Breaking News

Kuanjai Life Stlye

ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ!!!

“ຢ່າເບິ່ງແຕ່ຈຳນວນເງິນເປັນເປົ້າໝາຍ ແຕ່ຈົ່ງຂະຫຍາຍມັນດ້ວຍຄວາມສຸກ” ເງິນບໍ່ສຳຄັນກັບຂ້ອຍຂະໜາດນັ້ນ ຄົນມັກຈະເວົ້າວ່າ “ມັນກໍເປັນພຽງແຕ່ເງິນ ແລະ “ຂ້ອຍບໍ່ໄດ້ເຮັດເພື່ອເງິນ” ຖ້າມັນເປັນແບບນັ້ນແທ້ເປັນຫຍັງຕ້ອງມານັ່ງທົນທຸກເຮັດວຽກງົກໆ ແລະ ເປັນຫຍັງຄືບໍ່ປະຕິເສດເວລາທີ່ໄດ້ຮັບເງິນເປັນຄ່າຕອບແທນ, ສະນັ້ນ ຢ່າກ່າວອ້າງຂໍ້ນີ້ເພື່ອປະຕິເສດເງິນ ເມື່ອມີໂອກາດຮັບມັນ ທ້າຍທີ່ສຸດແລ້ວມະນຸດເກີດມາຍາກທີ່ຈະຫຼີກລ່ຽງການໃຊ້ຊີວິດໂດຍປະສະຈາກເງິນໄດ້. ວິທີແກ້ໄຂ:ຢ່າດູຖູກເງິນ ແລະ ຢ່າໃຫ້ເງິນດູຖູກຕົວເຈົ້າເອງ ຂ້ອຍເຮັດວຽກໜັກເພື່ອເງິນ ສ່ວນໃຫຍ່ຄິດວ່າເຮັດວຽກໜັກເພື່ອໃຫ້ໄດ້ເງິນ ແລະ ມັກມີຄຳເວົ້າຕິດປາກເຫຼົ່ານີ້ສະເໝີ ຂອບເຂດຄວາມຄິດນີ້ ເຮັດໃຫ້ການເຮັດວຽກເປັນແບບ ໃຊ້ແຮງກາຍແລກເງິນ ຫຼາຍກວ່າການໃຊ້ຄວາມຄິດສ້າງສັນເພື່ອແລກເງິນ ທີ່ຈິງແລ້ວຄົນເຮົາບໍ່ຈຳເປັນຕ້ອງເຮັດວຽກຢ່າງໜັກເພື່ອແລກເງິນ ແຕ່ເຈົ້າຄວນໃຫ້ຄວາມສຳຄັນໃນການພັດທະນາຕົນເອງ ເພື່ອໃຫ້ເງິນເຮັດວຽກຫາລາຍຮັບໃຫ້ເຈົ້າ ເງິນມັກມາຕາມແຮງດຶງດູດຕາມຄຸນຄ່າຂອງສິ່ງນັ້ນສະເໝີ ວິທີແກ້ໄຂ:ຢ່າມົວແຕ່ຫາລາຍຮັບຈາກແຮງກາຍ ແຕ່ຄວນເນັ້ນລາຍຮັບທີ່ມາຈາກການໃຊ້ຄວາມຄິດສ້າງສັນ ເພື່ອແລກເງິນດີກວ່າ ວຽກປະຈຳຢ່າງດຽວກໍໝົດເວລາແລ້ວ ຄົນສ່ວນຫຼາຍຄິດວ່າ ໄດ້ເງິນມາຈາກແຫຼ່ງດຽວກໍພຽງພໍແລ້ວ ເຊິ່ງເປັນຄວາມຄິດທີ່ຜິດພາດໃນການເຮັດວຽກ ເຮົາຄວນປ່ຽນຄວາມຄິດຕອນນີ້ເລີຍເດີ້ສາວໆ, ຂໍໃຫ້ສາວໆຈົ່ງເຊື່ອວ່າ ຊ່ອງທາງສ້າງລາຍຮັບ ຫຼື ທີ່ມາຂອງລາຍຮັບທີ່ຫຼາກຫຼາຍ ຍ່ອມດີກວ່າຊ່ອງທາງດຽວ ຢ່າຢ້ານທີ່ຈະຊອກຫາຊ່ອງທາງລາຍຮັບອື່ນ ລຳພັງແຮງກາຍເຮົາຄົງບໍ່ພໍ ຕ້ອງຮູ້ຈັກຫາວິທີໃຫ້ເງິນເຮັດວຽກແທນເຈົ້າ ເຈົ້າຄວນໃຫ້ຄວາມສຳຄັນສິ່ງເຫຼົ່ານີ້ນຳ, ດັ່ງນັ້ນ ຢຸດກ່າວຄຳເວົ້າຕິດປາກແບບນີ້ໄປໄດ້ເລີຍເດີ້ ວິທີແກ້ໄຂ:ຢ່າປິດກັ້ນລາຍຮັບປະຈຳຊ່ອງທາງດຽວ ຄວນສ້າງຊ່ອງທາງລາຍຮັບທີ່ເປັນໄປໄດ້ຈາກທຸກທິດທຸກທາງ …

