Breaking News

Kuanjai Life Stlye

ມາຮູ້ຈັກກັບ! ນູນີ່ ຜູ້ຊ່ຽວຊານລະບົບນິເວດນໍ້າຈືດສາວ! Degree ນັກຮຽນນອກ (ສາວລາວຄົນເກັ່ງ)

ມາແລ້ວ! ມາແລ້ວ! ບົດເຕັມສໍາລັບ ຄໍລໍາ Chic working Women ປະຈໍາເດືອນ ກຸມພາ 2017 ໃຜທີ່ຍັງບໍ່ທັນໄດ້ອ່ານປຶ້ມ ຟ້າວເຂົ້າມາເລີຍ ເພາະມື້ນີ້ເຮົາໃຈດີເອົາມາໃຫ້ແຟນໆໄດ້ອ່ານກັນແບບເຕັມແລ້ວ! ສໍາລັບ ແຮງບັນດານໃຈຈາກສາວໜ້າຮັກຄົນນີ້ ທິບພະວັນ ມະນີພູໃສ (ນູນີ່) ຜູ້ຊ່ຽວຊານລະບົບນິເວດນໍ້າຈືດຄົນນີ້! ໝາຍເຫດ: ສໍາລັບໃຜທີ່ສົນໃຈຢາກໄດ້ແຮງບັນດານໃຈໃນຮູບແບບຕ່າງໆ ແນະນໍາໃຫ້ໄປຊອກອ່ານໄດ້ໃນ ວາລະສານຂວັນໃຈ ມີວາງຂາຍຕາມ U Express M Point Mart ແລະ Jeffy Mart ທຸກສາຂາ. ເຊິ່ງທຸກໆເດືອນພວກເຮົາຈະໄດ້ຂັດສັນເອົາແຮງບັນດານໃຈໃນຮູບແບບຕ່າງໆມາຕ້ອນແຟນໆກັນແບບເຕັມອີ່ມ ນອກຈາກນັ້ນ ໃນວາລະສານຂອງພວກເຮົາ ຍັງອັດແໜ້ນໄປດ້ວຍສາລະໜ້າຮູ້ຕ່າງເຊັ່ນ: ຄວາມຮູ້ທາງດ້ານກົດໝາຍຄຸ້ມຄອງແມ່ຍິງ, ຄວາມງາມ, ການເບິ່ງແຍງສຸຂະພາບ… ຮັບຮອງບໍ່ມີຜິດຫວັງ!

Read More »

ການທ່ອງທ່ຽວແບບທ້າທາຍ ປີນຜາທີ່ Green climbers home

ສະບາຍດີ ແຟນໆຂວັນໃຈ ທີ່ໜ້າຮັກ ມື້ນີ້ແອັດຈະມາຊວນແຟນໆໄປທ່ຽວນໍາກັນ ແຕ່ເປັນການທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ຖ້າໃຜມັກຄວາມທ້າທາຍແອັດຂໍແນະນໍານີ້ເລີຍ Green climbers home ທີ່ຕັ້ງຢູ່ບ້ານ ກວນຜາວັງ ເມືອງທ່າແຂກ ແຂວງຄໍາມ່ວນ ຫ່າງຈາກຕົວເມືອງທ່າແຂກປະມານ 16 ກິໂລແມັດ ແລະ Green climbers home ແຫ່ງນີ້ເປັນແຫຼ່ງທ່ອງທ່ຽວແບບປະຈົນໄພ ແບບທ້າທາຍ ດ້ວຍການປີນໜ້າຜາທີ່ມີຄວາມສູງຈາກໜ້າດິນຂຶ້ນເຖິງຫຼັງຜາປະມານ 60 ແມັດຫາ 400 ກວ່າແມັດ ແລະ ກໍາລັງກາຍເປັນທີ່ນິຍົມຂອງນັກທ່ອງທ່ຽວຕ່າງປະເທດ ຜູ້ທີ່ມັກປະຈົນໄພ, ມັກຄວາມທ້າທາຍເຊັ່ນ: ປະເທດເຢຍລະມັນ, ຝຣັ່ງ, ສິງກະໂປ, ຍີ່ປຸ່ນ, ໄທ, ອີຕາລີ, ອົດສະຕາລີ ແລະ ອີກຫຼາຍໆປະເທດ, ສໍາລັບຄົນລາວເຮົາແລ້ວ ຜູ້ທີ່ມັກຄວາມທ້າທາຍກໍບໍ່ຄ່ອຍມີຫຼາຍປານໃດ ແລະ ໃນແຕ່ລະປີເມື່ອເຖິງທ້າຍເດືອນ ພຶດສະພາ ຈະປິດບໍລິການ ຍ້ອນເປັນລະດູຝົນເຮັດໃຫ້ການປີນໜ້າຜາຍາກ ແລະ ຈະເປີດໃຫ້ບໍລິການໃນຕົ້ນເດືອນ …

