Breaking News

Kuanjai Life Stlye

ປີໃໝ່ໄປຫຼິ້ນນໍ້າຢູ່ໃສດີ? ຖ້າບໍ່ຮູ້ເຮົາມີຄໍາຕອບໃຫ້

ອີກບໍ່ດົນກໍຈະຮອດປີໃໝ່ແລ້ວ ທຸກຄົນໄດ້ວາງແຜນໄວ້ແລ້ວບໍວ່າປີໃໝ່ນີ້ຈະໄປຫຼິ້ນໃສ ຖ້າໃຜຍັງບໍ່ຮູ້ວ່າຊິໄປໃສ ພວກເຮົາຂໍແນະນໍາສະຖານນີ້ເລີຍ ອ່າງນໍ້າລີກ. ເຊິ່ງອ່າງນໍ້າລີກ 1-2 ຕັ້ງຢູ່ບໍລິເວນເຂດບ້ານ ນາແຊງ ເມືອງເຟືອງ ຫ່າງຈາກຕົວເມືອງເຟືອງປະມານ 15 ກິໂລແມັດ ອ່າງນໍ້າລີກ 1-2 ເປັນອ່າງນໍ້າທີ່ມີຂະໜາດໃຫຍ່ກວ້າງຂວາງ ມີທິວທັດທໍາມະຊາດອັນງົດງາມ ແລະ ຍັງມີດອນ ທີ່ກວມເອົາເນື້ອທີ່ກວ້າງຂວາງ ຈົນປະຊາຊົນສາມາດນໍາເອົາງົວຄວາຍລົງໄປກິນຫຍັາໄດ້ໃນດອນດັ່ງກວ່າ. ນອກນັ້ນ ຢູ່ບໍລິເວນໃກ້ອ່າງນໍ້າດັ່ງກ່າວ ຍັງມີນໍ້າຕົກຕາດອີກດ້ວຍ. ເຄຼດິດຮູບພາບ: ໂຄສະນາ ຂໍ້ມູນ: ກົມໂຄສະນາການທ່ອງທ່ຽວ

Read More »

ຄວາມງົດງາມຂອງປ່າໄມ້ໃຜ່ທີ່ຫຼາຍຄົນບໍ່ເຄີຍເຫັນມາກ່ອນ

ໃຜທີ່ມັກໃນການທ່ອງທ່ຽວທຳມະຊາດ ຮັກໃນຄວາມຂຽວງາມ ພວກເຮົາຈະຂໍແນະນຳ ປ່າໄມ້ໄຜ່ “ຊາກາໂນະ” ຂອງປະເທດຍີ່ປຸ່ນທີ່ຕັ້ງຢູ່ເມືອງ ກຽວໂຕ ໃນເຂດ “ອາຣາຊິມາຍະ” ຂອງປະເທດຍີ່ປຸ່ນ. ປ່າໄມ້ໄຜ່ “ຊາກາໂນະ” ນີ້ແມ່ນປ່າໄຜ່ທີ່ໃຫຍ່ທີ່ສຸດໃນເມືອງ ກຽວໂຕ ທັງມີທິວທັດທີ່ສວຍງາມ ແລະ ດ້ວຍຄວາມແປກຕາຂອງປ່າໄຜ່ “ຊາກາໂນະ” ເຮັດໃຫ້ມີນັກທ່ອງທ່ຽວມາຢ້ຽມຢາມທີ່ນີ້ຢ່າງບໍ່ຂາດໄລຍະ. ທ່ານສາມາດຍ່າງຊົມປ່າໄມ້ໄຜ່ຕາມທາງຍ່າງທີ່ໄດ້ຈັດໄວ້ໃຫ້ເປັນໄລຍະທາງ 500 ແມັດ ຕະຫຼອດສອງຂ້າງທາງຍ່າງ ປະກອບໄປດ້ວຍຕົ້ນໄມ້ໄຜ່ສູງທີ່ມີລຳຊື່ ແລະ ໃນລະຫວ່າງທາງນັກທ່ອງທ່ຽວຈະໄດ້ເພີດເພີນໄປກັບສຽງລຳໄມ້ໄຜ່ສຽດສີກັນຍາມລົມພັດ ຖືວ່າເປັນສຽງທຳມະຊາດທີ່ແສນຈະມ່ວນສຸດທີ່ຈະບັນລະຍາຍໄດ້ເລີຍ ນັບວ່າເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ເຮັດໃຫ້ຊາວຕ່າງຊາດ ຫຼົງໄຫຼໃນມົນສະເໜ ຂອງໂລກຕາເວັນອອກ. ນອກຈາກນີ້ທົ່ວໂລກຕ່າງກໍຮູ້ກັນວ່າ: ຄົນຍີ່ປຸ່ນມີຄວາມຜູກພັນຍາວນາກກັບໄມ້ໄຜ່ ງານເທສະການ “ທະນະບາຕະ” ແລະ ລວມເຖິງການໃຊ້ສອຍປະໂຫຍດຈາກໄມ້ໄຜ່ໃນດ້ານຕ່າງໆອີກຫຼາຍຢ່າງ ເຮັດໃຫ້ທາງລັດຖະບານຍີ່ປຸ່ນຈັດປ່າໄມ້ໄຜ່ “ຊາກາໂນະ” ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ ທີ່ຕ້ອງມາໃຫ້ໄດ້ຈັກຄັ້ງໜຶ່ງໃນຍີ່ປຸ່ນອີກດ້ວຍ. ສໍາລັບການເດີນທາງໄປປ່າໄຜ່ “ຊາກາໂນະ” ນັ້ນສະດວກສະບາຍຫຼາຍ ພຽງແຕ່ມຸ່ງໜ້າອອກໄປທີ່ຊານເມືອງກຽວໂຕໃນເຂດອາຣາຊິຍາມະ ( Arashiyama ) ກໍຈະໄດ້ພົບກັບປ່າໄຜ່ສີຂຽວງາມອັນກວ້າງໃຫຍ່ໄພສານເຊິ່ງໃນທຸກໆມື້ຈະມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມຢ່າງບໍ່ຂາດ, ຖ້າທ່ານຍັງບໍ່ມີແຜນໄປທ່ຽວໃສ? ລອງຂຶ້ນແຜນໄປທ່ຽວປະເທດຍີ່ປຸ່ນຮັບຮອງວ່າບໍ່ຜິດຫວັງແນ່ນອນ. …

