Breaking News

Kuanjai Life Stlye

ນໍ້າຕົກຕາດຟານ ເປັນນໍ້າຕົກຕາດສອງສາຍທີ່ໄຫຼມາຈາກພູຟາກກົງກັນຂ້າມ ຕົກຂະໜານກັນລົງໄປສອງສາຍ ເຊິ່ງມີຄວາມສວຍງາມສະຫງ່າ ແລະຍິ່ງໃຫຍ່ຫຼາຍ

ເລີ່ມກ້າວເຂົ້າສູ່ລະດູຝົນແລ້ວເດີ້ ໄລຍະນີ້ແນມໄປທາງໃດກໍເຫັນແຕ່ຕົ້ນໄມ້ສີຂຽວເຕັມໄປໝົດ ນໍ້າຕົກຕາດຫຼາຍແຫ່ງເລີ່ມມີຊີວິດຊີວາ ແລະ ກັບມາສວຍງາມອີກເທື່ອໜຶ່ງ ເປັນໄລຍະທີ່ເໝາະແກ່ການໄປທ່ຽວ ເອົາຮ່າງກາຍໄປປະທະກັບອາຍຝົນ ແລະອາຍໝອກ ສະບັບນີ້ ອິນດີ້ພາທ່ຽວ ຂໍເອົາໃຈສາວໆຂາລຸຍທີ່ຮັກໃນການທ່ອງທ່ຽວ ແລະ ຮັກໃນທຳມະຊາດທັງຫຼາຍ ໂດຍການພາຂີ່ລົດຈັກສຳຜັດກັບທຳມະຊາດ ແລະ ຜູ້ຄົນສອງຂ້າງທາງ ເລາະອາບນໍ້າຕົກໄປເລື້ອຍໆ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ ເປັນທີ່ຮູ້ກັນດີວ່າ ປາກຊ່ອງບໍລະເວນ ເປັນເມືອງແຫ່ງກາເຟທີ່ປູກຈາກດິນພູເຂົາໄຟ ເຊິ່ງມີຄວາມອຸດົມສົມບູນຫຼາຍໆຢ່າງ ພູເຂົາສະຫຼັບຊັບຊ້ອນ ແລະ ອຸດົມສົມບູນໄປດ້ວຍແຫຼ່ງທ່ອງທ່ຽວຫຼາຍແຫ່ງ ທີ່ໂດດເດັ່ນອີກໜຶ່ງຢ່າງນັ້ນກໍຄືນໍ້າຕົກຕາດເຊິ່ງຢັ່ງຢາຍກັນຢູ່ຫຼາຍບ່ອນ ແລະ ແຕ່ລະບ່ອນແມ່ນຢູ່ໃກ້ໆກັນເຮັດໃຫ້ເຮົາຂີ່ລົດຈັກເລາະຢ່າງສະບາຍເລີຍ. ເລີ່ມຕົ້ນ Trip ນີ້ຂອງພວກເຮົາ ໂດຍການຫາທີ່ພັກໃນຕົວເມືອງປາກເຊກ່ອນ ແນະນໍາໃຫ້ຫາທີ່ພັກໃກ້ໆກັບບ່ອນເຊົ່າລົດຈັກ ເຊິ່ງບາງໂຮງແຮມຈະມີບໍລິການໃຫ້ເຊົ່າລົດຈັກນຳ ຈະຊ່ວຍເພີ່ມຄວາມສະດວກໃຫ້ເຮົາໄດ້ຫຼາຍຂຶ້ນຕື່ມ, ຕື່ນເຊົ້າ ພວກເຮົາກໍຕ້ອງເຕີມພະລັງກ່ອນອອກເດີນທາງດ້ວຍເຂົ້າປຽກເສັ້ນຮ້ານດັງ ທີ່ຢູ່ບໍລິເວນໂຮງໜັງເກົ່າ ຫຼັງຈາກກິນເຕັມອີ່ມແລ້ວເຮົາກໍເລີ່ມອອກເດີນທາງ ມຸ່ງໜ້າໄປເມືອງປາກຊ່ອງທັນທີ ໃນລະຫວ່າງທາງກ່ອນຈະຮອດເປົ້າໝາຍ ນັ້ນກໍຄືການອອກໄປລ່ານໍ້າຕົກຕາດ ແຕ່ໃນລະຫວ່າງສອງຟາກທາງກ່ອນຈະຮອດນໍ້າຕົກນັ້ນ ເຮົາເຫັນຊາວບ້ານນຳເອົາເຄື່ອງຫັດຖະກຳຕ່າງໆມາວາງຂາຍ ແລະ ໝາກໄມ້ຕາມລະດູການຢ່າງຫຼວງຫຼາຍ ໂດຍສະເພາະໝາກຖົ່ວລຽນ ແລະ …