Read More »

ຕາດຖໍ້າພະ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງເມືອງປາກງື່ມ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ກັບມາພົບກັນອີກແລ້ວ ໄລຍະນີ້ແອັດເຫັນວ່າຫຼາຍຄົນມັກໄປທ່ຽວຕາດ, ມັກໄປຫຼີ້ນນໍ້າເຢັນໆ ມື້ນີ້ແອັດກໍ່ເລີຍຈະມາແນະນໍາອີກບ່ອນໜຶ່ງໄວ້ໃຫ້ ສາວໆໄດ້ໄປທ່ຽວໃນມື້ພັກຜ່ອນ ແລະ ສະຖານທີ່ນັ້ນກໍຄື: “ ຕາດຖໍ້າພະ ”.  ຕາດຖໍ້າພະ ຕັ້ງຢູ່ເຂດບ້ານ ເວີນກະເບົາ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຂອງ ເມືອງປາກງື່ມ ນັ້ນເອງ. ສໍາລັບ ເສັ້ນທາງແມ່ນໄປຕາມທາງ 13 ໃຕ້ໄລຍະທາງປະມານ 60 ກິໂລແມັດ ແລ້ວລ້ຽວຊ້າຍເຂົ້າໄປທາງຕາດວັງຫຼວງ ແລະ ກ່ອນທີ່ຈະຮອດຕາດວັງຫຼວງປະມານ 3 ກິໂລແມັດຈະມີປ້າຍລ້ຽວຂວາເຂົ້າໄປ 800 ແມັດ ກໍ່ຈະເຖິງຕາດຖໍ້າພະແລ້ວ. ເມື່ອໄປເຖິງຈຸດໝາຍແລ້ວ ຮັບຮອງໄດ້ເລີຍວ່າສາວໆຈະຮູ້ສຶກສົດຊື່ນຢ່າງແນ່ນອນ ເພາະບັນຍາກາດດີໆ, ນໍ້າເຢັນໆເໝາະແກ່ກັບການໄປພັກຜ່ອນ. ຕາດຖໍ້າພະແຫ່ງນີ້ຍັງມີ ອາຫານພື້ນບ້ານ, ອາຫານຕາມສັ່ງ ແລະ ເຄື່ອງດື່ມແບບຄົບຄັນໄວ້ຄອຍບໍລິການ. ນອກຈາກນີ້ຍັງມີຕູບນ້ອຍ – ໃຫຍ່ຫຼາຍກວ່າ 20 ຕູບໄວ້ຄອຍບໍລິການ. ມີຫ້ອງນໍ້າ …

Read More »