Read More »

ຄວາມງົດງາມຂອງດອກໄມ້ທີ່ທ່ານບໍ່ເຄີຍເຫັນມາກ່ອນ!!

ແຟນຂວັນໃຈທ່ານໃດທີ່ຈະໄປທ່ຽວປະເທດຍີ່ປຸ່ນໃນໄລຍະເດືອນ ເມສາ ຫາເດືອນ ພຶດສະພາ ກໍຢ່າລືມໄປທ່ຽວງານ The Great Wisteria Festival 2017 ທີ່ສວນດອກໄມ້ອາຊິຄາງະ (Ashikaga Flower Park) ເມືອງ ອາຊິຄາງະ ແຂວງ ໂທະຊິງິ (Tochigi) ປະເທດຍີ່ປຸ່ນ ດອກ Wisteria ຈະມີຫຼາຍສີບໍ່ວ່າຈະເປັນສີເຫຼືອງ, ສີຂາວ, ສີບົວອ່ອນ ແລະ ສີມ່ວງ ເຊິ່ງມັນມີຄວາມງົດງາມຫຼາຍ ແຕ່ຈະມີຄວາມງົດງາມປານໃດນັ້ນໄປຊົມຮູບພາບເລີຍ. ເຄຼດິດຮູບພາບ: google.com

Read More »

ວ້າວ! ໃກ້ຈະຮ້ອນບຸນປີໃໝ່ລາວແລ້ວ ຄິດອອກແລ້ວບໍ່ວ່າຈະໄປທ່ຽວໃສ

ສາວໆປີໃໝ່ໃກ້ຈະຮອດແລ້ວ ສາວໆໄດ້ວາງແຜນໄວ້ແລ້ວບໍວ່າຈະໄປທ່ຽວໃສ ຖ້າຍັງບໍ່ຮູ້ ເຮົາແນະນໍາສະຖານທີ່ນີ້ເລີຍ ທີ່ເປັນສະຖານທີ່ເປີດໃໝ່ ນັ້ນກໍຄື ນໍ້າຕົກຕາດ ພັກຊອຍວອຍ ນັ້ນເອງ ທີ່ຕັ້ງຢູ່ບ້ານ ນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງສະຖານທີ່ນີ້ກໍບໍ່ໄດ້ຢູ່ໄກປານໃດ ຖ້າປີໃໝ່ນີ້ບໍ່ຮູ້ຈະໄປໃສລອງໄປຫຼິ້ນນໍ້າເຢັນໆໆໆ! ຢູ່ນໍ້າຕົກຕາດ ພັກຊອຍວອຍ ນີ້ລອງເບິ່ງເດີ້ ຮັບຮອງທ່ານຈະຮູ້ສຶກສົດຊື່ນຢ່າງແນ່ນອນ. ເຄຼດິດຮູບພາບ: google.com

Read More »

ຄິດອກແລ້ວບໍ່? ວັນພັກຍາວປີໃໝ່ນີ້ຈະພາຄົນຮັກ, ຄອບຄົວໄປຫຼີ້ນໃສ? ຖ້າຍັງຄິດບໍ່ອອກມາເບີ່ງ!!

ຄໍລໍາ: Traval: ປີໃໝ່ນີ້ມີແຜນພາຄອບຄົວ, ຄົນຮັກໄປຫຼີ້ນໃສແລ້ວບໍ່ ຖ້າຄິດສະຖານທີ່ຍັງບໍ່ອອກ ໄປຫຼີ້ນວັງວຽງນໍາກັນບໍ່ ໄປປີນຜາເງິນທີ່ສຸງຈົນແນມເຫັນພູຕ່າງໆໄດ້, ໄປນັ່ງຊິວເບີ່ງບັນດາ ໂອບປ້າ ພາຍເຮືອຄາຍັກ (ເປັນອາຫານຕາ), ໄປກິນອາຫານປອດສານຜິດ, ໄປຫຼີ້ນບາທີ່ມີແຕ່ຄົນຕ່າງປະເທດເປັນສ່ວນຫຼາຍ ຖ້າຢ້ານບໍ່ແນ່ໃຈສະຖານທີ່ ແນະນໍາຈັບວາລະສານຂວັນໃຈ ສະບັບເດືອນ ມີນາ ໄປພ້ອມຮັບຮອງວ່າ ໄດ້ທ່ຽວຄົບແບບບໍ່ພາດສະຖານທີ່ດີໆຢ່າງແນ່ນອນ ສໍາລັບວາລະສານ ຂວັນໃຈ ສະບັບເດືອນ ມີນານີ້ ສາມາດຊອກຊື້ໄດ້ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

Read More »