Read More »

ມາຮູ້ຈັກກັບ! 3 ສາວຜູ້ປະສົບຄວາມສໍາເລັດຈາກທຸລະກິດ Online (Trendy Online Business)

Trendy Online Business ຍອດຊີວັນ ວິລະວົງສາ (ຕ້າ), ອາຍຸ 26 ປີ, ອາຊີບ: ທຸລະກິດສ່ວນຕົວ   ພົບພໍ້ກັນອີກແລ້ວກັບຄໍລຳພິເສດໃນເດືອນ ກັນຍາ ສະບັບນີ້ກັບມາຕາມຄຳຮຽກຮ້ອງຂອງແຟນໆຂວັນໃຈ ທີ່ຕ້ອງການຢາກຮູ້ຂໍ້ມູນ ແລະເຕັກນິກ ໃນການເຮັດທຸລະກິດທາງສື່ອອນລາຍ ເຮັດແນວໃດໃຫ້ສ້າງລາຍໄດ້ ເຮັດແນວໃດໃຫ້ປະສົບຜົນສຳເລັດ ສະນັ້ນ ຂວັນໃຈ ເລີຍຈັດໃຫ້!!! ພິເສດສຸດໃນສະບັບນີ້ ເຮົາຂໍສະເໜີກະແສການສ້າງລາຍໄດ້ໃນໂລກອອນລາຍທີ່ຖືວ່າກຳລັງເປັນກະແສໃນບ້ານເຮົາ ແຕ່ວ່າ…ມັນຈະພິເສດຂຶ້ນເພາະໃນສະບັບນີ້ ຈະມີສາວໆ 3 ຄົນເຊິ່ງເປັນໝູ່ສະໜິດກັນ ຮ່ວມກັນເຮັດທຸລະກິດໃນໂລກອອນລາຍຈົນສ້າງລາຍໄດ້ມະຫາສານ ສ້າງຊື່ສຽງໃນຊົ່ວພິບຕາ ເວົ້າໄປບໍ່ມີໃຜຄົງຈະບໍ່ຮູ້ຈັກ ເອົາເປັນວ່າມາຮູ້ກັບສາວທັງເກັ່ງທັງງາມຄົນທຳອິດ ນາງຊື່ວ່າ ຍອດຊີວັນ ວິລະວົງສາ (ຕ້າ) ອາຍຸ 26 ປີ ສາວໝັ້ນ ເນັດໄອດໍ້ຄົນດັງ ຜູ້ປະສົບຜົນສຳເລັດໃນການເຮັດທຸລະກິດການຂາຍເຄື່ອງອອນລາຍ ເຈົ້າຂອງ Love Season Lao page. ແມ່ຄ້າຂາຍເສື້ອຜ້າ ຂາຍຈົນເປັນໜີ້ກ້ອນໃຫຍ່!! …

Read More »

“ມຽວ” ໄຟ່ຝັນຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ມາເປັນນັກກວດສອບບັນຊີ! ແຕ່ນາງກໍເຮັດໄດ້ດີຍ້ອນສາມາດຊອກຫາຈຸດສົມດຸນໄດ້!!!

