງທ່ຽວທີ່ມີຄວາມງົດງາມ ແລະ ອຸດົມສົມບູນເຕັມໄປດ້ວຍທຳມະຊາດ. ຮູບພາບຈາກ: 7studio xn ຂໍ້ມູນຈາກ: Laopost

Read More »

ຫຸ່ນງາມ, ຫຸ່ນພຽວ, ສຸຂະພາບດີ ມີໄດ້ບໍ່ຍາກ ມາຮູ້ຈັກກັບເຄັດລັບເຫຼົ່ານີ້ຈາກ 4 ສາວນີ້ກັນ!!

ຄໍລໍາ: Specail Scoop ສໍາລັບສາວໆທີ່ຢາກຫຸ່ນພຽວ ສຸຂະພາບດີຫ້າມພາດ! ຫຸ່ນດີ ຫຸ່ນພຽວ ສຸຂະພາບດີ ໃຜໆກໍຢາກມີ ແລ້ວເຮັດແນວໃດຈຶ່ງມີລະສາວໆ! ມັນເປັນເລື່ອງຍາກຫຼາຍແມ່ນບໍ່? ໃນຄວາມຄິດຂອງເຮົາແລ້ວມັນຍາກຫຼາຍທີ່ຕ້ອງມາບັງຄັບຕົວເອງໃນຫຼາຍໆຢ່າງເພື່ອໃຫ້ໄດ້ຫຸ່ນທີ່ດີຄືກັບເຂົາ ຫຼືບາງເທື່ອເຮົາຍັງຄິດອີກວ່າມັນເປັນໄປບໍ່ໄດ້ດອກ ແຕ່ສາວໆຢຸດກ່ອນ ເພາະໃນວາລະສານຂັວນໃຈ ສະບັບຫຼ້າສຸດນີ້ສາວໆຕ້ອງແປກໃຈເມື່ອມີ ບັນດາສາວໆທີ່ແສນຈະເປັນຄົນທໍາມະດາຄືກັບເຮົາ ມາບອກວ່າ ການມີຫຸ່ນທີ່ດີບໍ່ແມ່ນເລື່ອງຍາກເລີຍ ເຮັດແນວໃດຫັ່ນຫວາ? ເຮົາໄປຟັງຈາກປາກພວກນາງກັນເທາະ! ວ່າເຮັດແນວໃດ? ສາວທໍາມະດາຄືພວກນາງ ຈຶ່ງມີຫຸ່ນເປະປານນາງແບບໄດ້ແນວນີ້ ດາວິໄລ ດາວັນ (ໂນະ) ແມ່ລູກ 3 ຫຸ່ນສຸດ Firm ບອກວ່າ ຢຸດອ້າງເຫດຜົນວ່າບໍ່ມີເວລາອອກກໍາລັງກາຍ ເພາະໂລກນີ້ທຸກຄົນມີເວລາ 24 ຊົ່ວໂມງເທົ່າກັນໝົດ ສິລິກຸນ ໂພໄຊ (ຕິກ) ສາວນັກແລ່ນມາລາທອນ ບອກວ່າ ການອອກກໍາລັງກາຍແມ່ນການຮັກໂຕເອງ ປະພັດສອນ ສິດທິວົງ (ອິບ) ສາວນັກສຶກສາຄົນນີ້ບອກວ່າ ສ່ວນຫຼາຍຄົນທີ່ເຂົ້າ Fitness ຈະທໍ້ງ່າຍຫາກບໍ່ຕັ້ງເປົ້າໝາຍທີ່ວັດແທກໄດ້ ແອນນາລີ …

Read More »

ໃຜທີ່ມັກທ່ອງທ່ຽວແບບພະຈົນໄພ ຕ້ອງບໍ່ພາດກັບສະຖານທີ່ແຫ່ງນີ້!!

ສະບາຍດີ ແຟນໆຂວັນໃຈ ມື້ນີ້ທີມງານ ເວັບໄຊຂວັນໃຈ ຈະມາແນະນໍາສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ເຊິ່ງຈະມາເອົາໃຈແຟນໆຜູ້ທີ່ມັກການທ່ອງທ່ຽວ ແບບພະຈົນໄພເປັນພິເສດເລີຍ ບໍ່ວ່າຈະເປັນການຂີ່ສະລິງ, ເດີນປ່າ, ໄຕ່ຂົວອູ່ ແລະ ອີກຫຼາຍຢ່າງ. ແຕ່ຖ້າໃຜທີ່ບໍ່ມັກການປະຈົນໄພກໍສາມາດໄປໄດ້ຄືກັນ ແລະ ສະຖານທີ່ແຫ່ງນັ້ນກໍຄື: ຕາດກອຍລອຍຟ້າ ທີ່ຕັ້ງຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ນັ້ນເອງ ຖ້າໃຜໄດ້ໄປທ່ຽວໄປສໍາຜັດກັບຄວາມງົດງາມຂອງທໍາມະຊາດ, ສາຍນໍ້າທີ່ໃສເຢັນ ຮັບຮອງວ່າໃຜທີ່ໄດ້ໄປທ່ຽວຈະຕ້ອງຕິດໃຈຢ່າງແນ່ນອນ ແລະ ທີມງານເຮົາໄດ້ນໍາເອົາຮູບພາບງາມໆຂອງສະຖານທີ່ແຫ່ງນີ້ມາໃຫ້ແຟນໄດ້ຊົມ ແຕ່ຈະງົດງາມປານໃດນັ້ນໄປຊົມກັນເລີຍ!!! ຮູບພາບ: google.com

Read More »