Read More »

ເລີ່ມແລ້ວ!!! ການແຂ່ງຂັນກິລາກ໊ອຟ (Lao Golf Challenge 2018)

ພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6 ຈັດໂດຍວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ. ວາລະສານທາເກັດ ຮ່ວມກັບ ສະຫະພັນກິລາກ໊ອຟແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວການແຂ່ງຂັນ Lao Golf Challenge 2018 ປີທີ 6. ໃນຕອນບ່າຍວັນ 6 ກຸມພາ 2018 ທີ່ ໂຮງແຮມຄຣາວພລາຊາ,ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສົງຄາມ ສີລາເພັດ ຮອງປະທານ ແລະ ເລຂາສະຫະພັນກິລາກ໊ອຟແຫ່ງຊາດລາວ ແລະ ທ່ານ ໄຊຍະສອນ ປັນຍາທິບ ຜູ້ອໍານວຍການສ້າງວາລະສານທາເກັດ ທັງເປັນປະທານຈັດງານແຂ່ງຂັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ, ແຂກຜູ້ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມ. ໃນປີນີ້ຈະເລີ່ມເປີດຮັບສະໝັກຜູ້ເຂົ້າຮ່ວມແຂ່ງຂັນຕັ້ງແຕ່ວັນທີ 7  –  21 ກຸມພາ 2018 ແລະ ການແຂ່ງຂັນແມ່ນຈະໄດ້ຈັດຂຶ້ນໃນວັນທີ 10 ມີນາ 2017 …

Read More »

ອອກແນວຄາວາອີ້! ໜ້າຮັກໄປອີກ…ຄົນບັນເທີງລາວແຕ່ງກາຍຊຸດກິໂມໂນຍີ່ປຸ່ນ

ເລື່ອນໜ້າຈໍໂທລະສັບໄປໃສຊ່ວງນີ້ກໍຈະເຫັນແຕ່ສາວໆຄົນບັນເທີງລາວແຕ່ງກາຍຊຸດ ກິໂມໂນ (kimono) ເຊິ່ງເປັນຊຸດປະຈຳຊາດຂອງ ປະເທດ ຍີ່ປຸ່ນ ໃນງານ ບຸນມະໂຫລານຍີ່ປຸ່ນ (4th Japan Festival 2018 in laos) ບໍ່ວ່າຈະເປັນ: ລູກນໍ້າ ທິດາລັດ ວົງສິຣິ, ຄຣິດຕິນ່າ ຣາດສະສີມາ, ວັນໃໝ່ ທຳມະວົງ, ອາລີນ່າ ພິລາວົງ ແລະ ອີກຫຼາຍໆຄົນ ຕ່າງກໍມີໂອກາດເຂົ້າຮ່ວມໃນງານ ແລະ ແຕ່ງກາຍຊຸດ ກິໂມໂນ ບອກໄດ້ເລີຍວ່າມັນກໍຈະອອກແນວຄາວາອີ້ (kawaii) ໜ້າຮັກໄປອີກແບບ…ລອງມາເບິ່ງກັນເບິ່ງເນາະ ໜ້າຮັກຫຼາຍໆເລີຍ…!!! ລູກນໍ້າ ທິດາລັດ ວົງສິຣິ ນາງງາມ-ນັກສະແດງ ຄຣິດຕິນ່າ ຣາດສະສີມາ ນາງສາວລາວປີ 2012 ວັນໃໝ່ ທຳມະວົງ ນາງແບບ-ນັກສະແດງ ອາລີນ່າ ພິລາວົງ ນາງແບບ-ນັກສະແດງ ເບລານ ສຸນິສາ ພັນທາວະດີ …

Read More »

ຊຶ້ງກ່ອນນີ້ມີອີກບໍ່? ແຈ໋ກ ໜຸ່ມລາວທີ່ໄປອອກລາຍການ The Voice Thailand ໂຄເວີ້ເພງ “ຖອຍ” (ມີຄລິບ)