ເມື່ອບໍ່ໄດ້ເຮັດຕາມຄວາມຝັນຂອງຕົນເອງບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ຖ້າເຮົາເຮັດໄດ້ຈະເປັນສິ່ງທີ່ດີຫຼາຍ ເພາະມັນຈະເຮັດໃຫ້ເຮົາພາກພູມໃຈຫຼາຍກວ່າ ການທີ່ໄດ້ເຮັດຕາມຄວາມຝັນຂອງຕົວເອງດ້ວຍຊໍ້າ… ຄໍລໍາ: Chic Working Women ສໍາລັບໃຜທີ່ມີຄວາມຝັນແຕ່ບໍ່ໄດ້ເຮັດຕາມຄວາມຝັນຂອງຕົວເອງ ບໍ່ວ່າຈະດ້ວຍເຫດຜົນໃດກໍຕາມ ອາດຈະໄດ້ເຮັດໃນສິ່ງທີ່ຄອບຄົວຕ້ອງການ ຫຼືເຮັດວຽກທີ່ພໍ່ແມ່ຊອກໃຫ້ ຢາກບອກວ່າ ມັນບໍ່ແມ່ນເລື່ອງທີ່ບໍ່ດີຫຍັງເລີຍ ເພາະເຮົາບໍ່ໄດ້ຢູ່ຕົວຄົນດຽວ ເຮົາມີຄອບຄົວ ພໍ່ແມ່ ພວກເຂົາເຫຼົ່ານັ້ນລ້ວນແຕ່ເປັນຄົນທີ່ຮັກເຮົາຫຼາຍ! ສະນັ້ນ ຖ້າເຮົາຈະເອົາແຕ່ໃຈຕົວເອງຫຼາຍມັນກໍເປັນໄປບໍ່ໄດ້ ເພາະຢ່າງໜ້ອຍ ຖ້າເຮົາເຮັດໄດ້ກໍມີຄົນທີ່ພາກພູມໃຈໃນຕົວເຮົາທີ່ສຸດແລ້ວ ຄືດັ່ງສາວຄົນນີ້ ພຸດທະສອນ ສີສຸລາດ (ມຽວ) ເຮັດວຽກເປັນ ນັກກວດສອບບັນຊີ, ຢູ່ບໍລິສັດ Asia Pacific Accounting And Audit Services Sole Led. ທີ່ມີຄວາມໄຟ່ຝັນມາຕັ້ງແຕ່ນ້ອຍວ່າ ຢາກຈະເປັນສາວທະນາຄານ ແຕ່ສະຖານະການບັງຄັບໃຫ້ຕ້ອງມາເປັນນັກກວດສອບບັນຊີ ແຕ່ຕອນນີ້ນາງຊອກຫາຈຸດສົມດຸນຂອງໜ້າທີ່ ກັບສິ່ງທີ່ມັກໄດ້ແລ້ວ. ຢາກຮູ້ວ່ານາງເຮັດໄດ້ແນວໃດນັ້ນຫາ ຊອກອ່ານເລີຍ ໃນວາລະສານຂວັນໃຈ ສະບັບເດືອນ ກັນຍາ 2017 ນີ້ ຕາມ …

Read More »