ສວນນໍ້າດົງ ແຫຼ່ງທ່ອງທ່ຽວທາງທໍາມະຊາດ ອີກແຫ່ງໜຶ່ງຂອງແຂວງຫຼວງພະບາງ

ສະບາຍດີ ສາວໆທີ່ໜ້າຮັກທັງຫຼາຍ ມື້ນີ້ແອັດມີນຈະພາໄປທ່ຽວເມືອງມໍລະດົກໂລກ ສາວໆຄົງຈະຮູ້ແລ້ວເນາະວ່າແມ່ນແຂວງໃດ. ແຂວງຫຼວງພະບາງນັ້ນຄືດັ່ງທີ່ເຮົາຮູ້ກັນຢູ່ແລ້ວວ່າ ມີແຫຼ່ງທ່ອງທ່ຽວທີ່ຫຼາກຫຼາຍບໍ່ວ່າຈະເປັນທາງດ້ານທໍາມະຊາດ, ປະຫວັດສາດ ແຕ່ມື້ນີ້ແອັດຈະພາໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງໃໝ່ ນັ້ນກໍຄືສວນນໍ້າດົງ Nahmdong Park ຕັ້ງຢູ່ບ້ານ ຊຽງມວກ ເມືອງຫຼວງພະບາງ ແຂວງຫຼວງພະບາງ ເຊິ່ງເປັນແຫຼ່ງທ່ອງທ່ຽວໃນຮູບແບບອະນຸລັກທໍາມະຊາດ ແບບຄົບວົງຈອນເປັນດິນແດນທີ່ອຸດົມສົມບູນ ຫ່ງຈາກຕົວເມືອງຫຼວງພະບາງພຽງ 10 ກິໂລແມັດ. ຢູ່ໃນສວນແຫ່ງນີ້ຍັງມີ ກິດຈະກໍາໄວ້ໃຫ້ນັກທ່ອງທ່ຽວໄດ້ຫຼິ້ນໄດ້ຊົມເຊັ່ນ: ມີຂີ່ສະລິງ, ໄຕ່ເຊືອກ, ຫຼິ້ນນໍ້າ ແລະ ມີສວນສັດຂະໜາດນ້ອຍ, ສວນລ້ຽງເຜິ້ງ, ເຮືອນຕົ້ນໄມ້ ນອກຈາກນີ້ ຍັງມີສະຖານທີ່ຕັ້ງແຄັມສໍາລັບນັກທ່ອງທ່ຽວທີ່ຕ້ອງການຕັ້ງແຄັມໃນເວລາກາງຄືນ ຖ້າສາວໆຄົນໃດມີໂອກາດໄດ້ໄປທ່ຽວເມືອງມໍລະດົກໂລກຢ່າລືມລອງໄປສໍາຜັດເບິ່ງເດີ້. ຮູບພາບຈາກ: ສວນນໍ້າດົງ

Read More »

ສາວໆທັງຫຼາຍໄປເກືອປານໍາບໍ

ສະບາຍດີ ແຟນໆຂວັນໃຈ ມື້ນີ້ແອັດມີນຈະມາຊວນແຟນໆໄປທ່ຽວພາກເໜືອ ໄປເກືອປາ ແຟນໆຢາກໄປນໍາແອັດບໍ ແຕ່ອາດຈະພາໄປໄກໜ້ອຍໜຶ່ງເດີ້ ໄປທີ່ແຂວງຫົວພັນ ແຕ່ແອັດຂໍບອກເລີຍວ່າ ຢູ່ບ່ອນນີ້ມີໂຕປາຫຼາຍໆໆ ເຫັນແລ້ວເປັນຕາສະອອນ ແລະ ສະຖານທີ່ນັ້ນກໍຄື: ວັງສະຫງວນ ເມືອງແອດ ແຂວງຫົວພັນ ດິນແດນແຫ່ງວີລະຊົນ ນັ້ນເອງ. ປາຈະມີຫຼາຍແທ້ ຫຼື ບໍສົມກັບຄໍາແອັດເວົ້າບໍ ນັ້ນໄປເບິ່ງຮູບກັນເລີຍ!! ຮູບພາບຈາກ: ທ່ອງທ່ຽວຫົວພັນ

Read More »