ມ່ວນຫຼາຍ…ຊຶ້ງກ່ອນນີ້ມີອີກບໍ່? ຟັງກັນລະຫວ໋າ ແຈ໋ກ ໄຊປະເສີດ ພົມມະວົງໄຊ ໜຸ່ມລາວທີ່ໄປອອກລາຍການ The Voice Thailand Season 6, ຫຼ້າສຸດປ່ອຍຄລິບໂຄເວີ້ (Cover) ເພງ “ຖອຍ” ຂອງວົງ GLISS  ເຊິ່ງເປັນເພງດັງຈາກປະເທດເພື່ອນບ້ານໃຫ້ໄດ້ຟັງ, ບອກເລີຍວ່າມ່ວນຫຼາຍໆ… ถอย – GLISS cover…….ຝາກຕິດຕາມແນາເດີ້ฝากติดตาม ด้วยนะคับบCr: Bill Vongsengthong Jack Phommavongsayさんの投稿 2018年2月1日(木)   ສຳລັບ ແຈ໋ກ ໄຊປະເສີດ ພົມມະວົງໄຊ  ເປັນໜຸ່ມລາວຄົນທຳອິດທີ່ໄປແຂ່ງຂັນຮ້ອງເພງໃນລາຍການ The Voice Thailand ແລະ ກໍສາມາດໂຊພະລັງສຽງຈົນຜ່ານເຂົ້າໄປໃນຮອບ ສະແດງສົດ ໃນຊ່ວງອາທິດທີ່ຜ່ານມາ… ຂໍບອກເດີ້ວ່າສຸດຍອດອີ່ຫລີ, ຢ່າງໃດກໍຢ່າລືມຕິດຕາມ ແລະ ເປັນກຳລັງໃຈໃຫ້ກັບໜຸ່ມຄົນນີ້ແດ່ເດີ້ແຟນໆ. #ເດັກລາວເກັ່ງປານນິຖ້າຫຍັງຢູ່ແຊຣໄປໆ ຄລິບ ແລະ ຮູບພາບ: Jack Phommavongsay

Read More »

ເຈນີນາ ວົງສາລີ ເຈົ້າຂອງລວງສູງ 177 cm ສາວນ້ອຍທີ່ກຳລັງຖືກຊາວເນັດເຊຍໃຫ້ລົງປະກວດເວທີນາງງາມ

ວ້າວວວ!!! ສະດຸດຫູສະດຸດຕາສຸດໆໄປເລີຍກັບ ເຈນີນາ ວົງສາລີ  ທີ່ກຳລັງເປັນປະເດັນຮ໋ອດໂຊຊ່ຽວ ຖືກຊາວເນັດເຊຍໃຫ້ລົງປະກວດໃນເວທີນາງງາມເພື່ອໄປປະກວດໃນເວທີອິນເຕີ ເພາະຂາເຊຍຊາວເນັດຕ່າງກໍເວົ້າເປັນສຽງດຽວກັນວ່າສາວນ້ອຍຄົນນີ້ມີຄວາມງາມ ລຸກອິນເຕີ ຄວາມສູງໄດ້ ແຖມສະປິກພາສາອັງກິດລ່ຽນໄຫຼປານນໍ້າ… ຊະນີIndy ເລີຍບໍ່ຢູ່ລ້າ ໄດ້ໄປຊອກເອົາຂໍ້ມູນຂອງຂອງສາວນ້ອຍຄົນນີ້ມາຝາກແຟນໆ ສຳລັບ ເຈນີນາ ວົງສາລີ ອາຍຸ 15 ປີ ເຈົ້າຂອງລວງສູງ 177 ຊັງຕີແມັດ ເປັນລູກຊອດ ລາວ-ເຢຍລະມັນ ກຳລັງສຶກສາຢູ່ທີ່ ໂຮງຮຽນ ກຽດຕິສັກ ນາໆຊາດ ກຳລັງຮຽນຢູ່ຊັ້ນ ມ.5 ແລະ ຍັງມີດີກຼີເປັນເຖິງນັກກິລາບານບ້ວງທີມນະຄອນຫຼວງ ເຄີຍເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດຖະຍົມຄັ້ງທີ 5 ນົກກົກຄຳເກມ ທີ່ແຂວງ ບໍລິຄຳໄຊ ໂດຍສາມາດຍາດຫຼຽນຄຳມາໄດ້ ແລະ ນອກຈາກນັ້ນ ເຈນນີນາ ຍັງມີຜົນງານດ້ານວົງການບັນເທີງເຊັ່ນ ຖ່າຍແບບ, ເດີນແບບ, ການສະແດງ ແລະ  ເຈນີນາ ຍັງໄດ້ເປັນນັກສະແດງສົມທົບເປັນຕົວແທນຂອງລາວໃນຮູບເງົາເລື່ອງ: ສະເຫຼີມພະກຽດຂອງນາຍຫຼວງ ຣາຊະການທີ …

Read More »