10 ພຶດຕິກຳທີ່ບໍ່ຄວນເຮັດຢູ່ໃນ Office ເດັດຂາດ

ໃນບ່ອນເຮັດວຽກມີໃຜແດ່ທີ່ຢາກຕົກເປັນເປົ້າສາຍຕາຂອງຄົນທັງບໍລິສັດ ແລະ ຕ້ອງຖືກຈັບຜິດຕະຫຼອດເວລາ ເພາະມັນເຮັດໃຫ້ພາບພົດເຮົາ ຖືກເບິ່ງບໍ່ຄ່ອຍຄັກເລີຍແມ່ນບໍ່?   ດັ່ງນັ້ນ  ຢ່າເຮັດ 10 ພຶດຕິກຳຕໍ່ໄປນີ້ເດັດຂາດ. ຄອບວ່າບໍ່ສະບາຍຕະຫຼອດ ເພື່ອນໆເອີຍ ຂໍ້ນີ້ຂໍຫ້າມເລີຍເດີ້ ຫ້າມເປັນຄົນທີ່ຄອບວ່າບໍ່ສະບາຍເລື້ອຍໆ ເພາະຄົນຢູ່ໃນ Office ບໍ່ມີໃຜເບິ່ງບໍ່ອອກວ່າເປັນເລື່ອງແທ້ ຫຼື ຕວະ ແລະ ແນ່ນອນວ່າຖ້າເຮົາຄອບວ່າບໍ່ສະບາຍຕະຫຼອດ ຄົນທີ່ຈະເບື່ອໜ່າຍເຮົາທີ່ສຸດກໍໜ້າຈະເປັນເພື່ອນຮ່ວມງານ ທີ່ຕ້ອງມານັ່ງຮັບຜິດຊອບວຽກແທນເຮົາເລື້ອຍໆ ມາຊ້າເປັນປະຈຳ ແຖມຍັງຫາຂໍ້ອ້າງມາເວົ້າແບບບໍ່ແນບນຽນ ລົດຫຼາຍ ບໍ່ສະບາຍ ໄປວຽກໃຫ້ທາງບ້ານ ອາຫານເປັນພິດ…ໂອ້ຍ ເປັນໄປສາລະພັດ! ມາວຽກຊ້າຕະຫຼອດຈົນຕ້ອງຫາຂໍ້ອ້າງຕະຫຼອດເລີຍແມ່ນບໍ່ ພວກເພິ່ນນລອງຄິດເບິ່ງແມ້ວ່າມັນດີແລ້ວຫວ໋າ ທີ່ເຮົາຕ້ອງມານັ່ງແກ້ຕົວຕະຫຼອດ ຮູ້ສຶກເມື່ອຍບໍ່? ທາງທີ່ດີຄວນເຊົາມາວຽກຊ້າ ແລະ ຊື່ສັດກັບຕົນເອງ ແລະ ພະຍາຍາມຕື່ນແຕ່ເຊົ້າ ໄປເຮັດວຽກໃຫ້ທັນໂມງ ຈະໄດ້ບໍ່ຕ້ອງເມື່ອຍຄິດຫາແຕ່ຂໍ້ອ້າງອີກຕໍ່ໄປ ແຂງກະດ້າງບໍ່ຍອມຄົນ ເຖິງວ່າເຮົາຈະເປັນຄົນທີ່ບອກວ່າເຮົາເປັນຄົນກົງໄປກົງມາ ແຕ່ຫົວໜ້າ ຫຼືເພື່ອນຮ່ວມງານເຂົາແຍກອອກວ່າເຮົາເປັນຄົນຫົວແຂງ ຫຼື ເປັນຄົນເວົ້າກົງ ສະນັ້ນ ຄວນປັບປ່ຽນນິດໃສໃໝ່ ເພາະຖ້າເຮົາຫົວດື້ບໍ່ຍອມຟັງໃຜເລີຍ …

Read More »

ເມື່ອຄວາມຮັກໝົດອາຍຸ ແມ່ຍິງອາດກາຍເປັນ “ເຫຍື່ອ” ຄວາມຮຸນແຮງໂດຍບໍ່ຮູ້ຕົວ!

 “ຄວາມຮຸນແຮງຕໍ່ຈິດໃຈ ແມ່ນການກະທຳ, ການເມີນເສຍ ຫຼື ລະເລີຍ ທີ່ເຮັດໃຫ້ເກີດຜົນກະທົບຕໍ່ຈິດໃຈ ຂອງແມ່ຍິງແລະເດັກນ້ອຍ ເປັນຕົ້ນການມີເມຍຫຼາຍຄົນ, ການໝິ່ນປະໝາດ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການປະຈານ, ການບໍ່ໃຫ້ຄວາມສຳຄັນ, ການທຳມິດສະຈານ, ການປ່ອຍປະ, ການລໍາອຽງ, ການຈໍາແນກ, ການແຍກຈາກໝູ່ເພື່ອນ ຫຼື ຄອບຄົວ, ການບໍ່ໃຫ້ກຽດ, ບໍ່ນັບຖື, ການເຍາະເຍີ້ຍສຽດສີ, ການກີດກັ້ນ, ການບັງຄັບ ຫຼື ການຂົ່ມຂູ່ ຊິຶ່ງເຮັດໃຫ້ເສື່ອມເສຍຊື່ສຽງ, ກຽດສັກສີ, ອັບອາຍ, ຂາດຄວາມເຊື່ອໝັ້ນ, ເສຍສຸຂະພາບຈິດ, ຊືມເສົ້າ ຫຼື ຂ້າຕົວຕາຍ” ສະບາຍດີ ສາວໆຂວັນໃຈ ມາພົບກັບຄໍລຳ In Action ກັນອີກເປັນຄັ້ງທີ 2 ແລ້ວ ຄໍລຳນີ້ຈະຊ່ວຍໃຫ້ສາວໆຂວັນໃຈເຮົາ ໄດ້ອັບເດດ (update) ຄວາມຮູ້ກ່ຽວກັບ ສິດທິ ແລະ …

Read More »